ຮ່າຢາງ ຈະພັດທະນາການທ່ອງທ່ຽວຜະຈົນໄພ ຢູ່ໃນຮ່ອມເຫວພູ Tu San, ແມ່ນ້ຳ Nho Que

20:37 | 19/08/2021

ຍສໝ - ບົນພື້ນຖານການຂຸດຄົ້ນເງື່ອ​ນ​ໄຂພູມ​ມີ​ສາດທີ່ທຸລະກັນດານ ຢູ່ໃນບໍລິເວນຮ່ອມ​ເຫວພູ Tu San ແລະ ແມ່ນ້ຳ Nho Que, ແຂວງຮ່າຢາງ ໄດ້ວາງທິດທາງພັດທະນາການທ່ອງທ່ຽວກິລາ​ຜະ​ຈົນໄພ, ເຊັ່ນ: zipline, ໂດດ bungee, ໂດດຈ້ອງ, ຂີ່ເຮືອ​ຜະ​ຈົນໄພ.

ກະເຊົ້າໄຟຟ້າ  Fansipan ແລະການປະກອບສ່ວນເຂົ້າໃນການທ່ອງທ່ຽວຊາປາ ກະເຊົ້າໄຟຟ້າ Fansipan ແລະການປະກອບສ່ວນເຂົ້າໃນການທ່ອງທ່ຽວຊາປາ
ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການທ່ອງທ່ຽວລະຫວ່າງ ຫວຽດນາມ - ອີຢີບ ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການທ່ອງທ່ຽວລະຫວ່າງ ຫວຽດນາມ - ອີຢີບ

ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວຮ່າຢາງ ຫາກໍ່ລາຍງານສະພາບການຜະລິດຕະພັນການທ່ອງທ່ຽວ​ຜະ​ຈົນໄພ ຢູ່ພາຍໃນແຂວງ.

ຮ່າຢາງ ຈະພັດທະນາການທ່ອງທ່ຽວຜະຈົນໄພ ຢູ່ໃນຮ່ອມເຫວພູ Tu San, ແມ່ນ້ຳ Nho Que
ພາບປະກອບ

ອີງຕາມແຜນ​ຜັງສັງລວມ ເພື່ອພັດທະນາເຂດທ່ອງທ່ຽວແຫ່ງຊາດພູພຽງຫີນດົງວັນ, ແຂວງຮ່າຢາງ ຮອດປີ 2025, ວິໄສທັດຮອດປີ 2030, ຮ່ອມເຫວພູ Tu San ແລະ Ma Pi Leng ຈະກາຍເປັນເຂດກິລາສ່ຽງໄພ ທີ່ມີເນື້ອທີ່ກວ້າງ 20 ເຮັກຕາ. ການບໍລິການຕ່າງໆ, ເຊັ່ນ: zipline, ໂດດ bungee, ໂດດຈ້ອງ, ຂີ່ເຮືອ​ຜະ​ຈົນໄພ ຈະໄດ້ຈັດຂຶ້ນຢູ່ທີ່ຮ່ອມ​ພູ Tu San ແລະ ແມ່ນ້ຳ Nho Que.

ໃນຊຸມປີມໍ່ມານີ້, ແຂວງຮ່າຢາງໄດ້ດ​ຳ​ເນ​ີນກ​ານສໍາຫຼວດ ແລະ ທົດ​ລອງຜະລິດຕະພັນການທ່ອງທ່ຽວຜະຈົນໄພ ຈໍານວນໜຶ່ງ ເຊັ່ນ: ການແຂ່ງລົດຈັກ; ຂີ່ເຮືອຄາຍັກ ຂ້າມແມ່ນ້ຳ ແລະ ນ້ຳຕົກມິງເຕິນ, ເມືອງວີຊວຽນ; ການໂດດຈ້ອງຢູ່ ເມືອງຮວ່າງຊູພີ, ເມືອງກວານບາ, ແລະ ເມືອງດົງວັນ... ນອກຈາກນັ້ນ, ແຂວງຮ່າຢາງ ຍັງໄດ້ປະສານສົມທົບກັບແຂວງລາວກາຍ ເພື່ອຈັດການແຂ່ງຂັນລົດຖີບ​ຕາ​ມທາງບັກຮ່າ (ລາວກາຍ) - ຊິນ​ເມິ່ນ (ຮ່າຢາງ).

ຮ່າຢາງ ຍັງໄດ້ດຶງດູດນັກທຸລະກິດຈໍານວນໜຶ່ງ ເຂົ້າມາລົງທຶນພັດທະນາການທ່ອງທ່ຽວຜະຈົນໄພ ເຊັ່ນ: ໂຄງການໂດດຈ້ອງຢູ່ເມືອງຮວາງຊູພີ ທີ່ມີ​ບັນ​ດາລາຍການພື້ນຖານໂຄງລ່າງຈຸດເລີ່ມຕົ້ນ, ຈຸດຈອດລົດ, ສິ່ງອໍານວຍຄວາມສະດວກທີ່​ພັກເຊົາ, ແລະ ການບໍລິການກິນດື່ມ; ຫຼື ໂຄງການ​ລະຫຼິ້ນບັນເທີງ zipline ຢູ່ເມືອງບັກເມ, ຂຶ້ນກັບໂຄງການລົງທຶນເຂດການທ່ອງທ່ຽວນິເວດ Pa’ Piu. ​ເຖິງແນວໃດກໍ່ຕາມ, ໂຄງການຂ້າງເທິງນີ້ຍັງຢູ່ໃນໄລຍະປະ​ຕີ​ບັດຂັ້ນຕອນ​ລະ​ບຽບ​ການ​ໃຫ້​ສ​ຳ​ເລັດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.