ບັນຍາກາດບຸນເຕັດຢູ່ຕະຫລາດດອກໄມ້ຮ່າໂນ້ຍ
ຍສໝ - ປະຊາຊົນຫຼາຍຄົນໄດ້ເລີ່ມຊອກຫາຊື້ໄມ້ປະດັບເພື່ອປະດັບໃນໂອກາດບຸນເຕັດຢູ່ຕະຫລາດດອກໄມ້ລະດູບານໃໝ່ ຢູ່ຖະໜົນລາກລອງກວນ, ຮວ່າງຮວ່າທ໊າມ, ເອົາເກີ... (ເມືອງ ໄຕໂຮ່, ຮ່າໂນ້ຍ).
 |
ສະຖານທີ່ຂາຍດອກໄມ້ ແລະ ຕົ້ນໄມ້ປະດັບໃນໂອກາດໄດ້ປະກົດຢູ່ສອງຟາກຖະໜົນ ລາກລອງກວນ. ພາບ: baotintuc.vn |
 |
ໃນເວລານີ້, ຫຼາຍຄົນໄດ້ໄປຊື້ຕົ້ນປະດັບປະດາແລ້ວ. ພາບ: baotintuc.vn |
 |
ຈຸດຂາຍຕົ້ນໄມ້ປະດັບຢູ່ສວນດອກໄມ້ລາກລອງກວນ ແມ່ນເຕັມໄປດ້ວຍດອກຄາຍ. ພາບ: baotintuc.vn |
 |
ແຄມທາງຂອງຮ້ານກາເຟແຫ່ງໜຶ່ງຢູ່ຖະໜົນລາກລອງກວນ ຖືກນຳໃຊ້ເພື່ອຂາຍຕົ້ນໄມ້ປະດັບເພື່ອປະດັບໃນໂອກາດບຸນເຕັດ. ພາບ: baotintuc.vn |
 |
ຕົ້ນໝາກແປ້ນ ທີ່ເຕັມໄປດ້ວຍໝາກແປ້ນເຫຼືອງເປັນທີ່ຈັບຕາຈັບໃຈ. ພາບ: baotintuc.vn |
 |
ລາຄາດອກຄາຍປີນີ້ຖືກກວ່າທຸກປີ ຍ້ອນພະຍາດໂຄວິດ-19. ພາບ: baotintuc.vn |
 |
ຕົ້ນດອກຄາຍ ໂມກເຈົາ ສູງ 2 ແມັດ, ມີລາຄາ 10 ລ້ານດົ່ງ. ພາບ: baotintuc.vn |
 |
ຕະຫຼາດດອກໄມ້ຢູ່ຖະໜົນ ຮວ່າງຮວ່າທ໊າມ ກໍ່ຄຶກຄື້ນຄືກັນ. ພາບ: baotintuc.vn |
 |
ດອກໄມ້ຢູ່ທີ່ນີ້ໄດ້ວາງຂາຍຫຼາຍປະເພດ, ຫຼາຍສີສັນ, ຫຼາຍລາຄາທີ່ແຕກຕ່າງກັນ. ພາບ: baotintuc.vn |
 |
ເມື່ອທຽບໃສ່ບັນດາຕະຫຼາດດອກໄມ້ອື່ນ, ຕະຫຼາດດອກໄມ້ ຮວ່າງຮວ່າທ໊າມ ມີບັນດາດອກໄມ້ທີ່ຖືກນຳເຂົ້າຈາກຫຼາຍປະເທດ, ໄດ້ດຶງດູດຜູ້ມາຊື້ນັບມື້ນັບຫຼາຍຂຶ້ນ. ພາບ: baotintuc.vn |
 |
ຕະຫຼາດດອກໄມ້ ກວາງອານ ຕັ້ງຢູ່ຕາແສງ ກວາງອານ, ເມືອງ ໄຕໂຮ່ ເປີດຂາຍຕະຫຼອດປີ. ພາບ: baotintuc.vn |
 |
ດອກໄມ້ໄດ້ຂົນສົ່ງຈາກໝູ່ບ້ານດອກໄມ້ ຕື໊ລຽນ, ກິມຈຸງ, ຝູເທື້ອງ... ເພື່ອຂາຍ. ພາບ: baotintuc.vn |
 |
ດອກຄາຍ ຢູ່ທີ່ນີ້ສ່ວນຫຼາຍແມ່ນມາຈາກສວນດອກຄາຍເຍິນເຕິນ. ພາບ: baotintuc.vn |
 |
ລາຄາຂອງກິ່ງດອກຄາຍນ້ອຍແມ່ນແຕ່ 80.000 ດົ່ງຫາ 100.000 ດົ່ງ, ກິ່ງກາງຂາຍແຕ່ 250.000 ດົ່ງຫາ 300.000 ດົ່ງ, ສຳລັບກິ່ງໃຫຍ່ລາຄາແຕ່ 2 ລ້ານດົ່ງຂຶ້ນໄປ. ພາບ: baotintuc.vn |
 |
ປີນີ້, ລາຄາດອກຄາຍປ່າຖືກກວ່າທຸກປີ. ພາບ: baotintuc.vn |
 |
ຫຼາຍຄອບຄົວ ຍາດເວລາໄປຕະຫຼາດຊົມດອກຄາຍ ເພື່ອຕ້ອນຮັບບັນຍາກາດບຸນເຕັດ. ພາບ: baotintuc.vn |
 |
ຍ້ອນໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19, ຕະຫຼາດດອກໄມ້ໃນປີນີ້ກໍ່ບໍ່ຄຶກຄື້ນເທົ່າປີກ່ອນ. ພາບ: baotintuc.vn |
ບູນມີ