ແຂວງດຽນບຽນ: ປ່ຽນແປງເນື້ອໃນ, ວິທີການດຳເນີນງານໃນວຽກງານການທູດຂອງປະຊາຊົນ

10:59 | 23/10/2025

ຍສໝ - ວັນທີ 21 ຕຸລາ, ສະຫະພັນອົງການມິດຕະພາບແຂວງດຽນບຽນໄດ້ຈັດການປະຊຸມໃຫຍ່ຄັ້ງທຳອິດ, ສຳລັບວາລະ 2025–2030. ການປະຊຸມໄດ້ມີຄວາມເຫັນພ້ອມສູງກ່ຽວກັບທິດທາງການດຳເນີນງານໃນວາລະ 2025–2030, ໂດຍເນັ້ນໃຫ້ຄວາມສຳຄັນກັບການຍົກສູງຄວາມຮັບຮູ້ໃນທັ້ງລະບົບການເມືອງ ກ່ຽວກັບຄວາມສຳຄັນຂອງການທຳງານຕ່າງປະເທດຂອງປະຊາຊົນ; ປ່ຽນແປງເນື້ອໃນ, ວິທີການດຳເນີນງານ; ເພີ່ມທະວີການນຳໃຊ້ເທັກໂນໂລຊີດິຈິຕອນ, ສື່ສານທັນສະໄໝ ແລະ ເຊື່ອມໂຍງຢ່າງໃກ້ຊິດກັບເປົ້າໝາຍການພັດທະນາເສດຖະກິດ–ສັງຄົມ, ການປົກປ້ອງອະທິປະໄຕເຂດແດນຊາດ.

ບາງຄວາມຄິດກ່ຽວກັບການປະຕິບັດແນວຄິດຂອງປະທານໂຮ່ຈິມິນ ກ່ຽວກັບວຽກງານການທູດຂອງປະຊາຊົນຫວຽດນາມ ໃນໄລຍະ 80 ປີຜ່ານມາ.
ແຂວງດຽນບຽນ ແລະ ແຂວງຫຼວງພະບາງ ໄດ້ແລກປ່ຽນປະສົບການໃນວຽກງານຂອງອົງການກາແດງ

ໃນການກ່າວປາໄສໃນການປະຊຸມໃຫຍ່, ທ່ານຮອງປະທານສະຫະພັນອົງການມິດຕະພາບແຫ່ງປະເທດຫວຽດນາມ ຫງວຽນຫງອກຮູງ ໄດ້ກ່າວວ່າ: ດຽນບຽນ — ດິນແດນ “ຊື່ສຽງລືລັ່ນໄປທົ່ວຫ້າຈົນ, ສະທືນສະໄຫວໂລກ” — ບໍ່ພຽງແຕ່ເປັນສັນຍາລັກອັນບໍ່ມີວັນຈາງຂອງຈິດໃຈຮັກອິດສະຫຼະ, ຄວາມໝັ້ນຄົງຂອງຊາດຫວຽດນາມ, ແຕ່ຍັງເປັນສັນຍາລັກທີ່ມີຊີວິດຊີວາຂອງມິດຕະພາບສາກົນທີ່ແຈ່ມໃສ. ຢູ່ໃນດິນແດນນີ້, ມິດຕະພາບລະຫວ່າງປະຊາຊົນຫວຽດນາມ ກັບມິດສະຫາຍສາກົນ, ໂດຍສະເພາະກັບປະຊາຊົນລາວ, ຈີນ, ກຳປູເຈຍ ແລະ ບັນດາປະເທດສັງຄົມນິຍົມອື່ນໆ, ໄດ້ປະກົດຕົວ, ເສີມສ້າງ ແລະ ຖືກແຜ່ຂະຫຍາຍຢ່າງໝັ້ນຄົງຕະຫຼອດເວລາ.

ເພາະສະນັ້ນ, ການຈັດຕັ້ງຢ່າງເປັນທາງການຂອງ ສະຫະພັນອົງການມິດຕະພາບແຂວງດຽນບຽນ — ອົງການທີ່ມີພາລະກິດພິເສດໃນການຂັບເຄື່ອນວຽກງານຕ່າງປະເທດພາກປະຊາຊົນມີຄວາມໝາຍສຳຄັນເປັນພິເສດ. ນີ້ເປັນຫຼັກຖານທີ່ຊັດເຈນສະທ້ອນໃຫ້ເຫັນເຖິງວິໄສຍຸດທະສາດ ແລະ ຄວາມມຸ່ງມັ່ນຂອງຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປົກຄອງຄະນະກຳມະການດ້ານແນວຮ່ວມສັງຄົມແຫ່ງຫວຽດນາມ ແຂວງໃນການຢືນຢັນວ່າ ວຽກງານຕ່າງປະເທດພາກປະຊາຊົນແມ່ນຊ່ອງທາງສຳຄັນ, ຂາດບໍ່ໄດ້ ສຳລັບແຂວງຊາຍແດນທີ່ມີຕຳແໜ່ງຍຸດທະສາດຄືດຽນບຽນ.

ນີ້ຍັງເປັນການສະທ້ອນໃຫ້ເຫັນເຖິງຄວາມເຂົ້າໃຈຢ່າງເລິກຊຶ້ງວ່າ ວຽກງານຕ່າງປະເທດພາກປະຊາຊົນແມ່ນເຄື່ອງມືທີ່ສຳຄັນໃນການເຜີຍແຜ່ປະຫວັດສາດອັນຮຸ່ງໂຮຍ, ແນະນຳສັກຍະພາບການພັດທະນາເສດຖະກິດ–ສັງຄົມ, ພ້ອມທັງດຶງດູດແຫຼ່ງຊັບພະຍາກອນຈາກພາຍນອກ ເພື່ອຮອງຮັບເປົ້າໝາຍການພັດທະນາການເຕີບໂຕ ແລະ ການຂະຫຍາຍຕົວຂອງແຂວງເດຍນເບຽນໃນໄລຍະຕໍ່ໄປ.

ແຂວງດຽນບຽນ: ປ່ຽນແປງເນື້ອໃນ, ວິທີການດຳເນີນງານໃນວຽກງານການທູດຂອງປະຊາຊົນ

ບັນດາຜູ້ແທນເຂົ້າຮ່ວມການປະຊຸມໃຫຍ່. (ຮູບ: ສະຫະພັນອົງການມິດຕະພາບແຂວງດຽນບຽນ)

ໃນວາລະໃໝ່, ຮອງປະທານ ຫງວຽນຫງອກຮູງ ຄຳແນະນຳ ສະຫະພັນອົງການມິດຕະພາບແຂວງດຽນບຽນ ສືບຕໍ່ເຮັດໜ້າທີ່ເປັນທີ່ປຶກສາໃຫ້ແກ່ຄະນະພັກແຂວງ, ຄະນະກໍາມະການປະຊາຊົນແຂວງ ໃນການເຂົ້າໃຈຢ່າງເລິກຊຶ້ງຕໍ່ຫຼັກນະໂຍບາຍ, ທິດທາງການຕ່າງປະເທດຂອງພັກ, ໂດຍສະເພາະ ຄໍາສັ່ງເລກທີ 12-CT/TW ຂອງ ຄະນະເລຂາທິການກາງ ວ່າດ້ວຍການເພີ່ມທະວີການນໍາພາຂອງພັກ, ຍົກສູງປະສິດທິຜົນຂອງການຕ່າງປະເທດພາກປະຊາຊົນໃນສະພາບການໃໝ່.

ຈໍາເປັນຕ້ອງກໍານົດໃຫ້ຊັດເຈນເຖິງບົດບາດຂອງ ສະຫະພັນອົງການມິດຕະພາບແຂວງດຽນບຽນ. ສະຫະພັນເປັນສູນກາງຫຼັກ, ຫຼັກແຫຼ່ງ, ເສນາທິການ, ສົມທົບ ແລະ ຕໍ່ໃສ່ກັນ — ເປັນຈຸດຮວບຮວມພະລັງງານ, ແຜ່ຂະຫຍາຍຈິດວິນຍານເອກະພາບ, ມິດຕະພາບລະຫວ່າງປະຊາຊົນດຽນບຽນ ກັບປະຊາຊົນປະເທດຕ່າງໆ.

ສືບຕໍ່ຜັກດັນການຈັດກິດຈະກໍາຕ່າງໆ ທີ່ສົ່ງເສີມສັນຕິພາບ, ຄວາມສາມັກຄີ, ມິດຕະພາບ, ໂດຍພິເສດກັບບັນດາປະເທດເພື່ອນບ້ານ ແລະ ຄູ່ຮ່ວມງານແບບດັ້ງເດີມ, ໂດຍຜ່ານນັ້ນເພື່ອເພີ່ມພູນເຮັດໃຫ້ຄວາມສຳພັນຮ່ວມມືມິດຕະພາບລະຫວ່າງດຽນບຽນ ແລະ ໝູ່ເພື່ອນສາກົນ.

ແຂວງດຽນບຽນ: ປ່ຽນແປງເນື້ອໃນ, ວິທີການດຳເນີນງານໃນວຽກງານການທູດຂອງປະຊາຊົນ

ທ່ານ ຫງວຽນຫງອກຮູງ, ຮອງປະທານສະຫະພັນອົງການມິດຕະພາບແຫ່ງປະເທດຫວຽດນາມ ໄດ້ກ່າວປາໄສໃນການປະຊຸມໃຫຍ່. (ຮູບ: ສະຫະພັນອົງການມິດຕະພາບແຂວງດຽນບຽນ)

ຕາມຄວາມຕ້ອງການຂອງຂະບວນການໃໝ່, ທ່ານຮອງປະທານສະຫະພັນອົງການມິດຕະພາບ ຫງວຽນຫງອກຮູງ ໄດ້ແນະນໍາໃຫ້ສະຫະພັນອົງການມິດຕະພາບແຂວງດຽນບຽນ ຕ້ອງສືບຕໍ່ປ່ຽນແປງຄວາມຄິດແລະວິທີການເຂົ້າຫາໃນການດໍາເນີນງານລະດົມການຊ່ວຍເຫຼືອຈາກອົງການບໍ່ແມ່ນລັດ.

ທ່ານຮອງປະທານ ຫງວຽນຫງອກຮູງ ຍັງໄດ້ເນັ້ນຫນັກໃຫ້ຄວາມສໍາຄັນກັບການປ່ຽນແປງແລະເສີມສ້າງການເຮັດວຽກຂໍ້ມູນຂ່າວສານຕ່າງປະເທດ; ກໍ່ສ້າງທີມງານພະນັກງານຜູ້ຊ່ຽວຊານທີ່ມີຈຸດຍືນທາງການເມືອງແຂງແກ່, ມີຄວາມເຂົ້າໃຈຢ່າງແນ່ນອນໃນເສັ້ນທາງການຕ່າງປະເທດຂອງພັກ, ຊໍານານວິຊາຊີບ ແລະ ຊໍານານພາສາຕ່າງປະເທດ.

ແຂວງດຽນບຽນ: ປ່ຽນແປງເນື້ອໃນ, ວິທີການດຳເນີນງານໃນວຽກງານການທູດຂອງປະຊາຊົນ

ທ່ານ ຫງວຽນຫງອກຮູງ, ຮອງປະທານສະຫະພັນອົງການມິດຕະພາບແຫ່ງປະເທດຫວຽດນາມ ໄດ້ກ່າວປາໄສໃນການປະຊຸມໃຫຍ່. (ຮູບ: ສະຫະພັນອົງການມິດຕະພາບແຂວງດຽນບຽນ)

ຕາມແຜນການບຸກຄະລາກອນທີ່ໄດ້ນໍາສະເໜີໃນງານສະພາໃຫຍ່, ບັນຊີລາຍຊື່ຜູ້ຖືກເສັ້ນສະເລືອກເຂົ້າຄະນະບໍລິຫານສະຫະພັນອົງການມິດຕະພາບແຂວງດຽນບຽນ ສະໄໝທີ I ມີທັງໝົດ 29 ສະຫາຍ, ໃນງານສະພາໃຫຍ່ໄດ້ເລືອກ 28 ສະຫາຍ ແລະ ຍັງຂາດອີກ 1 ສະຫາຍ; ບັນຊີລາຍຊື່ຜູ້ຖືກເສັ້ນເລືອກເຂົ້າຄະນະປະຈໍາມີ 9 ສະຫາຍ, ໃນງານສະພາໃຫຍ່ໄດ້ເລືອກ 8 ສະຫາຍ ແລະ ຍັງຂາດອີກ 1 ສະຫາຍ.

ສະຫາຍ ຟ່າມຫງອກເຫີນ, ປະທານສະມາຄົມນັກຂ່າວແຂວງ ໄດ້ຮັບຄວາມໄວ້ວາງໃຈໃຫ້ດໍາລົງຕໍ່ຕໍາແໜ່ງປະທານສະຫະພັນອົງການມິດຕະພາບແຂວງດຽນບຽນ, ວາລະ 2025–2030.

ຫວຽດນາມ ຢືນຢັນ  ຈັນຍາບັນເອກະລາດ, ປະຕິຮູບ ແລະ ພັດທະນາເພື່ອປະຊາຊົນ ຫວຽດນາມ ຢືນຢັນ ຈັນຍາບັນເອກະລາດ, ປະຕິຮູບ ແລະ ພັດທະນາເພື່ອປະຊາຊົນ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດຫວຽດນາມ, ນັກວິຊາການ, ນັກການເມືອງສາກົນຫຼາຍຄົນໄດ້ຕີລາຄາວ່າ ຫວຽດນາມ ໄດ້ລຸກຂຶ້ນຈາກຈິດໃຈເອກະລາດ, ເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ໝັ້ນຄົງຕາມ​ເສັ້ນທາງ​ແຫ່ງ​ການ​ປັບປຸງ​ໃໝ່ ດ້ວຍ​ການ​ເຂົ້າ​ຮ່ວມ​ຢ່າງ​ແທ້​ຈິງ​ຂອງ​ປະຊາຊົນ; ວາງ​ຄົນ​ເປັນ​ຈຸດ​ໃຈກາງ​ຂອງ​ການ​ພັດທະນາ. ຈາກ​ເທົ່າຖ່ານ​ຂອງ​ສົງ​ຄາມ, ຫວຽດ​ນາມ​ໄດ້​ບືນຕົວກາຍເປັນເລື່ອງສຳເລັດຜົນແບບຢ່າງ, ຂະຫຍັນຂັນເຂື່ອນ, ກວມເອົາ, ພວມກ້າວ​ໄປ​ໜ້າ​ຢ່າງໝັ້ນແກ່ນໃນການເດີນທາງກາຍເປັນ​ປະ​ເທດຊາດທີ່​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ.

ສະຫະພັນມິດຕະພາບ ແຂວງດົງທາບ ໄດ້ປະຕິບັດວຽກງານການທູດຂອງປະຊາຊົນ ຢ່າງຫົວຄິດປະດິດສ້າງ ສະຫະພັນມິດຕະພາບ ແຂວງດົງທາບ ໄດ້ປະຕິບັດວຽກງານການທູດຂອງປະຊາຊົນ ຢ່າງຫົວຄິດປະດິດສ້າງ

ຍສໝ - ໃນວັນທີ 4 ພະຈິກ, ທ່ານນາງ ຫງວຽນເຟືອງງາ - ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບແຂວງດົງທາບ ກ່ຽວກັບກ່ຽວກັບວຽກງານການທູດຂອງປະຊາຊົນ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ