ເຊີດຊູ ບັນດາຜົນສຳເລັດ ແລະ ການອຸທິດຕົນຂອງແມ່ຍິງ ໃຫ້ແກ່ມວນມະນຸດ

00:54 | 15/05/2019

ຍສໝ - ຜູ້ຍິງ ເຖິງວ່າຈະຢູ່ໃນສະຖານະໃດ, ຂະແໜງການໃດ, ຂົງເຂດໃດ ຄຽງຂ້າງກັບບົດບາດສຳຄັນໃນຄອບຄົວແລ້ວ; ຍາມໃດກໍ່ຍັງພະຍາຍາມຢ່າງສຸດຄວາມສາມາດ, ອຸທິດຕົນ ປະກອບສ່ວນບໍ່ໜ້ອຍເຂ້າໃນຂະບວນການສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງປະເທດ.

ປີ 1977, ສະພາສະຫະປະຊາຊາດ ໄດ້ປະກາດຖະແຫຼງການ ວັນທີ 8 ເດືອນ 3 ແມ່ນວັນຂອງ ສະຫະປະຊາຊາດ ກ່ຽວກັບສິດຂອງແມ່ຍິງ ແລະ ສັນຕິພາບໂລກ. ແຕ່ນັ້ນມາ, ວັນແມ່ຍິງສາກົນ 8/3 ແມ່ນວັນທີ່ທົ່ວໂລກ ເຊີດຊູ ບັນດາຜົນສຳເລັດ ແລະ ການອຸທິດຕົນຂອງແມ່ຍິງ ໃຫ້ແກ່ມວນມະນຸດ.

ນີ້ແມ່ນໂອກາດເພື່ອສັນລະເສີນ ຈິດໃຈຂອງແມ່ຍິງທຸກທົ່ວສາລະທິດໃນໂລກ ຕໍ່ສູ້ເພື່ອເອກກລາດຂອງຊົນເຜົ່າ, ປະຊາທິປະໄຕ, ສັນຕິພາບ ແລະ ສັງຄົມກ້າວໜ້າ, ເພື່ອສິດຜົນປະໂຫຍດ, ຄວາມສຸກ ຂອງແມ່ຍິງ ແລະ ເຍົາວະຊົນ ໃນນັ້ນແມ່ນແມ່ຍິງຫວຽດນາມ.

ເຊີດຊູ ບັນດາຜົນສຳເລັດ ແລະ ການອຸທິດຕົນຂອງແມ່ຍິງ ໃຫ້ແກ່ມວນມະນຸດ

ພົນໂທ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫງວ໋ຽນ ຈີ໋ວິ້ງ ມອບຂໍ້ຕົກລົງ ຂອງປະທານປະເທດ ໃຫ້ ພັນຕີ ໂດ໋ ຮັ່ງງາ, ທີ່ປຶກສາຫ້ອງການເສນາທິການ-ແຜນການ ຂອງສູນກາງ ຮັກສາສັນຕິພາບ ຫວຽ,ນາມ ໄປຮັບພາລະກິດຢູ່ ຄະນະຮັກສາສັນຕິພາບ ສະຫະປະຊາຊາດ ຢູ່ ຊູດານໃຕ້(30/10/2017). (ພາບ: ອານດັງ/TTXVN)

ເຊີດຊູ ບັນດາຜົນສຳເລັດ ແລະ ການອຸທິດຕົນຂອງແມ່ຍິງ ໃຫ້ແກ່ມວນມະນຸດ

ສຈ.ປອ ຫງວ໋ຽນ ຖິລາງ , ອາດີດຫົວໜ້າພາກວິຊາ ສຶບພັນ ແລະ ຄັດພັນ, ສະຖາບັນ ເຂົ້າ ທົ່ງພຽງແມ່ນຳ້ຂອງ ແມ່ນ ໜຶ່ງໃນແມ່ຍິງ 7ຄົນ ໄດ້ຮັບການເຊີດຊູ ໃນການປະກາດລາງວັນແມ່ຍິງຫວຽດນາມ ປີ 2011; ລາງວັນຫົວຄິດປະດິດສ້າງຂອງແມ່ຍິງຫວຽດນາມ ປີ 2014. (ພາບ: ເຟືອງຮວາ/TTXVN)

ເຊີດຊູ ບັນດາຜົນສຳເລັດ ແລະ ການອຸທິດຕົນຂອງແມ່ຍິງ ໃຫ້ແກ່ມວນມະນຸດ

ບັນດາຜູ້ແທນຍິງເຂົ້າຮ່ວມ ກອງປະຊຸມ ແມ່ຍິງ ແລະ ເສດຖະກິດ APEC 2017, ຕອນເຊົ້າວັນທີ 28/9/2017, ຢູ່ນະຄອນເຫວ້(ແຂວງເທື່ອທຽນເຫວ້). (ພາບ: ເຟືອງຮວາ/TTXVN)

ເຊີດຊູ ບັນດາຜົນສຳເລັດ ແລະ ການອຸທິດຕົນຂອງແມ່ຍິງ ໃຫ້ແກ່ມວນມະນຸດ

ຮອງປະທານປະເທດ ດັ້ງ ຖິຫງ໋ອກຖິ້ງ ພົບປະກັບຜູ້ແທນນັກທຸລະກິດຍິງຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ແມ່ຍິງໂລກຄັ້ງທີ 27, ຈັດຂື້ນຢູ່ ນະຄອນ Tokyo (ຢີປຸ່ນ) ແຕ່ວັນທີ 11-13/5/2017. (ພາບ: ກວາງຫ໋າຍ/ TTXVN )

ເຊີດຊູ ບັນດາຜົນສຳເລັດ ແລະ ການອຸທິດຕົນຂອງແມ່ຍິງ ໃຫ້ແກ່ມວນມະນຸດ

ຄະນະນັກວິທະຍາສາດຍິງ ຂອງສະຖາບັນວິໄຈວິທະຍາສາດ ແລະ ເຕັກນິກຫວຽດນາມ, ປະກອບມີ ຮສຈ.ປອ ເຈີ່ນ ກີມແອັງ, ຫວູ໋ ຖິບິກ , ຟ້າມ ຖິທູງາ, ເຈີ່ນ ຮົ່ງຍຸງ ແລະ ຫງວ໋ຽນ ເຟືອງຕຸ່ງ ລາງວັນ Kovalevskaia năm 2016 ກັບ “ໂຄງການຄົ້ນຄວ້າພື້ນຖານໃນການແນະນຳ-ນຳໃຊ້ ວິທະຍາສາດ ແລະ ເທັກໂນໂລຊີ ນາໂນ”. (ພາບ: ເຟືອງຮວາ/TTXVN)

ເຊີດຊູ ບັນດາຜົນສຳເລັດ ແລະ ການອຸທິດຕົນຂອງແມ່ຍິງ ໃຫ້ແກ່ມວນມະນຸດ

ປອ. ຮ່າ ຖິຖຸຍ (ກຳລັງນັ່ງ), ຮອງຫົວໜ້າສະຖາບັນ ແນວພັນ ກະສິກຳ, ຮອງອຳນວຍການ ຫ້ອງທົດລອງ ເທັກໂນໂລຊີ ຈຸລັງ ພຶກສາຊາດ (ກະຊວງກະສິກຳ ແລະ ພັດທະນາຊົນນະບົດ) ມີ ສິບໆ ໂຄງການ, ຫົວຂໍ້ຄົ້ນຄວ້າວິທະຍາສາດ ໄດ້ຮັບລາງວັນ ແລະ ໃບຍ້ອງຍໍຫຼາຍຂັ້ນ. (ພາບ: ເຟືອງຮວາ/TTXVN)

ເຊີດຊູ ບັນດາຜົນສຳເລັດ ແລະ ການອຸທິດຕົນຂອງແມ່ຍິງ ໃຫ້ແກ່ມວນມະນຸດ

ສາວຄູ ເຢືອງ ທູຮ່າ ໂຮງຮຽນປະຖົມ ຈຶງຈັ໋ກ, ເມືອງ ຮ່າຍບ່າຈຶງ (ນະຄອນຫຼວງຮ່າໂນ້ຍ) ແນະນຳນັກຮຽນ ປໍ1 ເຮັດບົດຝຶກຫັດວິຊາພາສາຫວຽດ. (ພາບ: ກຸ໋ຍຈຸງ/TTXVN)

ເຊີດຊູ ບັນດາຜົນສຳເລັດ ແລະ ການອຸທິດຕົນຂອງແມ່ຍິງ ໃຫ້ແກ່ມວນມະນຸດ

ແມ່ຍິງຮ່ວມໃນການດຶງ ລຸ່ງ- ແມ່ນຮູບແບບຂອງການຫາປາ ແຄມທະເລ ດ້ວຍການເຂົ້າຮ່ວມຂອງຜູ້ຄົນເປັນຈຳນວນຫຼວງຫຼາຍໃນຕອນເຊົ້າ ຢູ່ ແຄມທະເລ ກວ້າງເຊືອງ (ແຂວງແທັງຫວ໋າ). (ພາບ: ຈ້ອງດ້າດ/TTXVN)

ເຊີດຊູ ບັນດາຜົນສຳເລັດ ແລະ ການອຸທິດຕົນຂອງແມ່ຍິງ ໃຫ້ແກ່ມວນມະນຸດ

ແມ່ຍິງເຂດປະຕູສູ່ທະເລ ທົ້ນອານ(ແຂວງເທື່ອທຽນເຫວ້) ດຳລົງຊີວິດດ້ວຍອາຊີບ ຂຸດຫອຍກາບກີ້.(ພາບ: ໂຮ່ເກົ່າ/TTXVN)

ເຊີດຊູ ບັນດາຜົນສຳເລັດ ແລະ ການອຸທິດຕົນຂອງແມ່ຍິງ ໃຫ້ແກ່ມວນມະນຸດ

ບັນດາຜູ້ແທນສະພາແຫ່ງຊາດຍິງ ຢ້ຽມຊົມ ສຳນັກງານປະທານປະເທດ. (ພາບ: ຖົງເຍີ໋ດ/TTXVN)

ເຊີດຊູ ບັນດາຜົນສຳເລັດ ແລະ ການອຸທິດຕົນຂອງແມ່ຍິງ ໃຫ້ແກ່ມວນມະນຸດ

ບັນດາທ່ານໝໍຂອງໂຮງໝໍ ຢ໋າຈ໋ຽນ ຂັ້ນ 2 ເບີ 1 ເດີນທາງໄປຮັບພາລະກິດ ຢູ່ ຊູດານໃຕ້, ເຂົ້າຮ່ວມຮັກສາສັນຕິພາບ ຂອງສະຫະປະຊາຊາດ, ຕອນເຊົ້າວັນທີ 15/10/2018, ຢູ່ ສະໜາມບິນ ເຕິນເຊີນເຍີ໋ດ (ນະຄອນໂຮ່ຈີ໋ມິງ). (ພາບ: ຊົນຄູ/TTXVN)

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.