ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ​ຫງວຽນ​ຝູ​ຈ້ອງ ອວຍ​ພອນ​ເນື່ອງໃນ​ໂອ​ກາດ​ບຸນ​ເຕັດ​ຢູ່​ສຳ​ນັກ​ງານ​ອົງ​ຄະ​ນະ​ພັກ​ນະ​ຄອນຫຼວງ​ຮ່າ​ໂນ້ຍ

13:00 | 03/02/2022

ທ່ານເລຂາທິການໃຫ່ຍຫງວຽນຝູຈ້ອງ ຍັງໃສ່ໃຈວ່າ, ໃນໄລຍະຈະມາເຖິງ, ທາງນະຄອນຕ້ອງມີການກຳນົດທິດພັດທະນາ, ຕ້ອງສືບຕໍ່ປຶກສາຫາລື ເພື່ອວາງອອກຫຼາຍມາດຕະການທີ່ແທດຈິງ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ອວຍ​ພອນ​ບຸນ​ເຕັດ​ຕຳຫຼວດ​ນະ​ຄອນຮ່າ​ໂນ້ຍ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ອວຍ​ພອນ​ບຸນ​ເຕັດ​ຕຳຫຼວດ​ນະ​ຄອນຮ່າ​ໂນ້ຍ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ອວຍ​ພອນ​ວັນ​ຊາດ ອົດ​ສະ​ຕາ​ລີ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ອວຍ​ພອນ​ວັນ​ຊາດ ອົດ​ສະ​ຕາ​ລີ

ເນື່ອງໃນໂອກາດສະເຫຼີມສະຫຼອງ 92 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (3/2/1930-3/2/2022), ອວຍພອນລະດູບານໃໝ່ ປີຂານ 2022, ຕອນຄ່ຳວັນທີ 31 ມັງກອນ, ທ່ານເລຂາທິການໃຫ່ຍຫງວຽນຝູຈ້ອງ ໄດ້ໄປຢ້ຽມຢາມ, ອວຍພອນຄະນະພັກ, ອຳນາດການປົກຄອງ, ທະຫານ ແລະ ປຊຊ ນະຄອນຫຼວງຮ່າໂນ້ຍ ຢູ່ສຳນັກງານອົງຄະນະພັກນະຄອນຫຼວງຮ່າໂນ້ຍ ເນື່ອງໃນໂອກາດບຸນເຕັດ.

ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ​ຫງວຽນ​ຝູ​ຈ້ອງ ອວຍ​ພອນ​ເນື່ອງໃນ​ໂອ​ກາດ​ບຸນ​ເຕັດ​ຢູ່​ສຳ​ນັກ​ງານ​ອົງ​ຄະ​ນະ​ພັກ​ນະ​ຄອນຫຼວງ​ຮ່າ​ໂນ້ຍ
ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ​ຫງວຽນ​ຝູ​ຈ້ອງ ອວຍ​ພອນ​ເນື່ອງໃນ​ໂອ​ກາດ​ບຸນ​ເຕັດ​ຢູ່​ສຳ​ນັກ​ງານ​ອົງ​ຄະ​ນະ​ພັກ​ນະ​ຄອນຫຼວງ​ຮ່າ​ໂນ້ຍ. (ພາບ: VOV)

ທ່ານເລຂາທິການໃຫ່ຍຫງວຽນຝູຈ້ອງ ຢືນຢັນວ່າ, ປີ 2021 ໄດ້ອັດລົງດ້ວຍບັນດາເຫດການ ແລະ ຂີດໝາຍທີ່ໜ້າຈົດຈຳ, ໂດຍພາຍໃຕ້ການນຳພາຂອງພັກ, ຄວາມເຫັນດີເຫັນພ້ອມຂອງທົ່ວກອງທັບ, ທົ່ວປວງຊົນ, ຫວຽດນາມ ໄດ້ຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ບັນລຸໄດ້ບັນດາຜົນງານທີ່ສຳຄັນໃນທຸກຂົງເຂດ, ໃນນັ້ນ ມີການປະກອບສ່ວນຂອງຄະນະພັກ, ອຳນາດການປົກຄອງ, ທະຫານ ແລະ ປຊຊ ນະຄອນຫຼວງຮ່າໂນ້ຍ. ແຕ່ເຖິງແນວນັ້ນກໍ່ຕາມ, ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ຍັງໃສ່ໃຈວ່າ, ໃນໄລຍະຈະມາເຖິງ, ທາງນະຄອນຕ້ອງມີການກຳນົດທິດພັດທະນາ, ຕ້ອງສືບຕໍ່ປຶກສາຫາລື ເພື່ອວາງອອກຫຼາຍມາດຕະການທີ່ແທດຈິງ ດ້ວຍວິໃສທັດຍາວນານກ່ວາອີກ ເພື່ອສົມເປັນທີ່ຕັ້ງສຳຄັນ ແລະ ຄວາມສາມາດບົ່ມຊ້ອນ ທ່າໄດ້ປຽບ, ກໍ່ສ້າງນະຄອນຫຼວງນັບມື້ນັບຮັ່ງມີສວຍງາມ, ສິວິໄລ, ທັນສະໄໝ.

ຕາງໜ້າໃຫ້ຄະນະພັກ, ອຳນາດການປົກຄອງ, ທະຫານ ແລະ ປຊຊ ນະຄອນຫຼວງຮ່າໂນ້ຍ, ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ດິງຕຽນຢຸງ ຢືນຢັນວ່າ ຈະຫັນບັນດາຄຳຊີ້ນຳຂອງທ່ານເລຂາທິການໃຫ່ຍເປັນລາຍການ, ແຜນການປະຕິບັດງານ; ເສີມຂະຫຍາຍມູນເຊື້ອສາມັກຄີ, ຕັດສິນໃຈດ້ວຍເຈດຈຳນົງສູງສຸດ ປະຕິບັດເປົ້າໝາຍກໍ່ສ້າງນະຄອນຫຼວງນັບມື້ນັບຮັ່ງມີສວຍງາມ, ສິວິໄລ, ທັນສະໄໝ.

vov.world.vn

ເຫດການ
302 Found

Found

The document has moved here.