ແມ່ຍິງ ດ້ຽນບຽນ ຮັກສາວິນຍານ ບັນດາເຜົ່າ

10:58 | 08/04/2026

ແຕ່ລະສີສັນວັດທະນະທຳລ້ວນແຕ່ສ້າງເປັນຈຸດຄວາມງາມຂອງໝູ່ບ້ານ, ບ້ານເກີດເມືອງນອນ, ປະເທດຊາດ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ສ້າງ​ລັດ​ຖະ​ບານ​ທັນ​ສະ​ໄໝ, ສ້າງ​ສາ ແລະ ຮັບ​ໃຊ້​ປະ​ຊາ​ຊົນ
​ແມ່​ຍິງ​ຊາວ​ເຜົ່າ​ມົ້ງ​ຢູ່ໝູ່​ບ້ານ​ອາ​ຊີບ​ຕ່ຳ​ປໍ​ປ່ານ ລຸ່ງ​ຕາມ ແຂວງ ຕວຽນ​ກວາງ ແນະ​ນຳ​ອາ​ຊີບ​ພື້ນ​ເມືອງ​ອອກ​ສູ່​ໂລກ
ແມ່ຍິງ ດ້ຽນບຽນ ຮັກສາວິນຍານ ບັນດາເຜົ່າ
(ແມ່ຍິງຢູ່ ດ້ຽນບຽນ ພວມປະກອບສ່ວນຢ່າງມິດງຽບເພື່ອຮັກສາວັດທະນະທຳຂອງຊົນເຜົ່າຕົນໄວ້)

ດ້ຽນບຽນ, ເຂດດິນແດນທາງທິດຕາເວັນຕົກພາກເໜືອຂອງປະເທດຊາດ ບໍ່ພຽງແຕ່ມີຊື່ສຽງດ້ວຍມູນເຊື້ອປະຫວັດສາດອັນສະຫງ່າລາສີເທົ່ານັ້ນ, ຫາກຍັງໄດ້ຮັບການຮູ້ຈັກເຖິງແມ່ນເຂດດິນແດນທີ່ມີສີສັນວັດທະນະທຳບັນດາເຜົ່າອັນອຸດົມສົມບູນອີກດ້ວຍ. ໃນວິວັດການຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ເປັນມູມເຊື້ອນັ້ນ, ແມ່ຍິງຂຶ້ນກັບ 19 ຊົນເຜົ່າອ້າຍນ້ອງທີ່ດຳລົງຊີວິດຢູ່ ດ້ຽນບຽນ ໄດ້ ແລະ ພວມກາຍເປັນກຳລັງແກ່ນສານໃນການປົກປັກຮັກສາ, ເສີມຂະຫຍາຍຈຸດຄວາມງາມດ້ານວັດທະນະທຳ.

ໂດຍຍາດເວລາຫວ່າງ, ເມື່ອບັນດາລູກ, ຫຼານຮຽນໜັງສືແລ້ວ; ຫຼືຕອນທ້າຍອາທິດ, ປ້າ ຮວ່າງທິເຟື້ອງ, ຊາວເຜົ່າ ຜູ້ໄທ, ຢູ່ຕາແສງ ດ້ຽນບຽນ, ແຂວງ ດ້ຽນບຽນ ໄດ້ສອນບັນດາບົດເພງຂອງຊາວເຜົ່າ ຜູ້ໄທ ໃຫ້ລູກ, ຫຼານຂອງຕົນ.

ປ້າ ເຟື້ອງ ໃຫ້ຮູ້ວ່າ ປະຈຸບັນ ວົງຄະນະຍາດຊາວເຜົ່າ ຜູ້ໄທ ມີຈຳນວນພົນລະເມືອງຫຼາຍທີ່ສຸດຢູ່ ດ້ຽນບຽນ, ກວມເອົາກວ່າ 38% ຈຳນວນພົນລະເມືອງຂອງທັງແຂວງ. ໂດຍໄດ້ດຳລົງຊີສິດຢູ່ ດ້ຽນບຽນ ແລະ ເຂດຕາເວັນຕົກພາກເໜືອ ກວ່າ 10 ສະຕະວັດ, ພໍ່ແມ່ປະຊາຊົນຊາວເຜົ່າ ຜູ້ໄທ ຍັງຮັກສາສີສັນວັດທະນະທຳທີ່ເປັນເອກະລັກສະເພາະຂອງຊົນເຜົ່າຕົນ. ໃນນັ້ນແມ່ນຮີດຄອງປະເພນີ “ຕັ້ງເກົ້າ” (ເກົ້າຜົມຂຶ້ນເທິງຫົວ) ຂອງຊາວເຜົ່າ ໄທດຳ. ນັ້ນແມ່ນຈຸດວັດທະນະທຳທີ່ເປັນມູນເຊື້ອ, ທັງສະແດງໃຫ້ເຫັນການດຳລົງຊີວິດທີ່ມີນ້ຳໃຈ, ມີຄວາມຮັກແພງ, ທັງສະແດງຈຸດຄວາມງາມຢູ່ພາຍນອກຂອງແມ່ຍິງເຜົ່າ ຜູ້ໄທ. ປ້າ ຮວ່າງທິເຟື້ອງ ໃຫ້ຮູ້ວ່າ:

“ຕາມຮີດຄອງປະເພນີຂອງແມ່ຍິງຊາວເຜົ່າ ໄທດຳ, ເມື່ອເອົາຜົວແລ້ວຈະເກົ້າຜົມຂຶ້ນ. ຖ້າໂຊກບໍ່ດີ, ຜົວເສຍຊີວິດແມ່ນຈະເກົ້າຜົມງ່ຽງໄປເບື້ອງຊ້າຍ; ຖ້າເອົາຜົວໃໝ່ແມ່ນຈະເກົ້າຜົມງ່ຽງໄປເບື້ອງຂວາ”.

ຈາກບັນດາຮີດຄອງປະເພນີ ຕະຫຼອດຮອດງານບຸນເມື່ອກ່ອນ, ຫຼືບັນດາເລື່ອງລາວກ່ຽວກັບບົດເພງ, ວາດຟ້ອນ, ເລື່ອງລາວກ່ຽວກັບບັນພະບຸລຸດຂອງຄົນຊົນເຜົ່າ ຜູ້ໄທ ບຸກເບີກບ້ານເມືອງ… ປ້າ ເຟື້ອງ ແລະ ບັນດາແມ່ຍິງອາຍຸສູງ ລ້ວນແຕ່ຖ່າຍທອດໃຫ້ແກ່ລຸ້ນໜຸ່ມໄດ້ຮູ້ ແລະ ຮັກສາ, ເສີມຂະຫຍາຍ.

ແມ່ຍິງ ດ້ຽນບຽນ ຮັກສາວິນຍານ ບັນດາເຜົ່າ
(ຮີດຄອງປະເພນີ “ຕັ້ງເກົ້າ” (ເກົ້າຜົມຂຶ້ນເທິງຫົວ) ຂອງຊາວເຜົ່າ ໄທດຳ)

ຈາກບັນດາເລື່ອງລາວທີ່ລຽບງ່າຍນັ້ນ, ເອື້ອຍ ຫໍເຟື້ອງຮວ່າຍ, ຢູ່ຕາແສງ ດ້ຽນບຽນ, ໄດ້ປະດິດແຕ່ງຫຼາຍບົດປະພັນວັນນະຄະດີກ່ຽວກັບຫົວຂໍ້ວັດທະນະທຳທີ່ເປັນມູນເຊື້ອບັນດາເຜົ່າ, ໂດຍສະເພາະແມ່ນບັນດາບົດກະວີກ່ຽວກັບຮີດຄອງປະເພນີຂອງຊາວເຜົ່າ ຜູ້ໄທ. ເອື້ອຍ ຮວ່າຍ ແບ່ງປັນວ່າ:

“ຂ້າພະເຈົ້າຄິດວ່າ ບົດກະວີ ຈະມີວິນຍານເມື່ອໄດ້ເລີ່ມຈາກຄວາມຮັກຕໍ່ບ້ານເກີດເມືອງນອນ, ປະເທດຊາດ ແລະ ຄວາມຮັກລະຫວ່າງມະນຸດດ້ວຍກັນ. ຂ້າພະເຈົ້າຈະສືບຕໍ່ຂຽນ ເພື່ອຮັກສາມູນເຊື້ອອັນດີງາມຂອງຊົນເຜົ່າຢ່າງບໍ່ຢຸດຢັ້ງ, ຮັກສາໃຫ້ແກ່ລຸ້ນຕໍ່ໆໄປ”.

ສ່ວນເພື່ອນ ຈາວທິຕອນ, ຊາວເຜົ່າ ຢ້າວ, ຢູ່ບ້ານ ເດເຕົາ, ຕາແສງ ຊາງແຍ່, ແຂວງ ດ້ຽນບຽນ ໃຫ້ຮູ້ວ່າ ດ້ວຍຄວາມອົດທົນ, ລະອຽດລະອໍຂອງບັນດາແມ່ເຖົ້າ, ບັນດາແມ່, ພ້ອມກັບຈິດໃຈຮ່ຳຮຽນຂອງລຸ້ນໜຸ່ມ, ມີເອື້ອຍນ້ອງແມ່ຍິງຊາວເຜົ່າ ຢ້າວ ຢູ່ ເດເຕົາ ຫຼາຍຄົນກໍ່ຄ່ອຍໆຊຳນານ, ມີຄວາມໝັ້ນໃຈອອກແບບບັນດາລວດລາຍ ແລະ ເຮັດເປັນຊຸດອາພອນທີ່ເປັນເອກະລັກສະເພາະ.

“ນັບແຕ່ຄາວຍັງນ້ອຍ ນ້ອງມີຄວາມມັກຮັກຕໍ່ມູນເຊື້ອຂອງຊົນເຜົ່າຕົນ. ເມື່ອຍັງເປັນເດັກ ເຫັນບັນດາແມ່ໆຖັກແສ່ວນັ້ນ ນ້ອງມັກທີ່ສຸດ. ເຖິງວ່າຍັງເປັນເດັກ ແຕ່ນ້ອງກໍ່ຢາກຮຽນຖັກແສ່ວ ສະນັ້ນບັນດາແມ່ເຖົ້າ, ບັນດາແມ່ກໍ່ສອນໃຫ້. ມາຮອດປະຈຸບັນ, ນ້ອງສາມາດເຮັດຊຸດອາພອນທີ່ເປັນມູນເຊື້ອໃຫ້ແກ່ຕົນເອງ. ເພື່ອນຜູ້ໃດທີ່ຍັງບໍ່ທັນຮູ້, ຖ້າຢາກຮຽນ ນ້ອງກໍ່ພ້ອມແລ້ວທີ່ຈະບອກວິທີເຮັດ”.

ປະຈຸບັນ, ຢູ່ບັນດາເຂດຊຸມຊົນຢູ່ ດ້ຽນບຽນ ລ້ວນແຕ່ສ້າງຕັ້ງກອງສິລະປະມະຫາຊົນ, ຫຼື ບັນດາສະໂມສອນຟ້ອນລຳທຳເພງ. ປ້າ ລູ່ທິອວານ, ສະມາຊິກໃນສະໂມສອນ, ແບ່ງປັນວ່າ:

“ພວກຂ້າພະເຈົ້າຕ້ອງຮັກສາສີສັນທີ່ເປັນມູນເຊື້ອຂອງຊົນເຜົ່າໄວ້, ບໍ່ປະໃຫ້ຖືກສູນຫາຍໄປ. ເຖິງວ່າຈະທັນສະໄໝຄືແນວໃດກໍ່ຕາມ ແຕ່ກໍ່ບໍ່ສາມາດປະມູນເຊື້ອໄດ້. ວັດທະນະທຳທີ່ເປັນມູນເຊື້ອຂອງພວກຂ້າພະເຈົ້າແມ່ນມີການຟ້ອນລຳທຳເພງ, ຟ້ອນກຸບ…”.

ແຕ່ລະສີສັນວັດທະນະທຳລ້ວນແຕ່ສ້າງເປັນຈຸດຄວາມງາມຂອງໝູ່ບ້ານ, ບ້ານເກີດເມືອງນອນ, ປະເທດຊາດ. ໃນວິວັດການປົກປັກຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຊົນເຜົ່ານັ້ນ, ບັນດາແມ່ຍິງຢູ່ ດ້ຽນບຽນ ພວມປະກອບສ່ວນຢ່າງມິດງຽບເພື່ອຮັກສາວັດທະນະທຳຂອງຊົນເຜົ່າຕົນໄວ້.

ຕາມ vov.vn

https://vov.vn/lo-LA/ແມຍງດຽນບຽນຮກສາວນຍານບນດາເຜາ-1293428.vov

ບ້ານ ຟຸ້ມ​ຊວ່າຍ, ຕາ​ແສງ ຟອງ​ເຈົາ, ແຂວງ ອານ​ຢາງ ອະ​ນຸ​ລັກ​ຮັກ​ສາ​ອາ​ຊີບ​ຕ່ຳ​​ແຜ່ນ​ແພ​ພື້ນ​ເມືອງ ຕິດ​ພັນ​ກັບ​ການ​ທ່ອງ​ທ່ຽວ ບ້ານ ຟຸ້ມ​ຊວ່າຍ, ຕາ​ແສງ ຟອງ​ເຈົາ, ແຂວງ ອານ​ຢາງ ອະ​ນຸ​ລັກ​ຮັກ​ສາ​ອາ​ຊີບ​ຕ່ຳ​​ແຜ່ນ​ແພ​ພື້ນ​ເມືອງ ຕິດ​ພັນ​ກັບ​ການ​ທ່ອງ​ທ່ຽວ

ບ້ານ ຟຸ້ມຊວ່າຍ, ຕາແສງ ຟອງເຈົາ, ແຂວງ ອານຢາງ ແມ່ນໜຶ່ງໃນບັນດາໝູ່ບ້ານອາຊີບຕ່ຳແຜ່ນແພພື້ນເມືອງທີ່ມີຊື່ສຽງຂອງຊາວເຜົ່າຈຳ. ການອະນຸລັກຮັກສາອາຊີບຕ່ຳແຜ່ນແພພື້ນເມືອງ ຕິດພັນກັບການທ່ອງທ່ຽວ ພວມແມ່ນທິດເດີນທີ່ຖືກຕ້ອງ, ຊ່ວຍໃຫ້ອາຊີບນີ້ພັດທະນາແບບຍືນຍົງ.

ໂທ​ລະ​ເລກ ແລະ ສານ​ຊົມ​ເຊີຍ​ທ່ານ ເຈິ່ນ​ແທັງ​ເໝິນ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XVI ໂທ​ລະ​ເລກ ແລະ ສານ​ຊົມ​ເຊີຍ​ທ່ານ ເຈິ່ນ​ແທັງ​ເໝິນ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XVI

ໃນ​ຈົດ​ໝາຍ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ລາວ ໄຊ​ສົມ​ພອນ ພົວ​ວິ​ຫານ ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ຮ່ວມ​ມື​ກັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ​ເຈິ່ນ​ແທັງ​ເໝິນ ແລະ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ​ຢ່າງ​ແໜ້ນ​ແຟ້ນ

ຕາມ vov.vn

ເບິ່ງເພີ່ມເຕີມໃນ: ຮີດຄອງປະເພນີ

ເບິ່ງເພີ່ມເຕີມ
ອ່ານຫຼາຍທີ່ສຸດ