ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ ໄດ້​ສິ້ນ​ສຸດ​ອາ​ຍຸ​ການ​ປະ​ຕິ​ບັດ​ງານ

07:47 | 18/02/2022

ຍ​ສ​ໝ - ວັນ​ທີ 15 ກຸມ​ພາ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ດູ່ງ​ກຸ່ຍ ໄດ້​ສິ້ນ​ສຸດ​ອາ​ຍຸ​ການ​ປະ​ຕິ​ບັດ​ງານ​ໃນ​ຖາ​ນະ​ເປັນ​ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ສ​ປ​ຊ, ອາ​ເມ​ລິ​ກາ ຢ່າງ​ສຳ​ເລັດ​ຜົນ ແລະ ເດີນ​ທາງ​ກັບ​ເມືອ​ປະ​ເທດ.

ມອບຫຼຽນກາ “ເພື່ອ​ສັນ​ຕິ​ພາບ, ມິດ​ຕະ​ພາບລະ​ຫວ່າງ​ຊາດ” ​ໃຫ້​ແກ່​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກາ​ນາ​ດາ ປະ​ຈຳ ຫວຽດ​ນາມ ມອບຫຼຽນກາ “ເພື່ອ​ສັນ​ຕິ​ພາບ, ມິດ​ຕະ​ພາບລະ​ຫວ່າງ​ຊາດ” ​ໃຫ້​ແກ່​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກາ​ນາ​ດາ ປະ​ຈຳ ຫວຽດ​ນາມ
ຫວຽດ​ນາມ ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ ຕັ້ງ​ໜ້າ, ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ຫວຽດ​ນາມ ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ ຕັ້ງ​ໜ້າ, ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ
ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ ໄດ້​ສິ້ນ​ສຸດ​ອາ​ຍຸ​ການ​ປະ​ຕິ​ບັດ​ງານ
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ດິ່ງ​ກຸ່ຍ (ພາບ: ສ​ປ​ຊ)

ກ່ອນ​ທີ່​ຈະ​ສິ້ນ​ສຸດ​ອາ​ຍຸ​ການ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ດິ່ງ​ກຸ່ຍ ​ໄດ້​ມີ​ການ​ພົບ​ປະ​ອຳ​ລາ​ທ່ານ​ António Guterres ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ, ທ່ານ​ Jean-Pierre Lacroix ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຮັບ​ຜິດ​ຊອບ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັ​ນ​ຕິ​ພາບ, ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ​, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ບັນ​ດາ​ປະ​ເທດ ສ​ປ​ຊ, ກໍ່​ຄື​ຄູ່​ຮ່ວມ​ມື, ເພື່ອນ​ມິດ​ຕ່າງໆ.

ບັນ​ດາ​ຜູ້​ຕາງ​ໜ້າ ສ​ປ​ຊ, ເອກ​ອັກ​ຄະ​ລັດ​ຖະ​ທູດ, ຄູ່​ຮ່ວມ​ມື ແລະ ເພື່ອນ​ມິດ​ປະ​ເທດ​ປະ​ຈຳ​ຖິ່ນ​ໄດ້​ຕີ​ລາ​ຄາ​ສູງ​ການ​ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ​ຂອງ ຫວຽດ​ນາມ ແລະ ສ່ວນ​ຕົວ​ທ່ານ​ເອກ​ອັກ​ຄະ​ລັ​ດ​ຖະ​ທູດ​ຕໍ່​ວຽກ​ງານ​ຂອງ ສ​ປ​ຊ ໃນ​ໄລ​ຍະ​ຜ່ານ​ມາ, ປະ​ກອບ​ສ່ວນ​ຍົກ​ສູງ​ຖາ​ນະ​ບົດ​ບາດ, ພາບ​ພົດ​ຂອງ ຫວຽດ​ນາມ ໃນ​ປະ​ຊາ​ຄົມ​ສາ​ກົນ.

ທ່າ​ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຮັບ​ດົງ​ຕຳ​ແໜ​່ງ​ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ, ນິວ​ຢອກ ​ແຕ່​ເດືອນ​ກໍ​ລະ​ກົດ​ປີ 2018. ໃນ​ອາ​ຍຸ​ການ​ປະ​ຕິ​ບັດ​ງານ​ຂອງ​ຕົນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໄດ້​ຕາງ​ໜ້າ​ຫວຽດ​ນາມ ໃນ​ຖາ​ນະ​ແມ່ນ​ກຳ​ມະ​ການ​ບໍ່​ປະ​ຈຳ​ການ​ຂອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ອາ​ຍຸ​ການ 2020 – 2021, ໃນ​ນັ້ນ​ມີ 2 ເດືອນ ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທານ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໃນ​ເດືອນ​ມັງ​ກອນ​ປີ 2020 ແລະ ເດືອນ​ເມ​ສາ​ປີ 2021.

ປີ 2020, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໄດ້​ຮັບ​ດຳ​ລົງ​ບົດ​ບາດ​ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ອາ​ຊຽນ ປະ​ຈຳ ນິວຢອກ ແລະ ຊຸກ​ຍູ້​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ກ່ຽວ​ກັບ​ການ​ຮ່ວມ​ມື​ອາ​ຊຽນ - ສ​ປ​ຊ ກັບ 110 ປະ​ເທດ​ຮ່ວມ​ອຸ​ປະ​ຖຳ. ປີ 2021, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກໍ່​ຊຸກ​ຍູ້​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ​ຜ່ານ​ການ​​ເຫັນ​ດີ​ຫັນ​ພ້ອມ​ມະ​ຕິ​ທີ່​ຖື​ວັນ​ທີ 27 ທັນ​ວາ​ແມ່ນວັນ​ສາ​ກົນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ດ້ວຍ 115 ປະ​ເທດ​ເຫັນ​ດີ ແລະ ກໍ່​ສ້າງ​ກຸ່ມ​ເພື່ອນ​ມິ​ດ​ຂອງ ອະ​ນຸ​ສັນ​ຍາ ສ​ປ​ຊ ປີ 1982 ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS) ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ 112 ປະ​ເທດ​ສະ​ມາ​ຊິກ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.