ປ່ຽນ​ແປງ​ໃໝ່​ຈິນ​ຕະ​ນ​າ​ການ, ວິ​ທີ​ການ​ສຳ​ຜັດ​ກັບ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ

11:50 | 10/11/2021

ຢູ່ກອງປະຊຸມສຳມະນາ, ບັນດາຜູ້ແທນ ທັງຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ແລກປ່ຽນ, ເຮັດ ແຈ້ງບັນດາບັນຫາກ່ຽວກັບສະພາບການ, ທ່າອ່ຽງໃຫຍ່ຂອງ ການຫັນເປັນອຸດສາຫະກຳ ແລະ ທັນສະໄໝໃນທົ່ວໂລກ ກໍ່ຄືບັນດາບົດຮຽນປະສົບການ ຂອງສາກົນ ໃນການປະຕິບັດການຫັນເປັນອຸດສາຫະກຳ ແລະ ທັນສະໄໝ.

ເວ​ທີ​ປາ​ໄສ​ລະ​ດັບ​ຊາດ​ປະ​ຈຳປີ “ວັດ​ທະ​ນະ​ທຳ​ກັບ ວິ​ສາ​ຫະ​ກິດ” ຈະ​​​ຖືກ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້ ເວ​ທີ​ປາ​ໄສ​ລະ​ດັບ​ຊາດ​ປະ​ຈຳປີ “ວັດ​ທະ​ນະ​ທຳ​ກັບ ວິ​ສາ​ຫະ​ກິດ” ຈະ​​​ຖືກ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້
ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ສະ​ພາບ​ການ​ສັບ​ສົນ​ຢູ່ Bosnia-Herzegovina ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ສະ​ພາບ​ການ​ສັບ​ສົນ​ຢູ່ Bosnia-Herzegovina
ປ່ຽນ​ແປງ​ໃໝ່​ຈິນ​ຕະ​ນ​າ​ການ, ວິ​ທີ​ການ​ສຳ​ຜັດ​ກັບ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ
ກອງປະຊຸມສຳມະນາດ້ວຍຫົວເລື່ອງ “ຈິນຕະນາການ ແລະ ວິທີການສຳຜັດ ກ່ຽວກັບການຫັນເປັນອຸດສາຫະກຳ ແລະ ທັນສະໄໝຮອດປີ 2030, ວິໄສທັດຮອດປີ 2045” (ພາບ: TTXVN)

ຕອນເຊົ້າວັນທີ 9 ພະຈິກ ຢູ່ຮ່າໂນຍ, ຄະນະເສດຖະກິດ ສູນກາງພັກໄດ້ເປັນປະທານ, ສົມທົບກັບອົງການທີ່ກ່ຽວຂ້ອງ ຈັດກອງປະຊຸມສຳມະນາດ້ວຍຫົວເລື່ອງ “ຈິນຕະນາການ ແລະ ວິທີການສຳຜັດ ກ່ຽວກັບການຫັນເປັນອຸດສາຫະກຳ ແລະ ທັນສະໄໝຮອດປີ 2030, ວິໄສທັດຮອດປີ 2045”. ນີ້ແມ່ນ 1 ໃນ 10 ກອງປະຊຸມສຳມະນາຫົວເລື່ອງສະເພາະ ຖືກຈັດຂຶ້ນ ໃນຂອບເຂດເວທີປາໄສຂັ້ນສູງກ່ຽວກັບ ອຸດສາຫະກຳ 4.0 ຄັ້ງທີ 3 ດ້ວຍຫົວເລື່ອງ “ຍູ້ແຮງການຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ ໃນຍຸກດີຈີຕອນ” ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 9 ພະຈິກ ຫາວັນທີ 6 ທັນວາ ປີ 2021. ກ່າວຄຳເຫັນນະທີ່ນີ້, ທ່ານຮອງຫົວໜ້າຄະນະເສດຖະກິດ ສູນກາງ ຫງວຽນດຶກຫ໋ຽນ ໄດ້ເນັ້ນໜັກວ່າ: ຫວຽດນາມ ໄດ້ກຳນົດເປົ້າໝາຍ ຮອດປີ 2025 ແມ່ນປະເທດພວມພັດທະນາທີ່ມີອຸດສາຫະກຳຕາມທິດທັນສະໄໝ, ລື່ນກາຍລະດັບ ລາຍຮັບປານກາງຕ່ຳ, ຮອດປີ 2030, ສູ້ຊົນແມ່ນປະເທດ ພວມພັດທະນາທີ່ມີພື້ນຖານອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ. ເພື່ອປະຕິບັດໄດ້ເປົ້າໝາຍດັ່ງກ່າວ, ຫວຽດນາມ ຕ້ອງກຳນົດການຍູ້ແຮງການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ບົນພື້ນຖານຄວາມກ້າວໜ້າຂອງ ວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ.

ຢູ່ກອງປະຊຸມສຳມະນາ, ບັນດາຜູ້ແທນ ທັງຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ແລກປ່ຽນ, ເຮັດ ແຈ້ງບັນດາບັນຫາກ່ຽວກັບສະພາບການ, ທ່າອ່ຽງໃຫຍ່ຂອງ ການຫັນເປັນອຸດສາຫະກຳ ແລະ ທັນສະໄໝໃນທົ່ວໂລກ ກໍ່ຄືບັນດາບົດຮຽນປະສົບການ ຂອງສາກົນ ໃນການປະຕິບັດການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ບົດຮຽນໃນການເລີ່ມຕົ້ນທຸລະກິດ, ປ່ຽນແປງໃໝ່, ປະດິດຄິດສ້າງ, ເພື່ອແນໃສ່ຊຸກຍູ້ການຟື້ນຟູເສດຖະກິດຫຼັງໂລກລະບາດໂຄວິດ - 19.

vovworld.vn

ເຫດການ
302 Found

Found

The document has moved here.