ການວາງແຜນສັງລວມຂອງຫົ້ງແມ່ນໍ້າ Srepok

12:07 | 01/10/2021

ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະສິ່ງແວດລ້ອມ ເລກົງແທັງ ໄດ້ເປັນປະທານກອງປະຊຸມທາງອອນໄລ ຂອງສະພາລະຫວ່າງຂະແໜງການ ເພື່ອປະເມີນແຜນການສັງລວມຂອງຫົ້ງແມ່ນໍ້າ Srepok ຮອດປີ 2030, ວິໄສທັດຮອດປີ 2050.

ສະເໜີໂຄງການ ການນໍາຂັ້ນສູງແມ່ນໍ້າຂອງ - ສະຫະລັດອາເມລິກາ ສະເໜີໂຄງການ ການນໍາຂັ້ນສູງແມ່ນໍ້າຂອງ - ສະຫະລັດອາເມລິກາ
ປະເທດລາວ ເຂົ້າຮ່ວມກອງປະຊຸມສຸດຍອດສື່ມວນຊົນ ແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ຢ່າງຖ່າຍທອດສົດ ປະເທດລາວ ເຂົ້າຮ່ວມກອງປະຊຸມສຸດຍອດສື່ມວນຊົນ ແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ຢ່າງຖ່າຍທອດສົດ

ລາຍງານຢູ່ໃນກອງປະຊຸມ, ທ່ານ ຫງວຽນຫງອກຮ່າ - ຮອງຜູ້ອໍານວຍການສູນວາງແຜນ ແລະ ສືບສວນຊັບພະຍາກອນນໍ້າແຫ່ງຊາດ ກ່າວວ່າ ແມ່ນໍ້າ Sre Pok ເປັນແຫຼ່ງນໍ້າລະຫວ່າງປະເທດ ເຊິ່ງເປັນໜຶ່ງໃນສາຂາຂອງແມ່ນໍ້າຂອງ ທີ່ມີຕົ້ນກໍາເນີດມາຈາກດິນແດນຂອງຫວຽດນາມ ແລະ ໄຫຼລົງສູ່ປະເທດກໍາປູເຈຍ ຄົບກັບແມ່ນ້ຳ ເຊຊານ ຢູ່ທີ່ Stung treng ພ້ອມກັບ ເຊກົງ ເພື່ອສ້າງເປັນອ່າງແມ່ນໍ້າ 3S ກ່ອນທີ່ຈະລວມເຂົ້າກັບແມ່ນໍ້າຂອງ. ຢູ່ໃນດິນແດນຂອງຫວຽດນາມ, ຫົ້ງແມ່ນ້ຳ Srepok ມີເນື້ອທີ່ 18,230 ກມ 2, ລວມມີ 4 ແຂວງຂອງ ຢ່າລາຍ, ດັກລັດ, ດັກນົງ ແລະ ເລີມດົງ.

ການວາງແຜນສັງລວມຂອງຫົ້ງແມ່ນໍ້າ Srepok
ການວາງແຜນສັງລວມຂອງຫົ້ງແມ່ນໍ້າ Srepok. (ພາບ: vietnamplus)

ນີ້ເປັນເຂດທີ່ມີຕໍາແໜ່ງຍຸດທະສາດທີ່ສໍາຄັນຫຼາຍ່າງໃນດ້ານເສດຖະກິດ, ການເມືອງ ແລະ ການປ້ອງກັນຊາດ ສໍາລັບບັນດາປະເທດ ແລະ ພາກພື້ນອິນດູຈີນ, ມີທ່າແຮງອັນໃຫຍ່ຫຼວງຫຼາຍຢ່າງ ສໍາລັບການພັດທະນາເສດຖະກິດໃນດ້ານກະສິກໍາ, ປ່າໄມ້ ແລະ ການລ້ຽງສັດ, ມີຄວາມຫຼາກຫຼາຍທາງດ້ານວັດທະນະທໍາ ແລະ ເອກະລັກຂອງຊາດ.

ປະຈຸບັນ, ການຄຸ້ມຄອງ, ການຂຸດຄົ້ນ ແລະ ການນໍາໃຊ້ຊັບພະຍາກອນນໍ້າຢູ່ໃນຫົ້ງແມ່ນ້ຳຂອງ Sre Pok ຕ້ອງປະຕິບັດຕາມຂໍ້ກຳນົດກົດລະບຽບການນໍາໃຊ້ນໍ້າ ຕາມທີ່ໄດ້ກໍານົດໄວ້ໃນສັນຍາການຮ່ວມມືແມ່ນໍ້າຂອງ (1995). ການຮ່ວມມື ແລະ ການປະສານສົມທົບລະຫວ່າງຫວຽດນາມ ແລະ ກຳປູເຈຍໃນການຄຸ້ມຄອງຫົ້ງແມ່ນ້ຳນີ້ ໄດ້ເຮັດໃຫ້ມີຄວາມຕ້ອງການອັນຮີບດ່ວນ ເພື່ອຄຸ້ມຄອງຊັບພະຍາກອນນ້ຳໃຫ້ດີກວ່າເກົ່າ ແລະ ຮັບປະກັນການພັດທະນາແບບຍືນຍົງ ບໍ່ພຽງແຕ່ຢູ່ໃນເຂດແດນຂອງຫວຽດນາມເທົ່ານັ້ນ ແຕ່ຍັງຢູ່ທົ່ວຫົ້ງແມ່ນ້ຳຂອງອີກດ້ວຍ.

ຈຸດປະສົງການວາງແຜນຜັງ ແມ່ນເພື່ອດັດປັບ, ຈັດແບ່ງຊັບພະຍາກອນນ້ຳຢາສງສະເໝີພາບ ແລະ ສົມເຫດສົມຜົນລະຫວ່າງຜູ້ນຳໃຊ້ນ້ຳ, ບັນດາເຂດ, ບັນດາແຂວງໃນຫົ້ງແມ່ນ້ຳຂອງ, ໄດ້ມີການພິຈາລະນາເຖິງການຜັນແປຂອງແຫຼ່ງນ້ຳ ເນື່ອງຈາກຜົນກະທົບຈາກການປ່ຽນແປງດິນຟ້າອາກາດ. ປ້ອງກັນໄດ້ລະບົບນິເວດແມ່ນອີງໃສ່ແຫຼ່ງນໍ້າ, ຄວບຄຸມການເພີ່ມຂຶ້ນຂອງມົນລະພິດທາງນໍ້າໃນເຂດທີ່ຢູ່ອາໄສ, ເຂດຕົວເມືອງໃຫຍ່ ແລະ ເຂດອຸດສາຫະກໍາ. ພັດທະນາຊັບພະຍາກອນນໍ້າ, ປັບປຸງປະສິດທິພາບທາງເສດຖະກິດຂອງການນໍາໃຊ້ນໍ້າ ແລະ ປ້ອງກັນຕ້ານຜົນກະທົບອັນຕະລາຍທີ່ເກີດຈາກນໍ້າ.

ຮອດປີ 2030, ການວາງແຜນຜັງ ແນໃສ່ວາງອອກຈຸດປະສົງ ກໍານົດໄດ້ບົດບາດຂອງບັນດາແຫຼ່ງນໍ້າທີ່ນໍາໃຊ້ໃຫ້ແກ່ເປົ້າໝາຍນໍາໃຊ້ເປັນພື້ນຖານໃນການຄຸ້ມຄອງ, ການອອກໃບອະນຸຍາດກ່ຽວກັບຊັບພະຍາກອນນໍ້າ ແລະ ຕິດຕາມກວດກາການປະຕິບັດຕາມບົດບາດຂອງແຫຼ່ງນໍ້າ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.