ເຮືອນສວນ​ປູກຕົ້ນ​ດອກ​ເໝີຍ​ຢາ​ລາຍ ຟ້າວຟັ່ງຂະຫຍັນພຽນ​ຮູດໃບ, ​ລໍ​ຖ້າຕ້ອນຮັບ​ບຸນ​ປີໃໝ່ປະຈໍາຊາດ

06:30 | 12/01/2022

ຍສໝ - ໃນຊຸມວັນນີ້, ເຮືອນສວນ​ປູກຕົ້ນ​ດອກ​ເໝີຍ​ຢາ​ລາຍ ຟ້າວຟັ່ງຂະຫຍັນພຽນບົວລະບັດ ແລະ ຮູດໃບໃຫ້ບັນດາກະຖາງຕົ້ນດອກເໝີຍ ເພື່ອໃຫ້ເບັ່ງບານກົງກັບເວລາບຸນເຕັດປີຂານ 2022.

"ລະດູບານໃໝ່ຢູ່ບ້ານເກີດເມືອງນອນ" ໃນປີ 2022 ຄາດວ່າຈະຈັດຂຶ້ນ ໃນວັນທີ 22 ມັງກອນ ຈະມາເຖິງ
ຫວຽດນາມ ມີ​ຜູ້ຕາງໜ້າ​ຢູ່​ຄະນະກໍາມະການ World Press Photo ຫວຽດນາມ ມີ​ຜູ້ຕາງໜ້າ​ຢູ່​ຄະນະກໍາມະການ World Press Photo
ເຮືອນສວນ​ປູກຕົ້ນ​ດອກ​ເໝີຍ​ຢາ​ລາຍ ຟ້າວຟັ່ງຂະຫຍັນພຽນ​ຮູດໃບ, ​ລໍ​ຖ້າຕ້ອນຮັບ​ບຸນ​ປີໃໝ່ປະຈໍາຊາດ
ເມືອງອຽນເທ໊ ​ໄດ້​ຮັບ​ການ​ຮູ້​ຈັກເຖິງ​ເປັນ​ສວນ​ດອກເໝີຍຂອງນະຄອນ Pleiku (ແຂວງຢາລາຍ). ພາບ: vtc.vn
ເຮືອນສວນ​ປູກຕົ້ນ​ດອກ​ເໝີຍ​ຢາ​ລາຍ ຟ້າວຟັ່ງຂະຫຍັນພຽນ​ຮູດໃບ, ​ລໍ​ຖ້າຕ້ອນຮັບ​ບຸນ​ປີໃໝ່ປະຈໍາຊາດ
ຕາມການບັນທຶກຂອງ VTC News, ຢູ່ບັນດາເຮືອນສວນ, ໃນເວລານີ້ບັນດາ ງ່າດອກເໝີຍ ໄດ້ອອກດອກ. ປະ​ຊາ​ຊົນ​ພວມ​ຟ້າວຟັ່ງຂະຫຍັນພຽນ​ຮູດ​ໃບ, ກະ​ກຽມ​ຂັ້ນ​ຕອນ​ສຸດ​ທ້າຍ ແລະ ເຮັດ​ໃຫ້​ດອກ​ໄມ້​ເບັ່ງ​ບານ​ກົງກັບ​ໂອ​ກາດ​ປີ​ໃໝ່​ປີ ປະຈໍາຊາດ 2022. ພາບ: vtc.vn
ເຮືອນສວນ​ປູກຕົ້ນ​ດອກ​ເໝີຍ​ຢາ​ລາຍ ຟ້າວຟັ່ງຂະຫຍັນພຽນ​ຮູດໃບ, ​ລໍ​ຖ້າຕ້ອນຮັບ​ບຸນ​ປີໃໝ່ປະຈໍາຊາດ

​ໂດຍເປັນ​ຜູ້​ມີ​ປະສົບ​ການ​ກວ່າ 15 ປີ​ໃນ​ການ​ປູກ​ຕົ້ນ​ດອກເໝີຍ​ປະດັບ​ຢູ່​ທ້ອງ​ຖິ່ນ, ສວນ​ດອກເໝີຍ​ຂອງ​ທ່ານ ຫງວຽນ​ວັນ​ຈຶກ (ອາຍຸ 55 ປີ, ຮ່ອມ 4, ​ເມືອອຽນເທ໊) ປະຈຸ​ບັນ​ມີ​ດອກເໝີຍນ້ອຍ​ໃຫຍ່ 1.500 ​ຕົ້ນ, ​ໃນ​ນັ້ນ​ຫຼາຍ​ຕົ້ນ​ມີ​ລາຄາ​ເຖິງ​ຫຼາຍ​ສິບ​ລ້ານ​ດົ່ງ. ພາບ: vtc.vn

ເຮືອນສວນ​ປູກຕົ້ນ​ດອກ​ເໝີຍ​ຢາ​ລາຍ ຟ້າວຟັ່ງຂະຫຍັນພຽນ​ຮູດໃບ, ​ລໍ​ຖ້າຕ້ອນຮັບ​ບຸນ​ປີໃໝ່ປະຈໍາຊາດ
ເຮືອນ​ສວນ​ຂອງ​ທ່ານ ຈຶກ ​ໃນ​ຊຸມ​ມື້​ມໍ່ໆ​ມາ​ນີ້​ພວມ​ຮີບ​ເຮັ່ງຮູດ​ໃບ​ເພື່ອ​ໃຫ້​ດອກ​ເໝີຍ ​ເບັ່ງ​ບານກົງກັບ​ໂອກາດ​ບຸນ​ເຕັດ. ພາບ: vtc.vn
ເຮືອນສວນ​ປູກຕົ້ນ​ດອກ​ເໝີຍ​ຢາ​ລາຍ ຟ້າວຟັ່ງຂະຫຍັນພຽນ​ຮູດໃບ, ​ລໍ​ຖ້າຕ້ອນຮັບ​ບຸນ​ປີໃໝ່ປະຈໍາຊາດ

ຕາມ​ປົກກະຕິ​ແລ້ວ, ​ໄລຍະ​ສຸດ​ທ້າຍ​ຂອງ​ການ​​ຮູດ​ໃບ​ແມ່ນ​ຈະ​ດຳ​ເນີນ​ແຕ່​ວັນ​ຂຶ້ນ ຕົ້ນ​ເດືອນ 12 ​ເຖິງ​ວັນ​ຂຶ້ນ 10 ຄ່ຳ​ເດືອນ 12 (ໄລ່ຕາມຈັນທະປະຕິທິນ), ຕາມ​ທ່ານ ຈຶກ ​ແລ້ວ ແມ່ນ​ເພື່ອ​ໃຫ້​ດອກ​ໄມ້​ອອກ​ດອກ​ຕາມ​ເວລາ​ທີ່​ເໝາະ​ສົມ​ຂອງ​ບຸນ​ເຕັດ. ພາບ: vtc.vn

ເຮືອນສວນ​ປູກຕົ້ນ​ດອກ​ເໝີຍ​ຢາ​ລາຍ ຟ້າວຟັ່ງຂະຫຍັນພຽນ​ຮູດໃບ, ​ລໍ​ຖ້າຕ້ອນຮັບ​ບຸນ​ປີໃໝ່ປະຈໍາຊາດ
ທ່ານ ຈຶກ ແບ່ງປັນ​ວ່າ: “ແທນ​ທີ່​ຈະ​ຫົດ​ນ້ຳ 2 ຄັ້ງ​ໃນ​ຕອນ​ເຊົ້າ ​ແລະ ຕອນ​ບ່າຍ, ປະຈຸ​ບັນ​ຂ້າພະ​ເຈົ້າ​ພຽງ​ແຕ່​ຫົດ​ນ້ຳ​ໃນ​ຕອນ​ເຊົ້າ​ເທົ່າ​ນັ້ນ, ຖ້າ​ຫາກ​ຫົດ​ນ້ຳ​ຕອນ​ບ່າຍ​ອີກ, ມັນ​ຈະ​ກະຕຸ້ນ​ການ​ເຕີບ​ໂຕ​ຂອງ​ດອກເໝີຍ ເຮັດ​ໃຫ້​​ດອກ​ເໝີຍເບັ່ງບານກ່ອນ​ປີໃໝ່”. ພາບ: vtc.vn
ເຮືອນສວນ​ປູກຕົ້ນ​ດອກ​ເໝີຍ​ຢາ​ລາຍ ຟ້າວຟັ່ງຂະຫຍັນພຽນ​ຮູດໃບ, ​ລໍ​ຖ້າຕ້ອນຮັບ​ບຸນ​ປີໃໝ່ປະຈໍາຊາດ
ເຮືອນສວນ​ປູກຕົ້ນ​ດອກ​ເໝີຍ​ຢາ​ລາຍ ຟ້າວຟັ່ງຂະຫຍັນພຽນ​ຮູດໃບ, ​ລໍ​ຖ້າຕ້ອນຮັບ​ບຸນ​ປີໃໝ່ປະຈໍາຊາດ
ຄຽງຂ້າງ​ຈາກ​ຄວາມເປັນຫ່ວງ​ດອກເໝີຍເບັ່ງບານໄວ, ​ພະ​ຍາດ​ໂຄວິດ-19 ຍັງ​ເຮັດ​ໃຫ້ເຈົ້າຂອງສວນປູກຕົ້ນດອກເໝີຍ​ມີ​ຄວາມ​ວິຕົກ​ກັງວົນອີກດ້ວຍ. ພາບ: vtc.vn
ເຮືອນສວນ​ປູກຕົ້ນ​ດອກ​ເໝີຍ​ຢາ​ລາຍ ຟ້າວຟັ່ງຂະຫຍັນພຽນ​ຮູດໃບ, ​ລໍ​ຖ້າຕ້ອນຮັບ​ບຸນ​ປີໃໝ່ປະຈໍາຊາດ
ນາງ ຫງວຽນທິງາ (ອາຍຸ 49 ປີ, ຢູ່ເມືອງອຽນເທ໊) ໃຫ້ຮູ້ວ່າ: ພະຍາດໂຄວິດ-19 ແກ່ຍາວ, ສະນັ້ນ ເຈົ້າຂອງສວນສ່ວນຫຼາຍບໍ່ກ້າທີ່ຈະເພີ່ມ ການຜະລິດ ເພາະຢ້ານວ່າ ບຸນເຕັດຈະຂາຍຍາກ, ເຖິງວ່າ ສະພາບອາກາດ ໃນປີນີ້ແມ່ນເອື້ອອໍານວຍຫຼາຍກວ່າທຸກປີ, ເຫມາະໃຫ້ດອກເໝີຍພັດທະນາກໍ່ຕາມ. ພາບ: vtc.vn
ເຮືອນສວນ​ປູກຕົ້ນ​ດອກ​ເໝີຍ​ຢາ​ລາຍ ຟ້າວຟັ່ງຂະຫຍັນພຽນ​ຮູດໃບ, ​ລໍ​ຖ້າຕ້ອນຮັບ​ບຸນ​ປີໃໝ່ປະຈໍາຊາດ
ຕາມທ່ານນາງ ງາ ແລ້ວ, ໄລຍະດຽວກັນຂອງປີທີ່ຜ່ານມາ, ມີແຂກໄປມາຖາມໄຖ່ ແລະມັດຈຳເງິນສັ່ງຈອງດອກເໝີຍ ເປັນຈໍານວນຫຼວງຫຼາຍ ແຕ່ປີນີ້ບໍ່ມີໃຜມາ, ສະນັ້ນ ເຈົ້າຂອງສວນຈຶ່ງເປັນຫ່ວງທີ່ສຸດ. ພາບ: vtc.vn
ເຮືອນສວນ​ປູກຕົ້ນ​ດອກ​ເໝີຍ​ຢາ​ລາຍ ຟ້າວຟັ່ງຂະຫຍັນພຽນ​ຮູດໃບ, ​ລໍ​ຖ້າຕ້ອນຮັບ​ບຸນ​ປີໃໝ່ປະຈໍາຊາດ
ທ່ານ ເຈີ່ນດ້າຍ​ຈີ໋, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງອຽນເທ໊ ​ໃຫ້​ຮູ້​ວ່າ: ການ​ຂາຍ​ດອກເໝີຍ​ໃນ​ບຸນ​ເຕັດ​ປີ​ນີ້​ຂອງ​ຊາວ​ປູກ​ຕົ້ນດອກເໝີຍ​ຢູ່​ທ້ອງ​ຖິ່ນ​ແມ່ນ​ຊ້າ​ກວ່າ​ປີ​ກ່ອນ. ທ່ານ ຈີ໋ ເວົ້າ​ວ່າ ຍ້ອນ​ສະຖານະ​ການ​ທີ່​ສັບສົນ​ຂອງ​ພະຍາດ​ໂຄ​ວິດ-19 ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ກຳລັງ​ການ​ຊື້ຂາຍ. ພາບ: vtc.vn

ບູນມີ

ເຫດການ
302 Found

Found

The document has moved here.