ອົດ​ສະ​ຕາ​ລີ ລົງ​ທຶນ​ໜູນ​ຊ່ວຍ​ວິ​ສາ​ຫ​ະ​ກິດ ຫວຽດ​ນາມ ເລີ​່​ມຕົ້ນ​ທຸ​ລ​ະ​ກິ​ດ

15:07 | 24/02/2022

ລັດຖະບານ ອົດສະຕາລີ ໄດ້ໃຫ້ຄຳໝັ້ນສັນຍາລົງທຶນ 4,9 ຕື້ AUD ໃຫ້ແກ່ບໍລິສັດ Ascend Vietnam Ventures (AVV), ກອງທຶນລົງທຶນພະຈົນໄພໜຶ່ງຂອງ ຫວຽດນາມ. ພ້ອມກັບບັນດາບ້ວງເງິນໜູນຊ່ວຍແຕ່ກ່ອນນີ້, ຄຳໝັ້ນສັນຍານີ້ຈະລະດົມເງິນເກືອບ 70 ລ້ານ AUD ທຶນສ່ວນຕົວເພື່ອໝູນຊ່ວຍຕະຫຼາດ Start up ເຕັກໂນໂລຊີທີ່ກຳລັງຂະຫຍາຍຕົວຢ່າງແຮງຢູ່ ຫວຽດນາມ.

ແຂວງ​ແຄ໊ງຮ​ວ່າ ຈັດ​ຕັ້ງ​ບັນ​ດາເຫ​ດ​ການ​ວັດ​ທ​ະ​ນະ​ທຳ, ກິ​ລາ​ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ ແຂວງ​ແຄ໊ງຮ​ວ່າ ຈັດ​ຕັ້ງ​ບັນ​ດາເຫ​ດ​ການ​ວັດ​ທ​ະ​ນະ​ທຳ, ກິ​ລາ​ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ
ກອງ​ທຶນ​ໄຕ​້​ຫວັນ​ຮ່ວມ​ມື​ກັບ VinaCapital ລົງ​ທຶນ​ເຂົ້າ​ຕະຫຼາດຫຼັກ​ຊັບ ຫວຽດ​ນາມ ກອງ​ທຶນ​ໄຕ​້​ຫວັນ​ຮ່ວມ​ມື​ກັບ VinaCapital ລົງ​ທຶນ​ເຂົ້າ​ຕະຫຼາດຫຼັກ​ຊັບ ຫວຽດ​ນາມ
ທ່ານນາງ Robyn Mudie, ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ (ພາບ: TXVN)
ທ່ານນາງ Robyn Mudie, ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ (ພາບ: TXVN)

ຕາມທ່ານນາງ Robyn Mudie, ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ ແລ້ວ, ບ້ວງເງິນລົງທຶນນີ້ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ ອົດສະຕາລີ ແນໃສ່ເພີ່ມທະວີຄວາມສາມາດຂອງບັນດານັກທຸລະກິດໜຸ່ມ; ໃນນັ້ນມີບັນດານັກທຸລະກິດຍິງໃນການເປີດກວ້າງຂອບຂະໜາດວິສາຫະກິດ ແລະ ສ້າງບັນດາຜົນກະທົບຢ່າງຕັ້ງໜ້າໃຫ້ແກ່ສິ່ງແວດລ້ອມ ແລະ ສັງຄົມ. ໂດຍລະອຽດ, ບ້ວງເງິນລົງທຶນຂອງ ອົດສະຕາລີ ໃຫ້ແກ່ AVV ຈະສະໜອງທຶນເລີ່ມຕົ້ນໃຫ້ແກ່ບັນດາວິສາຫະກິດຫາກໍ່ຕັ້ງໃໝ່, ໃນນັ້ນ, ສຸມໃສ່ນັກທຸລະກິດຍິງ ແລະ ວິສາຫະກິດທີ່ນຳເອົາຜົນປະໂຫຍດມາໃຫ້ຜູ້ຍິງ, ຜ່ານນັ້ນສ້າງວຽກເຮັດງານທຳຫຼາຍຢ່າງກໍ່ຄືເພີ່ມລາຍຮັບເມື່ອພື້ນຖານເສດຖະກິດຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19.

ຕາມທ່ານນາງເອກອັກຄະລັດຖະທູດ Robyn Mudie ແລ້ວ, ບ້ວງເງິນລົງທຶນນີ້ຈະປະກອບສ່ວນປະຕິບັດບັນດາບຸລິມະສິດຂອງຍຸດທະສາດ ເພີ່ມທະວີການຮ່ວມມືເສດຖະກິດ ຫວຽດນາມ - ອົດສະຕາລີ ແນໃສ່ເພີ່ມເງິນລົງທຶນ 2 ຝ່າຍຂັ້ນທົບສອງເທົ່າ ແລະ ປັບປຸງຄວາມມານະພະຍາຍາມຂອງ ອົດສະຕາລີ ໃນການໜູນຊ່ວຍ ຫວຽດນາມ ຍົກລະດັບຈາກຕະຫຼາດນ້ອຍ ເປັນຕະຫຼາດຫາກໍ່ພົ້ນເດັ່ນ.

vovworld.vn

ເຫດການ
302 Found

Found

The document has moved here.