ແຂວງກາເມົ່າປະກາດຮັບຮອງກິດຈະກຳທີ່ໜ້າດຶງດູດໃຈທາງດ້ານວັດທະນະທຳ ແລະ ການທ່ອງທ່ຽວ ປີ 2022

13:34 | 10/03/2022

ຍ​ສ​ໝ - ລາຍ​ການ​ກິດ​ຈະ​ກຳ “ກາ​ເມົ່າ-ຈຸດໝາຍປາຍ​ທາງ ​ປີ 2022” ປະ​ກອບ​ມີ 9 ກິດ​ຈະ​ກຳ​ທີ່​ພົ້ນ​ເດັ່ນ ທີ່​ເຕັມ​ໄປ​ດ້ວຍ​ມົນ​ສະ​ເໜ່​ທາງ​ດ້ານ​ວັດ​ທະ​ນະ​ທຳ, ລົດ​ຊາດອາ​ຫານ, ການ​ທ່ອງ​ທ່ຽວ ແລະ ຊົນ​ຊາດ​ຊົນ​ເຜົ່າເຂດ​ດິນ​ແດນໃຕ້​ສຸດ​ຂອງ​ປະ​ເທດ.

ການທ່ອງທ່ຽວ ແຄງຮວ່າ ກຳລັງຂຸ້ນຂ້ຽວກະກຽມຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ການທ່ອງທ່ຽວ ແຄງຮວ່າ ກຳລັງຂຸ້ນຂ້ຽວກະກຽມຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ
ພິ​ທີ​ໄຂ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2022 ຈະ​ດຳ​ເນີນ​ໃນ ​ເດືອນ​ມີ​ນາ ​ຢູ່​ແຂວງ ກ໋​ວາງ​ນາມ ພິ​ທີ​ໄຂ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2022 ຈະ​ດຳ​ເນີນ​ໃນ ​ເດືອນ​ມີ​ນາ ​ຢູ່​ແຂວງ ກ໋​ວາງ​ນາມ

ຕອນ​ບ່າຍ​ຂອງວັນ​ທີ 9 ມີ​ນາ, ທ່ານ ຫງວຽນມີງລວນ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ກາ​ເມົ່າ ໃຫ້​ຊາບ​ວ່າ, ແຂວງ​ກາ​ເມົ່າ​ໄດ້​ມີ​ການ​ຮັບ​ຮອງ​ແຈ້ງ​ປະ​ກາດ​ລາຍ​ການ​ກິດ​ຈະ​ກຳ “ ກາ​ເມົ່າ-ຈຸດ​ໝາຍ​ປາຍ​ທາງ ປີ 2022” ດ້ວຍຫຼາຍ​ກິດ​ຈະ​ກຳ​ການ​ເຄື່ອນ​ໄຫວ​ທີ່​ພົ້ນ​ເດັ່ນ, ໜ້າດຶງ​ດູດໃຈ​ທາງ​ດ້ານ​ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ, ລົດ​ຊາດ​ອາ​ຫານ,…

ແຂວງກາເມົ່າປະກາດຮັບຮອງກິດຈະກຳທີ່ໜ້າດຶງດູດໃຈທາງດ້ານວັດທະນະທຳ ແລະ ການທ່ອງທ່ຽວ ປີ 2022
ພາບ​ປະ​ກອບ:baonhandan

ບັນ​ດາ​ກິດ​ຈະ​ກຳ​ທີ່​ໂດດ​ເດັ່ນ​ໃນ​ລາຍ​ການ “ກາ​ເມົ່າ-ຈຸດ​ໝາຍ​ປາຍ​ທາງ ປີ 2022” ປະ​ກອບ​ມີ: ບຸນໄຫວ້​ເຈົ້າທະ​ເລ ງິງໂອງ ແຫ່ງ​ເມືອງ ໂຊງດົກ, ບຸນ​ປ​ະ​ເພ​ນີ​ລຳ​ລຶກ​ບຸນ​ຄຸນ​ແຜນ​ດິນຊາດ; ເທດ​ສະ​ການ​ເຂົ້າ​ໜົມ​ພື້ນ​ບ້ານ​ພາກ​ໃຕ້ ຄັ້ງ​ທີ II; ມະ​ຫະ​ກຳ​ເຄື່ອງປ່າ ອູມິງ ອັນຫອມ​ຫວນ; ເທດ​ສະ​ການ​ປູ​ກາ​ເມົ່າ; ພິ​ທີ​ກຳ​ຊັກ​ທຸງ​ຮ່ວມ​ສາຍນະ​ທີ; ເທດ​ສະ​ການ​ລົດ​ຊາດ​ອາ​ຫານ​ດິນ​ແດນ​ປາຍ​ດັງ; ການ​ແຂ່ງ​ຂັນ​ແລ່ນ​ມາ​ລາ​ທອນ - ດິນ​ແດນ​ປາຍ​ດັງ​ກາ​ເມົ່າ 2022 ແລະ ກິດ​ຈະ​ກຳ​ພົບ​ຜູ້​ປະ​ກອບ​ການ ແລະ ກິດ​ຈະ​ກຳ​ການພັດ​ທະ​ນາຜະ​ລິດ​ຕະ​ພັນ OCOP ປີ 2022.

ບັນ​ດາ​ກິດ​ຈະ​ກຳ​ພົ້ນ​ເດັ່ນ​ໃນລາຍ​ການ "ກາ​ເມົ່າ-ຈຸດ​ໝາຍ​ປາງ​ທາງ ປີ 2022” ດຳ​ເນີນການ​ໃນທົ່​ວໄລ​ຍະ​ເວ​ລາ​ຂອງ​ປີ 2022, ຈັດ​ຂຶ້ນ​ໃນ​ທົ່ວ​ທຸກ​ທ້ອງ​ຖິ່ນ​ຂອງ​ແຂວງ, ເປັນ​ຕົ້​ນ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ທ້ອງ​ຖິ່ນ​ທີ່​ເຕັມ​ໄປ​ດ້ວຍ​ມົນ​ສະ​ເໜ່​ອັນ​ສະ​ເພາະ​ທາງ​ດ້ານ​ວັດ​ທະ​ນະ​ທຳ, ຊົນ​ຊາດ​ຊົນ​ເຜົ່າເຂດ​ສາຍ​ແມ່​ນ້ຳ​ກາ​ເມົ່າ ເຊັ່ນ: ພື້ນ​ທີ່ປາຍ​ດັງ​ກາ​ເມົ່າ, ປ່າສະ​ຫງວນ ອູມີງຮ້າ, ໝູ່​ບ້ານ ທອຍບິ່ງ​,… ພິ​ເສດ, ໃນ​ເດືອນ​ເມ​ສາ 2022 ກາ​ເມົ່າ​ມີ 3 ກິດ​ຈະ​ກຳ​ພົ້ນ​ເດັ່ນ​ຄື: ບຸນ​ປ​ະ​ເພ​ນີ​ລຳ​ລຶກ​ບຸນ​ຄຸນ​ແຜນ​ດິນຊາດ; ເທດ​ສະ​ການ​ເຂົ້າ​ໜົມ​ພື້ນ​ບ້ານ​ພາກ​ໃຕ້ ຄັ້ງ​ທີ II; ມະ​ຫະ​ກຳ​ເຄື່ອງປ່າ ອູມິງ ອັນຫອມ​ຫວນ.

ກ່ອນ​ນີ້​ໃນ​ຕົ້ນ​ປີ 2021, ກາ​ເມົ່າ​ໄດ້​ປະ​ກາດ​ຮັບ​ຮອງ​ກິດ​ຈະ​ກຳ​ທີ່ຫຼາກຫຼາຍ​ໃນ​ລາຍ​ການ “ກາ​ເມົ່າ-ຈຸດ​ໝາຍ​ປາຍ​ທາງ ປີ 2021” ແຕ່​ຍ້ອນ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ທີ່​ຜັນ​ແປ​ຢ່າງ​ຫຍຸ້ງ​ຍາກນັ້ນ ເຮັດ​ໃຫ້ຫຼາຍ​ກິດ​ຈະ​ກຳ​ຕ້ອງ​ໄດ້​ໂຈະ ແລະ ຈຳ​ກັດ​ຈຳ​ນວນ​ຜູ້​ເຂົ້າ​ຮ່ວມ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນ​ດາ​ກິດ​ຈະ​ກຳ​ທີ່​ແຂວງ​ກາ​ເມົ່າ​ໄດ້​ຈັດ​ຕັ້ງ​ຂຶ້ນ​ເຖິງ​ວ່າ​ຈະ​ເປັນ​ຄັ້ງ​ທຳ​ອິດ ແຕ່​ກໍ​ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ​ມີ​ຜົນ​ສຳ​ເລັດ, ເປັນ​ຕົ້ນ​ແມ່ນ: ເທດ​ສະ​ການ​ເຂົ້າ​ໜົມ​ພື້ນ​ບ້ານ​ພາກ​ໃຕ້ ຄັ້ງ​ທີ I; ການ​ແຂ່ງ​ຂັນ​ເຮືອ​ໄວ​ປະ​ກອບ​ເຄື່ອງ​ຈັກ Composite ກາ​ເມົ່າ; ມະ​ຫະ​ກຳ​ເຄື່ອງປ່າ ອູມິງ ອັນຫອມ​ຫວນ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.