ນຳ ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ບໍ່​ມີ​ຜູ້​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ​ຍ້ອນ​ລູກ​ລະ​ເບີດ​ບໍ່​ທັນ​ແຕກ​ທີ່​ຕົກຄ້າງໃນ​ປາງ​ສົງ​ຄາມ​ໂດຍ​ໄວ

11:25 | 20/02/2022

ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມີຄວາມເຂົ້າໃຈຢ່າງ ເລິກເຊິ່ງຕໍ່ຜົນຮ້າຍຢ້ອນຫຼັງທີ່ໜັກໜ່ວງຈາກສົງຄາມ...

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ: ຫວຽດ​ນາມ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ ສ.ເກົາຫຼີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ: ຫວຽດ​ນາມ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ ສ.ເກົາຫຼີ
ງານວາງ​ສະ​ແດງ​ພາບ​ຖ່າຍ “ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ ຫວຽດ​ນາມ - ສປ​ປ.ເກົາຫຼີ ແລະ ຂີດ​ໝາຍ​ຂອງ​ການ​ນຳ​ສອງ​ປະ​ເທດ” ງານວາງ​ສະ​ແດງ​ພາບ​ຖ່າຍ “ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ ຫວຽດ​ນາມ - ສປ​ປ.ເກົາຫຼີ ແລະ ຂີດ​ໝາຍ​ຂອງ​ການ​ນຳ​ສອງ​ປະ​ເທດ”

ວັນທີ 17 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າ ຄະນະຊີ້ນຳແຫ່ງຊາດ ກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ ບໍ່ທັນແຕກ ແລະ ທາດພິດເຄມີ ພາຍຫຼັງສົງຄາມຢູ່ ຫວຽດນາມ ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມສະຫຼຸບການປະຕິບັດໂຄງການເຄື່ອນໄຫວແຫ່ງຊາດກ່ຽວ ກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ ພາຍຫຼັງສົງຄາມ ຢູ່ ຫວຽດນາມ ໄລຍະ 2010 – 2020 ແລະ ກຳນົດທິດໜ້າທີ່ວຽກງານໄລຍະ 2021 – 2025 (ໂຄງການ 504).

ນຳ ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ບໍ່​ມີ​ຜູ້​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ​ຍ້ອນ​ລູກ​ລະ​ເບີດ​ບໍ່​ທັນ​ແຕກ​ທີ່​ຕົກຄ້າງໃນ​ປາງ​ສົງ​ຄາມ​ໂດຍ​ໄວ
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ. ພາບ: TTXVN

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມີຄວາມເຂົ້າໃຈຢ່າງ ເລິກເຊິ່ງຕໍ່ຜົນຮ້າຍຢ້ອນຫຼັງທີ່ໜັກໜ່ວງຈາກສົງຄາມ. ເພາະສະນັ້ນ, ໃນໄລຍະ ຫຼາຍປີຜ່ານມາ, ຫວຽດນາມ ໄດ້ຕັ້ງໜ້າ, ເປັນເຈົ້າການໃນວຽກງານແກ້ໄຂຜົນ ຮ້າຍຢ້ອນຫຼັງຈາກສົງຄາມເວົ້າລວມ ແລະ ຜົນຮ້າຍຢ້ອນຫຼັງຈາກລູກລະເບີດ ບໍ່ທັນແຕກເວົ້າສະເພາະ.

ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສືບຕໍ່ມີມາດຕະການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກໃຫ້ດີກວ່າອີກ.

ບູນມີ

ເຫດການ
302 Found

Found

The document has moved here.