ຫວຽດນາມ ເຄົາລົບນັບຖືການສະໜັບສະໜູນ, ການຊ່ວຍເຫຼືອຂອງເພື່ອນມິດສາກົນ

20:07 | 23/09/2021

ທ່ານປະທານປະເທດ ໄດ້ຂອບໃຈເພື່ອນມິດອາເມລິກາ ໄດ້ມີການເຄື່ອນໄຫວແທດຈິງຫຼາຍຢ່າງເພື່ອສະໜັບສະໜູນ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ

ທີມເທັນນິສ ຫວຽດນາມ ແຂ່ງຂັນຮອບ play-off ກຸ່ມ II Davis Cup ປີ 2022 ທີມເທັນນິສ ຫວຽດນາມ ແຂ່ງຂັນຮອບ play-off ກຸ່ມ II Davis Cup ປີ 2022
ສະໜັບສະໜູນຊາວຈຳຫວຽດນາມ ຢູ່ມາເລເຊຍ ຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດ Covid-19 ສະໜັບສະໜູນຊາວຈຳຫວຽດນາມ ຢູ່ມາເລເຊຍ ຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດ Covid-19
ພາບປະກອບ
ພາບປະກອບ

ໂດຍສືບຕໍ່ບັນດາການເຄື່ອນໄຫວຢູ່ນະຄອນນິວຢອກ, ປະເທດອາເມລິກາ, ວັນທີ 21 ກັນຍາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບເພື່ອນມິດອາເມລິກາ, ໂດຍທ່ານນາງ Merle Ratner, ຜູ້ປະສານງານຂອງອົງການຂົນຂວາຍຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີຫວຽດນາມ ຢູ່ອາເມລິກາ ເປັນຫົວໜ້າຄະນະ.

ທີ່ການຕ້ອນຮັບ, ທ່ານປະທານປະເທດ ໄດ້ຂອບໃຈເພື່ອນມິດອາເມລິກາ ໄດ້ມີການເຄື່ອນໄຫວແທດຈິງຫຼາຍຢ່າງເພື່ອສະໜັບສະໜູນ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ, ລູກລະເບີດຍັງບໍ່ທັນແຕກພາຍຫຼັງສົງຄົມຢູ່ຫວຽດນາມ. ທ່ານປະທານປະເທດຕີລາຄາສູງບັນດາຄຳໝັ້ນສັນຍາ ແລະ ການໜູນຊ່ວຍຂອງອາເມລິກາ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄົມ; ພ້ອມກັນນັ້ນປາດຖະໜາວ່າ ເພື່ອນມິດອາເມລິກາ ຈະສືບຕໍ່ສະໜັບສະໜູນການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດ, ພິເສດແມ່ນໃນບັນຫາແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມ/ດີໂອສິນ.

ໃນວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍໄດ້ໃຫ້ການຕ້ອນຮັບເພື່ອນມິດຝ່າຍຊ້າຍອາເມລິກາ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຢືນຢັນວ່າ: ຫວຽດນາມ ເຄົາລົບນັບຖື ແລະ ຕີລາຄາສູງບັນດາການໜູນຊ່ວຍຢ່າງແທດຈິງຂອງບັນດາເພື່ອນມິດຝ່າຍຊ້າຍອາເມລິກາ ຕໍ່ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ກໍຄືການສະໜັບສະໜູນການພົວພັນລະຫວ່າງຫວຽດນາມ - ອາເມລິກາ.

vovworld.vn

ເຫດການ
302 Found

Found

The document has moved here.