| ວາລະທາງການຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄະນະຊາວໜຸ່ມປະຊາຊົນປະຕິວັດ ໂຮ່ຈີມິນ ຄັ້ງທີ XIII | |
| ໜັງສືພິມ ອິນເດຍ ອະທິບາຍກ່ຽວກັບແຮງດຶງດູດນັບມື້ນັບໃຫຍ່ຫຼວງ ຂອງການທ່ອງທ່ຽວ ຫວຽດນາມ |
![]() |
| ພະນັກງານຄ້າຍທະຫານຊາຍແດນດ່ານສາກົນ ແທັງຖຸຍ ແລະ ກອງຮ້ອຍຄຸ້ມຄອງຊາຍແດນ Malypho ເຂົ້າຮ່ວມແຜນງານ. |
ພາຍໃນແຜນງານ, ປະຊາຊົນທີ່ເດີນທາງເຂົ້າ-ອອກເມືອງ ຜ່ານເຂດດ່ານຊາຍແດນ ແມ່ນໄດ້ຮັບການໂຄສະນາ, ອັບເດດບັນດາຂໍ້ກຳນົດຂອງກົດໝາຍກ່ຽວກັບການປ້ອງກັນ ແລະ ຕ້ານຢາເສບຕິດ; ໄພອັນຕະລາຍຂອງໄພສັງຄົມຢາເສບຕິດ; ຄວາມອັນຕະລາຍຂອງຢາເສບຕິດຊະນິດໃໝ່ຕ່າງໆ; ບັນດາມາດຕະການປ້ອງກັນຄວາມສ່ຽງ ທີ່ກ່ຽວຂ້ອງເຖິງຢາເສບຕິດຂ້າມຊາຍແດນ. ໃນຂະນະດຽວກັນ, ກໍາລັງປະຕິບັດໜ້າທີ່ ກໍໄດ້ເຜີຍແຜ່ບັນດາວິທີການ, ເລ່ຫຼ່ຽມການເຄື່ອນໄຫວຂອງອາດຊະຍາກຳຢາເສບຕິດ ແນໃສ່າຍົກສູງຄວາມຮັບຮູ້ ແລະ ສະຕິລະວັງຕົວໃຫ້ແກ່ປະຊາຊົນເຂດຊາຍແດນ.
ເນື່ອງໃນໂອກາດນີ້, ສອງກົມກອງໄດ້ຢາຍໃບປິວໂຄສະນາ ກ່ຽວກັບການປ້ອງກັນ ແລະ ຕ້ານຢາເສບຕິດ ຈຳນວນ 200 ໃບ ເປັນພາສາຫວຽດ ແລະ ພາສາຈີນ, ດ້ວຍເນື້ອໃນທີ່ສັ້ນກະທັດຮັດ, ຮູບພາບຈະແຈ້ງ, ງ່າຍຕໍ່ການເຂົ້າເຖິງຂອງປະຊາຊົນ.
ຄຽງຄູ່ກັນນັ້ນ, ກຳລັງຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນທັງສອງຝ່າຍ ໄດ້ແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບວຽກງານໂຄສະນາ, ເຜີຍແຜ່ກົດໝາຍປ້ອງກັນ ແລະ ຕ້ານຢາເສບຕິດ; ສະພາບການປະຕິບັດບັນດາເອກະສານນິຕິກຳກ່ຽວກັບຊາຍແດນ ຂອງປະຊາຊົນໃນເຂດຊາຍແດນ. ພ້ອມທັງເຫັນດີເປັນເອກະພາບ ສືບຕໍ່ເພີ່ມທະວີການສົມທົບກັນ ພາຍໃນການຕໍ່ສູ້, ສະກັດກັ້ນບັນດາພຶດຕິກຳລະເມີດກົດໝາຍ ທີ່ກ່ຽວຂ້ອງເຖິງຢາເສບຕິດ.
ຜ່ານແຜນງານດັ່ງກ່າວ ໄດ້ປະກອບສ່ວນຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບຂອງປະຊາຊົນເຂດຊາຍແດນ ແລະ ນັກທ່ອງທ່ຽວ ພາຍໃນການປ້ອງກັນ, ຕໍ່ສູ້ກັບອາດຊະຍາກຳ ແລະ ໄພສັງຄົມຢາເສບຕິດ. ຄຽງຄູ່ກັນນັ້ນ, ກໍເພີ່ມທະວີສາຍພົວພັນສາມັກຄີ, ມິດຕະພາບ ແລະ ການຮ່ວມມື ລະຫວ່າງກຳລັງຄຸ້ມຄອງ, ປົກປັກຮັກສາຊາຍແດນສອງຝ່າຍ, ເພື່ອເປົ້າໝາຍສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະ ພັດທະນາ.
| ຫວຽດນາມ ຈັດຊຸດອົບຮົມວິຊາສະເພາະວຽກງານໂຄສະນາອົບຮົມ ໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ຍສໝ - ຫຼາຍກວ່າ 13 ຫົວຂໍ້ສະເພາະ ກ່ຽວກັບວຽກງານແນວຄິດ, ການໂຄສະນາເຜີຍແຜ່ ແລະ ວຽກງານພັກ, ວຽກງານການເມືອງ ແມ່ນໄດ້ຮັບການຖ່າຍທອດໃຫ້ແກ່ພະນັກງານກອງທັບປະຊາຊົນລາວພາຍໃນຊຸດອົບຮົມ ປີ 2026 ຢູ່ ຫວຽດນາມ. |
| ຫວຽດນາມ - ເບລາຣຸດ ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດ ໃຫ້ຂະຫຍາຍຕົວຢ່າງແທ້ຈິງ ແລະ ມີປະສິດທິຜົນ ຍສໝ - ຕອນຄ່ຳວັນທີ 25 ມິຖຸນາ, ຢູ່ທີ່ຮ່າໂນ້ຍ, ສະຖານເອກອັກຄະລັດຖະທູດ ສາທາລະນະລັດ ເບລາຣຸດ ໄດ້ຈັດຕັ້ງງານລ້ຽງຮັບຮອງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ເບລາຣຸດ ຄົບຮອບ 35 ປີ (3/7/1991 - 3/7/2026). ເຫດການດັ່ງກ່າວ ແມ່ນໂອກາດເພື່ອຢັ້ງຢືນຄວາມຕັດສິນໃຈຂອງສອງປະເທດ ພາຍໃນການສືບຕໍ່ເສີມຂະຫຍາຍມູນເຊື້ອມິດຕະພາບອັນດີງາມ, ນຳເອົາສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເບລາຣຸດ ... |
