ອ່າວແຫ່ງ​ຄວາມ​ຮັກ ສະ​ຖານ​ທີ່ ທີ່​ເປັນ​ໜ້າ check-in ຢູ່ 'downtown' ໃໝ່​ຂອງນະ​ຄອນ​ໂຮ່​ຈີ​ມິນ

14:50 | 09/06/2022

ຍ​ສ​ໝ - ໂດຍນອນ​ຢູ່​ໃນ​ບໍ​ລິ​ເວ​ນ​ຕົວ​ເມືອງ​ໃຫຍ່ The Global City ທີ່ໃກ້​ຈະ​ໄດ້​ຮັບ​ການ​ກໍ່​ສ້າງ​ ແລະ ມອບຮັບສຳເລັດ, ອ່າວ​ແຫ່ງຄວາມ​ຮັກ ໝັ້ນ​ໝາຍ​ວ່າ​ຈະ​ກາຍ​ເປັນ​ສະ​ຖານ​ທີ່ນັດພົບ​ທີ່​ໃໝ່​ອ່ຽມ, ມີ​ຄວາມ​ຈັບ​ອົກ​ຈັບ​ໃຈ​ຢູ່​ນະ​ຄອນ​ໂຮ່​ຈີ​ມິນ.

ສະ​ຖານ​ທີ່ check-in ໃໝ່​ຢູ່ ດ່າ​ລາດ: ທິວ​ທັດ​ຄະ​ນະ​ລົດ​ໄຟ​ທ່າມ​ກາງ​ທົ່ງ​​ດອກ​ໄມ້ທີ່​ມີ​ຄວາມ​ງາມ​ເໝືອນ​ເອີ​ຣົບ ສະ​ຖານ​ທີ່ check-in ໃໝ່​ຢູ່ ດ່າ​ລາດ: ທິວ​ທັດ​ຄະ​ນະ​ລົດ​ໄຟ​ທ່າມ​ກາງ​ທົ່ງ​​ດອກ​ໄມ້ທີ່​ມີ​ຄວາມ​ງາມ​ເໝືອນ​ເອີ​ຣົບ
ກອງ​ປະ​ຊຸມ​ໃຫຍ່​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ອົງ​ການ VUFO ຄັ້ງ​ທີ VIII ອາ​ຍຸ​ການ 2022 – 2027 ກອງ​ປະ​ຊຸມ​ໃຫຍ່​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ອົງ​ການ VUFO ຄັ້ງ​ທີ VIII ອາ​ຍຸ​ການ 2022 – 2027
ພາບ: zingnews.vn
ພາບ: zingnews.vn

ໂດຍ​ໄດ້​ກຳ​ນົດ​ທິ​ດກາຍ​ເປັນ​ເຂດ​ໃຈ​ກາງ ​ແຫ່ງ​ທີ 2 ຂອງ​ນະ​ຄອນ​ໂຮ່​ຈີ​ມິນ, ຕົວ​ເມືອງ​ໃຫຍ່ The Global City ນອນ​ຢູ່​ບ້ານ​ອານ​ຝຸ, ນະ​ຄອນ ທູ​ດຶກ ໄດ້​ເຕົ້າ​ໂຮມສິ່ງທີ່​ມີ​ທ່າ​ໄດ້​ປຽບຫຼາຍ​ຢ່າງ​ກ່ຽວ​ກັບ​ທີ່​ຕັ້ງ, ຂອບ​ຂະ​ໜາດ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ພັດ​ທະ​ນາ​ພ້ອມ​ກັບ​ການບ​ໍ​ລິ​ການ​ລະຫຼິ້ນ​ລະ​ດັບ​ສູງ.

ໃນ​ນັ້ນ, ບໍ​ລິ​ສັດ​ພັດ​ທະ​ນາ​ໂຄງ​ການ​ ໄດ້ສຸມ​ໃສ່​ລົງ​ທຶນກໍ່​ສ້າງລະ​ບົບ​ຄອງ​ເໝືອງ​ທຽມ ດ້ວຍ​ລວງ​ຍາວ​ກ່​ວາ 2 ກີ​ໂລ​ແມັດ ທີ່​ມີ​ຊື່​ວ່າ ອ່າວ​ແຫ່ງຄວາມ​ຮັກ. ສະ​ຖານ​ທີ່ນີ້​ໄດ້​ເຕົ້າ​ໂຮມ​ເຂດ​ດົນ​ຕີ​ນ້ຳລະ​ດັບ​ແຖວ​ໜ້າ​ພາ​ກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ​ອ້ອມຂ້າງ​ແມ່ນ​ສວນ​ສາ​ທາ​ລະ​ນະ​ຕົ້ນ​ໄມ້​ຂຽວ​ທີ່ກວ້າງ​ໃຫຍ່, ໝັ້ນ​ໝາຍ​ຈະ​ກາຍ​ເປັນ​ສະ​ຖານ​ທີ່​ນັດ​ພົບ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ໃຫ້​ແກ່​ຄູ່​ຮັກ ແລະ ແຂກ​ທ່ອງ​ທ່ຽວ​ໃນ​ອະ​ນາ​ຄົດ.

ເຂດ​ດົນ​ຕີ​ນ້ຳ​ໃຫຍ່​ທີ່​ສຸດ ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ພາບ: zingnews.vn
ພາບ: zingnews.vn

ໂດຍສວຍ​ໃຊ້​ທີ່​ຕັ້ງ​ຕິດ​ພັນ​ກັບ​ແມ່​ນ້ຳ​ແຣກ​ຈຽກ ແລະ ເປີດກວ້າງ​ເນື້ອ​ທີ່​ໜ້າ​ນ້ຳ, ອ່າວ​ແຫ່ງຄວາມ​ຮັກ​ໄດ້​ຮັບ​ການ​ລົງ​ທຶນ​ເຂດດົນ​ຕີ​ນ້ຳທີ່​ທັນ​ສະ​ໄໝ​ດ້ວຍ​ຂອບ​ຂະ​ໜາດ​ແຖວ​ໜ້າ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​. ຕາມ​ການ​ເປີດ​ເຜີຍ​ຈາກ​ໜ່ວຍ​ງານ​ພັດ​ທະ​ນາ​ໂຄງ​ການ, ເກືອບ​ຄື​ວ່າ​ທັງ​ໝົດ​ເນື້ອ​ທີ່​ໜ້າ​ນ້ຳ​ຂອງ ເຂດ The Global City ໄດ້​ຮັບ​ການ​ລົງ​ທຶນ​ລະ​ບົບ​ດົນ​ຕີ​ນ້ຳ.

ພາບ: zingnews.vn
ພາບ: zingnews.vn

ຍ້ອນ​ເຫດ​ນັ້ນ, ຢູ່​ທີ່​ນີ້ຈິ່ງມີ​ລັກ​ສະ​ນະ​ເຂັ້ມຂຸ້ນໄປດ້ວຍທຳ​ມະ​ຊາດ, ນຳ​ມາ​ເຊິ່ງ​ບັນ​ຍາ​ກາດ​ທີ່​ປອດ​ໂປ່ງ, ບໍ​ລິ​ສຸດ​ຜຸດ​ຜ່ອງ, ສົດ​ໃສ ດ້ວຍ​ການ​ບໍ​ລິ​ການ​ລະຫຼິ້ນ​ບັນ​ເທິງ​ທີ່​ດຶງ​ດູດ​ໃຈ​ໃຫ້​ແກ່​ຊາວ​ນະ​ຄອນ​ໂຮ່​ຈີ​ມິນ ແລະ ແຂກ​ທ່ອ​ງ​ທ່ຽວ.

ຂົວ​​ຍ່າງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ດ້ວຍອ່າງ​​ນ້ຳພຸສາຍຮຸ້ງ

ພາບ: zingnews.vn
ພາບ: zingnews.vn

ໄປ​ຄຽງ​ຄູ່​ກັບ​ເຂດ​​ດົນ​ຕີ​ນ້ຳ ດ້ວຍ​ຂອບ​ຂະ​ໜາດ​ແມ່ນ​ຂົວ​ຍ່າງ ແລະ ອ່າງ​ນ້ຳພຸສາຍຮຸ້ງ​ຢູ່​ໃກ້​ກັບ​ສວນ​ສາ​ທາ​ລະ​ນະສີ​ຂຽວ​ຂອງ The Global City. ດ້ວຍ​ການ​ອອກ​ແບບທີ່​ປະ​ທັບ​ໃຈ​ເຕັມ​ໄປ​ດ້ວຍ​ຄວາມ​ງາມຕາ, ສະ​ຖານ​ທີ່​ແຫ່ງ​ນີ້​ໝັ້ນ​ໝາຍ​ຈະ​ກາຍ​ເປັນ​ສະ​ຖານ​ທີ່ check-in ​ທີ່ໄດ້​ຮັບ​ການ check-in ຫຼາຍ​ທີ່​ສຸດ​ນັບ​ແຕ່​ເວ​ລາ​ໂຄງ​ການ​ນຳເຂົ້າສູ່​ການ​ເຄື່ອນ​ໄຫວ.

ເສັ້ນ​ທາງ​ແຫ່ງ​ຄວາມ​ຮັກ

ພາບ: zingnews.vn
ພາບ: zingnews.vn

ເມື່ອ​ເຕື້ອງ​ເຖິງ​ສະ​ຖານ​ທີ່​ນັດ​ພົບທີ່​ດີ​ທີ່​ສຸດ​ໃນ​ໂລກ ໃຫ້​ແກ່​ຄູ່​ຮັກ​ກັນ, ອາດ​ເວົ້າ​ເຖິງ​ຂົວ​ກະ​ແຈ​ແຫ່ງ​ຄວາມ​ນັກ​ທີ່​ມີ​ຊື່​ສຽງ​ຄື Pont des Arts (ຝ​ລັ່ງ), Hohenzollern (ເຢຍ​ລະ​ມັນ), Tretriakovsky (ລັດ​ເຊຍ) hay Milvio (ອີ​ຕາ​ລີ)… ແມ່ນມີ​ຄວາມ​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ການ​ອອກ​ແບບ​ ແຕ່​ຂົວເຫຼົ່າ​ນີ້​ລ້ວນ​ແຕ່​ມີ​ຄວາມ​ໝາຍ​ດ່ຽວ​ກັນ​ວ່າ: ຄູ່​ຮັກ​ຈະຊອກ​ມາ​ບ່ອນ​ນີ້ເພື່ອຫ້ອຍ​ກະ​ແຈ​ທີ່​ມີ​ຊື່​ຂອງ​ທັງ​ສອງ​ຄົນ, ດ້ວຍ​ຄວາມ​ຫວັງ ຄວາມ​ຮັກ​ຂອງ​ເຂົາ​ຈະ​ຢູ່ນຳກັັນ​ຕະ​ຫຼອດ​ການ.

ພາບ: zingnews.vn
ພາບ: zingnews.vn

ໂດຍ​ອີງ​ໃສ່​ຄວາມ​ຄິດ​ເຫັນ​ສ້າງ​ສະ​ຖານ​ທີ່ check-in ​ ທີ່​ດຶງ​ດູດ​ໃຈ​ຄື​ກັນ​ກັບ​ຂົວ​ກະ​ແຈ​ແຫ່ງຄວາມ​ຮັກ​ທີ່​ມີ​ຊື່ສຽງ​ໃນ​ໂລກ, ບັນ​ດາ​ໜ່ວຍ​ງານ​ອອກ​ແບບ​ຂອງ The Global City ໄດ້​ກຳ​ນົດ​ທິດ​ພັດ​ທະ​ນາ​ສະ​ຖານ​ທີ່​ນັດ​ກັນ​ໂຣ​ແມນ​ຕິກ ທີ່​ມີ​ຊື່​ວ່າ ເສັ້ນ​ທາງ​ແຫ່ງ​ຄວາມ​ຮັກ​ຢູ່​ໃນ​ບໍ​ລິ​ເວນ​ຂອງຕ​ົວ​ເມືອງ​ໃຫຍ່ The Global City.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.