ໂດຍຮັບຄໍາເຊີນຂອງປະທານສະພາສູງອັງກິດ John Mcfall ແລະປະທານສະພາຕ່ຳອັງກິດ Lindsay Hoyle, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ແລະຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ໄປຢ້ຽມຢາມສະຫະພັນລາຊະອານາຈັກອັງກິດ ແລະໄອແລນເໜືອ ຢ່າງເປັນທາງການໃນລະຫວ່າງ ວັນທີ 28-30 ມິຖຸນາ.
ຍສໝ-ນັ້ນແມ່ນຄຳຢືນຢັນຂອງທ່ານຜູ້ຊ່ວຍລັດຖະມົນຕີ ກະຊວງການຕ່າງປະເທດ ໂດ້ຮຸ່ງຫວຽດ ໃນຂອບເຂດກອງປະຊຸມສະໄໝສາມັນ ຄັ້ງທີ 50,ສະພາສິດທິມະນຸດສະຫະປະຊາຊາດ (ສປຊ) ໄດ້ຈັດຕັ້ງການສົນທະນາປະຈຳປີກ່ຽວກັບສິດທິແມ່ຍິງຢູ່ Geneva,ສະວິດເຊີແລນ.
ຍສໝ-ວັນທີ 28ມິຖຸນາ, ພະແນກທ່ອງທ່ຽວຮ່າໂນ້ຍໄດ້ປະກາດໝາກຜົນຂອງການເຄື່ອນໄຫວທ່ອງທ່ຽວໃນ 6 ເດືອນຕົ້ນປີ 2022.
ໃນຂອບເຂດການຢ້ຽມຢາມອັງກິດຢ່າງເປັນທາງການ, ຕອນເຊົ້າວັນທີ 29 ມິຖຸນານີ້ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງລອນດອນ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານ Ian Hatton, ປະທານສະພາບໍລິຫານກຸ່ມບໍລິສັດ Enterprize Enegy (EE). ກຸ່ມບໍລິສັດພວມຈັດຕັ້ງປະຕິບັດ ໂຄງການ ໄຟຟ້າແຮງລົມນອກຝັ່ງທະເລ ທັງລອງວີນ ດ້ວຍກຳລັງ ການຜະລິດໄຟຟ້າ 3,4 GW ແລະ ໂຄງການຜະລິດຮີດໂຣແຊນທັງລອງ Wind 2 ດ້ວຍກຳລັງການຜະລິດ 2GW ຢູ່ແຂວງບີງຖ້ວນ.
ຕາມຕົວເລກຂອງກົມພາສີ ຫວຽດນາມ ປະກາດທີ່ເວທີປາໄສແລ້ວ, ການແລກປ່ຽນການຄ້າລະຫວ່າງ ຫວຽດນາມ - Turkmenistan ໃນປີ 2021 ບັນລຸ 0,56 ລ້ານ USD.
ພິທີເປີດງານວາງສະແດງດັ່ງກ່າວຈະດຳເນີນໃນວັນທີ 18 ກໍລະກົດ, ດ້ວຍການເຂົ້າຮ່ວມຂອງການນຳຂັ້ນສູງ 2 ປະເທດ.
ທ່ານ ຫວໍວັນເທືອງ ຢືນຢັນວ່າ ພັກກອມມູນິດ ຫວຽດນາມ ຖືເປັນສຳຄັນການພົວພັນທີ່ເປັນມູນເຊື້ອມິດຕະພາບກັບບັນດາພັກກອມມູນິດ, ຝ່າຍຊ້າຍ ໃນນັ້ນມີພັກ CPI-M, ເຫັນດີຊຸກຍູ້ການພົວພັນລະຫວ່າງ 2 ພັກ.
ການສົນທະນາໂດຍມີການເຂົ້າຮ່ວມຂອງບັນດານັກບັນລະຍາຍເຊິ່ງແມ່ນນັກຊ່ຽວຊານທີ່ມີອິດທິພົນຊື່ສຽງມາຈາກ 14 ປະເທດ ແລະ ເຂດແຄ້ວນ; ຜູ້ຕາງໜ້າມາຈາກສະຫະປະຊາຊາດ, ເອກອັກຄະລັດຖະທູດ ແລະ ຜູ້ແທນສາກົນ 53 ທ່ານທີ່ມີໜ້າຢູ່ ຫວຽດນາມ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ກະຊວງຍຸຕິທຳ ຍີ່ປຸ່ນ ເພີ່ມທະວີການຮ່ວມມື ລະຫວ່າງ ອາຊຽນ - ຍີ່ປຸ່ນ ກ່ຽວກັບດ້ານກົດໝາຍ ແລະ ຍຸຕິທຳ ແລະ ຢັ້ງຢືນ ຫວຽດນາມ ສະໜັບສະໜູນຂໍ້ສະເໜີຂອງຍີ່ປຸ່ນ ກ່ຽວກັບການຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳລະຫວ່າງ ອາຊຽນ - ຍີ່ປຸ່ນ.
ກ່າວຄຳເຫັນທີ່ລາຍການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຊີ້ແຈ້ງວ່າ ປະຈຸບັນ, ທະເລ ແລະ ມະຫາສະໝຸດ ພວມຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່.
ຕອນບ່າຍວັນທີ 29ມິຖຸນາ, ຢູ່ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນຜູ້ມີຍົດສັກຕຳແໜ່ງໃນ ບັນດາສະມາຄົມ ແລະ ອົງການສາສະໜາກາວດາຍ.
ທ່ານປະທານສະພາແຫ່ງຊາດ ເວືອງດິງເຫວະ ຫວັງວ່າ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອັງກິດ ຈະສືບຕໍ່ສາມັກຄີ, ເອົາໃຈໃສ່ເຖິງຊາວ ຫວຽດນາມ ລຸ້ນຕ່າງໆເພື່ອຄົ້ນພົບ, ສະເໜີບັນດາຜູ້ທີ່ມີຄວາມເກັ່ງກ້າສາມາດໃນຂົງເຂດຕ່າງໆ.
ຍສໝ-ວັນທີ 27 ມິຖຸນາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຝະລັ່ງ ດິງຕວານທັ໋ງ ໄດ້ໃຫ້ການພົບປະຢ່າງສະໜິດສະໜົມກັບເຈົ້າແຂວງນະຄອນ Verrières-le-Buisson - ທ່ານ Francois Guy Trébulle ເພື່ອປຶກສາຫາລືກ່ຽວກັບການພົວພັນຮ່ວມມືລະຫວ່າງສອງຝ່າຍພ້ອມທັງກະກຽມໃຫ້ບັນດາກິດຈະກໍາທີ່ສົມທົບ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນສັນຍາປາຣີ ກ່ຽວກັບການຢຸດຕິສົງຄາມ ແລະ ຟື້ນຟູສັນຕິພາບຢູ່ ຫວຽດນາມ.
ຍສໝ - 2 ຝ່າຍສືບຕໍ່ຮັກສາການພົວພັນໃນທຸກຂັ້ນ ແລະ ຜ່ານບັນດາຊ່ອງທາງຂອງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ, ການພົບປະແລກປ່ຽນປະຊາຊົນ, ເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດ, ພະລັງງານ...
ຍສໝ-Festival ເຫ້ວ ປີ 2022 ພົ້ນເດັ່ນດ້ວຍບັນດາລາຍການໄຂງານ ທີ່ໄດ້ຈັດສ້າງຢ່າງພິຖິພິຖັນ, ສົມທົບກັບສຽງດົນຕີ ແລະ ບັ້ງໄຟດອກແບບມີສິລະປະ ທີ່ໄດ້ຄອງຫວັງຈະນຳມາເຊິ່ງຄວາມຮູ້ສຶກທີ່ພິເສດໃຫ້ແກ່ແຂກທ່ອງທ່ຽວ.
ຍສໝ - ຕອນເຊົ້າວັນທີ 28 ມິຖຸນາ, ມີນັກສິລະປະ ກ່ວາ 200 ຄົນໄດ້ໃສ່ໜ້າກາກ ຂອງບັນດາຕົວລະຄອນໃນການສະແດງສິລະປະຕ່ວງເຫ້ວ ເຊິ່ງໄດ້ສະແດງ ແລະ ແຫ່ຂະບວນໜ້າກາກຕ່ວງນັບແຕ່ແທັງບິ່ງ ໄປຮອດຖະໜົນ (ຫໍບູຊາບັນພະບຸລຸດຂອງ ການສະແດງສິລະປະຕ່ວງຖະໜົນຈີລັງ, ບ້ານ ຢາໂຮ້ຍ, ນະຄອນເຫ້ວ) ໄປຍັງຝູວັນເລົາ (ນະຄອນເຫ້ວ).
ວັນທີ 28 ມິຖຸນາ, ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ປະກາດໃຊ້ຂໍ້ຕົກລົງກ່ຽວກັບແຜນການຈັດຕັ້ງວາງສະແດງແນະນໍາວັັດທະນະທໍາ, ປະເທດຊາດ ແລະຊາວຫວຽດນາມ ຢູ່ລາວ.
ຍສໝ - ສັບປະດາ Festival ເຫ້ວ 2022 ດຳເນີນໃນລະຫວ່າງວັນທີ 25 – 30 ມິຖຸນາ ພວມນຳມາໃຫ້ປະຊາຄົມ, ນັກທ່ອງທ່ຽວເຊິ່ງບັນດາການລົງຕົວຈິງທີ່ດູດດື່ມ. ໃນຊຸມວັນນີ້, ນັກທ່ອງທ່ຽວມາຢ້ຽມຢາມ ເຫ້ວ ໄດ້ເພີ່ມຂຶ້ນສູງ ເພື່ອເຂົ້າຮ່ວມງານບຸນຕ່າງໆ. ນີ້ແມ່ນກາລະໂອກາດເພື່ອໃຫ້ຂະແໜງທ່ອງທ່ຽວທ້ອງຖິ່ນຟື້ນຟູຄືນໃໝ່ພາຍຫຼັງຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ມາເປັນເວລາ 2 ປີ.
ຍສໝ - ໃນຂອບເຂດການຢ້ຽມຢາມຮຸງກາລີ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ວັນທີ 27 ມິຖຸນາ 2022, ທ່ານລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ ເລແທ່ງລອງ ແລະ ທ່ານ Judit Varga ລັດຖະມົນຕີຍຸຕິທຳ ຮຸງກາຣີ ໄດ້ລົງນາມໃນໂຄງການຮ່ວມມືລະຫວ່າງ 2 ກະຊວງຍຸຕິທຳ ໄລຍະ 2022-2023 ພາຍໃຕ້ການເປັນສັກຂີພິຍານ ຂອງປະທານສະພາແຫ່ງຊາດສອງປະເທດ.
ຍສໝ - ວັນທີ 27 ມິຖຸນາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນສ້າງຕັ້ງພັກປະຊາຊົນກຳປູເຈຍ, ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ກຳປູເຈຍ ແລະ ພາຍຫຼັງການເລືອກຕັ້ງສະພາຕາແສງ ຊຸດທີ V ຂອງ ກຳປູເຈຍ ບັນລຸຜົນສຳເລັດຢ່າງຈົບງາມ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານພັກປະຊາຊົນກຳປູເຈຍ, ນາຍົກລັດຖະມົນຕີແຫ່ງລາຊະອານາຈັກ ກຳປູເຈຍ Samdech Techo Hun Sen.