ເຂດ​ນິ​ເວດ​ວິ​ທະ​ຍາ 2 ແຫ່ງ​ຂອງ ຫວຽດ​ນາມ ໄດ້ຮັບ​ການ​ສະ​ເໜີ​ຢູ່ UNESCO

11:30 | 15/09/2021

ຖ້າຫາກວ່າໃນກອງປະຊຸມຄັ້ງນີ້ຂອງ CIC – MAB, ເຂດນິເວດວິທະຍາ 2 ແຫ່ງດັ່ງກ່າວໄດ້ຮັບການປ່ອນບັດຮັບຮອງ ຫວຽດນາມ ຈະມີເຂດນິເວດວິທະຍາ 11 ແຫ່ງ ແລະ ແມ່ນໜຶ່ງໃນ ບັນດາປະເທດທີ່ມີຈຳນວນເຂດນິເວດວິທະຍາໄດ້ຮັບການຮັບຮອງຫຼາຍທີ່ສຸດໃນໂລກຄັ້ງນີ້.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ສິ້ນ​ສຸດ​ການ​ໄປ​ປະ​ຕິ​ບັດ​ງານ​ຢູ່​ເອີ​ຣົບ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ WCSP5 ຢ່າງ​ຈົບ​ງາມ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ສິ້ນ​ສຸດ​ການ​ໄປ​ປະ​ຕິ​ບັດ​ງານ​ຢູ່​ເອີ​ຣົບ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ WCSP5 ຢ່າງ​ຈົບ​ງາມ
ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ຢ້ຽມ​ຢາມ​ສະ​ຖານ​ທູດ ແລະ ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ແຟງ​ລັງ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ຢ້ຽມ​ຢາມ​ສະ​ຖານ​ທູດ ແລະ ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ແຟງ​ລັງ
ພາບປະກອບ
ພາບປະກອບ

ໃນຂອບເຂດຂອງກອງປະຊຸມຄັ້ງທີ 33 ຂອງສະພາປະສານງານສາກົນ ໂຄງການມະນຸດ ແລະ ນິເວດວິທະຍາ (CIC -MAB) ໄດ້ດຳເນີນຢູ່ ນີເຊເຣີຍ ໃນລະຫວ່າງວັນທີ 13 - 17 ກັນຍາ, ຫວຽດນາມ ມີ ເຂດນິເວດວິທະຍາ 2 ແຫ່ງ ແມ່ນ ພູຈົ້ວ (ແຂວງນິງທ້ວນ) ແລະ ພູພຽງ ກອນຮ່າໜຶ່ງ (ແຂວງຢາລາຍ) ໄດ້ສະເໜີປ່ອນບັດຮັບຮອງ. ຕາມທ່ານນາງ ເລທິຮົ່ງເວິນ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO), ປັດຈຸບັນ ຫວຽດນາມ ມີເຂດນິເວດວິທະຍາ 9 ແຫ່ງໄດ້ຮັບການຮັບຮອງຈາກ UNESCO. ຖ້າຫາກວ່າໃນກອງປະຊຸມຄັ້ງນີ້ຂອງ CIC – MAB, ເຂດນິເວດວິທະຍາ 2 ແຫ່ງດັ່ງກ່າວໄດ້ຮັບການປ່ອນບັດຮັບຮອງ ຫວຽດນາມ ຈະມີເຂດນິເວດວິທະຍາ 11 ແຫ່ງ ແລະ ແມ່ນໜຶ່ງໃນ ບັນດາປະເທດທີ່ມີຈຳນວນເຂດນິເວດວິທະຍາໄດ້ຮັບການຮັບຮອງຫຼາຍທີ່ສຸດໃນໂລກຄັ້ງນີ້. ນີ້ກໍ່ແມ່ນຄັ້ງທຳອິດນັບແຕ່ປີ 2015, ຫວຽດນາມ ມີບັນດາເຂດນິເວດວິທະຍາ ໄດ້ຍົກອອກມາສະເໜີ. ຄາດວ່າ ຕອນບ່າຍວັນທີ 15 ກັນຍາ, CIC – MAB ຈະເລີ່ມຕົ້ນການປ່ອນບັດ.

vovworld.vn

ເຫດການ
302 Found

Found

The document has moved here.