ເອື້ອຍ​ຄູ​ຊົນ​ເຜົ່າ​ເມື່ອງ ໄດ້ຮ​ັບ​ລາງວັນສົມ​ເດັດ​ເຈົ້າ​ຟ້າ​ມະ​ຫາ​ຈັກ​ກ​ຣີ ປີ 2021 ຂອງ ໄທ

15:13 | 06/12/2021

ເອື້ອຍຄູ ຮ່າແອັງເຟື້ອງ - ຄູສອນວິຊາພາສາ ອັງກິດ ຢູ່ໂຮງຮຽນມັດທະຍົມຕອນປາຍ ເຮືອງເກີ່ນ, ແຂວງ ຝຸທໍ້ ຂອງ ຫວຽດນາມ ເປັນກຽດໄດ້ຮັບລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ປີ 2021 ຂອງ ໄທ. ເອື້ອຍຄູຜູ້ນີ້ໄດ້ຮັບການຕີລາຄາວ່າ ມີຫຼາຍຂໍ້ລິເລີ່ມທີ່ໂດດເດັ່ນໃນການສຶກສາ ແລະ ໄດ້ຂຶ້ນຊື່ລືຊາໄປທົ່ວປະຊາຄົມທ້ອງຖິ່ນ ກໍຄື ສາກົນ, ໜຶ່ງໃນນັ້ນແມ່ນຮູບແບບຫ້ອງຮຽນຂ້າມຊາຍແດນ, ປະກອບຄວາມຮູ້ ແລະ ທັກສະໃຫ້ແກ່ນ້ອງນັກຮຽນກາຍເປັນພົນລະເມືອງໂລກ.

ເຫຼົ້າ​ໄຫຂອງ​ຊົນ​ເຜົ່າ S'tieng ​ຖືກ​ຮັບຮອງ​ເປັນ​ມໍຣະດົກທາງ​ວັດທະນະທຳ​ທີ່​ເປັນນາມມະທຳຂອງ​ຊາດ ເຫຼົ້າ​ໄຫຂອງ​ຊົນ​ເຜົ່າ S'tieng ​ຖືກ​ຮັບຮອງ​ເປັນ​ມໍຣະດົກທາງ​ວັດທະນະທຳ​ທີ່​ເປັນນາມມະທຳຂອງ​ຊາດ
ຫວຽດ​ນາມ ຄັດ​ຄ້ານ​ເລື່ອງ ໄທເປ - ຈີນ ດຳເນີນການຊ້ອມຮົບທະຫານເຮືອຢູ່ ເກາະ ບາບີ່ງ ຢ່າງ​ເດັດ​ຂາດ ຫວຽດ​ນາມ ຄັດ​ຄ້ານ​ເລື່ອງ ໄທເປ - ຈີນ ດຳເນີນການຊ້ອມຮົບທະຫານເຮືອຢູ່ ເກາະ ບາບີ່ງ ຢ່າງ​ເດັດ​ຂາດ

ພາຍຫຼັງຮຽນຈົບຈາກມະຫາວິທະຍາໄລ ຮ່າໂນ້ຍ ດ້ວຍໃບປະກາດຊະນີຍະບັດແດງ ເມື່ອປີ 2006, ຮ່າແອັງເຟື້ອງ, ເອື້ອຍຄູຊົນເຜົ່າເມື່ອງ ເກີດຍຸກປີ 90 ນີ້ ໄດ້ເລືອກໂຮງຮຽນມັດທະຍົມຕອນປາຍ ເຮືອງເກີ່ນ, ເຂດພູດອຍ ເມືອງ ແທັງເຊີນ, ແຂວງ ຝຸທໍ້ - ເຊິ່ງເປັນໂຮງຮຽນທີ່ມີນັກຮຽນກວ່າ 85% ເປັນຄົນຊົນເຜົ່າສ່ວນໜ້ອຍ ເພື່ອປະຕິບັດຄວາມຝັນເປັນຄູສອນຂອງຕົນ.

ທ່ານເອກອັກຄະລັດຖະທູດ ໄທ ປະຈຳ ຮ່າໂນ້ຍ ນິກອນເດດ ພະລັງກຸນ ມອບລາງວັນໃຫ້ແກ່ ເອື້ອຍຄູ ຮ່າແອັງເຟື້ອງ
ທ່ານເອກອັກຄະລັດຖະທູດ ໄທ ປະຈຳ ຮ່າໂນ້ຍ ນິກອນເດດ ພະລັງກຸນ ມອບລາງວັນໃຫ້ແກ່ ເອື້ອຍຄູ ຮ່າແອັງເຟື້ອງ

“ມີຫຼາຍຄົນຄິດວ່າ ການສອນພາສາຕ່າງປະເທດໃຫ້ນັກຮຽນຊົນເຜົ່າສ່ວນໜ້ອຍແມ່ນຂໍ້ເສຍ ແຕ່ສຳລັບຂ້າພະເຈົ້າ, ຂ້າພະເຈົ້າຄິດວ່າ ນັ້ນແມ່ນສິ່ງທີ່ພິເສດ, ບໍ່ພຽງແຕ່ເທົ່ານັ້ນຫາກຍັງແມ່ນທ່າແຮງອີກດ້ວຍ ເພາະວ່າ ເມື່ອເກີດມາເປັນຄົນຊົນເຜົ່າສ່ວນໜ້ອຍ ເຂົາເຈົ້າເອງກໍຮູ້ຫຼາຍພາສາຢູ່ແລ້ວ. ປັດຈຸບັນ, ອິນເຕີເນັດ ພວມມີການພັດທະນາ ແລະ ຂ້າພະເຈົ້າເຊື່ອໝັ້ນວ່າ ໄລຍະຫ່າງລະຫວ່າງຕົວເມືອງກັບຊົນນະບົດກໍຄືໄລຍະຫ່າງລະຫວ່າງນັກຮຽນຊົນເຜົ່າສ່ວນໜ້ອຍ ກັບ ຊົນເຜົ່າກິງ ຈະຖືກຮັດແຄບເຂົ້າ ແລະ ຖືກລົບລ້າງ”.

ສຳລັບເອື້ອຍຄູ ເຟື້ອງ ແລ້ວ, ການກັບເມືອບ້ານເກີດເມືອງນອນບໍ່ແມ່ນສິ່ງທ້າທາຍ ຫາກຍັງແມ່ນໂອກາດ - ໂອກາດປະຕິບັດຄວາມຝັນຂອງຕົນ. ດ້ວຍທັດສະນະ “ພາສາ ອັງກິດ ຈະເປັນພາສາທີ່ຕ້ອງໃຊ້ທົ່ວໄປ”, ເອື້ອຍຄູ ຮ່າແອັງເຟື້ອງ ບໍ່ພຽງແຕ່ສ້າງແຫຼ່ງບັນດານໃຈເພື່ອໃຫ້ນ້ອງໆນັກຮຽນມີຄວາມຮັກມັກໃນການຮຽນພາສາ ອັງກິດ ເທົ່ານັ້ນ ຫາກຍັງໝູນໃຊ້ເຕັກໂນໂລຢີເພື່ອໃຫ້ການຮຽນມີປະສິດທິຜົນອີກດ້ວຍ. ດ້ວຍວິທີນໍາໃຊ້ ໂປຼແກມ Sky ແລະ Zoom ເພື່ອເຊື່ອມຕໍ່ກັບຫ້ອງຮຽນຕ່າງໆຢູ່ກວ່າ 50 ປະເທດ ໂດຍຜ່ານຮູບແບບຫ້ອງຮຽນຂ້າມຊາຍແດນ, ໃນຊົ່ວໂມງຮຽນພາສາ ອັງກິດ, ນັກຮຽນບໍ່ພຽງແຕ່ມີໂອກາດໄດ້ຝຶກທັກສະການຟັງ, ການເວົ້າ, ການອອກສຽງກັບຄູອາຈານຄົນຕ່າງປະເທດເທົ່ານັ້ນ ຫາກຍັງຊ່ວຍໃຫ້ພວກນ້ອງມີຄວາມເມົາມົວກັບວິຊານີ້ຫຼາຍກວ່າອີກ ແລະ ກາຍເປັນພົນລະເມືອງທົ່ວໂລກ.

“ນ້ອງເຫັນວ່າຊົ່ວໂມງຮຽນມື້ນີ້ຈັບໃຈ ແລະ ເປັນປະໂຫຍດທີ່ສຸດ. ຜ່ານຊົ່ວໂມງຮຽນມື້ນີ້, ນ້ອງໄດ້ແລກປ່ຽນກັບເພື່ອນຕ່າງປະເທດດ້ວຍພາສາ ອັງກິດ, ຈາກນັ້ນ ກໍສາມາດເກັບກ່ຽວປະສົບການ ແລະ ພວກນ້ອງຮູ້ສຶກວ່າ ການຮຽນພາສາ ອັງກິດ ມ່ວນກວ່າ. ນອກຈາກນັ້ນ, ໃນຊົ່ວໂມງຮຽນນີ້, ພວກນ້ອງຍັງສາມາດແນະນຳພື້ນຖານວັດທະນະທຳຂອງ ຫວຽດນາມ, ພິເສດແມ່ນວັດທະນະທຳຂອງແຂວງ ຝູທໍ້ ດ້ວຍການຂັບຊວານ ໃຫ້ເພື່ອນມິດສາກົນ ເພື່ອໃຫ້ເຂົ້າເຈົ້າມີຄວາມເຂົ້າໃຈກ່ຽວກັບວັດທະນະທຳ ຫວຽດນາມ ແລະ ຝູທໍ້ ຕື່ມອີກ”.

“ພາຍຫຼັງທີ່ໄດ້ສຳຜັດກັບວິທີຮຽນແບບໃໝ່ນີ້, ພວກນ້ອງມີຄວາມຮັກມັກກັບການຮຽນຫຼາຍກວ່າ ແລະ ເຂົ້າໃຈໄດ້ງ່າຍກວ່າອີກ. ພວກນ້ອງສາມາດພັດທະນາທັກສະຕ່າງໆຄື ການຟັງ, ການເວົ້າ ກໍຄື ການທັກທາຍສື່ສານກັບຄົນຕ່າງປະເທດໄດ້ຢ່າງງ່າຍດາຍ”.

ຮູບແບບຫ້ອງຮຽນຂ້າມຊາຍແດນນີ້ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ນ້ອງນັກຮຽນເທົ່ານັ້ນ ຫາກຍັງແມ່ນຮູບແບບສະໜອງຟີໃຫ້ແກ່ໂຮງຮຽນແຫ່ງຕ່າງໆອີກດ້ວຍ. ອາຈານ ດິງແທັ່ງກວາງ, ຮອງຜູ້ອຳນວຍການໂຮງຮຽນມັດທະຍາຕອນປາຍ ເຮືອງເກິ່ນ, ເມືອງ ແທັງເຊີນ, ແຂວງ ຝູທໍ້ ແບ່ງປັນວ່າ:

“ອາດຢັ້ງຢືນໄດ້ວ່າ ການນຳໃຊ້ເຕັກໂນໂລຢີເຂົ້າໃນການຮຽນ - ການສອນວິຊາພາສາອັງກິດຂອງໂຮງຮຽນ ໄດ້ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ. ໂຮງຮຽນແຫ່ງອື່ນໆໃນ ແລະ ນອກແຂວງ ກໍໄດ້ມາແລກປ່ຽນ, ປຶກສາຫາລື ແລະ ຮ່ຳຮຽນຕາມ. ສ່ວນພວກນ້ອງນັກຮຽນກໍໄດ້ສຳຜັດເຕັກໂນໂນຢີ ແລະ ມີຄວາມຮັກມັກກັບວິຊານີ້ຫຼາຍກວ່າ ແລະ ປະກອບສ່ວນເຂົ້າໃນການຍົກສູງຄຸນນະພາບວິຊາພາສາ ອັງກິດ ຂອງໂຮງຮຽນຂຶ້ນອີກ”.

ດ້ວຍຄວາມໄຝ່ຝັນຢາກອຸທິດສ່ວນຢ່າງບໍ່ຢຸດຢັ້ງນັ້ນ, ນອກຈາກຮູບແບບຫ້ອງຮຽນຂ້າມຊາຍແດນແລ້ວ, ເອື້ອຍຄູ ຮ່າແອັງເຟື້ອງ ໄດ້ພ້ອມກັບນັກຮຽນປະຕິບັດຫຼາຍໂຄງການຄື “ບໍ່ໃຊ້ທໍ່ດູດຢາງ”; “ຫໍສະໝຸດແຫ່ງຄວາມສຸກ”. ດ້ວຍການປະກອບສ່ວນຢ່າງແທດຈິງນັ້ນ, ເອື້ອຍຄູ ຮ່າແອັງເຟື້ອງ ໄດ້ຮັບການຄັດເລືອກ ເປັນຕົວແທນ ຫວຽດນາມ ຮັບລາງວັນສົມເດັດເຈົ້າມະຫາຈັກກຣີ ຄັ້ງທີ 4 ປີ 2021. ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານເອກອັກຄະລັດຖະທູດ ໄທ ປະຈຳ ຮ່າໂນ້ຍ ນິກອນເດດ ພະລັງກຸນ ໃຫ້ຮູ້ວ່າ:

“ການໄດ້ຄັດເລືອກຮັບລາງວັນນີ້ບໍ່ແມ່ນເລື່ອງງ່າຍ. ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍກັບເອື້ອຍຄູ ຮ່າແອັງເຟື້ອງ ແລະ ປະຊາຊົນ ຫວຽດນາມ. ເອື້ອຍຄູ ເຟື້ອງ ໄດ້ເປີດໂອກາດໃຫ້ນັກຮຽນຊົນເຜົ່າສ່ວນໜ້ອຍຢູ່ເຂດຫ່າງໄກສອກຫຼີກ, ພິເສດແມ່ນໂອກາດຮຽນພາສາ ອັງກິດ ເຊິ່ງສຳລັບຄົນຊົນເຜົ່າສ່ວນໜ້ອຍແມ່ນຫຍຸ້ງຍາກທີ່ສຸດ. ຫ້ອງຮຽນຂ້າມຊາຍແດນ ແມ່ນໂຄງການເຊິ່ງ ປະເທດ ໄທ ເອງກໍມີຄວາມສົນໃຈ ແລະ ມີແນວຄວາມຄິດແຕ່ສະໄໝພະເຈົ້າຢູ່ຫົວ ລາດຊະການທີ 9. ໂຮງຮຽນ Kaycangvol ຢູ່ ໄທ ກໍໄດ້ຜັນຂະຫຍາຍແບບຮຽນນີ້ເຊັ່ນດຽວກັນ. ປັດຈຸບັນ, ມີກວ່າ 50 ປະເທດ ໄດ້ເຂົ້າຮ່ວມຮູບແບບຫ້ອງຮຽນຂ້າມຊາຍແດນນີ້, ໃນນັ້ນ ມີປະເທດ ໄທ”.

ໂດຍເຄີຍປະໂອກາດເຮັດວຽກຢູ່ຕ່າງປະເທດ ດ້ວຍເງິນເດືອນນັບພັນໂດລາສະຫະລັດ, ເອື້ອຍຄູ ຮ່າແອັງເຟື້ອງ ໄດ້ຕັດສິນໃຈປະຕິບັດຄວາມຝັນເປັນຄູສອນຂອງຕົນ. ເອື້ອຍຄູ ເຟື້ອງ ແບ່ງປັນວ່າ: “ສຳລັບຂ້າພະເຈົ້າແລ້ວ ວຽກງານໃດກໍມີຄວາມຫຍຸ້ງຍາກຂອງມັນ, ບໍ່ມີວຽກງານໃດທີ່ສະດວກດີໄປຕະຫຼອດ. ການເປັນຄູສອນ ແມ່ນຄວາມໂຊກດີທີ່ໃຫຍ່ຫຼວງທີ່ສຸດສຳລັບຂ້າພະເຈົ້າ. ຫຼາຍຄົນຮູ້ສຶກເສຍດາຍທີ່ຂ້າພະເຈົ້າປະໂອກາດເຮັດວຽກທີ່ດີໆເພື່ອມາເປັນຄູສອນຢູ່ໂຮງຮຽນໃນບ້ານ. ແຕ່ສິ່ງທີ່ຂ້າພະເຈົ້າພວມເຮັດ, ຄຸນຄ່າທີ່ຂ້າພະເຈົ້າໄດ້ສ້າງມານັ້ນ ແມ່ນໃຫຍ່ຫຼວງກວ່າຫຼາຍເທົ່າ ເຊິ່ງເງິນທອງບໍ່ສາມາດປຽບທຽບໄດ້”. ແລະ ການເປັນກຽດທີ່ຳດ້ເປັນໜຶ່ງໃນຈຳນວນຄູສອນດີເດັ່ນ 11 ຄົນ ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບລາງວັນສົມເດັດເຈົ້າມະຫາຈັກກຣີ ຄັ້ງທີ 4 ນີ້ ແມ່ນໝາກຜົນທີ່ສົມກັບຄວາມມານະພະຍາຍາມ ແລະ ການອຸທິດສ່ວນຢ່າງບໍ່ຢຸດຢັ້ງຂອງເອື້ອຍຄູ ຮ່າແອັງເຟື້ອງ ໃນໄລຍະຜ່ານມາ.

vovworld.vn

ເຫດການ
302 Found

Found

The document has moved here.