"ລະດູບານໃໝ່ຢູ່ບ້ານເກີດເມືອງນອນ" ໃນປີ 2022 ຄາດວ່າຈະຈັດຂຶ້ນ ໃນວັນທີ 22 ມັງກອນ ຈະມາເຖິງ

18:49 | 11/01/2022

ຍສໝ - ​ລາຍການ "ລະດູບານໃໝ່ຢູ່ບ້ານເກີດເມືອງນອນ" ປີ 2022 ສຳລັບ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ປີ 2022 ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ການ​ນຳ​ພັກ, ລັດ ​ໄດ້​ຮັບ​ຟັງ​ຄວາມ​ຄິດ, ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ​ເຊີດຊູ​ບັນດາ​ໝູ່ຄະນະ, ບຸກຄົນ​ຢູ່​ຕ່າງປະ​ເທດ ທີ່​ໄດ້​ປະກອບສ່ວນ​ຫຼາຍ​ຢ່າງ​ໃຫ້​ແກ່​ບ້ານ​ເກີດ​ເມືອງ​ນອນ.

ລັດຖະບານ ຫວຽດນາມ ວາງເປົ້າໝາຍບັນລຸລະດັບການເຕີບໂຕ 6 – 6.5% ໃນປີ 2022 ລັດຖະບານ ຫວຽດນາມ ວາງເປົ້າໝາຍບັນລຸລະດັບການເຕີບໂຕ 6 – 6.5% ໃນປີ 2022
ຜັນຂະຫຍາຍຢ່າງມີຈຸດສຸມ ແລະ ມຸ່ງໄປເຖິງບັນດາໂຄງການເຄື່ອນໄຫວຂອງແນວໂຮມ ໃນປີ 2022 ຜັນຂະຫຍາຍຢ່າງມີຈຸດສຸມ ແລະ ມຸ່ງໄປເຖິງບັນດາໂຄງການເຄື່ອນໄຫວຂອງແນວໂຮມ ໃນປີ 2022

ລາຍການ “ລະດູບານໃໝ່ຢູ່ບ້ານເກີດເມືອງນອນ” ປີ 2022 ມີການເຄື່ອນໄຫວ ຄື: ຖະຫວາຍທູບທຽນ, ປ່ອຍປາ; ກິດຈະກຳຕອບບຸນແທນຄຸນ - ໄວ້ອາໄລ​ສຸສານປະທານ ​ໂຮ່ຈີ​ມິນ, ອາໄລຫາເຖິງ​ວິລະ​ຊົນເສຍສະຫຼະ​ຊີວິດ​ເພື່ອ​ຊາດ...

​ລາຍການ​ໄດ້​ຈັດ​ຂຶ້ນ​ດ້ວຍ​ຮູບ​ການຖ່າຍ​ສົດ ແລະ​ທາງ​ອອນ​ລາຍ ​ໃນ​ເວລາ 8 ​ໂມງ​ຂອງ​ວັນ​ທີ 22 ມັງກອນ (ກົງກັບວັນທີ 20 ​ເດືອນ 12 ຕາມຈັນ ທະປະຕິທິນ), ຢູ່​ໂຮງ​ລະຄອນ​ໃຫຍ່​ຮ່າ​ໂນ້ຍ ຖ່າຍທອດສົດໃນຊ່ອງ VTV1, VTV4 ຫວຽດນາມ.

ພາບປະກອບ: ແຄ໊ງລີງ

ຄາດ​ວ່າຈະ​ມີຊາວ​ຫວຽດນາມອາໄສ​ຢູ່​ຕ່າງປະ​ເທດ​ປະມານ 300 ຄົນ​ເຂົ້າ​ຮ່ວມ​ໂດຍ​ກົງ​ຢູ່​ໂຮງ​ລະຄອນ​ໃຫຍ່​ຮ່າ​ໂນ້ຍ, ​ໃນ​ນັ້ນ​ມີ​ຊາວ​ຫວຽດນາມ ອາໄສ​ຢູ່​ຕ່າງປະ​ເທດ​ປະມານ 100 ຄົນ, ​ແມ່ນຊາວ​ຫວຽດນາມ ອາໄສ​ຢູ່​ຕ່າງປະ​ເທດດີເດັ່ນ, ນັກປັນຍາ​ຊົນ, ນັກວິທະຍາສາດ, ນັກ​ວິ​ສາ​ຫະກິດ, ຊາວ​ໜຸ່ມ ​ແລະ ບັນດາ​ບຸກຄົນ​ທີ່​ມີ​ບັນດາ​ຜົນງານ​ດີ​ເດັ່ນ​ໃນ​ຂົງ​ເຂດວັດທະນະທຳສິລະ​ປະ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຢີ...

ການຈັດຕັ້ງລາຍການ “ລະດູບານໃໝ່ຢູ່ບ້ານເກີດເມືອງນອນ” ປີ 2022 ມີການເຂົ້າຮ່ວມ ອວຍພອນປີໃໝ່ຂອງບັນດາການນຳຂອງພັກ, ລັດ ຈະສະແດງ ໃຫ້ເຫັນອາລົມຈິດອັນເລິກເຊິ່ງ ແລະຄວາມເອົາໃຈໃສ່, ເບິ່ງແຍງດູແລທີ່ມີຕໍ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຖືກຕາມກັບຈິດໃຈຂໍ້ສະ​ຫຼຸບ​ເລກ​ທີ 12-KL/T ​ລົງວັນ​ທີ 12 ສິງຫາ 2021 ກ່ຽວ​ກັບ​ວຽກ​ງານ​ຊາວ​ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດ​ໃນ​ສະພາບ​ການ​ໃໝ່.

ຄະນະ​ຈັດ​ຕັ້ງເປັນກຽດ​ປະກາດ ​ແລະ ​ເຊີນພໍ່ແມ່ປະຊາຊົນ ທີ່​ພວມ​ດຳລົງ​ຊີວິດ, ຮ່ຳຮຽນ ​ແລະ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ ລົງທະບຽນເຂົ້່າຮ່ວມຜ່ານ ອົງການຜູ້ຕາງໜ້າຫວຽດນາມປະຈໍາຕ່າງປະເທດ ຫຼື ຄະນະ​ກຳມະການ​ແຫ່ງ​ລັດ ກ່ຽວ​ກັບ​ຊາວ​ຫວຽດນາມ ອາໄສຢູ່​ຕ່າງ​ປະ​ເທດ (ກະຊວງ​ການ​ຕ່າງປະ​ເທດ) ກ່ອນ​ວັນ​ທີ 15 ມັງກອນ 2022. ທີ່ຢູ່:

ຄະນະ​ກຳມະການ​ແຫ່ງ​ລັດກ່ຽວ​ກັບ​ຊາວ​ຫວຽດນາມ ອາໄສຢູ່​ຕ່າງ​ປະ​ເທດ (ກະຊວງ​ການ​ຕ່າງປະ​ເທດ):

- ທີ່​ຢູ່: ສໍານັກງານຕັ້ງຢູ່ ເລກທີ 32 ບ່າ​ຈ້ຽວ, ຮວ່ານກ໊ຽມ, ຮ່າ​ໂນ້ຍ;

- ເບີໂທລະສັບ: (+84-24) 38240401;

- ແຟັກ: (84-24) 38259211;

- ອີເມວ: [email protected]

- ລິ້ງລົງທະບຽນ : https://tinyurl.com/xqh2022./ .

ບູນມີ

ເຫດການ
302 Found

Found

The document has moved here.