ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບບັນດາກໍລະນີນຳໃຊ້ ຫຼື ນາບຂູ່ນຳໃຊ້ກຳລັງແຮງການທະຫານໃນການພົວພັນສາກົນ ໄປຝືນກັບກົດບັດ ສປຊ ແລະ ນາບຂູ່ເຖິງສັນຕິພາບ, ຄວາມໝັ້ນຄົງສາກົນ.
ຍສໝ - ທີ່ກອງປະຊຸມ, ທ່ານ ເລຂາທິການໃຫຍ່ ສປຊ ໄດ້ຢັ້ງຢືນວ່າ ໂລກລະບາດໂຄວິດ - 19 ສືບຕໍ່ກໍ່ຜົນກະທົບຕໍ່ສັນຕະພາບ, ຄວາມໝັ້ນຄົງສາກົນ, ເຮັດໃຫ້ວິວັດການປະຕິບັດເປົ້າໝາຍພັດທະນາແບບຍືນຍົງຖືກຊ້າລົງ, ເນັ້ນໜັກເຖິງຕ້ອງເຜີຍແຜ່ ແລະ ຮັບປະກັນຄວາມສະເໝີພາບໃນການສຳຜັດກັບຊັກຊິນຢ່າງທັນການ.
ຍສໝ - ຫຼາຍປະເທດ, ພິເສດແມ່ນບັນດາປະເທດໃຫຍ່ ໄດ້ສະແດງຄວາມຫວັງຢາກເພີ່ມທະວີການຮ່ວມມືກັບຫວຽດນາມ ໃນການເຄື່ອນໄຫວຮັກສາສັນຕິພາບ, ຜ່ານນັ້ນເປີດກ້ວາງເນື້ອໃນ, ເຮັດໃຫ້ການພົວພັນຂອງຫວຽດນາມ ກັບບັນດາປະເທດເລິກເຊິ່ງກ່ວາອີກ.
ຍສໝ - ທ່ານ Thabo Mvuyelwa Mbeki ປະທານຄະນະກຳມະການບໍລິຫານຂອງສູນທາງທິດໃຕ້ອາຍຸການ 2018-2021, (ອະດີດປະທານາທິບໍດີອາຟຣິກາໃຕ້) ໄດ້ແບ່ງປັນວ່າ, ໃນສະພາບການການເງິນທີ່ຫຍຸ້ງຍາກຍ້ອນຜົນສະທ້ອນຈາກການລະບາດຂອງ Covid-19, ສູນທາງທິດໃຕ້ ຍັງຮັບປະກັນຄວາມສົມດຸນງົບປະມານຍ້ອນການປະກອບສ່ວນຈາກບັນດາປະເທດສະມາຊິກແລະແຫຼ່ງທຶນອື່ນໆ. ດັ່ງນັ້ນ, ການດຳເນີນງານຂອງສູນຍັງຮັບໄດ້ຮັກສາໄວ້ຄືເປັນປົກກະຕິ.
ຍສໝ - ທີ່ການຕ້ອນຮັບທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກຊີ້ແຈ້ງວ່າ: ປະຊາຊົນຫວຽດນາມຫາກໍ່ຜ່ານຜ່າປີ 2020 ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ ແຕ່ຍັງຄົງບັນລຸໄດ້ຜົນງານຫຼາຍຢ່າງທີ່ເປັນໜ້າເອກອ້າງທະນົງໃຈ ແລະ ປັດຈຸບັນພວມຮູ້ສຶກ ປະເອີບໃຈຕໍ່ການຕ້ອນຮັບບຸນເຕັດປະຈຳຊາດສະຫຼຸໃນສະພາບການສືບຕໍ່ມານະພະຍາຍາມຕ້ອນໂລກລະບາດໂຄວິດ - 19.
ຍສໝ - ຫວຽດນາມສະໜັບສະໜູນເລື່ອງບັນດາຝ່າຍປະຕິບັດສັນຕິພາບຂອງ ສປຊ ໄດ້ປັບຕົວໃຫ້ແທດເໝາະກັບສະພາບການໃໝ່, ຮັບປະກັນການຜັນຂະຫຍາຍພາລະກິດ, ປົກປ້ອງຄວາມປອດໄພ, ສຸຂະພາບຂອງປະຊາຊົນ ແລະ ກຳລັງຮັກສາສັນຕິພາບ.
ຍສໝ - ໂຄງການພັດທະນາຂອງສປຊ ໃຫ້ຄຳໝັ້ນສັນຍາສືບຕໍ່ໜູນຊ່ວຍບັນດາປະເທດໃນພາກພື້ນອາຊີ - ປາຊີຟິກໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໂລກລະບາດໂຄວິດ - 19 ແລະ ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.
ຍສໝ - ຕາມທ່ານ ຟ້າມຫ໋າຍແອັງ ອຸປະທູດ ຊົ່ວຄາວ ຫວຽດນາມ ປະຈຳສປຊ ແລ້ວ, ຕໍ່ໜ້າສະພາບການຢູ່ບັນດາພາກພື້ນຕາເວັນອອກກາງ, ອາບຟຼິກກາເໜືອ ມີສິ່ງທ້າທາຍຫຼາຍຢ່າງຄືໃນປັດຈຸບັນ, ຄວນເພີ່ມທະວີການຮ່ວມມືລະຫວ່າງ AL ແລະ ສປຊ.
ຍສໝ - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມຫ໋າຍແອັງ ອຸປະທູດຊົ່ວຄາວຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຄວາມກ້າວໜ້າຢ່າງຕັ້ງໜ້າໃນການປະຕິບັດສົນທິສັນຍາ Riyadh, ລວມມີການສ້າງຕັ້ງລັດຖະບານຊຸດໃໝ່, ກ່າວປະຊາມບັນດາເຫດບຸກໂຈມຕີຢູ່ Aden ໃນວັນທີ 30 ທັນວາ ແລະ ຮຽກຮ້ອງໃຫ້ຈັດຕັ້ງກອງປະຊຸມສາກົນກ່ຽວກັບການໜູນຊ່ວຍໃຫ້ແກ່ເຢແມນໂດຍໄວ.
ຍສໝ - ທ່ານນາງ ຫງວຽນເຟືອງຈ່າ ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຖືວ່າ ພາຍຫຼັງມະຕິເລກທີ 1373 ໄດ້ຮັບຮອງເອົາ, ສະພາຄວາມໝັ້ນຄົງ ປສຊໄດ້ຊຸກຍູ້ກອບລະບອບລະບຽບການກ່ຽວກັບການຕ້ານການກໍ່ການຮ້າຍທົ່ວໂລກໃນຫຼາຍຂົງເຂດ, ການຕ້ານການກໍ່ການຮ້າຍກໍ່ບັນລຸໄດ້ໝາຜົນທີ່ສຳຄັນຫຼາຍຢ່າງ.
ຍສໝ - ທີ່ກອງປະຊຸມ, ສະມາຊິກສະພາຄວາມໝັ້ນຄົງ ສປຊ ສ່ວນຫຼາຍໄດ້ເຫັນດີກັບການຕີລາຄາຂອງນັກລາຍງານ ແລະ ຢືນຢັນເຖິງຄວາມສຳຄັນຂອງມະຕິເລກທີ 2231 ແລະ JCPOA ໃນການແກ້ໄຂບັນຫານິວເຄຼຍອີຣານ ແລະ ພັນທະຂອງບັນດາຝ່າຍໃນການປະຕິບັດຂອງມະຕິແລະຂໍ້ຕົກລົງສະບັບນີ້ຢ່າງຄົບຖ້ວນ.
ຍສໝ - ຫວຽດນາມຕັ້ງໜ້າປະສານສົມທົບຫຼັກໝັ້ນຂອງຕົນກັບອິນໂດເນເຊຍ ເພື່ອອອກຖະແຫຼງການຮ່ວມ ຢູ່ສະພາຄວາມໝັ້ນຄົງກ່ຽວກັບສະພາບການຢູ່ໂຊມາເລຍ, ລີບີ. ແລະ ພາກພື້ນ Sahel (ອາຟຣິກາເໜືອ) ໃນເດືອນພະຈິກປີ 2020.
ຍສໝ - ທ່ານ ຟານຈີ໊ແທັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ UNESCAP ຢັ້ງຢືນ ວ່າ ຫວຽດນາມໃຫ້ຄຳໝັ້ນສັນຍາ ແລະ ມານະພະຍາຍາມປະຕິບັດໂຄງການດຳເນີນງານ 2030 ເພື່ອເປົ້າໝາຍພັດທະນາແບບຍືນຍົງ, ຕີລາຄາສູງຕໍ່ການພົວພັນຮ່ວມມືອັນດີງາມ ແລະ ມີປະສິດທິຜົນລະຫວ່າງ ຫວຽດນາມ ແລະ ESCAP.
ຍສໝ - ກອງປະຊຸມມີຫົວຂໍ້ “ຄວາມມານະພະຍາຍາມລວມເພື່ອສະພາຄວາມໝັ້ນຄົງສະຫະປະຊາຊາດຢ່າງມີປະສິດທິຜົນ: ປະສົບການ ແລະ ບົດຮຽນທີ່ດີໃຫ້ແກ່ບັນດາປະເທດທີ່ຫາກໍ່ໄດ້ຮັບການເລືອກຕັ້ງເປັນກຳມະການບໍ່ປະຈຳການ” ຜ່ານທາງອອນລາຍ ແລະ ໂດຍກົງ.
ໃນບົດກ່າວປາໄສ, ທ່ານ Ashraf Ghani ໄດ້ຢັ້ງຢືນຄຳໝັ້ນສັນຍາຂອງ ລັດຖະບານ ອາບການິດສະຖານ ເພື່ອມຸ່ງໄປສູ່ການແກ້ໄຂການປະທະກັນໂດຍສັນຕິວິທີ, ໃນນັ້ນມີການມອບສົ່ງຊະເລີຍເສິກໃຫ້ແກ່ກະລັງຕາລາບານ ເພື່ອແນໃສ່ສ້າງເງື່ອນໄຂຢ່າງສະດວກໃຫ້ແກ່ການເຈລະຈາສັນຕິພາບ.
ຍສໝ - ຕອນເຊົ້າວັນທີ 18 ພະຈິກ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບສະພາບການຢູ່ພາກຕາເວັນອອກກາງ, ລວມມີບັນຫາ ປາແລັດສະຕິນ.
ຍສໝ - ທ່ານຮອງລັດຖະມົນຕີ ດັ້ງມິງເຄີຍ ກໍ່ໄດ້ສະແດງຄວາມສາມັກຄີຂອງຫວຽດນາມຕໍ່ກັບການຕໍ່ສູ້ທີ່ຊອບທຳ ຂອງປະຊາຊົນປາແລັດສະຕິນໃນການສ້າງຕັ້ງປະເທດປາແລດສະຕີນທີ່ເປັນເອກະລາດ.
ຍສໝ - ທ່ານ Kamal Maholtra ຜູ້ປະສານງານ ສປຊ ປະຈຳ ຫວຽດນາມຕີລາຄາສູງທີ່ຕັ້ງ ແລະບົດບາດຂອງຫວຽດນາມໃນຖານະເປັນກຳມະການບໍ່ປະຈຳຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020-2021 ແລະປະທານອາຊຽນໃນປີ 2020.
ຍສໝ - ທີ່ກອງປະຊຸມ, ທ່ານ ດັ້ງມິງເຄີຍ ໄດ້ໃຫ້ຂໍ້ສັງເກດວ່າ ບັນດາສະພາບການຂາດສະຖຽນລະພາບຫວ່າງແລ້ວນີ້ ຢູ່ ອ່າວເປີເຊຍ ຖ້າຫາກວ່າບໍ່ແກ້ໄຂ, ຄວບຄຸມໄດ້ເປັນຢ່າງດີນັ້ນຈະກໍ່ບັນດາຜົນພາຍຫຼັງຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ຕໍ່ບັນດາການປະທະກັນ, ວິກິດການດ້ານມະນຸດສະທຳ ຕ່າງໆໃນພາກພື້ນ ຄືຢູ່ ຊີຣີ, ເຢແມນ, ລີບີ, ປາແລັດສະຕິນ ແລະ ລີບັງ.
ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງເຄົາລົບບັນດາຂໍ້ຕົກລົງທີ່ບັນລຸໄດ້ ແລະ ສະແດງການສະໜັບສະໜູນຕໍ່ບັນດາຄວາມານະພະຍາຍາມຊຸກຍູ້ວິວັດຂະບວນການສ້າງສັນຕິພາບຂອງ ຄະນະປະຕິບັດງານ MINURSO.