ນັກ​ລົງ​ທຶນ​ຍີ່​ປຸ່ນ​ເລືອກ​ຫວຽດ​ນາມ ຍ້ອນ​ມີ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ ແລະ ເສດ​ຖະ​ກິດ​ມະ​ຫາ​ພາກ​ທີ່​ເປັນ​ປົກ​ກະ​ຕິ

08:33 | 05/03/2022

ຍ​ສ​ໝ - ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ພົ້ນ​ເດັ່ນ​ເພື່ອ​ກຳ​ນົດທີ່ຕັ້ງ​ຫວຽດ​ນາມ ສຳລັບ​ບັນ​ດາ​ປະ​ເທດ​ອື່ນ​ແມ່ນ​ຄວາມ​ໄວ​ໃນ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ໄດ້​ຮັບ​ການ​ປັບ​ປຸງ​ຍ້ອນ​ພື້ນ​ຖານ​ການ​ເມືອງ​ທີ່​ມີ​ສະ​ຖ​ຽນ​ລະ​ພາບ. ເຂດ​ພາ​ກໃຕ້​ຫວຽດ​ນາມ, ໃນ​ນັ້ນ​ມີ​ນະ​ຄອນ​ໂຮ່​ຈີ​ມິນ ພວມ​ແມ່ນ​ກຳ​ລັງ​ໜູນ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ທົ່ວ​ປະ​ເທດ ແລະ ສວມ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຮັບ​ເງິນທຶນ FDI.

ອົດ​ສະ​ຕາ​ລີ ລົງ​ທຶນ​ໜູນ​ຊ່ວຍ​ວິ​ສາ​ຫ​ະ​ກິດ ຫວຽດ​ນາມ ເລີ​່​ມຕົ້ນ​ທຸ​ລ​ະ​ກິ​ດ ອົດ​ສະ​ຕາ​ລີ ລົງ​ທຶນ​ໜູນ​ຊ່ວຍ​ວິ​ສາ​ຫ​ະ​ກິດ ຫວຽດ​ນາມ ເລີ​່​ມຕົ້ນ​ທຸ​ລ​ະ​ກິ​ດ
ນຳ ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ບໍ່​ມີ​ຜູ້​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ​ຍ້ອນ​ລູກ​ລະ​ເບີດ​ບໍ່​ທັນ​ແຕກ​ທີ່​ຕົກຄ້າງໃນ​ປາງ​ສົງ​ຄາມ​ໂດຍ​ໄວ ນຳ ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ບໍ່​ມີ​ຜູ້​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ​ຍ້ອນ​ລູກ​ລະ​ເບີດ​ບໍ່​ທັນ​ແຕກ​ທີ່​ຕົກຄ້າງໃນ​ປາງ​ສົງ​ຄາມ​ໂດຍ​ໄວ
ນັກ​ລົງ​ທຶນ​ຍີ່​ປຸ່ນ​ເລືອກ​ຫວຽດ​ນາມ ຍ້ອນ​ມີ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ ແລະ ເສດ​ຖະ​ກິດ​ມະ​ຫາ​ພາກ​ທີ່​ເປັນ​ປົກ​ກະ​ຕິ
ພາບ​ປະ​ກອບ: baodautu.vn

ນັ້ນ​ແມ່ນ​ຄຳ​ຢັ້ງ​ຢືນ​ຂອງ​ທ່ານ Watanabe Nobuhiro ຫົວ​ໜ້າ​ກົງ​ສູນ​ໃຫຍ່ ຍີ່​ປຸ່ນ ປະ​ຈຳ ນະ​ຄອນ​ໂຮ່​ຈີ​ມິນ, ຢູ່​ງານ​ປະ​ກາດ​ໂຄງ​ການ​ຮ່ວມ​ມື ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ປີ 2022 ໂດຍ​ສູນ​ສົ່ງ​ເສີມ​ການ​ລົງ​ທຶນ​ທາ​ງ​ພາກ​ໃຕ້ (IPCS) ຈັດ​ຕັ້ງ​ນັບ​ແຕ່​ວັນ​ທີ 1 ມີ​ນາ ຕາມ​ຮູບ​ແບບ​ທາງ​ໄກ.

ທ່ານ Watanabe Nobuhiro ໃຫ້​ຮູ້​ວ່າ ປັດ​ຈຸ​ບັນ ​ຍີ່​ປຸ່ນ ແມ່ນ​ນັກ​ລົງ​ທຶນ​ໃຫຍ່​ອັນ​ດັບ​ທີ 2 ໃນ​ຂົງ​ເຂດ FDI ສຳ​ລັບ ຫວຽດ​ນາມ. ຕາມ​ການ​ສຳຫຼວດ​ໂດຍ JETRO ປະ​ຕິ​ບັດ​ປີ​ກາຍນີ້, ມີ​ເຄິ່ງ​ໜຶ່ງ​ຈຳ​ນວນ​ວິ​ສາ​ຫະ​ກິດ, ກຸ່ມ​ບໍ​ລິ​ສັດ ແລະ ວິ​ສາ​ຫະ​ກິດ​ຍີ່​ປຸ່​ນ​ ພວມ​ເຄື່ອນ​ໄຫວ​ຢູ່ ຫວຽດ​ນາມ ໃຫ້​ຮູ້​ວ່າ ຈະ​ມີ​ແຜນ​ການ​ເປີດກວ້າງ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຫວຽດນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ສິ່ງ​ນີ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອ​ໝັ້ນ​ຂອງ​ນັກ​ລົງ​ທຶນ​ຍີ່​ປຸ່ນ​ຕໍ່​ຫວຽດ​ນາມ ແລະ ຄວາມ​ສ​າ​ມາດ​ບົ່ມ​ຊ້ອນ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ ໃນ​ອະ​ນາ​ຄົດ.

ທ່ານ Watanabe Nobuhiro ເຊື່ອ​ໝັ້ນ​ວ່າ ປີ 2023, ການ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ຍີ​ປຸ່ນ ແລະ ຫວຽດ​ນາມ ຈະ​ແມ່ນ​ກຳ​ລັງ​ໜູນ​ຢ່າງ​ແຮງ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ ຂອງ ຫວຽດ​ນາມ ໃນ​ອະ​ນາ​ຄົດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.