ເປີດເສັ້ນທາງບິນສາກົນ ໄປຍັງ 20 ປະເທດ ແລະ ເຂດແຄ້ວນ ຄືນໃໝ່

16:00 | 24/02/2022

ຍສໝ - ຫວຽດ​ນາມ ໄດ້​ເປີດ​ເສັ້ນ​ທາງບິນ​ສາ​ກົນ​​ໄປ​ຍັງ 20 ປະ​ເທດ ແລະ ເຂດ​ແຄ້ວນ ຄືນ​ໃໝ່. ​ໃນ​ລະດູ​ໜາວ​ປີ 2019, ໄລຍະກ່ອນເກີດ​ໂລກ​ລະບາດ​ໂຄ​ວິດ-19, ຫວຽດນາມ ​ໄດ້​ມີ​ຕາ​ຕະລາງ​ຖ້ຽວ​ບິນ​ໄປ/​ກັບຈາກ 28 ປະ​ເທດ ​ແລະ ​ເຂດ​ແຄວ້ນ...

ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບ ອວຍພອນທ່ານ Antonio Guterres ໃນໂອກາດທ່ານຫາກໍ່ໄດ້ສະມັດຊາໃຫ່ຍ ສປຊ  ແຕ່ງຕັ້ງເປັນເລຂາທິການໃຫ່ຍ ສປຊ ຄືນໃໝ່ ອາຍຸການ 2022-2026 ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບ ອວຍພອນທ່ານ Antonio Guterres ໃນໂອກາດທ່ານຫາກໍ່ໄດ້ສະມັດຊາໃຫ່ຍ ສປຊ ແຕ່ງຕັ້ງເປັນເລຂາທິການໃຫ່ຍ ສປຊ ຄືນໃໝ່ ອາຍຸການ 2022-2026
ໃນເດືອນ ມັງກອນ 2021 ການສົ່ງອອກຂອງຫວຽດນາມ ໄປຍັງ ອົດສະຕາລີ ບັນລຸການເຕີບໂຕກ່ວາ 62% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້ ໃນເດືອນ ມັງກອນ 2021 ການສົ່ງອອກຂອງຫວຽດນາມ ໄປຍັງ ອົດສະຕາລີ ບັນລຸການເຕີບໂຕກ່ວາ 62% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້

ມາ​ຮອດ​ປະຈຸ​ບັນ, ມີ 6 ສາຍ​ການ​ບິນ (Vietnam Airlines, Vietjet Air, Pacific Airlines, Bamboo Airways, Vietravel Airlines ແລະ Vasco) ທີ່ຂຸດຄົ້ນ​ການ​ບິນ​ພາຍ​ໃນ​ປະ​ເທດດ້ວຍ 56 ຖ້ຽວ​ບິນ, ດ້ວຍ​ຄວາມ​ຖີ່​ທັງ​ໝົດ 2.570 ຖ້ຽວ​ຕໍ່​ອາທິດ (​ເທົ່າ​ກັບ 367 ຖ້ຽວບິນ/ຖ້ຽວໄປຫຼືກັບ/ວັນ), ຫຼຸດລົງ 2 ເສັ້ນທາງບິນ ແລະ ຫຼຸດ 217 ຖ້ຽວບິນ/ອາທິດ/ຖ້ຽວໄປຫຼືກັບ (ເທົ່າກັບ 31 ຖ້ຽວບິນ/ຖ້ຽວໄປຫຼືກັບ/ວັນ) ເມື່ອທຽບໃສ່ຕາຕະລາງຖ້ຽວບິນລະດູໜາວປີ 2019 (ໄລຍະບໍ່ທັນເກີດພະຍາດໂຄວິດ-19).

ເປີດເສັ້ນທາງບິນສາກົນ ໄປຍັງ 20 ປະເທດ ແລະ ເຂດແຄ້ວນ ຄືນໃໝ່
ເປີດເສັ້ນທາງບິນສາກົນ ໄປຍັງ 20 ປະເທດ ແລະ ເຂດແຄ້ວນ ຄືນໃໝ່. ພາບ vnexpress.net

ສຳ​ລັບ​ການ​ຂົນ​ສົ່ງ​ສາ​ກົນ, ກະ​ຊວງ​ຄົມ​ມະ​ນາ​ຄົມ​ໄດ້​ມອບ​ໝາຍ​ໃຫ້​ກົມ​ການ​ບິນ​ຫວຽດ​ນາມ ເປັນເຈົ້າການ​ຕີ​ລາ​ຄາ ແລະ ຈັດ​ຕັ້ງ​ການ​ປຶກ​ສາ​ຫາ​ລື​ກັບ​ບັນ​ດາ​ອົງ​ການ​ການບິນ​ຂອງ​ບັນ​ດາ​ຄູ່​ຮ່ວມ​ມືເພື່ອ​ຕັດ​ສິນ​ໃຈ​ດຳ​ເນີນ​ການ​ບິນ​ສາ​ກົນ​ຄືນ​ໃໝ່​ເປັນ​ປົກ​ກະ​ຕິ ກັບ​ບັນ​ດາ​ຕະ​ຫຼາດ​ທີ່​ມີ​ຖ້ຽວ​ບິນ​ມາ​ຫວຽດ​ນາມໂດຍກົງ ກ່ອນທີ່ຈະເກີດ​ໂລກ​ລະ​ບາດ​ໂຄວິດ-19.

ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ໄດ້​ເປີດ​ເສັ້ນທາງ​ການ​ບິນ​ສາກົນ​ເຂົ້າ/​ອອກ​ຈາກ 20 ປະ​ເທດ ​ແລະ ​ເຂດ​ແຄວ້ນ​ຄືນ​ໃໝ່ (​ເມື່ອ​ທຽບ​ໃສ່​ຕາຕະລາງ​ການບິນ​ລະດູ​ໜາວ​ປີ 2019, ​ເວລາ​ກ່ອນເກີດພະຍາດ​ໂຄ​ວິດ-19 ມີ 28 ປະ​ເທດ ​ແລະ ​ເຂດ​ແຄວ້ນ), ລວມມີ:

ກຳປູເຈຍ, ຮົງກົງ (ຈີນ), ຍີ່ປຸ່ນ, ສ.ເກົາຫຼີ, ມາເລເຊຍ, ຟີລິບປິນ, ກາຕາ, ສິງກະໂປ, ໄຕ້ຫວັນ (ຈີນ), ໄທ, ຕວກກີ, ສະຫະລັດອາຣັບເອມີເຣດ, ລາວ, ຈີນ, ຝຣັ່ງ, ເຢຍລະມັນ, ອັງກິດ, ອົດສະຕຣາລີ, ຣັດເຊຍ ແລະ ອາເມລິກາ; ​ແລະ 8 ປະ​ເທດ​ທີ່​ຍັງ​ບໍ່​ທັນ​ເປີດ​ເສັ້ນທາງ​ການບິນ​ຄືນ​ໃໝ່​ຄື: ບຣູ​ໄນ, ອິນ​ເດຍ, ອິນ​ໂດ​ເນ​ເຊຍ, ມຽນມາ, ມາ​ກາວ, ຟິນ​ແລນ, ອີ​ຕາ​ລີ, ສະ​ວິດ.

ກ່ຽວ​ກັບ​ຄວາມ​ຖີ່, ຕາມ​ທ່ານ ເຈິ່ນ​ບ໋າວ​ງອກ, ຫົວ​ໜ້າ​ກົມ​ຂົນ​ສົ່ງ​ສາ​ກົນ, ເສັ້ນ​ທາງບິນສາກົນ​ໄປ/ມາ​ ຫວຽດ​ນາມ ມີ 370 ຖ້ຽວບິນ​/​ອາ​ທິດ/ຖ້ຽວໄປຫຼືກັບ, ເທົ່າ​ກັບ 53 ຖ້ຽວບິນ​/ຖ້ຽວໄປຫຼືກັບ/ວັນ.

ບຸນມີ

ເຫດການ
302 Found

Found

The document has moved here.