ມີຫຼາຍ​ອົງ​ການ​ສາ​ກົນ​ໜູນ​ຊ່ວຍ​ປະ​ຊາ​ຊົນ​ຊາວ ເທື່ອ​ທຽນ - ເຫ້ວ​ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ

16:47 | 02/09/2021

ຍ​ສ​ໝ - ອົງ​ການ Design Capital Asia (ອາ​ເມ​ລິ​ກາ), ສະ​ມາ​ຄົມ​ໄວເດັກແຫ່ງ​ຄວາມ​ຫວັງ (ຝ​ລັ່ງ) ແລະ ອົງ​ການ AVI (ອົດ​ສະ​ຕາ​ລີ) ຫາ​ກໍ່​ມອບ​ອຸ​ປະ​ກອນ​ການ​ແພດ ແລະ ໜູນ​ຊ່ວຍ​ປະ​ຊາ​ຊົນ​ແຂວງ​ເທື່ອ​ທຽນ - ເຫ້ວ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້​ງ​ຍາກ, ຄົນ​ພິ​ການ.

ປະ​ສົບ​ການ​ໃນ​ການ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຕະຫຼາດ UAE ປະ​ສົບ​ການ​ໃນ​ການ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຕະຫຼາດ UAE
ມີຫຼາຍ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແລະ ສະ​ຖານ​ທູດໜູນ​ຊ່ວຍ ຮ່າ​ໂນ້ຍ ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ມີຫຼາຍ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແລະ ສະ​ຖານ​ທູດໜູນ​ຊ່ວຍ ຮ່າ​ໂນ້ຍ ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ມີຫຼາຍ​ອົງ​ການ​ສາ​ກົນ​ໜູນ​ຊ່ວຍ​ປະ​ຊາ​ຊົນ​ຊາວ ເທື່ອ​ທຽນ - ເຫ້ວ​ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ
ອົງ​ການ Design Capital Asia (DCA), ພະ​ແນກ​ການພົວ​ພັນ​ຕ່າງ​ປະ​ເທດ ແຂວງ​ເທື່ອ​ທຽນ - ເຫ້ວ ທີ່​ພິ​ທີມອ​ບ​ຮັບ

ອົງ​ການ Design Capital Asia (DCA) ໄດ້​ສົມ​ທົບ​ກັບ​ພະ​ແນກ​ກາ​ນ​ພົວ​ພັນ​ຕ່າງ​ປະ​ເທດ ເຫ້ວ ​ລົງ​ຢ້ຽມ​ຢາມ, ມອບ​ຂອງ​ຂວັນ ຜ້າ​ອັດ​ປາກ​ດັງ KN95 1.800 ອັນ ແລະ ຊຸດ​ປ້​ອງ​ກັນ​​ເຊື້ອ 1.000 ຊຸດ ໃຫ້​ແກ່​ສູນ​ຄວບ​ຄຸມ​ພະ​ຍາດ​ແຂວງ ເພື່ອ​ແຈກ​ຢາຍ​ໄປ​ຍັງ​ບັນ​ດາ​ກຳ​ລັງ​ສາ​ທາ​ລະ​ນະ​ສຸກທີ່ເຂົ້າ​ຮ່ວມ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໃນ​ບໍ​ລິ​ເວນ.

DCA ຈະ​ສືບ​ຕໍ່​ຂົນ​ຂວາຍ​ບັ​ນ​ດາ​ນັກ​ອຸ​ປະ​ຖຳ​ເອົາ​ໃຈ​ໃສ່​ຕໍ່​ການ​ໜູນ​ຊ່ວຍ​ໃຫ້​ແກ່ຖັນ​ແຖວ​ພະ​ນັກ​ງານ​ທ້ອງ​ຖິ່ນຕື່ມອີກ ໂດຍຜ່ານ​ສູນ​ຄວບ​ຄຸມພະຍາດແຂວງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ສະ​ມາ​ຄົມ​ ໄວ​ເດັກແຫ່ງ​ຄວາມ​ຫວັງ ໜູນ​ຊ່ວຍ​ເງິນ​ເປັນ​ຈຳ​ນວນ 5.400 ເອິ​ໂຣ ຜ່ານ​ສະ​ມາ​ຄົມ​ຄົນ​ຕາ​ບອດ ແຂວງ ເພື່ອ​ປະ​ຕິ​ບັດ​ໂຄງ​ການ “ໜູນ​ຊ່ວຍ​ໃຫ້​ແກ່​ບັນ​ດາ​ນ້ອງ​ນ້ອຍ​ຕາ​ບອດທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ພວມ​ດຳ​ລົງ​ຊີ​ວິດ​ຢູ່​ສູນ​ການ​ສຶກ​ສາ - ແນະ​ນຳອາ​ຊີບ ເດັກ​ນ້ອຍ ຕາ​ບອດ​ແຂວງ​ເທື່​ອ​ທຽນ​ເຫ້ວ” ໃນ​ປີ 2021. ເປົ້າ​ໝາຍ​ຂອງ​ແຜນ​ການ​ລວມ​ມີ​ບັນ​ດາ​ການ​ເຄື່ອນ​ໄຫວ: ຊ່ວຍ​ບັນ​ດາ​ນ້ອງໆ​ຕາ​ບອດທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ​ພວມ​ດຳ​ລົງ​ຊີ​ວິດ​ຢູ່​ສູນ​ສຶກ​ສາ - ແນະ​ນຳ​ອາ​ຊີບ ໃຫ້​ແກ່​ເດັກ​ນ້ອຍ​ຕາ​ບອດ ​ມີ​ເງື່ອນ​ໄຂ​ໄດ້​ຮັບ​ການ​ສຶກ​ສາ, ການດຳ​ລົງ​ຊີ​ວິດສ່ວນ​ຕົວ​ທີ່​ນັບ​ມື້​ນັບ​ດີ​ຂຶ້ນ, ໜູນ​ຊ່ວຍ​ຈ່າຍ​ເງິນ​ເດືອນ​ໃຫ້​ແກ່​ພະ​ນັກ​ງານ​ແຕ່ງ​ກິນ 1 ຄົນ ແລະ ປ້ອງ​ກັນ 1 ຄົນ ຜ່ານ​ນັ້ນ ກໍ່​ປະ​ກອບ​ສ່ວນເຂົ້າໃນ​ວຽກ​ງານ​ຊ່ວຍ​ເຫຼືອ​ເດັກ​ນ້ອຍ​ຕາ​ບອດ​ໃນ​ການ​ດຳ​ລົງ​ຊີ​ວິດ​ປະ​ຈຳ​ວັນຢ່າງມີ​ປະ​ສິດ​ທິ​ຜົນ​.

ອົງ​ການ AVI ໜູນ​ຊ່ວຍເງິນ​ເປັນ​ຈຳ​ນວນ 242.000.000 ດົ່ງຜ່ານກອງ​ທຶນ ບັນ​ດາ​ຫົວ​ໃຈ​ເຫ້ວ ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮູ້​ໃນ​ການ​ລ້ຽງ​ໄກ່ ໃຫ້​ແກ່​ປະ​ຊາ​ຊົນ, ເປັນ​ຕົ້ນ​ແມ່ນ​ວິ​ທີ​ການ​ຮັບ​ມື​ກັບ​ບັນ​ດາ​ກໍ​ລະ​ນີເມື່ອມີການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຈຳ​ກັດ​ຜົນ​ເສຍ​ຫາຍ​ກ່ຽວ​ກັບ​ໄກ່ແນວ​ພັນ, ປະ​ຕິ​ບັດ​ສຳ​ເລັດ​ພື້ນ​ຖານ​ວັດ​ຖຸຄອກລ້ຽງ, ຄ່ອຍໆ​ເຂົ້າ​ຕາມບັນ​ດາ​ຮູບ​ແບບ​ລ້ຽງ​ໄກ່​ຕາມ​ມາດ​ຕະ​ຖານ, ບັນ​ລຸ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ, ເພີ່ມ​ລາຍ​ຮັບ, ສ້າງວຽກ​ເຮັດ​ງານ​ທຳ​ແບ​ບ​ຍືນ​ຍົງ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຄອບ​ຄົວ.

ສະ​ຖານ​ທີ່​ປະ​ຕິ​ບັດ​ໂຄງ​ການ​ແມ່ນ ຕາ​ແສງ​ເຮືອງວັນ, ເທດ​ສະ​ບານ ເຮືອງ​ຈ່າ ແຂວງ ເທື່ອ​ທຽນ - ເຫ້​ວ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.