ບັນ​ດາ​ບໍ​ລິ​ສັດ​ການ​ບິນ​ພ້ອມ​ແລ້ວ​ທີ່​ຈະ​ເຊື່ອມ​ຕໍ່​ຖ້ຽວ​ບິນ​ສາ​ກົນ

08:16 | 18/02/2022

ຍ​ສ​ໝ - ການ​ຍົກ​ເລີກ​ການ​ຈຳ​ກັດ​ຖ້ຽວ​ບິນ​ສາ​ກົນ ໄດ້​ຮັບ​ການ​ຕີ​ລາ​ຄາ​ແມ່ນ​ກາ​ລະ​ໂອ​ກາດ​ໃຫ້​ແກ​່​ຂະ​ແໜງ​ການ​ບິນ ຫວຽດ​ນາມ ຟື້ນ​ຟູ, ເຊິ່ງ​ທັງ​ພື້ນ​ຖານເສດ​ຖະ​ກິດ ກໍ່​ຈະໄດ້ຮັບການ​ສົ່ງ​ເສີມ​​ພັດ​ທະ​ນາ.

ເຊື່ອມ​ຕໍ່​ນັກ​ທຸ​ລະ​ກິດຊາວ ຫວຽ​ດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ຊຸກ​ຍູ້​ການ​ຄ້າ ແລະ ການລົງ​ທຶນໃນ​ຂົງ​ເຂດ​ກະ​ສິ​ກຳ ເຊື່ອມ​ຕໍ່​ນັກ​ທຸ​ລະ​ກິດຊາວ ຫວຽ​ດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ຊຸກ​ຍູ້​ການ​ຄ້າ ແລະ ການລົງ​ທຶນໃນ​ຂົງ​ເຂດ​ກະ​ສິ​ກຳ
ຫວຽດ​ນາມ ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ ຕັ້ງ​ໜ້າ, ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ຫວຽດ​ນາມ ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ ຕັ້ງ​ໜ້າ, ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ
ບັນ​ດາ​ບໍ​ລິ​ສັດ​ການ​ບິນ​ພ້ອມ​ແລ້ວ​ທີ່​ຈະ​ເຊື່ອມ​ຕໍ່​ຖ້ຽວ​ບິນ​ສາ​ກົນ
ພາບ​ປະ​ກອບ: TTXVN

ນ​ັບ​ແຕ່ ວັນ​ທີ 15 ກຸມ​ພາ, ບັນ​ດາ​ຖ້ຽວ​ບິນ​ສາ​ກົນປົກ​ກະ​ຕິ ມາ​ຫວຽດ​ນາມ ໄດ້​ຂຸດ​ຄົ້ນ​ເປັນ​ປົກ​ກະ​ຕິ ດ້ວຍ​ຈຳ​ນວນ​ຄື​ເມືອ​ກ່ອນ. ສະ​ຖິ​ຕິ​ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປັດ​ຈຸ​ບັນ, ຫວຽດ​ນາມ ໄດ້​ຮັບ​ຜູ້​ໂດຍ​ສານ​ສາ​ກົນ 118.000 ຄົນ.

ຈຸດ​ເວ​ລານີ້, ເມື່ອ​ຄຳ​ສັ່ງ​ຈຳ​ກັດ​ການ​ບິນ​ຖືກ​ຍົກ​ເລີກ, ບັນ​ດາ​ບໍ​ລິ​ສັດ​ການ​ບິນ​ພາຍ​ໃນ​ປະ​ເທດ ໄດ້​ຂຶ້ນ​ແຜນ​ການ​ກຽມ​ພ້ອມ ເພື່ອ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ຍາດ​ແຍ່ງ​ທ່າ​ໄດ້​ປຽບ​ໃນ​ການ​ແກ່ງ​ແຍ້ງກ່ຽວ​ກັບ​ຈຸ​ຸດ​ນັດ​ພົບ​ຈາກ​ບັນ​ດາ​ແຂກ​ທ່ອງ​ທ່ຽວ​ສາ​ກົນ ແລະ ບັນ​ດາ​ນັກ​ລົງ​ທຶນ.

ບໍ​ລິ​ສັດ​ການ​ບິນ Bamboo Airways ໄດ້​ຂຶ້ນ​ແຜນ​ການ​ຂຸດ​ຄົ້ນ​ບັນ​ດາ​ຖ້ຽວ​ບິນ​ສາ​ກົນ​ນັບ​ແຕ່​ຕົ້ນ​ປີ. ການ​ເປີດກວ້າງຂອບ​ຂະ​ໜາດຂຶ້ນ​ເຖິງ 40 ສາຍ​ການ​ບິນ​ສາ​ກົນ, ບໍ​ລິ​ສັດ​ກໍ່​ໄດ້​ວາງອອກ.

ປັດ​ຈຸ​ບັນ, ບໍ​ລິ​ສັດ​ການ​ບິນ​ແຫ່ງ​ຊາດ Vietnam Airlines ໄດ້​ຟື້ນ​ຟູຄືນສາຍ​ການ​ບິນ 22 ຖ້ຽວ​ຢູ່ 13 ຕະຫຼາດ​ສາ​ກົນ ໄປ​ຍັງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ເໜືອ, ອ​າ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ອົດ​ສະ​ຕາ​ລີ, ເອີ​ລົບ, ອາ​ເມ​ລິ​ກາ. ປັດ​ຈຸ​ບັນ​ຈຳ​ນວນ​ຖ້ຽວ​ບິນ​ຍັງ​ຫນ້ອຍຍ້ອນ​ຄວາມ​ຮຽກ​ຮ້ອງ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ເຂັ້ມ​ງວດ​ພໍ​ສົມ​ຄວນ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບໍ​ລິ​ສັດ​ການ​ບິນ​ຖື​ວ່າ ຄວາມ​ຕ້ອງ​ການ​ຈະ​ເພີ່ມ​ຂຶ້ນໂດຍ​ອີງ​ຕາມ​ອັດ​ຕາ​ສັກ​ວັກ​ຊິນ ແລະ ການ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19.

ການ​ຍົກ​ເລີກຂໍ້​ຈຳ​ກັດ​ຖ້ຽວ​ບິນ​ສາ​ກົນ ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ​ບໍ່​ພຽງ​ແຕ່​ແມ່ນ​ກາ​ລະ​ໂອ​ກາດ​ໃຫ້​ແກ່​ຂະ​ແໜງ​ການ​ບິນ ຫວຽດ​ນາມ ຟືື້ນ​ຟ​ູ​ພາຍຫຼັງ​ 2 ປີ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ທັງພື້ນຖານ​ເສດ​ຖະ​ກິດ​ກໍ່​ໄດ້​ຮັບ​ການ​ກະ​ຕຸກ​ຊຸກ​ຍູ້​ພັດ​ທະ​ນາ, ຍ້ອນ​ບັນ​ດາ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ ແລະ ດຶງ​ດູດ​ການ​ລົງ​ທຶນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.