ດ່ານັ້ງ ແລະລາວ ເພີ່ມທະວີການພົວພັນມິດຕະພາບ ແລະການຮ່ວມມື

00:00 | 12/12/2023

ດ່ານັ້ງ ແລະລາວ ເພີ່ມທະວີການພົວພັນມິດຕະພາບ, ຮ່ວມມື

ການແພດທະຫານສອງປະເທດ ຫວຽດນາມ ແລະລາວ ໄດ້ສົມທົບກັນຈັດຕັ້ງການກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ເຂດຊາຍແດນ ການແພດທະຫານສອງປະເທດ ຫວຽດນາມ ແລະລາວ ໄດ້ສົມທົບກັນຈັດຕັ້ງການກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ເຂດຊາຍແດນ
ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືໃນຂົງເຂດເສດຖະກິດ ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືໃນຂົງເຂດເສດຖະກິດ

ຕອນບ່າຍວັນທີ 12 ທັນວາ, ທ່ານ ໂຮ່ກີ່ມິງ ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນດ່ານັ້ງ ໄດ້ມີຕ້ອນຮັບທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ຫວຽດນາມ ທີ່ມາຢ້ຽມຢາມ ແລະເຮັດວຽກ ທີ່ນະຄອນດ່ານັ້ງ.

ທ່ານຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນ ໂຮ່ກີ່ມິງ ໄດ້ແຈ້ງໂດຍສັງເຂບກ່ຽວກັບສະພາບເສດຖະກິດ-ສັງຄົມຂອງນະຄອນ, ຄວາມສາມາດບົ່ມຊ້ອນ ແລະການກໍານົດທິດພັດທະນານະຄອນໃນຕໍ່ໜ້າ.

ດ່ານັ້ງ ແລະລາວ ເພີ່ມທະວີການພົວພັນມິດຕະພາບ ແລະການຮ່ວມມື
ບັນຍາກາດທີ່ການເຮັດວຽກ. ພາບ: drt.danang.vn

ກ່ຽວກັບການຮ່ວມມືກັບລາວ, ໃນຫຼາຍປີຜ່ານມາ, ນະຄອນດ່ານັ້ງ ໄດ້ ແລະພວມສືບຕໍ່ສົມທົບກັບ 5 ແຂວງພາກໃຕ້-ພາກກາງຂອງລາວ ເພື່ອຜັນຂະຫຍາຍຫຼາຍໂຄງການຮ່ວມມື, ໃນຫຼາຍຂົງເຂດ ຄື: ກໍ່ສ້າງ ແລະຍົກລະດັບບັນດາໂຮງຮຽນ, ກິດຈະການສາທາລະນະ, ບັນດາສູນສອນພາສາຫວຽດ; ມອບທຶນສຶກສາໃຫ້ນັກສຶກສາລາວທີ່ມາຮຽນຢູ່ມະຫາວິທະຍາໄລດ່ານັ້ງ; ...

ທ່ານ ໂຮ່ກີ່ມິງ ສະເໜີ 2 ຝ່າຍເປີດກ້ວາງການຮ່ວມມືດ້ານເສດຖະກິດ, ການຄ້າ, ການບໍລິການ, ການທ່ອງທ່ຽວ. ຜ່ານນັັ້ນ, ກໍ່ປະກອບສ່ວນພັດທະນາເສດຖະກິດ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ຫວຽດນາມ-ລາວ ເວົ້າລວມ.

ທ່ານເອກອັກຄະລັດຖະທູດ ນາງ ຄຳເພົາ ເອີນທະວັນ ຕີລາຄາສູງສາຍພົວພັນອັນດີງາມລະຫວ່າງນະຄອນດ່ານັ້ງ ກັບບັນດາທ້ອງຖິ່ນຂອງລາວ ອັນໄດ້ສ້າງເງື່ອນໄຂໃຫ້ບັນດາແຂວງພາກໃຕ້-ພາກກາງຂອງລາວ ພັດທະນາໃນໄລຍະຜ່ານມາ ແລະສະແດງຄວາມເຊື່ອໝັ້ນວ່າ ດ້ວຍບັນດາໝາກຜົນທີ່ບັນລຸໄດ້ນັ້ນ, ສອງປະເທດຈະສືບຕໍ່ຍາດໄດ້ໝາກຜົນອັນດີງາມຫຼາຍຢ່າງຕື່ມອີກ.

ບູນມີ

ເຫດການ
302 Found

Found

The document has moved here.