ໄປ ຮ່າກາງ ເພື່ອຊອກຮູ້ອາຊີບເຮັດກວນຂີງເຫ້ວ

09:11 | 03/02/2022

ຍສໝ - ຮ່າກາງ ສະຖານທີ່ຕິດພັນກັບຕົ້ນໄມ້ດ່ຽວໃນຮູບເງົາ “ດວງຕາສີຟ້າ” ແລະ ເປັນທີ່ຮູ້ຈັກກັນດີດ້ວຍອາຊີບເຮັດກວນຂີງ (ບ໊ວຍເຄັມຂີງ) ທີ່ມີຊື່ສຽງຢູ່ເຫ້ວ.

ຮ່າຢາງ ຈະພັດທະນາການທ່ອງທ່ຽວຜະຈົນໄພ ຢູ່ໃນຮ່ອມເຫວພູ Tu San, ແມ່ນ້ຳ Nho Que ຮ່າຢາງ ຈະພັດທະນາການທ່ອງທ່ຽວຜະຈົນໄພ ຢູ່ໃນຮ່ອມເຫວພູ Tu San, ແມ່ນ້ຳ Nho Que
ແຂວງ ເວີນນານ (ປະເທດຈີນ) ໄດ້ມອບຜ້າບັງປາກໃຫ້ແຂວງ ຮ່າຢາງ ເພື່ອສະກັດກັ້ນຕໍ່ກັບ COVID-19 ແຂວງ ເວີນນານ (ປະເທດຈີນ) ໄດ້ມອບຜ້າບັງປາກໃຫ້ແຂວງ ຮ່າຢາງ ເພື່ອສະກັດກັ້ນຕໍ່ກັບ COVID-19
ໄປ ຮ່າກາງ ເພື່ອຊອກຮູ້ອາຊີບເຮັດກວນຂີງເຫ້ວ

ກວນຂີງເຫ້ວ ມີລົດຫອມ ແລະ ເຜັດ ຖືກຊອຍເປັນປ່ຽງບາງໆ, ຮ່າກາງ ສະຖານທີ່ຕິດພັນກັບຕົ້ນໄມ້ດ່ຽວໃນຮູບເງົາ “ດວງຕາສີຟ້າ” ແລະ ຍັງເປັນທີ່ຮູ້ຈັກກັນດີດ້ວຍອາຊີບເຮັດກວນຂີງທີ່ມີຊື່ສຽງຢູ່ເຫ້ວ. ພາບ: vov.vn

ໄປ ຮ່າກາງ ເພື່ອຊອກຮູ້ອາຊີບເຮັດກວນຂີງເຫ້ວ
ແຕ່ລະປີເມື່ອບຸນເຕັດວຽນມາ, ຢູ່ເຮືອນຄົວຂອງຄອບຄົວ ລຸງເຈີນກວາງຫງວຽນ ຢູ່ ບ້ານຮ່າກາງ, ຕາແສງກວາງຝຸ ເມືອງກວາງດຽນ ແຂວງເທື່ອທຽນເຫ້ວ ພັດເປົ່າໄຟເພື່ອເຮັດກວນຂີງ. ໂດຍໄດ້ຮູ້ວ່າ ຄອບຄົວລຸງຫງວຽນ ໄດ້ປະກອບອາຊີບນີ້ ເປັນເວລາກ່ວາ 20 ປີ. ພາບ: vov.vn
ໄປ ຮ່າກາງ ເພື່ອຊອກຮູ້ອາຊີບເຮັດກວນຂີງເຫ້ວ
ພາຍຫຼັງເລືອກເອົາວັດຖຸດິບທີ່ດີ, ຂີງຈະນຳໄປລ້າງໃຫ້ສະອາດ ແລ້ວຂູດເປືອກອອກ, ຊອຍເປັນປ່ຽງບາງໆ. ພາບ: vov.vn
ໄປ ຮ່າກາງ ເພື່ອຊອກຮູ້ອາຊີບເຮັດກວນຂີງເຫ້ວ
ເມື່ອຊອຍຂີງເປັນປ່ຽງບາງໆແລ້ວ ກໍ່ນຳໄປແຊ່ໃນນ້ຳສະອາດ ເຊິ່ງປົນນ້ຳໝາກນາວໜ້ອຍໜຶ່ງ ປະມານກ່ວາ 30 ນາທີ. ພາບ: vov.vn
ໄປ ຮ່າກາງ ເພື່ອຊອກຮູ້ອາຊີບເຮັດກວນຂີງເຫ້ວ
ຫຼັງຈາກນັ້ນ ຈະນຳເອົາຂີງໄປຕົ້ມ ແລ້ວປະໄວ້ໃຫ້ສະເດັດນ້ຳ. ຕໍ່ຈາກນັ້ນກໍ່ນຳໄປ ຂົ້ວດ້ວຍຖ່ານຟືນ, ເວລາຂົ້ວກໍ່ ຕ້ອງຊາວໃຫ້ສະເໝີເພື່ອບໍ່ໃຫ້ຂີງຕິດກັນ. ກວນຂີງຈະຫອມທີ່ສຸດແມ່ນໃນຂັ້ນຕອນນີ້. ພາບ: vov.vn
ໄປ ຮ່າກາງ ເພື່ອຊອກຮູ້ອາຊີບເຮັດກວນຂີງເຫ້ວ
ໃນຍາມອາກາດໜາວຈັດ, ທຸກໆຄົນກໍ່ນັ່ງຂ້າງເຕົາໄຟເພື່ອຂົ້ວຂີງ, ນີ້ແມ່ນຮູບພາບທີ່ອົບອຸ່ນເຄີຍປະກົດໃນວັນບຸນເຕັດເມື່ອກ່ອນນີ້. ພາບ: vov.vn
ໄປ ຮ່າກາງ ເພື່ອຊອກຮູ້ອາຊີບເຮັດກວນຂີງເຫ້ວ
ກວນຂີງເມື່ອເຮັດສຳເລັດ ຈະມີສີເຫຼືອງສົດຂອງຂີງພ້ອມກັບສີຂາວຂອງນ້ຳຕານ. ພາບ: vov.vn
ໄປ ຮ່າກາງ ເພື່ອຊອກຮູ້ອາຊີບເຮັດກວນຂີງເຫ້ວ
ສຳລັບລາຄາກວນຂີງ ຄອບຄົວລຸງຫງວຽນ ກໍ່ຂາຍ 60.000 ດົ່ງ/ກີໂລກຼາມ. ຕາມການສັ່ງຊື້ຂອງລູກຄ້າ, ຄອບຄົວລຸງຫງວຽນ ກໍ່ໄດ້ສົ່ງໄປຂາຍຢູ່ ຮ່າໂນ້ຍ, ນະຄອນໂຮ່ຈີມິນ, ແຂວງແຄ໊ງຮ່ວາ… ພາບ: vov.vn
ໄປ ຮ່າກາງ ເພື່ອຊອກຮູ້ອາຊີບເຮັດກວນຂີງເຫ້ວ
ໃນໄລຍະທີ່ຍັງບໍ່ທັນເກີດໂລກລະບາດໂຄວິດ-19, ໃນໂອກາດໃກ້ຈະຮອດ ບຸນເຕັດຢູ່ເດີ່ນເຮືອນຂອງ ລຸງຫງວຽນ ກໍ່ມີຫຼາຍຄົນມາຊ່ວຍຄອບຄົວ ລຸງຫງວຽນ ເພື່ອເຮັດກວນຂີງ ເພື່ອໃຫ້ທັນກັບໂອກາດບຸນເຕັດ ແຕ່ໃນປັດຈຸບັນ ເພື່ອ ຮັບປະກັນຄວາມປອດໄພສະກັດກັ້ນການຕິດເຊື້ອ, ຄອບຄົວຂອງລຸງຫງວຽນ ໄດ້ເປັນຜູ້ເຮັດກວນຂີງທຸກໆຂັ້ນຕອນ. ພາບ: vov.vn
ໄປ ຮ່າກາງ ເພື່ອຊອກຮູ້ອາຊີບເຮັດກວນຂີງເຫ້ວ
ລຸງເຈິ່ນກວາງຫງວຽນ ອາຍຸ 65 ປີ ໃຫ້ຮູ້ວ່າ: ປີນີ້, ຄອບຄົວຂອງລຸງຂາຍ ກວນຂີງໄດ້ປະມານ 1 ໂຕນ ໜ້ອຍກ່ວາເມື່ອທຽບໃສ່ທຸກໆປີ ແຕ່ລຸງຍັງຄົງຮູ້ສຶກ ດີໃຈ ເພາະວ່າໄດ້ປະກອບອາຊີບນີ້ ບໍ່ພຽງແຕ່ເພີ່ມລາຍຮັບເທົ່ານັ້ນ ຫາກຍັງປະກອບສ່ວນໃນວັນບຸນເຕັດອີກດ້ວຍ. ພາບ: vov.vn
ໄປ ຮ່າກາງ ເພື່ອຊອກຮູ້ອາຊີບເຮັດກວນຂີງເຫ້ວ
ເພື່ອເຮັດກວນຂີງທີ່ແຊບໆນັ້ນ, ຜູ້ເຮັດກວນຂີງກໍ່ຕ້ອງມີຄວາມສຸມຈິດສຸມໃຈ, ດຸໝັ່ນຂະຫຍັນພຽນ ເພື່ອສ້າງເປັນສິ່ງພິເສດ ຮັບໃຊ້ຜູ້ບໍລິໂພກ. ພາບ: vov.vn

ບູນມີ

ເຫດການ
302 Found

Found

The document has moved here.