ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ຫງວຽນ​ຝູ​ຈ້ອງ ຕ້ອນ​ຮັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ Singapore Tan Chuan-Jin

15:13 | 21/05/2022

ທ່ານປະທານສະພາແຫ່ງຊາດ Singapore Tan Chuan-Jin ຢືນຢັນວ່າ Singapore ຖືເປັນສຳຄັນການພັດທະນາການພົວພັນກັບຫວຽດນາມ, ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ເປີດກ້ວາງການຮ່ວມມືໃນລໄຍະຈະມາເຖິງ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຟ້າມ​ມິນ​ຈິງ ຕ້ອນ​ຮັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ Singapore Tan Chuan-Jin ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຟ້າມ​ມິນ​ຈິງ ຕ້ອນ​ຮັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ Singapore Tan Chuan-Jin
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ຢືນ​ຢັນ​ການຊ່ວຍເຫຼືອ​ຫວຽດ​ນາມ ໃນ​ການ​ຊຸກ​ຍູ້ການຫັນ​ປ່ຽນ​ພະ​ລັງ​ງານ ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ຢືນ​ຢັນ​ການຊ່ວຍເຫຼືອ​ຫວຽດ​ນາມ ໃນ​ການ​ຊຸກ​ຍູ້ການຫັນ​ປ່ຽນ​ພະ​ລັງ​ງານ
ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ  ຕ້ອນຮັບທ່ານປະທານສະພາແຫ່ງຊາດ Singapore Tan Chuan-Jin (ພາບ: VOV)
ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ຕ້ອນຮັບທ່ານປະທານສະພາແຫ່ງຊາດ Singapore Tan Chuan-Jin (ພາບ: VOV)

ຕອນບ່າຍວັນທີ 20 ພຶດສະພາ, ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງໄດ້ໃຫ້ການຕ້ອນຮັບປະທານສະພາແຫ່ງຊາດSingapore Tan Chuan-Jin. ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ຊົມເຊີຍການຢ້ຽມຢາມຫວຽດນາມ ຂອງທ່ານປະທານສະພາແຫ່ງຊາດSingapore. ທ່ານສະແດງຄວາມເຊື່ອໝັ້ນວ່າ, ການຢ້ຽມຢາມຈະແມ່ນຂີດໝາຍສຳຄັນ ໃນສະພາບການສອງປະເທດພວມມຸ່ງໄປເຖິງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃນປີ 2023. ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ຕີລາຄາສູງໝາກຜົນການພົບປະສົນທະນາລະຫວ່າງປະທານສະພາແຫ່ງຊາດສອງປະເທດ.

ສ່ວນທ່ານປະທານສະພາແຫ່ງຊາດSingapore Tan Chuan-Jin ຢືນຢັນວ່າ Singapore ຖືເປັນສຳຄັນການພັດທະນາການພົວພັນກັບຫວຽດນາມ, ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ເປີດກ້ວາງການຮ່ວມມືໃນໄລຍະໃໝ່. ທ່ານແຈ້ງໃຫ້ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ຊາບ ກ່ຽວກັບການພົບປະສົນທະນາກັບປະທານສະພາແຫ່ງຊາດ ເວືອງດິນເຫ້ວ, ໃນນັ້ນ ມີເລື່ອງສອງຝ່າຍເຊັນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມື, ເຫັນດີຈະເພີ່ມທະວີການແລກປ່ຽນ, ພົບປະລະຫວ່າງບັນດາສະມາຊິກລັດຖະສະພາ, ການຮ່ວມມືລະຫວ່າງບັນດາກຳມາທິການວິຊາສະເພາະ, ແບ່ງປັນບົດຮຽນໃນບັນດາຂົງເຂດເຄື່ອນໄຫວຂອງສະພາແຫ່ງຊາດສອງປະເທດ ແລະ ການຮ່ວມມືຢູ່ເວທີປາໄສສາກົນ.

vovworld.vn

ເຫດການ
302 Found

Found

The document has moved here.