ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້​ອງ ຖະ​ຫ​ວາຍ​ທູບ​ທຽນ ອາ​ໄລ​ຫາ​ບັນ​ດາເຈົ້າ​ຊີ​ວິດ, ວິ​ລະ​ບຸ​ລຸດຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ ຢູ່ ​ພະ​ລາດ​ຊະ​ວັງ​ແທັງ​ລອງ

17:21 | 04/02/2022

ຕອນເຊົ້າວັນທີ 04 ກຸມພາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຖະຫວາຍທູບທຽນ ອາໄລຫາບັນດາເຈົ້າຊີວິດ, ວິລະບຸລຸດຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດຢູ່ເຂດປູຊະນີຍະສະຖານປະຫວັດສາດພະລາດຊະວັງແທັງລອງ (ນະຄອນຫຼວງ ຮ່າໂນ້ຍ).

ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ​ຫງວຽນ​ຝູ​ຈ້ອງ ອວຍ​ພອນ​ເນື່ອງໃນ​ໂອ​ກາດ​ບຸນ​ເຕັດ​ຢູ່​ສຳ​ນັກ​ງານ​ອົງ​ຄະ​ນະ​ພັກ​ນະ​ຄອນຫຼວງ​ຮ່າ​ໂນ້ຍ ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ​ຫງວຽນ​ຝູ​ຈ້ອງ ອວຍ​ພອນ​ເນື່ອງໃນ​ໂອ​ກາດ​ບຸນ​ເຕັດ​ຢູ່​ສຳ​ນັກ​ງານ​ອົງ​ຄະ​ນະ​ພັກ​ນະ​ຄອນຫຼວງ​ຮ່າ​ໂນ້ຍ
ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ພໍ່​ແມ່​ປະ​ຊາ​ຊົ​ນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ມີ​ການ​ປະ​ກອບ​ສ່ວນຫຼາຍ​ຢ່າງ​ໃຫ້​ຫ​ແກ່​ປະ​ເທດ​ຊາດ ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ພໍ່​ແມ່​ປະ​ຊາ​ຊົ​ນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ມີ​ການ​ປະ​ກອບ​ສ່ວນຫຼາຍ​ຢ່າງ​ໃຫ້​ຫ​ແກ່​ປະ​ເທດ​ຊາດ
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພ້ອມດ້ວຍຄະນະຖະຫວາຍທູບທຽນ ອາໄລຫາບັນດາເຈົ້າຊີວິດ, ວິລະບຸລຸດຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ ຢູ່ ພະລາດຊະວັງແທັງລອງ (ພາບ: VOV)
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພ້ອມດ້ວຍຄະນະຖະຫວາຍທູບທຽນ ອາໄລຫາບັນດາເຈົ້າຊີວິດ, ວິລະບຸລຸດຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ ຢູ່ ພະລາດຊະວັງແທັງລອງ (ພາບ: VOV)

ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໝັ້ນໝາຍຈະຕັດສິນໃຈເສີມຂະຫຍາຍມູນເຊື້ອອະລິຍາທຳ, ອົງອາດກ້າຫານຂອງແທັງລອງ - ຮ່າໂນ້ຍ ແລະ ບັນດາຄຸນຄ່າທີ່ສູງສົ່ງຂອງຊາດ; ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງ; ສ້າງນະຄອນຫຼວງໃຫ້ນັບມື້ນັບສວຍງາມຮັ່ງມີ, ທັນສະໄໝ, ສີວິໄລ, ສຸມທຸກແຫຼ່ງກຳລັງເພື່ອເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ, ຍຸຕິທຳ, ສີວິໄລ.

ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍອວຍພອນປີໃໝ່ພະນັກງານ, ກຳມະກອນສູນອະນຸລັກຮັກສາມໍລະດົກ ແທັງລອງ - ຮ່າໂນ້ຍ.

vovworld.vn

ເຫດການ
302 Found

Found

The document has moved here.