ເດືອນ​ເຄື່ອນ​ໄຫວ​ເພື່ອ​​ຜູ້​ທຸກ​ຍາກ: ຫວຽດ​ນາມ ບໍ່​ໃຫ້​ຜູ້​ໃດ​ຖືກ​ປະ​ໄວ້​ຢູ່​ທາງ​ຫລັງ

09:07 | 13/11/2021

ເດືອນເຄື່ອນໄຫວ “ເພື່ອຜູ້ທຸກຍາກ” ປີ 2021 ພວມດຳເນີນໃນສະພາບໂລກລະບາດໂຄວິດ -19 ສົ່ງຜົນກະທົບຢ່າງຫນັກຫນ່ວງເຖິງຜູ້ທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກ ເຮັດໃຫ້ຜູ້ອອກແຮງງານຫລາຍຄົນຖືກວ່າງງານ, ບໍ່ມີລາຍຮັບເພື່ອຮັບປະກັນຊີວິດການເປັນຢູ່. ສະນັ້ນ ການເຄື່ອນໄຫວ ແລະ ນະໂຍບາຍຫນູນຊ່ວຍຫລຸດຜ່ອນຄວາມທຸກຍາກ ກໍ່ມີການປ່ຽນແປງໄປນຳເພື່ອໃຫ້ເໝາະສົມກັບສະພາບຕົວຈິງ, ນັບມື້ນັບມີຫລາຍຮູບແບບກວ່າ, ບໍ່ພຽງແຕ່ຫນູນຊ່ວຍໂດຍດ່ວນເທົ່ານັ້ນ ຫາກຍັງມີທິດຊ່ວຍຫນູນການຫາເງິນລ້ຽງຊີບ, ວຽກເຮັດງານທຳ, ໃຫ້ຜູ້ທຸກຍາກໄດ້ກູ້ຢຶມທຶນບຸລິມະສິດເພື່ອຫລຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ.

ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ, ສິ​ລະ​ປະ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ, ສິ​ລະ​ປະ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ
ທ່ານ​ປະ​ທານ​ປະ​ເທດ: ປະ​ຫວັດ​ສາດກວ່າ 2.000 ປີ ຂອງ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ແມ່ນ​ປະ​ຫວັດ​ສາດ​ຂອງ​ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ ຜູ້​ຮັກ​ຊາດ ທ່ານ​ປະ​ທານ​ປະ​ເທດ: ປະ​ຫວັດ​ສາດກວ່າ 2.000 ປີ ຂອງ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ແມ່ນ​ປະ​ຫວັດ​ສາດ​ຂອງ​ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ ຜູ້​ຮັກ​ຊາດ

ໃນສະພາບການເກີດໂລກລະບາດ, ຜູ້ທຸກຍາກຢູ່ ຫວຽດນາມ ກໍ່ຄືທຸກແຫ່ງຢູ່ໃນໂລກ ຍິ່ງຖືກຜົນສະທ້ອນຢ່າງຫນັກຫນ່ວງ. ຄອບຄົວໃກ້ທຸກຍາກບໍ່ມີເງິນສະສົມ ສະນັ້ນ ຍາກທີ່ຈະຫລີກລ້ຽງໄພທຸກຍາກກັບຄືນມາ. ຕາມການຄົ້ນຄ້ວາຫວ່າງແລ້ວນີ້ຂອງສູນວິເຄາະ ແລະ ຄາດຄະເນ (ສະຖາບັນດິດວິທະຍາສາດ ສັງຄົມຫວຽດນາມ)ແລ້ວ, ອັດຕາຜູ້ທຸກຍາກດ້ານລາຍຮັບຊົ່ວຄາວຢູ່ ຫວຽດນາມ ໄດ້ເພີ່ມຈາກລະດັບ 10% ກ່ອນເກີດໂລກລະບາດ ຂຶ້ນເປັນ 33,4 % ໃນເດືອນສິງຫາ ປີ 2021.

ພາບປະກອບ
ພາບປະກອບ

ເພື່ອຫນູນຊ່ວຍໂດຍດ່ວນໃຫ້ປະຊາຊົນ, ພິເສດແມ່ນຜູ້ທຸກຍາກ, ລັດຖະບານ ໄດ້ຜັນຂະຫຍາຍມະຕິເລກທີ 68 ດ້ວຍບ້ວງເງິນຫນູນຊ່ວຍ 26 ພັນຕຶ້ດົ່ງ ຫລື ຫວ່າງແລ້ວນີ້ ແມ່ນບ້ວງເງິນຫນູນຊ່ວຍ 38 ພັນຕື້ດົ່ງ ໂດຍຫັກຈາກກອງທຶນປະກັນໄພວ່າງງານ ຫນູນຊ່ວຍຄົນງານ ແລະ ວິສາຫະກິດ ທີ່ປະສົບກັບຄວາມຫຍຸ້ງຍາກ ຍ້ອນໂລກລະບາດໂຄວິດ -19. ອຳນາດການປົກຄອງບັນດາແຂວງ, ນະຄອນ ກໍ່ຫັກເງິນຈາກງົບປະມານທ້ອງຖິ່ນ ຫນູນຊ່ວຍປະຊາຊົນເພື່ອຜ່ານຜ່າຄວາມຫຍຸ້ງຍາກ.

ບັນດາອົງການຈັດຕັ້ງສັງຄົມ ລ້ວນແຕ່ມີການເຄື່ອນໄຫວແທດຈິງ ເພື່ອຫນູນຊ່ວຍຜູ້ປະສົບກັບຄວາມຫຍຸ້ງຍາກ, ຜູ້ມີຄວາມສ່ຽງ, ຄົນງານຖືກວ່າງງານ. ຄຽງຄູ່ການຫນູນຊ່ວຍໂດຍດ່ວນນັ້ນ, ບັນດາມາດຕະການຫນູນຊ່ວຍຜູ້ທຸກຍາກໄລຍະຍາວກໍ່ພວມໄດ້ຮັບການຜັນຂະຫຍາຍຈາກບັນດາອົງການມີບົດບາດຫນ້າທີ່.

ບໍ່ພຽງແຕ່ມີການເຂົ້າຮ່ວມຂອງສູນກາງ, ບັນດາແຂວງ, ນະຄອນ ໃນທົ່ວປະເທດກໍ່ມີຄວາມເປັນເຈົ້າການໃນການຄົ້ນຄ້ວາ, ສະເຫນີ, ປະຕິບັດບັນດານະໂຍບາຍຫນູນຊ່ວຍພິເສດ, ເໝາະສົມກັບເງື່ອນໄຂຂອງທ້ອງຖິ່ນ ເພື່ອແນໃສ່ຮັບປະກັນໃຫ້ປະຊາຊົນ, ເປັນຕົ້ນແມ່ນຄອບຄົວທຸກຍາກຜ່ານຜ່າໄລຍະຫຍຸ້ງຍາກນີ້.

ຢູ່ ຮ່າໂນ້ຍ, ໄລ່ຮອດຕົ້ນເດືອນ ຕຸລາ, ບັນດາອົງການມີບົດບາດຫນ້າທີ່ ໄດ້ເຊັນອະນຸມັດ ແລະ ປະຕິບັດການຫນູນຊ່ວຍສຳລັບ 8/8 ກຸ່ມເປົ້າໝາຍ. ມີເກືອບ 289.000 ຄົນ, ຄອບຄົວດຳເນີນທຸລະກິດໄດ້ຊົມໃຊ້ບັນດານະໂຍບາຍ . ງົບປະມານໄດ້ເຊັນອະນຸມັດຫນູນຊ່ວຍແມ່ນ ເກືອບ 300 ຕື້ດົ່ງ. ຈາກແຫລ່ງກຳລັງຂົນຂວາຍໃນສັງຄົມ, ທົ່ວນະຄອນ ໄດ້ຊ່ວຍເຫລືອ, ຫນູນຊ່ວຍໃຫ້ເກືອບ 1,06 ລ້ານເທື່ອຄົນ, ຄອບຄົວປະສົບກັບຄວາມຫຍຸ້ງຍາກໃນບໍລິເວນ ດ້ວຍຈຳນວນເງິນຫລາຍກວ່າ 304 ຕື້ດົ່ງ.

ສ່ວນຢູ່ ນະຄອນ ໂຮ່ຈີມິນ, ຊື່ງແມ່ນສະຖານທີ່ຖືກຜົນສະທ້ອນຢ່າງຫນັກຫນ່ວງຈາກໂລກລະບາດໂຄວິດ 19 ຮອບທີ 4, ອຳນາດການປົກຄອງພວມຜັນຂະຫຍາຍບັນດານະໂຍບາຍຫນູນຊ່ວຍການຫາເງິນລ້ຽງຊີບເພື່ອໃຫ້ປະຊາຊົນຫລຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ. ຄຽງຄູ່ກັນນັ້ນ ໂຄງການຫນູນຊ່ວຍໂດຍດ່ວນໃຫ້ຜູ້ທຸກຍາກ, ຄະນະກຳມະການແນວໂຮມປະເທດຊາດນະຄອນໂຮ່ຈີມິນ ຫາກໍ່ມອບ ລົດທຳມາຫາກິນ, ດຳເນີນຊີວິດໃຫ້ຄົນພິການ, ຜູ້ທຸກຍາກ 30 ຄົນ.

ບັນດານະໂຍບາຍສຳລັບຜູ້ມີຄວາມສ່ຽງໃນສັງຄົມ, ເປັນຕົ້ນແມ່ນຜູ້ທຸກຍາກ ບໍ່ພຽງແຕ່ໃນຊ່ວງເວລາເກີດໂລກລະບາດໂຄວິດ 19, ເຄີຍແມ່ນແຜນນະໂຍບາຍສະເຫມີຕົ້ນສະເຫມີປາຍ ແລະ ລຸລ່ວງຂອງພັກ, ລັດ ໃນຫລາຍທົດສະວັດ. ສອງປີມານີ້ ເຖິງວ່າຖືກປະສົບກັບໄພທຳມະຊາດ, ໂລກລະບາດ, ເປັນຕົ້ນແມ່ນໂລກລະບາດໂຄວິດ 19 ກໍຕາມ ແຕ່ສະພາແຫ່ງຊາດ, ລັດຖະບານ ຫວຽດນາມ ຍັງຄົງເພີ່ມແຫລ່ງກຳລັງລົງທຶນໃຫ້ວຽກງານຫລຸດຜ່ອນຄວາມທຸກຍາກຂຶ້ນທົບ 2 ເທົ່າເມື່ອທຽບໃສ່ໄລຍະກ່ອນນີ້; 21% ງົບປະມານແຫ່ງລັດ ໄດ້ນຳໃຊ້ເຂົ້າໃນວຽກງານສະຫວັດດີການສັງຄົມ. ນີ້ແມ່ນລະດັບສູງສຸດເພື່ອທຽບກັບບັນດາປະເທດໃນ ອາຊຽນ.

ລັດຖະບານ ໄດ້ມີນະໂຍບາຍຫນູນຊ່ວຍໂດຍກົງໃຫ້ 13 ລ້ານຄົນຖືກຜົນສະທ້ອນຍ້ອນໂລກລະບາດໂຄວິດ -່19, ໃນນັ້ນ ເອົາໃຈໃສ່ເຖິງຜູ້ທຸກຍາກ. ຫວ່າງແລ້ວນີ້ ສະພາແຫ່ງຊາດ ໄດ້ຮັບຮອງເອົາມະຕິວ່າດ້ວຍການເຊັນອະນຸມັດແຜນນະໂຍບາຍລົງທຶນໂຄງການເປົ້າໝາຍແຫ່ງຊາດຫລຸດຜ່ອນຄວາມທຸກຍາກແບບຍືນຍົງໄລຍະ 2021-2025. ຍອດແຫລ່ງທຶນປະຕິບັດໂຄງການແມ່ນ 75 ພັນຕື້ດົ່ງ.

ພິເສດ ດ້ວຍຈິດໃຈ “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຜູ້ທຸກຍາກ - ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ”, ຫວ່າງແລ້ວນີ້ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນຊີ້ນຳຍູ້ແຮງການປະຕິບັດບັນດານະໂຍບາຍຫລຸດຜ່ອນຄວາມທຸກຍາກແບບຍືນຍົງ, ປະຕິບັດນະໂຍບາຍ, ຫນ້າທີ່, ມາດຕະການຫລຸດຜ່ອນຄວາມອຶດຫິວທຸກຍາກຢ່າງມີປະສິດທິຜົນ, ສືບຕໍ່ເອົາໃຈໃສ່ຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ, ຜູ້ມີຄວາມສ່ຽງໃນສັງຄົມໃຫ້ດີກວ່າ, ເປັນຕົ້ນແມ່ນຜູ້ທຸກຍາກຖືກຜົນສະທ້ອນຈາກໄພທຳມະຊາດ, ໂລກລະບາດໂຄວິດ -19.

ວຽກງານຫລຸດຜ່ອນຄວາມທຸກຍາກແບບຍືນຍົງໃນໄລຍະປະຈຸບັນ ແມ່ນສິ່ງທ້າທາຍໃຫຍ່, ສົ່ງຜົນກະທົບບໍ່ແມ່ນຫນ້ອຍເຖິງບັນຫາຮັບປະກັນຊີວິດສັງຄົມ. ການເຄື່ອນໄຫວໃນເດືອນຈຸດສຸມເພື່ອຜູ້ທຸກຍາກ ແມ່ນເລີ່ມຕົ້ນແຕ່ ວັນທີ 17 ຕຸລາ ປີ 2021 ຮອດວັນທີ 18 ພະຈິກປີ 2021 ໂດຍແນວໂຮມປະເທດຊາດຫວຽດນາມ ປຸກລະດົມ, ຈະຫນູນຊ່ວຍຜູ້ທຸກຍາກຜ່ານຜ່າຄວາມຫຍຸ້ງຍາກໃນຊ່ວງເວລາເກີດໂລກລະບາດໂຄວິດ 19, ສືບຕໍ່ເຮັດໃຫ້ມູນເຊື້ອອຸມຊູຊ່ວຍເຫລືອເຊິ່ງກັນແລະກັນຂອງຊາດຫວຽດນາມ ຍິ່ງອຸດົມສົມບູນກວ່າອີກ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.