ນະ​ຄອນ​ໂຮ່​ຈີ​ມິນ: ນຳ​ໃຊ້ PC-COVID ເພື່ອ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ເສດ​ຖະ​ກິດ - ສັງ​ຄົມ

17:11 | 18/11/2021

ຍ​ສ​ໝ - ນະ​ຄອນ​ໂຮ່​ຈີ​ມິນ ​ໄດ້​ກຳ​ນົດ​ເປັນ​ເອ​ກະ​ພາບ​ນັບ​ແຕ່​ວັນ​ທີ 16 ພະ​ຈິກ ປະ​ຊາ​ຊົນ​ຈະ​ນຳ​ໃຊ້ ໂປ​ແກຼມ “PC-COVID” ຂອງ​ຄະ​ນະ​ຊີ້​ນຳ​ແຫ່​ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ​, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ເມື່ອ​ເຂົ້າ​ຮ່ວມ​​ການ​ເຄື່ອນ​ໄຫວຕ່າງໆ.

ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອນ ໂຮ່​ຈີ​ມິນ ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອນ ໂຮ່​ຈີ​ມິນ
ເດືອນ​ເຄື່ອນ​ໄຫວ​ເພື່ອ​​ຜູ້​ທຸກ​ຍາກ: ຫວຽດ​ນາມ ບໍ່​ໃຫ້​ຜູ້​ໃດ​ຖືກ​ປະ​ໄວ້​ຢູ່​ທາງ​ຫລັງ ເດືອນ​ເຄື່ອນ​ໄຫວ​ເພື່ອ​​ຜູ້​ທຸກ​ຍາກ: ຫວຽດ​ນາມ ບໍ່​ໃຫ້​ຜູ້​ໃດ​ຖືກ​ປະ​ໄວ້​ຢູ່​ທາງ​ຫລັງ
ນະ​ຄອນ​ໂຮ່​ຈີ​ມິນ: ນຳ​ໃຊ້ PC-COVID ເພື່ອ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ເສດ​ຖະ​ກິດ - ສັງ​ຄົມ
ພາບ​ປະ​ກອບ: baotintuc.vn

ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈີ​ມິນ ຫາ​ກໍ່​ປະ​ກາດ​ໃຊ້​ມະ​ຕິ​ກ່ຽວ​ກັບ​ການ​ກຳ​ນົດ​ຊົ່ວ​ຄາວ​ບັນ​ດາ​ມາດ​ຕະ​ການ “ຮັບ​ມື​ຢ່າງ​ປອດ​ໄພ, ມີ​ໄຫວ​ພິບ ແລະ ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ມີ​ປະ​ສິດ​ທິ​ຜົນ”.

ຕາມ​ນັ້ນ​ແລ້ວ, ນັບ​ແຕ່​ວັນ​ທີ 16 ພະ​ຈິກ, ປະ​ຊາ​ຊົນ​ຕ້ອງນຳ​ໃຊ້ ໂປ​ແກຼມ PC-COVID ຂອງຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ເມື່ອ​ເຂົ້າ​ຮ່ວ​ມ​ບັນ​ດາ​ການ​ເຄື່ອ​ນ​ໄຫວ ຕາມ​ມະ​ຕິ​ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈີ​ມິນ.

ບັນ​ດາ​ການ​ເຄື່ອນ​ໄຫວ​ເສ​ດ​ຖະ​ກິດສັງ​ຄົມ ຕ້ອງປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ​ຂອງບັນ​ດາຫຼັກ​ການ​ມາດ​ຖານຕີ​ລາ​ຄາ​ຄວາມ​ປອດ​ໄພ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໃນ​ບໍ​ລິ​ເວນ​ນະ​ຄອນ. ການ​ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການ, ການ​ເຄື່ອນ​ໄຫວ​ເສດ​ຖະ​ກິດ - ສັງ​ຄົມ ບົນ​ພື້ນ​ຖານ​ການ​ຕີ​ລາ​ຄາ, ການ​ຜັນ​ແປ​ຂອງ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19, ເສີມ​ຂະ​ຫຍາຍ​ຈິດ​ໃຈ​ເປັນ​ເຈົ້າ​ການຂອງປະ​ຊາ​ຊົນ, ວິ​ສາ​ຫະ​ກິດ ແລະ ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ວ​ຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ​ຟື້ນ​ຟູການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ​ຂອງ​ນະ​ຄອນ.

ຜູ້​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຕ້ອງ​ສັກ​ວັກ​ຊິນ​ຢ່າງ​ໜ້ອຍ​ສຸດ​ແມ່ນ 1 ເຂັມ ສຳ​ລັບ​ວັກ​ຊິນປະເພດສັກ 2 ເຂັມ ​ພາຍຫຼັງ 14 ວັນ ຫຼື​ ໄດ້​ຮັບ​ການ​ປິ່ນ​ປົວ​ຫາຍ​ດີ​ຈາກ​ພະ​ຍາດ​ໂຄວິດ - 19, ຜູ້​ບໍ່​ສາ​ມາດ​ສັກ​ວັກ​ຊິນ​ຍ້ອນ​ມີ​ອາ​ກາດ​ແພ້​ຢາ ຕ້ອງ​ມີ​ໃບ​ຢັ້ງ​ຢືນ​ຂອງ​ອົງ​ການ​ສາ​ທາ​ລະ​ນະ​ສຸກ ກ່ຽວ​ກັບ​ການ​ແພ້​ຢາ, ເດັກ​ນ້ອຍ​ຍັງ​ບໍ່​ທັນ​ຮອດ​ອາ​ຍຸ​ສັກ​ວັກ​ຊິນ ໄດ້​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ ເມື່ອ​ໄປ​ນຳ​ຜູ້​ໃຫຍ່​ທີ່​ໄດ້​ຮັບ​ການ​ສັກ​ວັກ​ຊິນ​ແລ້ວ, ບັນ​ດາ​ຄຳ​ຮຽ​ກ​ຮ້ອງ​ກ່ຽວ​ກັບ​ການກວດວິໄຈເຊື້ອພະຍາດ ໂຄວິດ-19 ​ຕ້ອງ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຕາມ​ແຕ່​ລະ​ການ​ເຄື່ອນ​ໄຫວ.

ສຳ​ລັບ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ຂອງ ອົງ​ການ, ຫ້ອງ​ການ, ການ​ຈະ​ລາ​ຈອນ, ການ​ສຶກ​ສາ, ກຳ​ນົດ​ຮຽກ​ຮ້ອງ​ການ​ເຄື່ອນ​ໄຫວ​ຕ້ອງ​ຮັບ​ປະ​ກັນ​ປັດ​ໄຈ​ຕ​ີ​ລາ​ຄ​າ​ຄວາມ​ປອດ​ໄພໃນ​ການ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ​ສູນ​ກາງ, ນະ​ຄອນ​ຢູ່​ເຂດ​ລະ​ດັບ 1 ແລະ ລະ​ດັບ 2.

ການ​ເຄື່ອນ​ໄຫວ​ໂດຍ​ສານ ຜູ້​ໂດຍ​ສາ​ນ​ດ້ວຍ​ລົດ​ຈັກ ຕ້ອງ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ທີ່​ໄດ້​ຈົດ​ທະ​ບຽນ​ການ​ເຄື່ອນ​ໄຫວ​ທີ່​ມີ​ເງື່ອນ​ໄຂ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາ​ດ​ໂຄວິດ - 19 ຢ່າງ​ຖືກ​ຕ້ອງ​ຕາມ​ການ​ແນະ​ນຳ​ຂອງ​ພະ​ແນກ​ຄົມ​ມະ​ນາ​ຄົມ​ ແລະ ​ຂົນ​ສົ່ງ, ໃນ​ນັ້ນ​ໄດ້​ເຄື່ອນ​ໄຫວ​ຢູ່​ເຂດ​ລະ​ດັບ 1 ແລະ ຢູ່​ເຂດ​ລະ​ດັບ 2 ໂດຍການ​ເຄື່ອນ​ໄຫວມີການ​ຈຳ​ກັດ​ບໍ່ໃຫ້​ເກີນ 50% ຈຳ​ນວນ​ລົດ​ຂອງ​ແຕ່​ລະ​ຫົວ​ໜ່ວຍ.

ບັນ​ດາ​ຮາກ​ຖານ​ດຳ​ເນີນ​ທຸ​ລະ​ກິດ, ກາ​ນ​ບໍ​ລິ​ການ ຄື: ຮ້ານນວດ, ສະຖານເສີມ​ຄວາມ​​ງາມ, bar, ເທັກ, ສະ​ໂມສອນເຕັ້ນ, ຄາ​ຣາ​ໂອ​ເກະ ໄດ້​ເຄື່ອນ​ໄຫວ​ຢູ່​ບັນ​ດາ​ຕາ​ແສງ, ເທດ​ສະ​ບານ ລະ​ດັບ 1, ຮັບປະ​ກັນຫຼັກ​ການ​ຕີ​ລາ​ຄາ​ຄວາມ​ປອດ​ໄພ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.

ຜູ້​ເຮັດ​ວຽກ​ຕ້ອງ​ໄດ້​ຮັບ​ການ​ສັກ​ວິ​ກ​ຊິນ​ກັນ​ໂຄວິດ - 19 ຢ່າງ​ຄົບ​ຖ້ວນ ຫຼື ໄດ້​ຮັບ​ການ​ປິ່ນ​ປົ​ວ​ຫາຍ​ດີ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19, ຜູ້​ເຂົ້າ​ຮ່ວມ​ໄດ້ຮັບ​ການ​ສັກ​ວິ​ກ​ຊິນ​ກັນ​ໂຄວິດ - 19 ຢ່າງ​ຄົບ​ຖ້ວນ ຫຼື ໄດ້​ຮັບ​ການ​ປິ່ນ​ປົ​ວ​ຫາຍ​ດີ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ຫຼື ​ມີ​ຜົນ​ກວດ​ຫາ​ເຊື້ອ​ເປັນ​ລົບ​ໃນ​ຮອ​ບ​ເວ​ລາ 72 ຊົ່ວ​ໂມງ, ການ​ເຄື່ອນ​ໄຫວ​ສູງສຸດ​ແມ່ນ 50%.

ຫໍ​ສະ​ໝຸດ, ຫ້ອງ​ອ່ານ​ໜັງ​ສື, ໂຮງ​ສາຍ​ຮູບ​ເງົາ, ຮາກ​ຖານ, ສະ​ຖານ​ທີ່​ສະ​ແດງ​ສິ​ລະ​ປະ, ວັດ​ທະ​ນຳ, ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ ແຕ່​ຕ້ອງ​ຮັບ​ປະ​ກັນ​ຫຼັກ​ການ​ຕີ​ລາ​ຄາ​ຄວາມ​ປອດ​ໄພ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ເຂດ​ລະ​ດັບ 2 ໄດ້​ຮັບ​ການ​ເຄື່ອນ​ໄຫວ​ຮັບ​ໃຊ້ສູງ​ສຸດ​ແມ່ນ 50%, ລະ​ດັບ 3 ສູງ​ສຸດ​ 25% ຂອງຈຳ​ນວນ​ແຂກ, ​ຜູ້​ຊົມ, ຜູ້​ອ່ານ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.