ປະເທດລາວ ເຂົ້າຮ່ວມກອງປະຊຸມສຸດຍອດສື່ມວນຊົນ ແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ຢ່າງຖ່າຍທອດສົດ

16:38 | 26/11/2020

ໃນວັນທີ 24 ພະຈິກ 2020 ຢູ່ສຳນັກງານໜັງສືພິມ ພາສາຕ່າງປະເທດ ນະຄອນຫລວງວຽງຈັນ, ຫົວໜ້າອົງການຈັດຕັ້ງສື່ສິ່ງພິມ, ໂທລະພາບ ແລະ ວິທະຍຸ ໄດ້ເຂົ້າຮ່ວມກອງປະຊຸມ ສຸດຍອດສື່ມວນຊົນ ຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຜ່ານລະບົບອອນລາຍ ຮ່ວມກັບຄະນະ ຜູ້ແທນຈາກ ສປ.ຈີນ, ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ ທີ່ເປັນປະເທດສະມາຊິກ ຂອບຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງ, ໂດຍການເປັນເຈົ້າພາບ ຂອງໜັງສືພິມປະຊາຊົນຈີນ (People's Daily) ຮ່ວມກັບກະຊວງ ຖະຫລງຂ່າວມຽນມາ ຜ່ານລະບົບອອນລາຍ ຫລື ວິດີໂອຄອນເຟຣີນ.

ປະເທດລາວ ເຂ າຮ ວມກອງປະຊ ມສ ດຍອດສ ມວນຊ ນ ແມ ນ າຂອງ ແມ ນ ຳລ ານຊ າງ ຢ າງຖ າຍທອດສ ດ ກະຊວງປ້ອງກັນປະເທດຫວຽດນາມ ໄດ້ມອບເງິນໜູນຊ່ວຍ ແລະອຸປະກອນການແພດທີ່ມີມູນຄ່າເກືອບ 1,5 ຕື້ດົ່ງໃຫ້ແກ່ກະຊວງປ້ອງກັນປະເທດລາວ
ປະເທດລາວ ເຂ າຮ ວມກອງປະຊ ມສ ດຍອດສ ມວນຊ ນ ແມ ນ າຂອງ ແມ ນ ຳລ ານຊ າງ ຢ າງຖ າຍທອດສ ດ ຫວຽດນາມ ໄດ້ມອບເຂົ້າສານຈຳນວນ 1.000 ໂຕນ ໃຫ້ແກ່ປະເທດລາວ ເພື່ອຜ່ານຜ່າຜົນສະທ້ອນຈາກໄພທຳມະຊາດ
ປະເທດລາວ ເຂ າຮ ວມກອງປະຊ ມສ ດຍອດສ ມວນຊ ນ ແມ ນ າຂອງ ແມ ນ ຳລ ານຊ າງ ຢ າງຖ າຍທອດສ ດ
ຫົວໜ້າສື່ມວນຊົນລາວ ເຂົ້າຮ່ວມກອງປະຊຸມສຸດຍອດສື່ມວນຊົນ ແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ຢ່າງຖ່າຍທອດສົດ. (ພາບ: KPL)

ໃນໂອກາດດັ່ງກ່າວ, ທ່ານ ໂພສີ ແກ້ວມະນີວົງ ຜູ້ອຳນວຍການໃຫຍ່ ວິທະຍຸແຫ່ງຊາດລາວ ໃນນາມຜູ້ນຳພາຄະນະ ຜູ້ແທນສື່ມວນຊົນ ເຂົ້າຮ່ວມກອງ ປະຊຸມດັ່ງກ່າວ, ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ກອງປະຊຸມສຸດຍອດສື່ມວນຊົນ ຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຜ່ານລະບົບອອນ ລາຍຄັ້ງນີ້, ເພື່ອເປີດໂອກາດໃຫ້ ຕົວແທນສື່ມວນຊົນ ຈາກ 6 ປະເທດດັ່ງກ່າວ, ໄດ້ທໍາຄວາມເຂົ້າໃຈ ເຊິ່ງກັນ ແລະ ກັນ, ໂດຍສະເພາະ ບັນຫາການຮ່ວມມື ຕ້ານພະຍາດໂຄວິດ-19 ແລະ ຟືຶ້ນຟູເສດຖະກິດ ແລະ ມີຄໍາເຫັນຮ່ວມກັນ ໂດຍສະເພາະແມ່ນ ການຕ້ານ ພະຍາດໂຄວິດ-19 ທີ່ກຳລັງລະບາດໃນທົ່ວໂລກ. ເພື່ອນຳເອົາບົດຮຽນຂອງກັນ ແລະ ກັນ ໄປຜັນຂະຫຍາຍພັດທະນາ ວຽກງານສື່ໃນ ແຕ່ລະປະເທດ ເປັນຕົ້ນແມ່ນ ການແນະນຳ, ການໂຄສະນາກ່ຽວກັບ ການຕ້ານໂຄວິດ-19, ຮູບແບບ ແລະ ເນື້ອໃນ ເພື່ອເອົາມາໝູນໃຊ້ໃນສື່ ມວນຊົນຂອງລາວເຮົາ.

ໃນກອງປະຊຸມຄັ້ງນີ້, ຍັງມີກອງປະຊຸມ ຍ່ອຍລະດັບວິຊາການ ກ່ຽວກັບຫົວຂໍ້ຕ່າງໆເຊັ່ນ: ການຮ່ວມມືລະດັບສາກົນ ໃນການຕ້ານການລະບາດ ຂອງຍາດໂຄວິດ-19 ແລະ ການຟື້ຟູເສດຖະກິດ ຫລັງການ ລະບາດພະຍາດໂຄວິດ-19, ບົດຮຽນຂອງ ສປ.ຈີນ ໃນການຫລຸດຜ່ອນ ຄວາມທຸກຍາກ, ຂໍ້ລິເລີ່ມໜຶ່ງແລວ-ໜຶ່ງເສັ້ນທາງ ແລະ ການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ເສັ້ນທາງແຫ່ງການ ພັດທະນາໃນອານາຄົດຂອງຈີນ ຈາກທັດສະນະ ຂອງກອງປະຊຸມ ຄົບຄະນະ ຄັ້ງທີ 5 ຂອງກໍາມະການສູນກາງ ພັກກອມມູນິດຈີນ ຊຸດທີ XIX. ກອບຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2016 ເພື່ອສົ່ງເສີມການພັດທະນາແບບຍືນຍົງ ພາຍໃນພາກພື້ນ, ໂດຍມີ 6 ປະເທດສະມາຊິກ ຄື: ກຳປູເຈຍ, ຈີນ, ລາວ, ມຽນມາ, ໄທ ແລະ ຫວຽດນາມ.

ປະເທດລາວ ເຂ າຮ ວມກອງປະຊ ມສ ດຍອດສ ມວນຊ ນ ແມ ນ າຂອງ ແມ ນ ຳລ ານຊ າງ ຢ າງຖ າຍທອດສ ດ ລັດຖະມົນຕີການຕ່າງປະເທດລາວ ຕີລາຄາສູງບົດບາດຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ ກໍ່ຄືຖານະຕໍາແໜ່ງກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ

ຍສໝ - ທ່ານ ສະເຫຼີມໄຊ ກົມມະສິດ ຕີລາຄາສູງບົດບາດນໍາພາ, ຄວາມສາມາດຊັກຈູງຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ 2020, ກໍ່ຄືບັນດາການປະກອບສ່ວນຂອງຫວຽດນາມ ໃນການຍົກສູງບົດບາດຂອງອາຊຽນໃນເວທີປາໄສພາກພື້ນ ແລະສາກົນ.

ປະເທດລາວ ເຂ າຮ ວມກອງປະຊ ມສ ດຍອດສ ມວນຊ ນ ແມ ນ າຂອງ ແມ ນ ຳລ ານຊ າງ ຢ າງຖ າຍທອດສ ດ ໜັງສືພິມປະເທດລາວ ໄດ້ລົງບົດຂຽນກ່ຽວກັບຄວາມກ້າວໜ້າ ໃນການເຊື່ອມເຂົ້າກັນຊຸມຊົນອາຊຽນ

ຍສໝ - ເວບໄຊໜັງສືພິມອອນໄລ "vientianetimes.org.la" ຂອງປະເທດລາວ ໃນວັນທີ 10 ພະຈິກ ໄດ້ລົງບົດຂຽນທີ່ຢັ້ງຢືນໃຫ້ຫູ້ວ່າ ບັນດາລັດຖະມົນຕີຕ່າງປະເທດອາຊຽນ ໄດ້ຕີລາຄາສູງຕໍ່ຄວາມກ້າວໜ້າ ໃນການເຊື່ອມເຂົ້າກັບຊຸມຊົນອາຊຽນ.

ປະເທດລາວ ເຂ າຮ ວມກອງປະຊ ມສ ດຍອດສ ມວນຊ ນ ແມ ນ າຂອງ ແມ ນ ຳລ ານຊ າງ ຢ າງຖ າຍທອດສ ດ ປະເທດລາວ ເປີດງານວາງສະແດງແນວທາງການພັດທະນາການທ່ອງທ່ຽວ ແບບຍືນຍົງອາຊຽນ 2020

ກະຊວງຖະແຫຼງຂ່າວ ວັດທະນະທຳແລະທ່ອງທ່ຽວ (ຖວທ) ຮ່ວມກັບຜູ້ປະກອບການດ້ານການທ່ອງທ່ຽວໄດ້ເປີດງານວາງສະແດງແນວທາງການພັດທະນາການທ່ອງທ່ຽວແບບຍືນຍົງອາຊຽນ 2020 ຂຶ້ນໂດຍການນໍາສະເໜີຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ ເພື່ອໂຄສະນາອາຊຽນ ໃຫ້ກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງ.

kpl.gov.la

ເຫດການ
302 Found

Found

The document has moved here.