ສ້າງ​ຕັ້ງສະ​ພາ​​​ລະ​ດັບ​ຊາດ​ພິ​ຈາ​ລະ​ນາການມອບນາມ​ມະ​ຍົດ​ນັກສິ​ລະ​ປິນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ

10:01 | 01/09/2021

ຍ​ສໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫາ​ກໍ່​ຕົກລົງ​​ສ້າງ​ສະ​ພາ​ລະ​ດັບ​ຊາດພິ​ຈາ​ລະ​ນາການມອບນາມມະ​ຍົດ​ນັກ​ສິ​ລ​ະ​ປິນ​ປະ​ຊາ​ຊົນ, ​ນັກສິ​ລະ​ປະ​ດີ​ເດັ່ນ ໃນ​ຂົງ​ເຂດ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ເປັນ​ວັດ​ຖຸ​ ຄັ້ງ​ທີ 3.

ຄ​ວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ ແລະ ຮົ່ງ​ກົງ ພາຍ​ລັງ​ໂລກ​ລະ​ບາດ​ໂຄວິດ - 19 ຄ​ວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ ແລະ ຮົ່ງ​ກົງ ພາຍ​ລັງ​ໂລກ​ລະ​ບາດ​ໂຄວິດ - 19
ນາຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງ​ຈິງເປັນ​ປະ​ທານກອງ​ປະ​ຊຸມ​ທາງ​ໄກ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ນາຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງ​ຈິງເປັນ​ປະ​ທານກອງ​ປະ​ຊຸມ​ທາງ​ໄກ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ສ້າງ​ຕັ້ງສະ​ພາ​​​ລະ​ດັບ​ຊາດ​ພິ​ຈາ​ລະ​ນາການມອບນາມ​ມະ​ຍົດ​ນັກສິ​ລະ​ປິນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ
ພາບ​ປະ​ກອບ: dangcongsan.vn

ຕາມ​ຂໍ້​ຕົກ​ລົງ​ແລ້ວ, ທ່ານ ຫງວຽນ​ວັນ​ຮຸ່ງ, ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ​ ຫວຽດ​ນາມ ດຳລົງ​ເປັນ​ປະ​ທານ​ສະ​ພາ.

ສະ​ພາ​ມີ​ໜ້າ​ທີ່​ຈັດ​ຕັ້ງ​ພິ​ຈາ​ລະ​ນາ, ເລືອກ​ເອົາ​ບັນ​ດາ​ສ່ວນ​ບຸກ​ຄົນ​ທີ່​ມີ​ມາດ​ຕະ​ຖານ​ຢ່າງ​ຄົບ​ຖວ້ນ, ຍື່ນ​ສະເໜີ​ຕໍ່​ນາ​ຍົກັ​ລດ​ຖະ​ມົນ​ຕີ ເພື່ອ​ສະເໜີ​ທ່ານ​ປ​ະ​ທານ​ປະ​ເທດ ຕົກລົງມອບ​ນາມ​ມະ​ຍົດ ນັກສິ​ລະ​ປິນ​ປະ​ຊາ​ຊົນ, ນັກສິ​ລະ​ປິນ​ດີ​ເດັ່ນ ໃນ​ຂົງ​ເຂດ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ ​ຄັ້ງ​ທີ 3.

ສະ​ພາ​ຈະ​ເຄື່ອນ​ໄຫວ​ຕາມ​ຂໍ້​ກຳ​ນົດ ຂອງ​ມະ​ຕິ​ເລກ​ທີ 62/2014/ND-CP ໃນ​ວັນ​ທີ 25 ມິ​ຖຸ​ນາ 2014 ຂອງ ນາ​ຍົກ​ລັດ​ຖະ​ມົນ​ຕີ ວ່າດ້ວຍຂໍ້ກຳ​ນົດ​ກ່ຽວ​ກັບ​ການ​ພິ​ຈາ​ລະ​ນາມອບ​ນາມ​ມະ​ຍົດ ນັກສິ​ລະ​ປິນ​ປະ​ຊາ​ຊົນ, ນັກສິ​ລະ​ປິນ​ດີ​ເດັ່ນ ໃນ​ຂົງ​ເຂດ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ. ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ ແມ່ນ​ອົງ​ການ​ປະ​ຈຳຂອງສະ​ພາ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.