ບິ່ງ​ລຽວໃນ​ລະ​ດູ​ໜາວ - ສະຖານທີ່ນັດພົບ​ທີ່​ປະ​ທັບ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ

19:11 | 25/11/2021

ຍສໝ - ເຂົ້າ​ສຸກເຫຼືອງໃນທົ່ງນາຂັ້ນໄດ, ປ່າ​ໄມ້​ສີຂາວນວນ ​ແລະ ເສັ້ນທາງງໍໂງ້ງຢູ່ຍອດພູ ເຕັມໄປດ້ວຍ​ຕົ້ນ​ເລົ່າ​ທີ່​ກວ້າງໃຫຍ່ສະຫຼັບກັບ​ສີສັນວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວເຜົ່າຢາວ, ເຜົ່າຊ໊ານຈີ, ເຜົ່າໄຕ່​ ແມ່ນບັນດາ​ສະຖານທີ່ທີ່ໜ້າ​ປະ​ທັບ​ໃຈ​ຢູ່ບິ່ງ​ລຽວ (ກວ໋າງ​ນີງ) ໃນຊຸມ ທ້າຍລະດູໃບໄມ້ຫຼົ່ນ ແລະຕົ້ນລະດູໜາວ.

ເຢຍ​ລະ​ມັນ​ມອບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ ແລະ ເຄື່ອງວັດ​ລະ​ດັບ​ອົກ​ຊີ​ໃຫ້​ຫວຽດ​ນາມ ມູນ​ຄ່າ 21 ຕື້​ດົງ ເຢຍ​ລະ​ມັນ​ມອບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ ແລະ ເຄື່ອງວັດ​ລະ​ດັບ​ອົກ​ຊີ​ໃຫ້​ຫວຽດ​ນາມ ມູນ​ຄ່າ 21 ຕື້​ດົງ
ຝຸກວັກ ຕ້ອນ​ຮັບຄະ​ນະ​ແຂກ​ທ່ອງ​ທ່ຽວ​ທຳ​ອິດ​ມາ​ ຫວຽດ​ນາມ ດ້ວຍໜັງສືຜ່ານແດນ​ວັກ​ຊິນ ຝຸກວັກ ຕ້ອນ​ຮັບຄະ​ນະ​ແຂກ​ທ່ອງ​ທ່ຽວ​ທຳ​ອິດ​ມາ​ ຫວຽດ​ນາມ ດ້ວຍໜັງສືຜ່ານແດນ​ວັກ​ຊິນ
ວັນ​ບຸນ​ລະດູເຂົ້າ​ສຸກເຫຼືອງ 2020, ນັກ​ທ່ອງ​ທ່ຽວ​ຄ່ອຍໆ​​ຮູ້​ຈັກ​ບິ່ງ​ລຽວ​ ກັບ​ທົ່ງ​ນາຂັ້ນໄດທີ່​ເຕັມ​ໄປ​ດ້ວຍ​ເຂົ້າ​​ສຸກເຫຼືອງ, ​ເສັ້ນ​ຊາຍ​ແດນ​ອັນ​ສະຫງ່າ​ງາມ, ​ເຕັມໄປດ້ວຍດອກເລົ່າ​ຂາວ, ປ່າ​ຕົ້ນເສີ...
ວັນ​ບຸນ​ລະດູເຂົ້າ​ສຸກເຫຼືອງ 2020, ນັກ​ທ່ອງ​ທ່ຽວ​ຄ່ອຍໆ​​ຮູ້​ຈັກ​ບິ່ງ​ລຽວ​ ກັບ​ທົ່ງ​ນາຂັ້ນໄດທີ່​ເຕັມ​ໄປ​ດ້ວຍ​ເຂົ້າ​​ສຸກເຫຼືອງ, ​ເສັ້ນ​ຊາຍ​ແດນ​ອັນ​ສະຫງ່າ​ງາມ, ​ເຕັມໄປດ້ວຍດອກເລົ່າ​ຂາວ, ປ່າ​ຕົ້ນເສີ... ພາບ: VOV
ບິ່ງ​ລຽວໃນ​ລະ​ດູ​ໜາວ - ສະຖານທີ່ນັດພົບ​ທີ່​ປະ​ທັບ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ

ໂດຍ​ຕັ້ງ​ຢູ່​ທິດຕາ​ເວັນ​ຕົກ​ຂອງ​ພູ​ກາວ​ຊຽມ ດ້ວຍ​ລະດັບ​ຄວາມ​ສູງ​ແຕ່ 300 – 600 ​ແມັດເໜືອລະດັບນໍ້າທະເລ, ທົ່ງ​ນາ​ຂັ້ນໄດ​ຢູ່​ບ້ານ​ງ່ານປາດ, ກາວທັ໊ງ, ເຄອໍ (ຕາແສງລຸກໂຮ່ນ, ​ເມືອງ​ບິ່ງ​ລຽວ) ໄດ້ສ້າງ​ທິວ​ທັດ​ທີ່​ປະ​ທັບ​ໃຈ​ທີ່​ສຸດ. ພາບ: VOV

ບິ່ງ​ລຽວໃນ​ລະ​ດູ​ໜາວ - ສະຖານທີ່ນັດພົບ​ທີ່​ປະ​ທັບ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ

ສະຫຼັບລະຫວ່າງທົ່ງນາເຂົ້າສຸກເຫຼືອງ​ ແມ່ນ​ໝູ່​ບ້ານ​ຂອງ​ຊາວເຜົ່າຢາວ, ເຜົ່າຊ໊ານຈີ. ພາບ: VOV

ບິ່ງ​ລຽວໃນ​ລະ​ດູ​ໜາວ - ສະຖານທີ່ນັດພົບ​ທີ່​ປະ​ທັບ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ

ໃນ​ຕົ້ນ​ເດືອນ​ພະຈິກ​ນີ້, ​ທົ່ງນາຂັ້ນໄດນັບຮ້ອຍເຮັກຕາຢູ່​ບິ່ງ​ລຽວ​ ພວມ​ຮອດ​ລະດູ​ເກັບ​ກ່ຽວ. ພາບ: VOV

ບິ່ງ​ລຽວໃນ​ລະ​ດູ​ໜາວ - ສະຖານທີ່ນັດພົບ​ທີ່​ປະ​ທັບ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ

ມາ​ເຖິງ​ບິ່ງ​ລຽວ​ ໃນ​ລະ​ດູ​ເກັບ​ກ່ຽວ, ນັກ​ທ່ອງ​ທ່ຽວ​ສາມາດລົງຕົວຈິງ​ເກັບ​ກ່ຽວ​ເຂົ້າຮ່ວມ​ກັບພໍ່ແມ່ປະຊາຊົນ​ຢູ່​ທົ່ງ​ນາຂັ້ນໄດ. ພາບ: VOV

ບິ່ງ​ລຽວໃນ​ລະ​ດູ​ໜາວ - ສະຖານທີ່ນັດພົບ​ທີ່​ປະ​ທັບ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ

ນັກ​ທ່ອງ​ທ່ຽວ​ຍັງ​ມີ​ໂອ​ກາດ​ໄດ້​ໂດດຈ້ອງ ເພື່ອ​ຊົມລະ​ດູເຂົ້າສຸກເຫຼືອງ​ຈາກບ່ອນສູງ. ພາບ: VOV

ມາ​ເຖິງ​ບິ່ງ​ລຽວ ໃນ​ລະ​ດູ​ໜາວ, ນັກ​ທ່ອງ​ທ່ຽວ​ຍັງ​ໄດ້​ຊົມ​ດອກ​ເສີ​ຂາວ​ທີ່​ມີ​ກິ່ນ​ຫອມ.
ມາ​ເຖິງ​ບິ່ງ​ລຽວ ໃນ​ລະ​ດູ​ໜາວ, ນັກ​ທ່ອງ​ທ່ຽວ​ຍັງ​ໄດ້​ຊົມ​ດອກ​ເສີ​ຂາວ​ທີ່​ມີ​ກິ່ນ​ຫອມ. ພາບ: VOV
ກິດຈະກໍາ​ເຕະບານ​ຍິງ​ແມ່ນ​ຈຸດ​ພິ​ເສດ​ສະ​ເພາະ​ຂອງ​ເມືອງ​ບິ່ງ​ລຽວ.
ກິດຈະກໍາ​ເຕະບານ​ຍິງ​ແມ່ນ​ຈຸດ​ພິ​ເສດ​ສະ​ເພາະ​ຂອງ​ເມືອງ​ບິ່ງ​ລຽວ. ພາບ: VOV
ບິ່ງ​ລຽວໃນ​ລະ​ດູ​ໜາວ - ສະຖານທີ່ນັດພົບ​ທີ່​ປະ​ທັບ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ

ຄວາມປະທັບໃຈກວ່ານັ້ນແມ່ນການເດີນທາງລຽບຕາມເສັ້ນທາງລາດຕະເວນຊາຍແດນ. ພາບ: VOV

ບິ່ງ​ລຽວໃນ​ລະ​ດູ​ໜາວ - ສະຖານທີ່ນັດພົບ​ທີ່​ປະ​ທັບ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ

ຖະໜົນຫົນທາງຕາມຍອດພູເຂົາອັນສະຫງ່າງາມ ໄປສູ່ຫຼັກໝາຍຊາຍແດນ 1300, 1302, 1305 ແລະ 1327. ຖ້າ​ຂຶ້ນ​ໄປ​ຫຼັກ​ໝາຍ​ເລກ​ທີ 1305 ​ໃນ​ເດືອນ​ຕຸລາ-​ເດືອນ​ພະຈິກ, ສອງຟາກຂອງ​ເສັ້ນທາງ​​ຈະເຕັມໄປດ້ວຍ​ດອກ​ເລົ່າ ​ ​ສ້າງ​ບ່ອນ​ເຊັກ​ອິນ​ທີ່​ສວຍ​ງາມ​ທີ່ສຸດໃຫ້​ແຂກ​ທ່ອງ​ທ່ຽວ. ພາບ: VOV

ບິ່ງ​ລຽວໃນ​ລະ​ດູ​ໜາວ - ສະຖານທີ່ນັດພົບ​ທີ່​ປະ​ທັບ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ

ຖະໜົນໄປສູ່ຫຼັກໝາຍຊາຍແດນ 1305 ມີຄວາມຍາວກວ່າ 1.100 ແມັດ ແລະ ສູງ 700 ແມັດເໜືອລະດັບນໍ້າທະເລ. ພາບ: VOV

ບິ່ງ​ລຽວໃນ​ລະ​ດູ​ໜາວ - ສະຖານທີ່ນັດພົບ​ທີ່​ປະ​ທັບ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ

ນັກ​ທ່ອງ​ທ່ຽວ​ມາທ່ຽວຢູ່​ບິ່ງ​ລຽວ ​ຈະ​ໄດ້ຄົ້ນຫາ​ຄວາມສວຍ​ງາມ​ທາງ​ທຳ​ມະ​ຊາດ​ອັນ​ສະຫງ່າ​ງາມ ແລະ​ຈຸດ​ວັດ​ທະ​ນະ​ທຳພິເສດ​ຂອງ​ຊາວ​ເຜົ່າໄຕ່, ຊ໊ານ​ຈີ, ແລະ ຢາວ ຢູ່ທີ່ນີ້. ພາບ: VOV

ໄຊພອນ

ເຫດການ
302 Found

Found

The document has moved here.