ພັດ​ທະ​ນາ​ຕົວ​ເມືອງອັດ​ສະ​ລິ​ຍະ ຕິດ​ພັນ​ກັບ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ​ທັນ​ສະ​ໄໝ

16:51 | 12/11/2021

ຍ​ສ​ໝ - ຕອນ​ເຊົ້າ​ວ​ັນ​ທີ 10 ພະ​ຈິກ, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ ໄດ້​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ຫົວ​ເລື່ອງທີ 3 ດ້ວຍ​ຫົວ​ຂ​ໍ້​ວ່າ “ພັດ​ທະ​ນາ​ຕົວ​ເມືອງອັດ​ສະ​ລະ​ຍະ ໃນ​ວິ​ວັດ​ການ​ຫັນ​ເປັນ​ຕົວ​ເມືອງທີ່​ຕິດ​ພັນ​ກັບ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ​ທັນ​ສະ​ໄໝ ຮອດ​ປີ 2030, ວິ​ໄສ​ທັດ​ຮອດ​ປີ 2045”.

ປ່ຽນ​ແປງ​ໃໝ່​ຈິນ​ຕະ​ນ​າ​ການ, ວິ​ທີ​ການ​ສຳ​ຜັດ​ກັບ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ ປ່ຽນ​ແປງ​ໃໝ່​ຈິນ​ຕະ​ນ​າ​ການ, ວິ​ທີ​ການ​ສຳ​ຜັດ​ກັບ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ
ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ, ສິ​ລະ​ປະ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ, ສິ​ລະ​ປະ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ
ພັດ​ທະ​ນາ​ຕົວ​ເມືອງອັດ​ສະ​ລິ​ຍະ ຕິດ​ພັນ​ກັບ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ​ທັນ​ສະ​ໄໝ

ທ່ານ ຫງວຽນ​ແທັງ​ຟອງ ຮອງ​ຫົວ​ໜ້າ​ຄະ​ນະ​ເສດ​ຖະ​ກິດ ກ່າວ​ຄຳ​ເຫັນ​ໄຂ​ກອ​ງ​ປະ​ຊຸມ​ສຳ​ມະ​ນາ (ພາບ: hanoimoi.com.vn)

ນີ້​ແມ່ນ​ໜຶ່ງ​ໃນ 10 ກອງ​ປະ​ຊຸມ​ສຳ​ມະ​ນາຫົວ​ເລື​່ອງ​ສະ​ເພາະ ຂຶ້ນ​ກັບ​ຂອບ​ເຂດ​ເວ​ທີ​ປາ​ໄສ​ຂັ້​ນ​ສູງ​ກ່ຽວ​ກັບ​ອຸດ​ສາ​ຫະ​ກຳ 4.0 ຄັ້ງ​ທີ 3 ໂດຍ​ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ​ສູນ​ກາງ​ພ້ອມ​ກັບ​ບາງ​ກະ​ຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ສົມ​ທົບ​ກັນ​ຈັດ​ຕັ້ງ.

ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ນັກ​ຊ່ຽວ​ຊານ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ບັນ​ດາ​ຜູ້​ແທນ​ໄດ້​ແລກ​ປ່ຽນ, ເຮັດ​ໃຫ້​ແຈ້ງ​ບັນ​ດາ​ບັນ​ຫາກ່ຽວ​ກັບ​ຄວາມ​ຈຳ​ເປັນ, ບົດ​ບາດ​ຂອງ​ການ​ພັດ​ທະ​ນາ​ຕົວ​ເມືອງອັດ​ສະ​ລິ​ຍະ, ບົດ​ຮຽນ​ປະ​ສົບ​ການ, ຮູບ​ແບບ​ສາ​ກົນ​ທີ່​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ພັດ​ທະ​ນາ​ຕົວ​ເມືອງ​ອັດ​ສະ​ລິ​ຍະ, ວິ​ທີ​ການ​ລະ​ອຽດ​ໃນ​ການ​ວາງ​ແຜນ​ກຳ​ນົດ, ຄຸ້ມ​ຄອງ, ບໍ​ລິ​ຫານ​ຕົວ​ເມືອງ​ອັດ​ສະ​ລິ​ຍະ.

ບັນ​ດາ​ຄຳ​ເຫັນ, ຂໍ້​ສະ​ເໜີ​ຂອງບັນ​ດາ​ນັກ​ຊ່ຽວ​ຊານ, ນັກ​ວິ​ທະ​ຍາ​ສາດ, ໜ່ວຍ​ຮຽບ​ຮຽງ​ແຜນ​ຮ່າງ “ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ​ທັນ​ສະ​ໄໝ​ຮອດ​ປີ 2030, ວິ​ສາ​ໄສ​ທັດ​ຮອດ​ປີ 2045” ຈະຮັບ​ເອົາ, ສັງ​ລວມ​ຢ່າງ​ຄົບ​ຖ້ວນ ເພື່ອ​ສ້າງ​ແຜນ​ຮ່າງ​ຍື່ນ​ສະ​ເໜີ​ຕໍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ການ​ພັກ​ໃນ​ປີ 2022.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.