ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ ໃນ​ທຸກ​ຂົງ​ເຂດ

12:10 | 19/12/2021

ຍ​ສ​ໝ - ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ດີ​ງາມ ໃນ​ທຸກ​ຂົງ​ເຂດ​ ການ​ເມືອງ, ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ...

“ຮ່ວມ​ມື 3 ຝ່າຍ” ລະ​ຫວ່າງ​ຄະນະການ​ທູດ, ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ ກັ​ບ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ຫວຽດ​ນາມ “ຮ່ວມ​ມື 3 ຝ່າຍ” ລະ​ຫວ່າງ​ຄະນະການ​ທູດ, ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ ກັ​ບ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ຫວຽດ​ນາມ
ຊຸກ​ຍູ້​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ - ແມ່​ນ້ຳລ້ານ​ຊ້າງ​ໃນ​ການ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ ຊຸກ​ຍູ້​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ - ແມ່​ນ້ຳລ້ານ​ຊ້າງ​ໃນ​ການ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ
ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ ໃນ​ທຸກ​ຂົງ​ເຂດ
ທ່ານ​ນາງຮອງ​ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ ຫງວຽນ​ທິ​ຮ່​ວາງ​ເວິນ (ພາບ: TTXVN)

ຫວ່າງແລ້ວນີ້, ທ່ານ​ນາງຮອງ​ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ ຫງວຽນ​ທິ​ຮ່​ວາງ​ເວິນ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ທາງ​ໄກ “ສອງ​ສະຕະ​ວັດ​ແຫ່ງ​ມິດ​ຕະ​ພາບ, ສອງ​ທົດ​ສະ​ວັດ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ” ໂດຍ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ນະ​ຄອນ Saint Petersburg ຈັດ​ຕັ້ງ​ເນື່ອງ​ໃນ​ໂອກ​າ​ດ​ສະ​ເຫຼີມ​ສະຫຼອງ 20 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ.

ເຂົ້າ​ຮ່ວມກອງ​ປະ​ຊຸມ​ມີ ​ທ່ານ​ຮອງ​ຜູ້​ວ່າ​ການ​ນະ​ຄອນ Saint Petersburg Bodarenko N.L, ຜູ້​ຕາງ​ໜ້າ​ສະ​ຖານ​ທູດ ແລະ ບາງ​ອົງ​ການ, ອົງ​ການ​ຈັດ​ຕັ້ງ​ທີ່​ກ່ຽວ​ຂ້ອງ​ຂອງ​ສອງ​ປະ​ເທ​ດ.

ບັນ​ດາ​ການ​ປຶກ​ສາ​ຫາ​ລື​ຢູ່ກອງ​ປະ​ຊຸມ​ໄດ້​ເນັ້ນ​ໜັກ​ວ່າ ນັບ​ແຕ່​ເວ​ລາ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ປີ 2001 ແລະ ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ຮອບ​ດ້ານ​ໃນ​ປີ 2012 ມາ​ຮອດ​ປັດ​ຈຸ​ບັນ, ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ດີ​ງາມ ໃນ​ທຸກ​ຂົງ​ເຂດ​ຄື ​ການ​ເມືອງ, ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ...

ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ ແລະ ການພົບປະກັບ​​ທຸກ​ຂັ້ນ, ພິ​ເສດ​ແມ່ນ​ຂັ້ນ​ສູງ​ໄດ້​ຮັບ​ການ​ຮັກ​ສາຢ່າງ​ເປັນ​ປະ​ຈຳ. ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ການ​ຄ້າ ພັດ​ທະ​ນາ​ຢ່າງ​ມີ​ຂະ​ຫຍັນ​ຂັນ​ເຄື່ອນ. ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ ໄດ້​ຮັບ​ການ​ຍູ້​ແຮງ, ສວມ​ບົດ​ບາດ​ເສົາ​ຄ້ຳ​ສຳ​ຄັນ​ໃນ​ການ​ພົວ​ພັນ​ສອງ​ປະ​ເທ​ດ.

ການ​ຮ່ວມ​ມື​ດ້ານການ​ສຶກ​ສາ, ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ, ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ ແລະ ການ​ພົບປະພົວ​ພັນ​ປະ​ຊາ​ຊົນ​ມີ​ບາດ​ກ້າວ​ພັດ​ທະ​ນາ​ຢ່​າງ​ຕັ້ງ​ໜ້າ, ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ, ນ້ຳ​ໄຈ​ມິດ​ຕະ​ພາບ ລະ​ຫວ່າງ​ປະ​ຊາ​ຊົນ ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊຍ.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາງ ຫງວຽນ​ທິຮ່ວາງ​ເວິນ ຢືນຢັນ​ວ່າ: ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ ​ແລະ ລັດ ຫວຽດນາມ ​ແມ່ນ​ຖື​ເປັນ​ສຳຄັນ​ການ​ປັບ​ປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ສະຫະພັນ​ລັດ​ເຊຍ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຊ່ອງ​ທາງ​ຂອງ​ພັກ ​ແລະ ລັດ, ປະ​ຊາ​ຊົນໃນທຸກຂົງເຂດ.

ຖະແຫຼງການຮ່ວມກ່ຽວກັບວິໄສທັດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ຮອດປີ 2030 ທີ່ໄດ້ຮັບຮອງເອົາ ເນື່ອງໃນໂອກາດ ທ່ານປະທານປະເທດຫວຽດນາມ ຫງວນ​ຊວັນ​ຟຸກ ​ໄປຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການທີ່ຜ່ານມາ ໄດ້ສະແດງໃຫ້ເຫັນຄວາມຕັດ​ສິນ​ໃຈຂອງການນຳຂັ້ນສູງຂອງ 2 ປະເທດໃນການເພີ່ມທະວີການ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ລັດ​ເຊຍ-ຫວຽດນາມ, ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ແໜ້ນ​ແຟ້ນ.

ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ແລກປ່ຽນ ​ແລະ ​ເຫັນ​ດີ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ຫຼາຍ​ໂຄງການ ​ແລະ ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ວັນ​ລົງ​ນາມ​ໃນ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ລັດ​ເຊຍ ​ໃນ​ປີ 2022.

ບຸນ​ຄົງ

302 Found

Found

The document has moved here.