ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ຫ້ອງ​ຮຽນ​ລົບ​ລ້າງ​ຄວາມ​ກືກ​ໜັງ​ສື​ຂອງ​ປະ​ຊາ​ຊົນ​​ເຜົ່າ​ມົ້ງ ແຂວງ​ເຊີນ​ລາ

16:46 | 09/12/2021

ເຂດບ້ານປາແຄນ, ເທດສະບານນິຄົມກະເສດ ໂມກເຈົາ, ເມືອງໂມກເຈົາ, ແຂວງເຊີນລາ ມີກ່ວາ 500 ຄອບຄົວດຳລົງຊີວິດຢູ່, ສ່ວນຫຼາຍແມ່ນຊາວເຜົ່າມົ້ງ. ຢູ່ແຫ່ງນີ້ມີຫ້ອງຮຽນພິເສດຫ້ອງໜຶ່ງ ເພື່ອລົບລ້າງຄວາມກືກໜັງສື ສະຫງວນໃຫ້ແກ່ບັນດານັກຮຽນແມ່ນຊາວເຜົ່າມົ້ງ ຢູ່ໃນເກນອາຍຸທີ່ແຕກຕ່າງກັນ.

ການ​ພົວ​ພັນ ຫວ​ຽດ​ນາມ - ຈີນ ນ​ຳ​ມາເຊິ່ງຜົນ​ປະ​ໂຫຍດ​ຢ່າງ​ແທດ​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ 2 ປະ​ເທດ ການ​ພົວ​ພັນ ຫວ​ຽດ​ນາມ - ຈີນ ນ​ຳ​ມາເຊິ່ງຜົນ​ປະ​ໂຫຍດ​ຢ່າງ​ແທດ​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ 2 ປະ​ເທດ
ເອື້ອຍ​ຄູ​ຊົນ​ເຜົ່າ​ເມື່ອງ ໄດ້ຮ​ັບ​ລາງວັນສົມ​ເດັດ​ເຈົ້າ​ຟ້າ​ມະ​ຫາ​ຈັກ​ກ​ຣີ ປີ 2021 ຂອງ ໄທ ເອື້ອຍ​ຄູ​ຊົນ​ເຜົ່າ​ເມື່ອງ ໄດ້ຮ​ັບ​ລາງວັນສົມ​ເດັດ​ເຈົ້າ​ຟ້າ​ມະ​ຫາ​ຈັກ​ກ​ຣີ ປີ 2021 ຂອງ ໄທ
ເຖິງວ່າຄັບຄາຕໍ່ວຽກໄຮ່ການນາແຕ່ບັນດານັກຮຽນຍັງມານະພະຍາຍາມໄປຮຽນ (ພາບ: VOV)
ເຖິງວ່າຄັບຄາຕໍ່ວຽກໄຮ່ການນາແຕ່ບັນດານັກຮຽນຍັງມານະພະຍາຍາມໄປຮຽນ (ພາບ: VOV)

ຫ້ອງຮຽນລົບລ້າງຄວາມກືກໜັງສືຢູ່ ເຂດບ້ານປາແຄນ ໄດ້ເປີດແຕ່ເດືອນເມສາປີ 2021 ຢູ່ໂຮງຮຽນປາແຄນ 1 ແລະ ປາແຄນ 2. ອ້າຍເອື້ອຍຄູເກືອບທັງໝົດແມ່ນໄດ້ຄັດເລືອກມາຈາກໂຮງຮຽນປະຖົມ ແລະ ໂຮງຮຽນມັດທະຍົມຕອນຕົ້ນ 19 ພຶດສະພາ. ຈຸດລວມຂອງບັນດານັກຮຽນຂອງຫ້ອງຮຽນນີ້ ແມ່ນທຸກຄົນລ້ວນແຕ່ແມ່ນແຮງງານຕົ້ນຕໍໃນຄອບຄົວ, ກາງເວັນເຂົາເຈົ້າຕ້ອງອອກແຮງງານ ທຳການຜະລິດ, ເຮັດໄຮ່ໄຖນາ, ສາມາດຍາດແຍ່ງເວລາພຽງແຕ່ຕອນຄ່ຳເພື່ອໄປຮຽນ. ເມື່ອເຂົ້າຮ່ວມຫ້ອງຮຽນ, ບັນດານັກຮຽນໄດ້ຮັບຖ່າຍທອດບັນດາທັກສະພື້ນຖານຄື: ຟັງ, ເວົ້າ, ອ່ານ ແລະ ວິທີແກ້ເລກທີ່ເປັນພື້ນຖານ.

ໃນຕອນຄ່ຳແຕ່ວັນຈັນຫາວັນສຸກ, ເອື້ອຍຊົ່ງທິວ່າງ ອາຍຸ 41 ປີ ແລະ ບັນດາເອື້ອຍນ້ອງແມ່ຍິງຢູ່ເຂດບ້ານປາແຄນ ໄດ້ໄປຮຽນເພື່ອລົບລ້າງຄວາມກືກໜັງສື ໂດຍໂຮງຮຽນປະຖົມ ແລະ ໂຮງຮຽນມັດທະຍົມຕອນຕົ້ນ 19 ພຶດສະພາຈັດຕັ້ງຂຶ້ນ. ເອື້ອຍຊົ່ງທິວ່າງ ແບ່ງປັນວ່າ:

ກ່ອນນີ້ຄອບຄົວທຸກຍາກ, ຂ້າພະເຈົ້າບໍ່ໄດ້ໄປຮຽນ. ເມື່ອຮູ້ຂ່າວວ່າມີຫ້ອງຮຽນລົບລ້າງຄວາມກືກໜັງສື ແລະ ເຜີຍແຜ່ຄວາມຮູ້, ຂ້າພະເຈົ້າກໍ່ເລີຍຂໍໄປຮຽນ. ແຕ່ລະມື້, ວຽກໄຮ່ການນາກໍ່ຄັບຄາຫຼາຍ ແຕ່ຂ້າພະເຈົ້າຍັງສັບຊ້ອນເວລາເພື່ອໄປຮຽນທັນເວລາ, ພະຍາຍາມຈື່ໜັງສືແຕ່ລະໂຕ. ນັບແຕ່ເມື່ອອ່ານໄດ້ຂຽນເປັນ, ຂ້າພະເຈົ້າກໍ່ມີຄວາມຮູ້ຫຼາຍຢ່າງໃນການຊີວິດປະຈຳວັນ. ອ້າຍເອື້ອຍຄູກໍ່ມີຄວາມສຸດຈິດສຸດໃຈ, ເອົາໃຈໃສ່ຕໍ່ນັກຮຽນທີ່ສຸດ. ປະຈຸບັນ ຂ້າພະເຈົ້າອ່ານໄດ້ຂຽນເປັນແລ້ວ, ຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດ.

ເຖິງວ່າມີຜົວ ແລະ ລູກ 1 ຄົນແລ້ວກໍ່ຕາມ, ແຕ່ເອື້ອຍຢາງທິລີ ຍັງຫ້າວຫັນຕໍ່ການໄປຮຽນ ດ້ວຍຄວາມຫວັງຢາກຮູ້ໜັງສື. ກໍ່ເຊັ່ນດຽວກັນກັບນັກຮຽນຄົນອື່ນໆ, ຍ້ອນຄອບຄົວທຸກຍາກ, ມີອ້າຍເອື້ອຍນ້ອງຫຼາຍຄົນ, ສະນັ້ນ ໃນຄາວຍັງນ້ອຍ, ເອື້ອຍລີ ບໍ່ໄດ້ໄປໂຮງຮຽນ, ຕ້ອງໄປເຮັດໄຮ່ເຮັດນາຊ່ວຍພໍ່ແມ່. ປະຈຸບັນ, ເມື່ອໄດ້ເຂົ້າຮ່ວມຫ້ອງຮຽນລົບລ້າງຄວາມກືກໜັງສື, ເອື້ອຍກໍ່ອ່ານໄດ້ຂຽນເປັນ ແລະ ຮູ້ຈັກວິທີແກ້ເລກທີ່ງ່າຍດາຍ, ເປັນປະໂຫຍດໃຫ້ເອື້ອຍຫຼາຍທີ່ສຸດໃນການດຳລົງຊີວິດປະຈຳວັນ:

ເມື່ອໄດ້ໄປຮຽນ, ຂ້າພະເຈົ້າກໍ່ຮູ້ຈັກວິທີຄິດໄລ່, ເມື່ອຂາຍເຄື່ອງຫຍັງກໍ່ຮູ້ວ່າ ເຂົາເຈົ້າສົ່ງເງິນໃຫ້ເທົ່າໃດ, ທອນເທົ່າໃດ, ສະດວກທີ່ສຸດ. ມີໃຜຫາຂຽນຫຍັງໃຫ້ກໍ່ຂຽນໄດ້ເລີຍ, ຖ້າຕ້ອງເຊັນກໍ່ເຊັນດ້ວຍຕົນເອງ, ບໍ່ຕ້ອງອາໄສຄົນອື່ນຄືເມື່ອກ່ອນແລ້ວ. ຂ້າພະເຈົ້າມີຄວາມພາກພູມໃຈຫຼາຍຍ້ອນວ່າ ຕົນເອງບໍ່ໄດ້ກືກໜັງສືອີກແລ້ວ.

ໃນຈຳນວນຜູ້ທີ່ບໍ່ຮູ້ໜັງສືໃນປະຈຸບັນ, ກໍ່ມີບາງຄົນເຄີຍໄປຮຽນໜັງສືແລ້ວ ແຕ່ຍັງກືກໜັງສືຄືເກົ່າ ຍ້ອນບໍ່ໄດ້ນຳໃຊ້ເປັນປະຈຳ. ຍອ້ນເຫດນັ້ນ, ທາງທ້ອງຖິ່ນກໍ່ມີແຜນການເປີດບັນດາຫ້ອງຮຽນລົບລ້າງຄວາມກືກໜັງສື ພ້ອມທັງໂຄສະນາເຖິງແຕ່ລະຄອບຄົວ ເພື່ອໃຫ້ນັກຮຽນເຂົ້າຮ່ວມຫ້ອງຮຽນເປັນປະຈຳ ແລະ ມີປະສິດທິດຜົນ. ທ່ານຟ້າມມິນທັງ ຮອງຜູ້ອຳນວຍການໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ 19 ພຶດສະພາ ໃຫ້ຮູ້ວ່າ:

ໃນການສິດສອນ, ອ້າຍເອື້ອຍຄູຈະເປັນເຈົ້າການ, ມີໄຫວພິບ, ປ່ຽນໃໝ່ວິທີການສິດສອນໃຫ້ເໝາະສົມກັບຄວາມສາມາດຮັບເອົາຂອງນັກຮຽນແຕ່ລະຄົນ. ສົ່ງເສີມອ້າຍເອື້ອຍຄູຈົດທະບຽນເຂົ້າຮ່ວມບັນດາຫ້ອງຮຽນລົບລ້າງຄວາມກືກໜັງສື ດ້ວຍຄວາມສະຫມັກໃຈ. ໃນການສອນໜັງສືກໍ່ ສົມທົບບັນດາທັກສະອັນເປັນພື້ນຖານ ໃນຊີວິດປະຈຳວັນຕື່ມອີກ ເພື່ອໃຫ້ເຂົາເຈົ້າ ແລະ ຄອບຄົວຮູ້ຈັກຄື: ການປ້ອງກັນ ຕ້ານໂລກລະບາດໂຄວິດ 19, ທັກສະການປ້ອງກັນຕ້ານໄຟໄໝ້, ການຕາຍດຶກນ້ຳ. ພ້ອມກັນນັ້ນ, ໄດ້ຈັດການສະແດງສິລະປະ, ກິແຂ່ງຂັນລາກາຍະກຳ….

ກ່ອນນີ້, ຍ້ອນເງື່ອນໄຂເສດຖະກິດປະສົບກັບຄວາມຫຍຸ້ງຍາກ, ການດຳລົງຊີວິດແມ່ນກຸ່ມຕົນເອງ, ສະນັ້ນ ປຊຊ ສ່ວນຫຼາຍບໍ່ຮັກມັກການຮຽນໜັງສື. ກືກໜັງສືກໍ່ໝາຍຄວາມວ່າຂາດຄວາມຮູ້ ແລະ ເຮັດໃຫ້ຊີວິດຂອງ ປຊຊ ຍິ່ງມີຄວາມທຸກຍາກຂຶ້ນຕື່ມ. ຍ້ອນໄດ້ເປີດຫ້ອງຮຽນລົບລ້າງຄວາມກືກໜັງສື, ປະຈຸບັນ, ອັດຕາສ່ວນ ປຊຊ ຜູ້ກືກໜັງສືໄດ້ຫລຸດລົງຫຼາຍແລ້ວ. ທ່ານເວືອງວັນຮອກ ຮອງຫົວໜ້າພະແນກສຶກສາ ແລະ ກໍ່ສ້າງເມືອງ ໂມກເຈົາ ໃຫ້ຮູ້ວ່າ:

ໃນໄລຍະຈະມາເຖິງ, ຂະແໜງສຶກສາ ແລະ ກໍ່ສ້າງເມືອງ ໂມກເຈົາ ຈະສືບຕໍ່ສົມທົບກັບບັນດາອົງການຈັດຕັ້ງການເມືອງ, ສັງຄົມ ເພີ່ມທະວີການກວດກາຄວາມຕ້ອງການຂອງ ປຊຊ ເພື່ອເປີດບັນດາຫ້ອງຮຽນລົບລ້າງຄວາມກືກໜັງສື. ສູ້ຊົນຮອດປີ 2025 ຍົກຈຳນວນຜູ້ຢູ່ໃນເກນອາຍຸແຕ່ 15-60 ປີຮູ້ໜັງສືໃຫ້ບັນລຸກ່ວາ 97%, ພິເສດແມ່ນບັນດາຕາແສງທຸກຍາກ ຈະສູ້ຊົນຍົກອັດຕາສ່ວນຜູ້ຮູ້ໜັງສືລະດັບ 2 ໃນເກນອາຍຸແຕ່ 15-35 ໃຫ້ໄດ້ກ່ວາ 95%. ດ້ວຍໝາກຜົນທີ່ບັນລຸໄດ້ໃນໄລຍະທີ່ຜ່ານມາ, ພວກຂ້າພະເຈົ້າຫວັງວ່າ ວຽກງານລົບລ້າງຄວາມກືກໜັງສື ນັບມື້ນັບບັນລຸໄດ້ປະສິດທິຜົນ ແລະ ປະກອບສ່ວນຍົກສູງຊີວິດການເປັນຢູ່ຂອງ ປຊຊ ໃນບໍລິເວນເມືອງໂມກເຈົາ ກ່ວາອີກ.

ພ້ອມກັບການລົບລ້າງຄວາມກືກໜັງສື, ບັນດາອ້າຍເອື້ອຍຄູ ຍັງສົມທົບກັບການໂຄສະນາເຜີຍແຜ່ແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດ, ຕັກເຕືອນ ປຊຊ ລົບລ້າງບັນດາຮີດຄອງປະເພນີຫຼ້າຫຼັງ, ຮັກສາຮີດຄອງປະເພນີອັນດີງາມຂອງຊາດ. ເມື່ອອັດຊຸດຮຽນ, ຫ້ອງການສຶກສາ ແລະ ກໍ່ສ້າງເມືອງ ໂມກເຈົາ ໄດ້ມອບໃບຢັ້ງຢືນ ໃຫ້ບັນດານັກຮຽນທີ່ມີມາດຖານພຽງພໍ. ເລື່ອງເປີດບັນດາຫ້ອງຮຽນລົບລ້າງຄວາມກືກໜັງສື ແມ່ນມີຄວາມໝາຍດ້ານວັດທະນະທຳມະນຸດອັນເລິກເຊິ່ງ, ປະກອບສ່ວນຍົກສູງລະດັບຄວາມຮູ້ໃຫ້ແກ່ ປຊຊ ບັນດາເຜົ່າສ່ວນໜ້ອຍຢູ່ເມືອງໂມກເຈົາ.

vovworld.vn

ເຫດການ
302 Found

Found

The document has moved here.