ວັນ​ບຸນ​ໄຫວ້​ບູ​ຊາ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ: ຈາກ​ການ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ກົກ​ເຄົ້າ​ເຫງົ້າ​ກໍ​ ໄປສູ່​ນ້ຳ​ໃຈ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

13:18 | 26/04/2026

ວັນ​ບຸນ​ໄຫວ້​ບູ​ຊາ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ, ວັນ​ທີ 10 ເດືອນ​ 3 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ​ຂອງ​ທຸກໆ​ປີ, ຊາວ ຫວຽດ​ນາມ ນັບ​ລ້ານໆ​ຄົນ​ເຖິງວ່າ​ຢູ່​ພາຍ​ໃນ ຫຼື​ ຕ່າງ​ປະ​ເທດ ກໍ​ລ້ວ​ນ​ແຕ່​ມຸ່ງ​ໄປ​ເຖິງ​ກົກ​ເຄົ້າ​ເຫງົ້າ​ກໍ, ຈາລຶກເຖິງ​ຄຸນ​ງາມ​ຄວາມ​ດີ​ຂອ​ງ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ ທີ່​ໄດ້​ສະ​ຖາ​ປະ​ນາ​ປະ​ເທດ. ໃນ​ສະ​ພາບ​ການ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ, ຄຸນ​ຄ່າ​ຮ່ວມ​ກົກ​ເຄົ້າ​ເຫງົ້າ​ກໍ​ອ​ັນ​ດຽວ​ກັນ​ນັ້ນ​ໄດ້​ກາຍ​ເປັນ​ກຳ​ລັງ​ໜູນ, ແມ່ນທີ່​ເພິ່ງ​​ພາທາງ​​ດ້ານຈິດ​ໃຈ, ປັບ​ປຸງ​ກຳ​ລັງ​ແຮງ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປ

ທຳເນຽບສີນ້ຳເງິນ: ການຢ້ຽມຢາມຂອງປະທານາທິບໍດີ Lee Jae Myung ເຮັດໃຫ້ການພົວພັນຄູ່ຮ່ວມມືແບບດີທີ່ສຸດກັບ ຫວຽດນາມ ມີຄວາມສົມບູນແບບ
ເສັ້ນທາງແຫ່ງຄວາມພາກພຽນໃນການປົດ "ບັດເຫຼືອງ" IUU ຈາກຖ້ຽວເຮືອຫາປາທີ່ອອກສູ່ທະເລ
ວັນ​ບຸນ​ໄຫວ້​ບູ​ຊາ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ: ຈາກ​ການ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ກົກ​ເຄົ້າ​ເຫງົ້າ​ກໍ​ ໄປສູ່​ນ້ຳ​ໃຈ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ
ພິ​ທີ​ແຫ່​ຂອງ​ບັນ​ດາ​ຕາ​ແສງມາ​ເຕົ້າ​ໂຮມ​ກັນ​ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ລະ​ດັບ​ຊາດ​ພິ​ເສດ ວິ​ຫານ​ຮຸ່ງ (ພາບ: TTXVN)

ປະ​ຫວັດ​ສາດ​ຂອງ​ຊາດ ຫວຽດ​ນາມ ໄດ້​ເລີ່ມ​ຕົ້ນ​ດ້ວຍ​ຍຸກ​ສະ​ໄໝ​ຂອງ​ເຈົ້າ​ຊີ​ວິດ​ຮຸ່ງ ດ້ວຍ​ຄຸນ​ງາມ​ຄວາມ​ດີ​ອັນ​ຍິ່ງ​ໃຫຍ່​ຈາກ​ບັນ​ດາ​ເຈົ້າ​ຊີ​ວິດຮຸ່ງ ໃນ​ການ​ບຸກ​ເບີກ​ພື້ນທີ່ເປີດ​ທາງ​ສ້າງ​ພື້ນ​ຖານ​ສ້າງ​ຕັ້ງ​ປະ​ເທດ ວັນ​ລາງ ຂຶ້ນ​ມາ. ໂດຍ​ຈົດ​ຈຳ​ຄຸນງາມຄວາມດີ​ອັນ​ຍິ່ງ​ໃຫຍ່​ນັ້ນ, ແຕ່​ນັບ​ພັນ​ປີ​ກ່ອນ, ຊາວຫວຽດ​ນາມ ໄດ້ເຊີດຊູ​ເຄົາ​ລົບ​ນັບ​ຖື​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ​ເປັນ​ບັນ​ພະ​ບຸ​ລຸດ​ຂອງ​ຊາດ. ການ​ເຫຼື້ອມ​ໃສ​ບູ​ຊາ​ບັນ​ດາ​ເຈົ້າ​ຊີ​ວິດຮຸ່ງ ຄື​ດັ່ງ​ເປັນ​ສາຍ​ໃຍ​ອັນ​ສັກ​ສິດ​ຜູກ​ມັດອະ​ດີດ​ຕະ​ການ​ກັບ​ປັດ​ຈຸ​ບັນ, ຜູກ​ພັນ​​ບຸກ​ຄົນ​ກັບ​ຊຸມ​ຊົນ.

ຄວາມ​ຜູກ​ພັນ​ລະຫວ່າງພາຍ​ໃນ ແລະ ຕ່າງ​ປະ​ເທດ

ຫວຽດ​ນາມ ມີ​ປູຊະນີຍະສະຖານໄຫວ້​ບູ​ຊາ​​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ ແລະ ກ່ຽວ​ຂ້ອງ​ເຖິງ​ສະ​ໄໝ​ເຈົ້າ​ຊີ​ວິດ​ຮຸ່ງ ກວ່າ 1.400 ແຫ່ງ ຢູ່​ທົ່ວ​ທຸກ​ເຂດ​ພາກ​, ນັບແຕ່ ຮ່າ​ໂນ້ຍ, ຫາຍ​ຟ່ອງ, ບັກ​ນິງ, ຖາຍງວຽນ, ລ້າງ​ເຊີນ, ເງະ​ອານ, ເລິມ​ດົ່ງ, ແຄັງ​ຮ​ວ່າ, ດົ່ງ​ນາຍ, ນະ​ຄອນ ໂຮ່​ຈີ​ມິນ, ອານ​ຢາງ, ເກີ່ນ​ເທີ…

ແຕ່​ລະ​ປີ, ການ​ເຄື່ອນ​ໄຫວ​ໄຫວ້​ບູ​ຊາ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ ໄດ້​ດຳ​ເນີນ​ຢູ່ຫຼາຍ​ບ່ອນ ແຕ່​ສະ​ຖານ​ທີ່ຫຼັກ​ຍັງ​ຄົງ​ແມ່ນ​ແຂວງ ຝູ​ເຖາະ, ບ່ອນ​ທີ່​ມີ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ລະ​ດັບ​ຊາດ​ພິ​ເສດ ວິ​ຫານ​ຮຸ່ງ. ຮູບພາບ​ບັນ​ຍາ​ກາດ​ປ​ະ​ຊາ​ຊົນ​ນັບ​ໝື່ນ​ຄົນ​ຢູ່​ທົ່ວ​ທຸກ​ເຂດ​ພາກ​ມາ​ຖະ​ຫວາຍ​ທູບ​ທຽນ​ອ​າ​ໄລ​ຫາ​ບັນ​ພະ​ບຸ​ລຸດ ໂດຍ​ແມ່ນ​ພະ​ຍານຫຼັກ​ຖານ​ທີ່​ມີ​ຊີ​ວິດ​ຊີ​ວາ​ໃຫ້​ແກ່​ການ​ຜູກ​ພັນ​ວົງ​ຄະ​ນະ​ຍາດ. ຈິດ​ໃນ​ນັ້ນ ໄດ້​ຊ່ວຍ​ໃຫ້​ປະ​ຊາ​ຊົນ ຫວຽດ​ນາມ ຜ່ານ​ຜ່າໄລ​ຍະ​ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ, ຄື​ດັ່ງ​ເປັນ​ວິ​ທີ​ທີ່ບັນດາເຜົ່າ​ຮ່ວມ​ແຮງ​ຮ່ວມ​ໃຈ​ໃນ​ພາ​ລະ​ກິດ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ຮັກ​ສາພື້ນຖານ​ເອ​ກະ​ລາດ ຫຼື ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19, ໃນ​ຍາມ​ເກີດ​ພະ​ຍຸ, ນ້ຳ​ຖ້ວມນັ້ນ, ຈິດ​ໃຈຄວາມຮັກແພງຂອງວົງຄະນະຍາດ​ກໍ​ປະ​ກາຍແຈ້ງ​ຂຶ້ນ.

ວັນ​ບຸນ​ໄຫວ້​ບູ​ຊາ​ບັນ​ດາ​ເຈົ້​າ​ຊີ​ວິດ​ຮຸ່ງ​ ໄດ້​ກາຍ​ເປັນ​ວັນ​ບຸນ​ລວມ​ຂອງ​ປະ​ຊາ​ຊົນ​ ຫວຽດ​ນາມ ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ຢູ່​ໃສ​ກໍ​ໄດ້​ດຳ​ເນີນ​ພິ​ທີ​ຖະ​ຫວາຍ​ທູ​ບ​ທຽນ, ພາ​ວະ​ນາ​ຂໍ​ໃຫ້ປະ​ຊາ​ຊົນ​ໄດ້​ດຳ​ລົງ​ຊີ​ວິດ​ໃນ​ຄວາມ​ສະ​ຫງົບ​ສຸກ, ປະ​ເທດ​ຊາດ​ຄົງ​ຕົວ​ຢ່າງ​ໝັ້ນ​ຄົງ ແລະ ພັດ​ທະ​ນາ. ທ່ານ ຮ​ວ່າງ​ດິ່ງ​ຖັງ, ປະ​ທານ​ສະ​ຫະ​ສະ​ມາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ເອີ​ຣົບ, ແບ່ງ​ປັນ​ວ່າ:

“ພວກ​ຂ້າ​ພະ​ເຈົ້າ​ຍາມ​ໃດ​ກໍ​​ຖື​ການ​ຈັດ​ຕັ້ງ​ບັນ​ດາ​ວັນ​ບຸນ​ປະ​ເພ​ນີເປັນສຳຄັນ, ພິ​ເສດ​ແມ່ນ​ພິ​ທີ​ໄຫວ້​ບູ​ຊາ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ. ການ​ເຄື່ອນ​ໄຫວ​ນີ້​ແມ່ນ​ມີ​ຄວາມ​ໝາຍ​ພິ​ເສດ​ທີ່​ສຸດ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ເພື່ອ​ຍາມ​ໃດ​ກໍ​ຕັກ​ເຕືອນ​ວ່າ ຊາວ ຫວຽດ​ນາມ ມີ​ກົກ​ເຄົ້າ​ເຫງົ້າ​ກໍ​ອັນ​ດຽວ​ກັນ, ຈາກ​ນັ້ນ ພວກ​ເຮົາ​ກໍ​ສະ​ແດງໃຫ້ເຫັນເຖິງ​ຄວາມ​ສາ​ມັກ​ຄີ​, ອຸ້ມ​ຊູ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນ ແລະ ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ອັນ​ດີ​ງາມ​ຂອງ​ຊາດ”.

ວັນ​ບຸນ​ໄຫວ້​ບູ​ຊາ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ: ຈາກ​ການ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ກົກ​ເຄົ້າ​ເຫງົ້າ​ກໍ​ ໄປສູ່​ນ້ຳ​ໃຈ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ
ພິ​ທີ​ແຫ່ ແມ່ນ​ພິ​ທີ​ກຳ​ທີ່​ເປັນ​ມູນ​ເຊື້ອ ໂດຍ​ບັນ​ດາ​ຕາ​ແສງ​ຢູ່​​ອ້ອມ​ຂ້າງ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ ໄດ້​ຮັບ​ການ​ອະ​ນຸ​ລັກ​ຮັກ​ສາ​ມາ​ຮັບ​ພັນ​ປີ (ພາບ: TTXVN)

ສາ​ມັກ​ຄີ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ

ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ຂອງວັນ​ບຸນໄຫວ້​ບູ​ຊາ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ ບໍ່​ໄດ້​ຢຸດ​ຢູ່​ທີ່ການ​ຈັດ​ຕັ້ງ​ບັນ​ດາ​ພິ​ທີ​ກຳ​ຢ່າງ​ເຄັ່ງ​ຂຶມສະຫງ່າ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ວິ​ວັດ​ການ​ອະ​ນຸ​ລັກ​ຮັກ​ສາ, ຫຼໍ່​ລ້ຽງ​ຈິດ​ໃຈ​ຮັກ​ຊາດ ແລະຈິດໃຈສາ​ມັກ​ຄີ, ຄວາມ​ເອກ​ອ້າງ​ທະ​ນົງ​ໃຈໃນໝູ່ຊາວ ຫວຽດ​ນາມ ແຕ່​ລະ​ຄົນ​ອີກ​ດ້ວຍ.

ຊຸມ​ວັນ​ນີ້, ປະ​ເທດ​ຊາດ​ໄດ້​ຫັນ​ໄປ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່ ດ້ວຍ​ໜ້າ​ທີ່​ຫັນ​ເປົ້າ​ໝາຍ 100 ປີ​ພາຍ​ໃຕ້​ການ​​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໃນ​ປີ 2030, 100 ປີ​ສະ​ຖາ​ປະ​ນາ​ປະ​ເທດ ສສ. ຫວຽດ​ນາມ ໃນ​ປີ 2045 ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ. ຄວາມ​ຄາດ​ຫວັງ "ປະ​ຊາ​ຊົນ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະ​ຊາ​ທິ​ປະ​ໄຕ, ຍຸ​ຕິ​ທຳ, ສິ​ວິ​ໄລ” ຮຽກ​ຮ້ອງ​ຕ້ອງ​ມີ​ກຳ​ລັງ​ແຮງ​ພາຍ​ໃນ​ໃໝ່​, ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່, ກຳ​ລັງ​ພັດ​ທະ​ນາ​ໃໝ່. ແຕ່​ພື້ນ​ຖານ​ເພື່ອ​ກ້າວ​ໄປ​ໄກ, ໄປ​ເຖິງ​ຜົນສຳເລັດ​ຍັງ​ຄົງ​ແມ່ນ​ຄວາມ​ສາ​ມັກ​ຄີ. ສາ​ມັກ​ຄີ​ເພື່ອ​ແກ້​ໄຂ​ຈຸດ​ອັດ​ຕັນ​ທາງ​ດ້ານ​ລະ​ບອບ​ລະ​ບຽບ​ການ; ສາ​ມັກ​ຄີ​ເພື່ອ​ລຸລ່ວງ​ທຸກ​ແຫຼ່ງ​ກຳ​ລັງ; ສາ​ມັກ​ຄີ​ເພື່ອ​ແບ່ງເບົາ​ຄວາມ​ສ່ຽງ, ທະ​ວີ​ຄູນກາລະ​ໂອ​ກາດ; ສາ​ມັກ​ຄີ​ເພື່ອ​ບໍ່​ໃຫ້​ມີ​ຜູ້​ໃດ​ຖືກ​ປະ​ໄວ້​ຢູ່ທາງຫຼັງ… ​ມະ​ຫາ​ສາ​ມັກ​ຄີ​ນັ້ນ​ແມ່ນ​ກຳ​ລັງ​ໜູນ​ພາຍ​ໃນ​ທີ່​ເປັນແກ່ນ​ສານ. ໃນ​ເວ​ທີ​ສາ​ກົນ, ປະ​ເທດ ຫວຽດ​ນາມ ສາ​ມັກ​ຄີ​ກໍ​ແມ່ນ​ປະ​ເທດ ຫວຽດ​ນາມ ມີ​ຄວາມ​ໄວ້​ວາງ​ໃຈ​. ນ້ຳ​ໃຈ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວ​ງ​ຊົນ​ທັງ​ຊາດ​ແມ່ນ “ບັດ​ປະ​ຈຳ​ຕົວ” ຊ່ວຍ​ໃຫ້ ຫວຽດ​ນາມ ໝັ້ນ​ໃຈ​ເຊື່ອມ​ໂຍງ. ທ່ານ ບຸ່ຍ​ຮ​ວ່າຍ​ເຊີນ, ກຳ​ມະ​ການ​ສະ​ເພາະ​ກິດ​ກຳ​ມາ​ທິ​ການ​ວັດ​ທະ​ນະ​ທຳ ແລະ ສັງ​ຄົມ ​ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຖື​ວ່າ:

“ຄວາມ​ເຊື່ອຖື​ເຫຼື້ອມ​ໃສ​ໄຫວ້​ບູ​ຊາ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ ບໍ່​ພຽງ​ແຕ່ໄດ້​ຊ່ວຍ​ສ້າງ​ກຳ​ລັງ​ແຮງ​ຂອງ​ນ້ຳ​ໃຈ​ສາ​ມັກ​ຄີ, ກຳ​ລັງ​ແຮງ​ຂອງ​ນ້ຳ​ໃຈ​ຮັກ​ຊາດ ​ຢູ່​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ຢູ່​ຕ່າງ​ປະ​ເທດ​ອີກ​ດ້ວຍ. ວັນ​ບຸນ​ໄຫວ້​ບູ​ຊາ​ບັນ​ພະ​ບຸ​ລຸດ​ຂອງ​ຊາ​ດ​ຖືກ​ຈັດ​ຂຶ້ນ​ຢູ່ຫຼາຍ​ປະ​ເທດ​ໃນ​ໂລກ​ເພື່ອ​ພາຄວາມ​ເຊື່ອໝັ້ນ​, ​ຈິດ​ວິນ​ຍານ​ຂອງ​ຊາວ ຫວຽດ​ນາມ ຢູ່​ທຸກ​ແຖບ​ຖິ່ນ​ໃນ​ທົ່ວ​ໂລກ ອ​ວ່າຍ​ໜ້າ​ເມືອ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍ, ກັບເມືອ​ຫາ​ວັນ​ບຸນ​ວິ​ຫານ​ຮຸ່ງ. ສິ່ງ​ເຫຼົ່າ​ນັ້ນ ໄດ້​ສ້າງ​ເປັນ​ນ້ຳ​ໃຈ​ສາ​ມັກ​ຄີ, ນ້ຳ​ໃຈ​ຮັກ​ຊາດ ແລະ ສ້າງ​ເປັນ​ກຳ​ລັງ​ແຮງ ຫວຽດ​ນາມ ຢ່າງ​ແທ້​ຈິງ”.

ຈາກ​ກົກ​ເຄົ້າ​ເຫງົ້າ​ກໍ​ປ​ະ​ຫວັດ​ສາດ​ຕະຫຼອດ​ຮອດ​ຊີ​ວິດ​ຍຸກ​ປັດ​ຈຸ​ບັນ, ວັນ​ບຸນ​ໄຫວ້​ບູ​ຊາ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ​ ໄດ້​ກາຍ​ເປັນ​ສັນ​ຍາ​ລັກ​ໃຫ້​ແກ່​ຈິດ​ໃຈ​ຂອງ​ຊາດ ຫວຽດ​ນາມ. ໃນ​ວິ​ວັດ​ທະ​ນາ​ການ​ພັດ​ທະ​ນາ ແລະ ເຊື່ອມ​ໂຍງ, ບັນ​ດາ​ຄຸນ​ຄ່າ​ນັ້ນ ກໍແມ່ນ​ພື້​ນ​ຖານ​ທາງ​ດ້ານ​ຈິດ​ໃຈ​ອັນ​ໝັ້ນ​ແກ່ນ, ຫຼໍ່​ລ້ຽງ​ກຳ​ລັງ​ແຮງ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ເພື່ອ​ໃຫ້ ຫວຽດ​ນາມ ກ້າວ​ຂຶ້ນ, ເພື່ອ​ສ້າງ​ສາປະ​ເທດ​ຊາດ ຫວຽດ​ນາມ ໃຫ້ຍືນ​ຍົງ​ຕະຫຼອດ​ການ.

ຕາມ vovworld.vn

https://vovworld.vn/lo-LA/sathaanakaan-kaanemyyng/wn-bun-aihw-buu-saa-bn-daa-echoaa-sii-wid-ung-chaak-kaan-sa-eidng-khwaam-uu-bun-khun-hm-kok-ekhoaa-2429750.vov5

ສະພາແຫ່ງຊາດ ຜ່ານຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງ ແລະ ເພີ່ມເຕີມ ບາງມາດຕາຂອງກົດໝາຍວ່າດ້ວຍອົງການຕົວແທນ ຫວຽດນາມ ຢູ່ຕ່າງປະເທດ ສະພາແຫ່ງຊາດ ຜ່ານຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງ ແລະ ເພີ່ມເຕີມ ບາງມາດຕາຂອງກົດໝາຍວ່າດ້ວຍອົງການຕົວແທນ ຫວຽດນາມ ຢູ່ຕ່າງປະເທດ

ຍສໝ - ໃນຕອນບ່າຍວັນທີ 23 ເມສາ, ສືບຕໍ່ວາລະກອງປະຊຸມສະໄໝສາມັນເທື່ອທີໜຶ່ງ ຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ XVI, ສະພາແຫ່ງຊາດ ໄດ້ລົງຄະແນນສຽງຜ່ານຮັບຮອງເອົາ ກົດໝາຍວ່າດ້ວຍການປັບປຸງ ແລະ ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍອົງການຕົວແທນ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢູ່ຕ່າງປະເທດ ດ້ວຍອັດຕາສ່ວນການເຫັນດີເຫັນພ້ອມໃນລະດັບສູງ.

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ

ຍສໝ - ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ລາວ, ໃນຕອນບ່າຍວັນທີ 23 ເມສາ ຢູ່ທີ່ສຳນັກງານກອງບັນຊາການທະຫານຊາຍແດນ ລາວ ທີ່ນະຄອນຫຼວງ ວຽງຈັນ (ViengChan), ທ່ານພົນເອກ ຫງວຽນເຕິນເກືອງ (NguyenTanCuong), ກຳມະການສູນກາງພັກ, ກຳມະການປະຈຳຄະນະພັກການທະຫານສູນກາງ, ເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນຊາດ ຫວຽດນາມ ແລະ ທ່ານພົນໂທ ...

ຕາມ vovworld.vn

ເບິ່ງເພີ່ມເຕີມໃນ: ຮີດຄອງປະເພນີ

ເບິ່ງເພີ່ມເຕີມ
ອ່ານຫຼາຍທີ່ສຸດ