ນາຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງ​ຈິງເປັນ​ປະ​ທານກອງ​ປະ​ຊຸມ​ທາງ​ໄກ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

10:58 | 30/08/2021

ຢູ່ນະຄອນ ໂຮ່ຈີມິນ, ແຂວງບິ່ງເຢືອງ, ຈຳນວນຜູ້ຕິດເຊື້ອລາຍໃໝ່ຍັງຢູ່ໃນລະດັບສູງ (ດ້ວຍຈຳນວນປະມານ 50% ແມ່ນຄົ້ນພົບໃນຊຸມຊົນ) ແລະ ມີທ່າອ່ຽງເພີ່ມຂຶ້ນ ຍ້ອນພວມເພີ່ມທະວີປະຕິບັດການວິໄຈຫາເຊື້ອໃນວົງກ້ວາງ.

ເກາະ​ເຈື່ອງ​ຊາ ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ທົ່ວ​ປະ​ເທດ ໃນ​ການ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ເກາະ​ເຈື່ອງ​ຊາ ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ທົ່ວ​ປະ​ເທດ ໃນ​ການ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຈີນ ປະ​ຈຳ ຫວຽດ​ນາມ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຈີນ ປະ​ຈຳ ຫວຽດ​ນາມ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ

ຕອນເຊົ້າວັນທີ 29 ສິງຫາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ເປັນປະທານກອງປະຊຸມທາງໄກ ລະຫວ່າງ ຄະນະຊີ້ນຳກັບ 20 ແຂວງ, ນະຄອນຂຶ້ນກັບສູນກາງ. ລາຍງານທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນແທັງລອງ ໃຫ້ຮູ້ວ່າ: ສະພາບການໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນ. ຢູ່ນະຄອນ ໂຮ່ຈີມິນ, ແຂວງບິ່ງເຢືອງ, ຈຳນວນຜູ້ຕິດເຊື້ອລາຍໃໝ່ຍັງຢູ່ໃນລະດັບສູງ (ດ້ວຍຈຳນວນປະມານ 50% ແມ່ນຄົ້ນພົບໃນຊຸມຊົນ) ແລະ ມີທ່າອ່ຽງເພີ່ມຂຶ້ນ ຍ້ອນພວມເພີ່ມທະວີປະຕິບັດການວິໄຈຫາເຊື້ອໃນວົງກ້ວາງ. ບັນດາແຂວງຍັງເຫຼືອຢູ່ພາກໃຕ້, ສະພາບການໂລກລະບາດພວມຄ່ອຍໆໄດ້ຮັບການຄວບຄຸມ. ຢູ່ຮ່າໂນ້ຍ ແລະ ບັນດາແຂວງທາງພາກກາງຄື: ດ່ານັ້ງ, ແຄ້ງຮ່ວາ, ຝຸອຽນ, ໂລກລະບາດໄດ້ຮັບການຄວບຄຸມໂດຍພື້ນຖານ ແຕ່ຍັງມີຄວາມສ່ຽງເກີດຂຶ້ນຢ່າງແຮງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງຕ້ອງກຳນົດ ແລະ ກຽມພ້ອມແນວຄິດດຳລົງຊີວິດຮ່ວມ, ປັບຕົວໃຫ້ແທດເໝາະກັບສະພາບການໃໝ່ຂອງ ໂລກລະບາດ, ພ້ອມທັງປະຕິບັດບັນດາມາດຕະການຢ່າງຂ້ຽວຂາດ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງເຖິງຖອງ ເພື່ອສຸມໃສ່ເຂົ້າໃນການປະຕິບັດບັນດາໜ້າທີ່ການເມືອງ, ພັດທະນາເສດຖະກິດ - ສັງຄົມ. ບົນຈິດໃຈຖືສຸຂະພາບ, ຊີວິດອິນຊີຂອງປະຊາຊົນເໜືອກ່ວາສິ່ງໃດໝົດ, ໃນສະເພາະໜ້າ, ບັນດາຂະແໜງ, ທ້ອງຖິ່ນ, ພິເສດແມ່ນ ຕາແສງ, ບ້ານ, ເທດສະບານ ຕ້ອງກຳນົດເປົ້າໝາຍຢ່າງຈະແຈ້ງ, ລະອຽດ, ມີຂັ້ນຕອນເພື່ອປະຕິບັດຕາມມະຕິເລກທີ 86 ຂອງລັດຖະບານ ຢ່າງສຳເລັດຜົນ, ເໝາະສົມກັບແຕ່ລະທ້ອງຖິ່ນ, ສະກັດກັ້ນໂລກລະບາດໂຄວິດ - 19 ໂດຍໄວ ມີປະສິດທິຜົນ, ບໍ່ປະໃຫ້ການແຍກຫ່າງໃນສັງຄົມແກ່ຍາວ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ “ເພື່ອປະຕິບັດການແຍກຫ່າງໃນສັງຄົມ ຕ້ອງຍອມເສຍຜົນປະໂຫຍດດ້ານ ເສດຖະກິດ, ດັ່ງນັ້ນຕ້ອງບັນລຸໄດ້ເປົ້າໝາຍຄວບຄຸມໂລກລະບາດໂຄວິດ - 19 ໄດ້.”

ກະຊວງສາທາລະນະສຸກ ໄດ້ຈັດສົ່ງແຫຼ່ງກຳລັງຫລວງຫລາຍຂອງຂະແໜງສາທາລະນະສຸກ ໄປຫນູນຊ່ວຍໃຫ້ແກ່ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ, ນະຄອນທາງພາກໃຕ້ດ້ວຍ ພະຍາບານ, ທ່ານໝໍ, ພະນັກງງານການແພດ 16.000 ຄົນ, ພ້ອມກັບວັດຖຸອຸປະກອນການແພດ, ເຄື່ອງຊ່ວຍຫາຍໃຈ, ຢຸກຢາ ໄປຍັງບັນດາທ້ອງຖິ່ນນີ້, ສ້າງຕັ້ງ ແລະ ເຄື່ອນໄຫວ 11 ສູນຟື້ນຟູສຸຂະພາບໃຫ້ແກ່ຜູ້ຕິດເຊື້ອມີອາການໜັກ ຢູ່ເຂດພາກໃຕ້ຢ່າງມີປະສິດທິຜົນ.

vovworld.vn

ເຫດການ
302 Found

Found

The document has moved here.