ອັກຊັງຕິນ ເຊີດຊູ ຊື່ສຽງປະທານໂຮ່ຈີມິນ

09:03 | 29/05/2019

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 129 ປີ ແຫ່ງວັນຄ້າຍວັນເກີດ ປະທານໂຮ່ຈີມິນ (19 ພຶດສະພາ 1890 – 19 ພຶດສະພາ 2019), ວັນທີ 26 ພຶດສະພາ, ສະຖາບັນວັດທະນະທຳ ອາເຈນຕິນາ - ຫວຽດນາມ (ICAV) ໄດ້ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ອາກຊັງຕີນ ເປັນກຽດຈັດຕັ້ງພິທີເຊີດຊູສື່ສຽງຜູ້ນຳທີ່ແສນເຄົາລົບຮັກຂອງ ຫວຽດນາມ ຢູ່ເຂດ ອະນຸສາວະລີ ປະທານ ໂຮ່ຈີມິນ ຢູ່ ນະຄອນຫຼວງ Buenos Aires, ປະເທດ ອາເຈນຕິນາ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ປະ​ທານ ICAV ທ່ານນາງ Poldi Sosa ໄດ້​ຍ້ອງ​ຍໍ​ສັນ​ລະ​ເສີນ ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ​ຂອງ​ປະ​ທານ ໂຮ່​ຈີ​ມິນ ​ໃຫ​້​ແກ່​ການ​ສະ​ຖາ​ປະ​ນາ​ປະ​ເທດ ສາ​ທາ​ລະ​ນະ​ລັດປະ​ຊາ​ທິ​ປະ​ໄຕ​ ຫວ​ຽດ​ນາມ ແລະ ປັດ​ຈຸ​ບັນ​ແມ່ນ ປະ​ເທດ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ. ​ທ່ານ​ນາງ Poldi Sosa ຢັ້ງ​ຢືນ​ວ່າ ປະ​ທານ​ໂຮ່​ຈີ​ມິນ​ແມ່ນ​ແບບ​ຢ່າງ​ທີ່​ດີ​ ກ່ຽວ​ກັບ​ລັດ​ທິ​ຮັກ​ຊາດ, ແມ່ນ​ກຳ​ລັງ​ໜູນ​ອັນ​ຍ​ິ່ງ​ໃຫຍ່​ສຳ​ລັ​ບ​ການ​ຕໍ່​ສູ້​ຂອງ​ບັນ​ດາ​ຊົນ​ຊາດ​ທີ່​ຖືກ​ກົດ​ຂີ່​ຂູດ​ຮີດ​ໃນ​ໂລກ, ເພື່​ອ​ສັນ​ຕິ​ພາບ ແລ​ະ ຄວາມ​ຍຸ​ຕິ​ທຳ​ສັງ​ຄົມ. ທ່ານ​ນາງ Poldi Sosa ​ຫ​ວັງເປັນຢ່າງຍິ່ງ​ວ່າ​: ຊີ​ວິດ ແລະ ພາ​ລະ​ກ​ິດ ​ປະ​ທານ ​ໂຮ່​ຈີ​ມິ​ນ ກໍ່ຄື​ປະ​ຫ​ວັດ​ສາດ​ອັນ​ສະ​ຫງ່າ​ອົງ​ອ​າດ​ຂອງຫວຽດ​ນາມ​ ຈະ​ໄດ້​ຮັບ​ການ​ໂຄ​ສະ​ນາເຜ​ີຍ​ແຜ່ ແລະ ແນະ​ນຳ​ຢ່າງກວ້າງ​ຂວາງ ໄປຍັງປະ​ຊາ​ຊົນ ​ອັກຊັງຕິນ ​ທຸກ​ຊັ້ນວັນນະ ກ່​ວາ​ອີກ, ພິ​ເສດ​ແມ່ນ​ຄົນລຸ້ນ​ໜູ່ມ, ຈາກ​ນັ້ນ​ຊຸກຍ​ູ​້​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ​້ຫຼາຍ​ກ່​ວາ​ອີກ.

ອັກຊັງຕິນ ເຊີດຊູ ຊື່ສຽງປະທານໂຮ່ຈີມິນ

ອາເຈນຕິນາ ເຊີດຊູ ຊື່ສຽງປະທານໂຮ່ຈີມິນ ນື່ອງໃນໂອກາດສະເຫຼີມສະຫຼອງ 129 ປີ ແຫ່ງວັນຄ້າຍວັນເກີດຂອງປະທານ. (ພາບ: TTXVN)

ສ່ວນ​ທ່ານ​ເອ​ກອັກ​ຄະ​ລັດ​ຖະ​ທູ​ດຜູ້ມີອຳນາດເຕັມແຫ່ງ ສສ ຫວຽດ​ນາມ​ ປະ​ຈ​ຳ ອັກຊັງຕິນ ດັ້ງ ​ຊົນ​ ຢູງ​ ຢັ້ງ​ຢືນ​ວ່າ: ປະ​ທານ​ໂຮ່​ຈີ​ມິນ ​ບໍ່​ພຽງ​ແຕ່​ແມ່ນ​ວິ​ລະ​ຊົນແຫ່ງ​ຊາດ​ເທົ່າ​ນັ້ນ ແຕ່ຫາກ​ຍັງ​ເປັນ​ແບບ​ຢ່າງໃຫ້ແກ່​ນັກ​ຮົບ​ກອມ​ມູ​ນິ​ດ​ສາ​ກົນ​, ເປັນ​ເພື່ອນ​ມິ​ດ​ສະ​ໜິດ​ສະ​ໜົມ​ຂອງ​ບັນ​ດາ​ຊາດ​ທີ່​ໄດ້ ແລະ ກຳ​ລັງ​ຕໍ່​ສ​ູ້​ເພື່ອ​ສັນ​ຕິ​ພາບ, ເອ​ກະ​ລາດ​, ປະ​ຊາ​ທິ​ປະ​ໄຕ ແລະ ​ສັງ​ຄົມທີ່​ກ້າ​ວ​ໜ້າ​ໃນ​ທົ່ວ​ໂລກອີກ​ດ້ວຍ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.