ປະ​ສົບ​ການ​ໃນ​ການ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຕະຫຼາດ UAE

15:39 | 29/08/2021

ຍ​ສ​ໝ - ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ ອາ​ຣັບ​ບິ ຊາ​ອຸ​ດິ (UAE) ຫງວຽນແມັງ​ຕວັນ ໄດ້​ແບ່ງ​ປັນ​ກ່ຽວ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ສິ່ງ​ທ້າ​ທາຍ ແລະ ບົດ​ຮຽນ​ປະ​ສົບ​ການ​ເມື່ອ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຕະຫຼາດ UAE…

ທີມບານເຕະຫວຽດນາມ ຕັ້ງໜ້າຝຶກແອບຢູ່ UAE ທີມບານເຕະຫວຽດນາມ ຕັ້ງໜ້າຝຶກແອບຢູ່ UAE
ໜັງສືພິມ UAE: ຫວຽດນາມແມ່ນຈຸດພົ້ນເດັ່ນຂອງການເຕີບໂຕເສດຖະກິດ ຍ້ອນການຄວບຄຸມ COVID-19 ຢ່າງສຳເລັດຜົນ ໜັງສືພິມ UAE: ຫວຽດນາມແມ່ນຈຸດພົ້ນເດັ່ນຂອງການເຕີບໂຕເສດຖະກິດ ຍ້ອນການຄວບຄຸມ COVID-19 ຢ່າງສຳເລັດຜົນ
ປະ​ສົບ​ການ​ໃນ​ການ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຕະຫຼາດ UAE
ພາບ: Vneconomy

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ແມັງ​ຕວັນ​ ໃຫ້​ຮູ້​ວ່າ UAE ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ໃຫຍ່​ຂອງ ຫວຽດ​ນາມ, ເປັນ​ຕົ້ນ​ແມ່ນ​ດ້ານການ​ຄ້າ. ປັດ​ຈຸ​ບັນ UAE ແມ່ນ​ຄູ່​ຮ່ວມ​ມື​ທາງ​ການ​ຄ້າ ໃຫຍ່​ທີ່​ສຸດ ຂອງ ຫວຽດ​ນາມ ຢູ່​ເຂດ​ຕາ​ເວັນ​ອອກ​ກາງ.

ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ປະ​ຈຳ​ປີ ບັນ​ລຸ​ເກືອບ 6 ຕື້ USD. ສອງ​ປະ​ເທດ​ພວມ​ສູ້​ຊົນ​ຍົກ​ວົງ​ເງິນ​ການ​ຄ້າສອງ​ສົ້ນ ຂຶ້ນ​ເຖິງ 10 ຕື້ USD.

ສິນ​ຄ້າ​ສົ່ງ​ອອກ​ໄປ​ຍັງ UAE ​ແມ່ນ​ຜະ​ລິດ​ຕະ​ພັນ​ກະ​ເສດ, ສິນ​ໃນ​ນ້ຳ, ໝາກ​ໄມ້​ສົດ, ສະ​ບຽງ​ອາ​ຫານ​ປຸງ​ແຕ່ງ, ວັດ​ຖຸ​ອຸ​ປະ​ກອນ​ກໍ່​ສ້າງ, ໂທ​ລະ​ສັບ​ມື​ຖື, ເຄື່ອງ​ຈັກ, ເຄື່ອງອາ​ໄຫຼ່, ເຄື່ອງເອ​ເລັກ​ໂຕ​ນິກ, ຕ່ຳ​ແຜ່ນ​ຕັດ​ຫຍິບ, ເກີ​ບໜັງ, ຜະ​ລິດ​ຕະ​ພັນ​ຈາກ​ໄມ້ ເປັນ​ຕົ້ນ.

ຄວາມ​ຕ້ອງ​ການ​ນຳ​ເຂົ້າ​ຂອງ UAE ແມ່ນຫຼາຍ​ຮູບຫຼາຍ​ແບບ, ພິ​ເສດ​ແມ່ນ​ບັນ​ດາ​ສິນ​ຄ້າ​ປະ​ເພດ​ທີ່​ເປັນ​ທ່າ​ແຮງ​ຂອງ ຫວຽດ​ນາມ​ ຄື: ໂທ​ລະ​ສັບ, ເຄື່ອງ​ເອ​ເລັກ​ໂຕ​ນິກ, ເຄື່ອງ​ອາ​ໄຫຼ່​ເອ​ເລັກ​ໂຕ​ນິກ, ເຄື່ອງ​ໃຊ້​ສອຍ, ຜະ​ລິດ​ຕະ​ພັນ​ກະ​ເສດ, ປ່າ​ໄມ້, ສິນ​ໃນ​ນ້ຳ.

UAE ມີ​ມາດ​ຕະ​ຖານ​ສິນ​ຄ້າ​ນຳ​ເຂົ້າ​ທີ່​ເໝາະ​ສົມ​ກັບ ຫວຽດ​ນາມ, ມີ​ຕະຫຼາດ​ໃຊ້​ສອ​ຍ​ທີ່​ກ້​ວາງ​ໃຫຍ່ (ພາຍ​ໃນ​ປະ​ເທດ, ບັນ​ດາ​ປະ​ເທດ GCC, ອາບ​ຟ​ຼິກ​ກາ, ອາ​ເມ​ລິ​ກາ​ໃຕ້.)

ລັດ​ຖະ​ບານ UAEໄດ້​ຜັນ​ຂະ​ຫຍາຍຫຼາຍ​ນະ​ໂຍ​ບາຍ​ພິ​ເສດ​ບຸ​ລິ​ມະ​ສິດ​ເພື່ອ​ດຶງ​ດູດ​ການ​ລົງ​ທຶນ, ການ​ຄ້າ​ຕ່າງ​ປະ​ເທດ. ບັນ​ດາ​ລະ​ບຽບ​ການ​ດຳ​ເນີນ​ທຸ​ລະ​ກິດ​ໄດ້​ຫັນ​ເປັນລະບຽບການ​ຢູ່​ລະ​ດັບ​ງ່າຍ​ດາຍ​ທີ່​ສຸດ, ຍິ່ງ​ໄປ​ກ່​ວາ​ນັ້ນ​ແມ່ນ​ຢູ່​ບາງ​ພາກ​ພື້ນກ​ານ​ຄ້າ​ເສ​ລີ, ລະບຽບການ​ໃນ​ການ​ສ້າງ​ບໍ​ລິ​ສັດ​ເສຍ​ເວ​ລາ​ພຽງ​ແຕ່ 1 ວັນ.

ເພື່ອ​ຍູ້​ແຮງ​ການ​ສົ່ງ​ອອກ​ໄປ​ຍັງ UAE, ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ຕ້ອງ​ເອົາ​ໃຈ​ໃສ່​ວ່າ ບັນ​ດາ​ຜະ​ລິດ​ຕະ​ພັນ​ຕ້ອງ​ຕອບ​ສະ​ໜອງ​ໄດ້​ມາດ​ຕະ​ຖານ​ສະ​ບຽງ​ອາ​ຫານ Halah. ໂດຍ​ແມ່ນ​ປະ​ເທດ​ອິດ​ສະ​ລາມ, UAE ໄດ້ ແລະ ພວມ​ນຳ​ໃຊ້​ຂໍ້​ກຳ​ນົດ​ກ່ຽວ​ກັບ​ສະ​ບຽງ​ອາ​ຫານ, ສິນ​ໃນ​ນ້ຳ​ປະ​ເພດ​ຕ່າງໆ ທີ່​​​ນຳ​ເຂົ້າ UAE ຕ້ອງ​ໄດ້​ຮັບ​ໃບ​ຢັ້ງ​ຢືນ​ແມ່ນ ສະ​ບຽງ​ອາ​ຫານ Halal (ນ​ັບ​ແຕ່​ເດືອນ​ມິ​ຖຸ​ນາ 2014).

ແຕ່​ດົນ​ນາ​ນ​ມາ​ແລ້ວ, ວິ​ສາ​ຫະ​ກິດ ຫວຽດ​ນາມ ສ່ວນຫຼາຍ​ແມ່ນ​ສົ່ງ​ອອກວັດ​ຖຸ​ດິບ, ເມື່ອ​ນຳ​ເຂົ້າ​ຕະຫຼາດ​ສ່ວນຫຼາຍ​ແມ່ນ​ມີ​ຍີ່​ຫໍ້ຕ່າງ​ປະ​ເທດ, ຍັງ​ບໍ່​ທັນ​ມີ​ຍີ່​ຫໍ້​ສະ​ເພາະ​ຂອງ​ຕົນ. ຕາມ​ຄວາມ​ຈິງ​ແລ້ວ, ຢູ່ UAE ໄດ້ມີ​ການ​ປ່ຽນ​ແປງຫຼາ​ຍ​ແລ້ວ. ຖ້າ​ວິ​ສາ​ຫະ​ກິດ ຫວຽດ​ນາມ ຍັງ​ສືບ​ຕໍ່​ວິ​ທີ​ການ​ດັ່ງ​ກ່າວ ຈະ​ຖືກ​ເສຍປຽບ ແລະ ມີຂໍ້​ຈ​ຳ​ກັດຫຼາຍ​ຢ່າງ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ແມັງ​ຕວັນ ​ຖື​ວ່າ ເພື່ອ​ດຳ​ເນີນ​ທຸ​ລ​ະ​ກິດ​ປະ​ສົບ​ຜົນ​ສຳ​ເລັດ​ຢູ່ ຕະຫຼາດ UAE, ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ຕ້ອງ​ເຂົ້າ​ໃຈ​ຢ່າງ​ຖືກ​ຕ້ອງ​ກ່ຽວ​ກັບ​ສາ​ສະ​ໜາ, ພາ​ສາ ແລະ ວັດ​ທະ​ນະ​ທຳ​ໃນ​ການດ​ຳ​ເນີນ​ທຸ​ລະ​ກິດ​ຂອງ ຊາວ​ອາ​ຣັບ, ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ຕະຫຼາດ​ກໍ່​ຄື​ບັນ​ດາ​ບັນ​ຫາ​ລະ​ອຽດ​ອ່ອນ ກ່ຽວ​ກັບ​ສາ​ສະ​ໜາ ແລະ ວັດ​ທະ​ນະ​ທຳ​ການ​ໃຊ້​ຈ່າຍ, ຕອບ​ສະ​ໜອງ​ໄດ້​ບັນ​ດາ​ມາດ​ຕະ​ຖານ​ກ່ຽວ​ກັບ​ການ​ຫຸ້ມ​ຫໍ່ຜະ​ລິດ​ຕະ​ພັນ ແລະ ການ​ໂຄ​ສະ​ນາ​ຂອງ​ເຂົາ​ເຈົ້າ.

ເມື່ອ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຢູ່ UAE ຕ້ອງ​ກຳ​ແໜ້ນ​ກົດ​ໝາຍ, ຂໍ້​ກຳ​ນົດ​ຂອງ​ປະ​ເທດ​ປະ​ຈຳ​ຖິ່ນ,ວັດ​ທະ​ນະ​ທຳ, ຮີດ​ຄອງ​ປະ​ເພ​ນີ ຂອງ​ປະ​ຊາ​ຄົມ​ນັກ​ທຸ​ລະ​ກິດ (ແມ່ນ​ບັນ​ດາ​ຊາວ​ຕ່າງ​ປະ​ເທດ ທີ່ພວມ​ທຳ​ມາ​ຫາ​ກິນ​ຢູ່ UAE).

ຕ້ອງ​ເປີດ​ຫ້ອງ​ການ​ຕາງ​ໜ້າ, ສາ​ຂາ ແລະ ສ້າງ​ຕັ້ງ​ບໍ​ລິ​ສັດ​ຢູ່ UAE ເພື່ອ​ຍາດ​ແຍ່ງ​ບັນ​ດາ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ​ຂອງ​ລັດ​ຖະ​ບານ UAE ທີ່​ສະ​ຫງວນ​ໃຫ້​ແກ່​ວິ​ສ​າ​ຫະ​ກິດ​ຕ່າງ​ປະ​ເທດ, ພ້ອມ​ທັງ​ເປີດ​ກ້​ວາງ​ການ​ສຳ​ຜັດ​ກັບ​ຕະ​ຫຼາດ ແລະ ຫຼຸດ​ຜ່ອນ​ບັນ​ດາ​ຄ່າ​ທຳ​ນຽບ​ຕ່າງໆ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.