ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ຊາດ ຫວຽດ​ນາມ ວັນ​ທີ 2 ກັນ​ຍາ: ໂອ​ກາດ​ເພື່ອ​ໃຫ້ ຫວຽດ​ນາມ ພ້ອມ​ກັບ​ເພື່ອນ​ມິດ​ສາ​ກົນ​ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​​ທີ່​ຄົງ​ຕົວ ຂອງ​ເອ​ກະ​ລາດ ແລະ ເສ​ລີ​ພາບ

10:33 | 21/07/2025

ຍສໝ - ພິທີສະເຫຼີມສະຫຼອງວັນຊາດວັນທີ 2 ກັນຍາອີກຄັ້ງໜຶ່ງໄດ້ຢັ້ງຢືນຄວາມໝາຍທີ່ຍິ່ງໃຫຍ່ນັ້ນ, ເຊີດຊູບັນດາຜົນສຳເລັດຂອງປະຊາຊົນ ຫວຽດນາມ ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ສ້າງສາ ແລະ ປົກປັກຮັກສາປະເທດຊາດກໍຄື ພາລະກິດແຫ່ງການປ່ຽນແປງໃໝ່ເພື່ອມີຫວຽດນາມ ທີ່ພວມກ້າວເຂົ້າສູ່ສັງກາດບຸກບື່ນພັດທະນາ ເຂັ້ມແຂງແຮງກ້າວຄືໃນປັດຈຸບັນ.

ຫວຽດ​ນາມ ໝາຍ​ໝັ້ນ​ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ​ພ້ອມ​ແລ້ວຮ່ວມ​ເດີນ​ທາງ​ໃນ​ຄວາມ​ພະ​ຍາ​ຍາມ​ປົກ​ປັກ​ຮັກ​ສາ​ມະ​ຫາ​ສະ​ໝຸດ​ຂອງ​ທົ່ວ​ໂລກ
ຫວຽດ​ນາມ ລົງ​ນາມ​ໃນ​ບັນ​ດາ​ຂໍ້​ຕົກ​ລົງ​ນຳ​ເຂົ້າຜະ​ລິດ​ຕະ​ພັນ​ກະ​ເສດ​ທີ່​ມີ​ມູນ​ຄ່າ​ເກືອບ 3 ຕື້ USD ​ຈາກ ອາ​ເມ​ລິ​ກາ

ຢູ່ການຖະແຫຼງຂ່າວເປັນປະຈຳຂອງກະຊວງການຕ່າງປະເທດ ຫວຽດນາມ ທີ່ຈັດຂຶ້ນໃນຕອນບ່າຍວັນທີ 17 ກໍລະກົດ, ໂດຍຕອບຄຳຖາມກ່ຽວກັບຄວາມໝາຍຂອງເລື່ອງ ຫວຽດນາມ ສົ່ງຄຳເຊື້ອເຊີນໄປຍັງບັນດາປະເທດ ເຂົ້າຮ່ວມ ແລະ ຈັດສົ່ງກ້ອນກຳລັງເຂົ້າຮ່ວມພິທີເດີນສວນສະໜາມ ຢູ່ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ (02/09/1945 – 02/09/2025) ໃນວັນທີ 2 ກັນຍາທີ່ ຈະມາເຖິງ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ ການປະຕິວັດເດືອນສິງຫາ ແມ່ນເຫດການສຳຄັນຍິ່ງ, ສາຖະປະນາປະເທດ ສາທາລະນະລັດປະຊາທິປະໄຕ ຫວຽດນາມ, ປັດຈຸບັນແມ່ນປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ການປະຕິວັດເດືອນສິງຫາປະສົບຜົນສຳເລັດໄດ້ລະດົມກຳລັງໃຈຢ່າງແຮງຕໍ່ຂະບວນການປົດປ່ອຍຊາດ ໃນບັນດາປະເທດຫົວເມືອງຂຶ້ນໃນທົ່ວປະເທດ.

ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ຊາດ ຫວຽດ​ນາມ ວັນ​ທີ 2 ກັນ​ຍາ: ໂອ​ກາດ​ເພື່ອ​ໃຫ້ ຫວຽດ​ນາມ ພ້ອມ​ກັບ​ເພື່ອນ​ມິດ​ສາ​ກົນ​ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​​ທີ່​ຄົງ​ຕົວ ຂອງ​ເອ​ກະ​ລາດ ແລະ ເສ​ລີ​ພາບ
ພາບປະກອບ: VTCnews

ຕາມໂຄສົກແລ້ວ, ພິທີສະເຫຼີມສະຫຼອງວັນຊາດວັນທີ 2 ກັນຍາອີກຄັ້ງໜຶ່ງໄດ້ຢັ້ງຢືນຄວາມໝາຍທີ່ຍິ່ງໃຫຍ່ນັ້ນ, ເຊີດຊູບັນດາຜົນສຳເລັດຂອງປະຊາຊົນ ຫວຽດນາມ ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ສ້າງສາ ແລະ ປົກປັກຮັກສາປະເທດຊາດກໍຄື ພາລະກິດແຫ່ງການປ່ຽນແປງໃໝ່ເພື່ອມີຫວຽດນາມ ທີ່ພວມກ້າວເຂົ້າສູ່ສັງກາດບຸກບື່ນພັດທະນາ ເຂັ້ມແຂງແຮງກ້າວຄືໃນປັດຈຸບັນ. ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ເນັ້ນໜັກວ່າ:

ຫວຽດນາມ ປາດຖະໜາຢາກພ້ອມກັບເພື່ອນມິດສາກົນ ເຊີດຊູບັນດາຄຸນຄ່າທີ່ຄົງຕົວຂອງເອກະລາດ ແລະ ເສລີພາບ. ດ້ວຍຄວາມໝາຍສຳຄັນນັ້ນ, ໃນໄລຍະຜ່ານມາ ຫວຽດນາມ ໄດ້ສົ່ງຄຳເຊື້ອເຊີນໄປຍັງເພື່ອນມິດສາກົນ. ໃນໂອກາດນີ້, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ສົ່ງຈົດໝາຍເຊື້ອເຊີນລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ, ໃນນັ້ນມີບັນດາປະເທດເພື່ອນມິດທີ່ມີແຕ່ດົນນານ, ມາຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ວັນທີ 2 ກັນຍາ ແລະ ຈັດສົ່ງກ້ອນກຳລັງເຂົ້າຮ່ວມພິທີເດີນສວນສະໜາມຢູ່ພິທີສະຫຼອງ. ນີ້ແມ່ນບັນດາການເຄື່ອນໄຫວສະແດງນ້ຳໃຈມິດຕະພາບ, ຄວາມສາມັກຄີ, ສະໜິດຕິດພັນລະຫວ່າງປະຊາຊົນ ແລະ ກອງທັບ ຫວຽດນາມ ກັບບັນດາປະເທດເພື່ອນມິດ, ພ້ອມທັງຢັ້ງຢືນແນວທາງການຕ່າງປະເທດຂອງຫວຽດນາມທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບແບບ, ຫັນເປັນຫຼາຍຝ່າຍ, ແມ່ນເພື່ອນມິດ, ຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ກັບທຸກປະເທດຂອງ ຫວຽດນາມ.

ແມ່​ຍິງ​ຫວຽດ​ນາມ - ລາວ ຈັດ​ຕັ້ງການເຄື່ອນໄຫວແບບອາສາສະໝັກໃຈ​ ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ວັນ​ທີ 8 ມີນາ ແມ່​ຍິງ​ຫວຽດ​ນາມ - ລາວ ຈັດ​ຕັ້ງການເຄື່ອນໄຫວແບບອາສາສະໝັກໃຈ​ ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ວັນ​ທີ 8 ມີນາ

ຍສໝ - ວັນທີ 5 ມີນາ 2025, ສະຖານກົງສຸນໃຫຍ່ ສສ ຫວຽດນາມ ປະຈຳ ຫຼວງພະບາງ ໄດ້ສົມທົບກັບສະຫະພັນແມ່ຍິງແຂວງຫຼວງພະບາງ, ສະມາຄົມຊາວຫວຽດນາມ ແຂວງຫຼວງພະບາງ ແລະ ສະມາຄົມວິສາຫະກິດຫວຽດນາມ ຢູ່ພາກເໜືອຂອງລາວ ເພື່ອຈັດຕັ້ງພິທີມິດຕິງ ແລະ ການເຄື່ອນໄຫວອາສາສະໝັກຢູ່ວັດ ພະໂອ, ແຂວງຫຼວງພະບາງ ເນື່ອງໃນໂອກາດສະເຫຼີມສະຫຼອງ 115 ປີແຫ່ງວັນແມ່ຍິງສາກົນ ...

50 ປີ​ແຫ່ງ​ວັນ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ລາວ: ເປັນ​ຂົວ​ຕໍ່​ທີ່​ໝັ້ນ​ຄົງ​ລະ​ຫວ່າງ​ສອງ​ປະ​ເທດຊາດ 50 ປີ​ແຫ່ງ​ວັນ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ລາວ: ເປັນ​ຂົວ​ຕໍ່​ທີ່​ໝັ້ນ​ຄົງ​ລະ​ຫວ່າງ​ສອງ​ປະ​ເທດຊາດ

ຍສໝ​ - ວັນ​ທີ 13 ມັງກອນ​ນີ້, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ໄດ້​ຈັດ​ຕັ້ງການພົບປະສະ​ເຫຼີມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ (15 ມັງກອນ 1975 - 15 ມັງກອນ 2025). ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ປະ​ເທດ ເລືອງເກື່ອງ ໄດ້​ສົ່ງ​ຈົດໝາຍ ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ...

ມີງດຶກ

ທ່ານອາດຈະມັກ