ເຊີດຊູ ແລະມອບນາມມະຍົດໃຫ້ຊາວກະສິກອນດີເດັ່ນ

06:38 | 04/12/2021

ຕອນຄ່ໍາວັນທີ 2 ທັນວາ, ຢູ່ນະຄອນຫຼວງຮ່າໂນ້ຍ, ສູນກາງສະມາຄົມຊາວກະສິກອນຫວຽດນາມ ສົມທົບກັບຄະນະໂຄສະນາສຶກສາສູນກາງ, ກະຊວງກະສິກຳ ແລະພັດທະນາຊົນນະບົດ, ກະຊວງອຸດສາຫະກຳ ແລະການຄ້າ ຈັດຕັ້ງພິທີເຊີດຊູ ແລະມອບນາມມະຍົດໃຫ້ແກ່ຊາວກະສິກອນດີເດັ່ນ ປີ 2021 ຈຳນວນ 63 ຄົນ.

ອັກຊັງຕິນ ເຊີດຊູ ຊື່ສຽງປະທານໂຮ່ຈີມິນ ອັກຊັງຕິນ ເຊີດຊູ ຊື່ສຽງປະທານໂຮ່ຈີມິນ
ເຊີດຊູ ບັນດາຜົນສຳເລັດ ແລະ ການອຸທິດຕົນຂອງແມ່ຍິງ ໃຫ້ແກ່ມວນມະນຸດ ເຊີດຊູ ບັນດາຜົນສຳເລັດ ແລະ ການອຸທິດຕົນຂອງແມ່ຍິງ ໃຫ້ແກ່ມວນມະນຸດ
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ມອບນາມມະຍົດໃຫ້ແກ່ຊາວກະສິກອນດີເດັ່ນ ປີ 2021 ຈຳນວນ 63 ຄົນ. ພາບ: ສຳນັກຂ່າວສານຫວຽດນາມ.
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ມອບນາມມະຍົດໃຫ້ແກ່ຊາວກະສິກອນດີເດັ່ນ ປີ 2021 ຈຳນວນ 63 ຄົນ. ພາບ: ສຳນັກຂ່າວສານຫວຽດນາມ.

ນີ້ແມ່ນ ຄັ້ງທີ 9 ທີ່ສູນກາງສະມາຄົມຊາວກະສິກອນຫວຽດນາມ ຈັດພິທີເຊີດຊູ ແລະມອບນາມມະຍົດ “ຊາວກະສິກອນຫວຽດນາມ ດີເດັ່ນ”. ເຂົ້າຮ່ວມພິທີມີທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ; ທ່ານ ໂດ໊ວັນຈ໊ຽນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ...

ກ່າວຄຳເຫັນທີ່ພິທີ, ຕາງໜ້າການນຳພັກ, ລັດ, ທ່ານ ໂດ໊ວັນຈ໊ຽນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເນັ້ນໜັກວ່າ: ຍາມໃດພັກ, ລັດ ກໍ່ກຳນົດກະສິກຳ, ຊາວກະສິກອນ, ຊົນນະບົດ ມີທີ່ຕັ້ງຍຸດທະສາດໃນພາລະກິດຫັນເປັນອຸດສາຫະກຳ ແລະທັນສະໄໝ, ສ້າງສາ ແລະປົກປັກຮັກສາປະເທດຊາດ. ແມ່ນພື້ນຖານສຳຄັນເພື່ອພັດທະນາເສດຖະກິດ-ສັງຄົມ ແບບຍືນຍົງ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຮັກສາ, ເສີມຂະຫຍາຍສີສັນວັດທະນະທຳຂອງຊາດ, ປົກປັກຮັກສາສິ່ງແວດລ້ອມຂອງປະເທດ. ເພາະສະນັ້ນ, ການລົງທຶນພັດທະນາກະສິກຳ, ຊາວກະສິກອນ, ຊົນນະບົດຢ່າງຮອບດ້ານ, ຍືນຍົງແມ່ນຄວາມຮັບຜິດຊອບຂອງທົ່ວລະບົບການເມືອງ ແລະທົ່ວສັງຄົມ.

ທ່ານ ໂດ໊ວັນຈ໊ຽນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ກໍ່ສະເໜີສະມາຄົມຊາວກະສິກອນຫວຽດນາມ ທຸກຂັ້ນສືບຕໍ່ຄົ້ນຄວ້າ, ຊາບຊຶມແຜນນະໂຍບາຍ, ທັດສະນະຂອງພັກກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດຢ່າງເລິກເຊິ່ງ, ໂດຍສະເພາະແມ່ນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ.

la.qdnd.vn

ເຫດການ
302 Found

Found

The document has moved here.