ຫວຽດນາມ ມີ​ຜູ້ຕາງໜ້າ​ຢູ່​ຄະນະກໍາມະການ World Press Photo

16:30 | 11/01/2022

ຍສໝ - ນັກຖ່າຍຮູບ ລິງຟ້າມ (ຟ້າມຮ່າຢຸຍລິງ) ຈະແມ່ນຊາວຫວຽດນາມ ຄົນທຳອິດທີ່ ເຂົ້າຮ່ວມສະພາກໍາມະການຂອງລາງວັນນັກຖ່າຍຮູບທີ່ມີຊື່ສຽງທົ່ວໂລກ - ການ ປະກວດພາບຖ່າຍສື່ມວນຊົນໂລກ (World Press Photo) 2022. ຂໍ້ມູນຂ່າວ ສານນີ້ໄດ້ຖືກປະກາດໃນເວັບໄຊທາງການຂອງການປະກວດ.

World Vision ຫວຽດນາມ ສືບຕໍ່ໜູນຊ່ວຍຫວຽດນາມໃນການຕ້ານໂລກລະບາດ Covid-19 World Vision ຫວຽດນາມ ສືບຕໍ່ໜູນຊ່ວຍຫວຽດນາມໃນການຕ້ານໂລກລະບາດ Covid-19
ຂຸດ​ຄົ້ນວັດທະນະທໍາ​ພື້ນ​ເມືອງ​ຢ່າງ​ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ການ​ພັດທະນາ​ອຸດສາຫະກຳ​ວັດທະນະທຳ​ຢູ່​ຫວຽດນາມ ຂຸດ​ຄົ້ນວັດທະນະທໍາ​ພື້ນ​ເມືອງ​ຢ່າງ​ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ການ​ພັດທະນາ​ອຸດສາຫະກຳ​ວັດທະນະທຳ​ຢູ່​ຫວຽດນາມ

ໂດຍໄດ້ຮັບການສ້າງຕັ້ງຂຶ້ນຢູ່ປະເທດໂຮນລັງ ເມື່ອປີ 1955, ການປະກວດພາບຖ່າຍສື່ມວນຊົນໂລກ ບັນລຸໄດ້ຊື່ສຽງໂດ່ງດັງຢ່າງວ່ອງໄວ ສໍາລັບບັນດາຊ່າງພາບນັກຂ່າວ ແລະ ນັກຖ່າຍຮູບມືອາຊີບ.

ປີ 2022 ກໍ່ເປັນ​ຄັ້ງ​ທຳ​ອິດ​ທີ່​ການ​ປະ​ກວດ​ໄດ້​ປ່ຽນ​ໂຄງ​ປະ​ກອບ​ ແລະ ມາດຖານໃຫ້ຄະແນນ. ພາບຖ່າຍທີ່ເຂົ້າປະກວດຈະແຂ່ງຂັນຕາມ 6 ພາກພື້ນ: ອາຟຣິກາ, ເອີຣົບ, ອາຊີ, ອາເມລິກາເຫນືອ ແລະ ກາງ, ອາເມລິກາໃຕ້, ອາຊີຕາເວັນອອກສ່ຽງໃຕ້ ແລະ ທະວີບໂອເຊອານີ.

ການ​ປ່ຽນ​ແປງ​ດັ່ງ​ກ່າວ​ຫວັງ​ວ່າ​ຈະ​ສົ່ງເສີມ​ການ​ເຂົ້າ​ຮ່ວມ​ຂອງ​​ຊ່າງພາບນັກ​ຂ່າວ​ທ້ອງ​ຖິ່ນ.

ຫວຽດນາມ ມີ​ຜູ້ຕາງໜ້າ​ຢູ່​ຄະນະກໍາມະການ World Press Photo
ນັກຖ່າຍຮູບ ລິງຟ້າມ (ແຖວໜ້າ, ອັນດັບທີ 4 ເບື້ອຊ້າຍ) ໃນບັນຊີລາຍຊື່ຄະນະກໍາມະການ. ພາບ: TTXVN

ນັກຖ່າຍຮູບ ລິງຟ້າມ ໃຫ້ຮູ່ວ່າ ເພິ່ນ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ເປັນກໍາມະການ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ ​ແລະ ທະວີບໂອເຊອານີ ພ້ອມ​ກັບ​ນັກ​ຖ່າຍຮູບ​ອີກ 4 ຄົນ​ຈາກ ອັງກິດ, ອິນ​ໂດ​ເນ​ເຊຍ, ສິງກະ​ໂປ ​ແລະ ຟີ​ລິບ​ປິນ.

ລິງຟ້າມ ເປັນນັກຖ່າຍຮູບສຳເນົາເອກະສານທີ່ມີປະສົບການຫຼາຍປີທີ່ເຮັດວຽກຢູ່ພາຍໃນ ແລະ ຕ່າງປະເທດ, ປະຈຸບັນໄດ້ຮ່ວມມືກັບສໍານັກຮູບພາບ Getty Images. ຮູບພາບຂອງລາວ ໄດ້ຖືກຕີພິມຢູ່ໃນຫນັງສືພິມສາກົນເຊັ່ນ National Geographic, New York Times, ຫຼື Washington Post. ​ເຖິງ​ວ່າ​ເຄື່ອນໄຫວ​ໃນ​ລະດັບ​ສາກົນ​ກໍ່ຕາມ, ​ແຕ່​ບັນດາ​ໂຄງການ​ສ່ວນ​ຕົວ​ຂອງ​ນັກ​ຖ່າຍຮູບ​ມັກມຸ່ງໄປເຖິງ​ເລື່ອງ​ລາວ​ໃນ​ອະດີດ ​ແລະ ຜົນສະທ້ອນ​ຂອງມັນ​ໃນຍຸກ​ປະຈຸ​ບັນຫວຽດນາມ.

ລິງຟ້າມ ກໍ່​ໄດ້ເປັນ​ທີ່​ຮູ້​ຈັກໃນ​ການ​ເຄື່ອນ​ໄຫວ​ຊຸກຍູ້​ການ​ພັດທະນາ​ຂອງ​ປະຊາ​ຄົມ​ນັກ​ຖ່າຍ​ຮູບ​ຢູ່​ຫວຽດນາມ.

ນັບຕັ້ງແຕ່ 2016, ເພິ່ນ ເປັນຜູ້ຮ່ວມກໍ່ຕັ້ງ Matca, ວາລະສານອອນໄລ, ສື່ສິ່ງພິມ ແລະ ສະຖານທີ່ວາງສະແດງ ໂດຍມີເປົ້າຫມາຍທີ່ເປີດກວ້າງຢູ່ບັນດາກອງປະຊຸມປຶກສາຫາລືກ່ຽວກັບການຖ່າຍຮູບຍຸກປະຈຸບັນ.

ບູນມີ

ເຫດການ
302 Found

Found

The document has moved here.