ຍສໝ - ໃນວັນທີ 12 ກໍລະກົດ, ຢູ່ທີ່ແຂວງ Saitama (ປະເທດຍີ່ປຸ່ນ), ຮອບຊີງຊະນະເລີດ ການແຂ່ງຂັນໂຕ້ວາທີພາສາຫວຽດນາມ ປະຈຳປີ 2026 ພາຍໃຕ້ຫົວຂໍ້ “ພາສາຫວຽດນາມ ພາຍໃນດວງໃຈຂອງຜູ້ຢູ່ຫ່າງໄກບ້ານເກີດເມືອງນອນ” ໄດ້ຈັດຂຶ້ນຢູ່ທັງປະເທດຍີ່ປຸ່ນ ແລະ ຫວຽດນາມ.
ຍສໝ - ບັນດາຄະນະປະຕິບັດງານຂອງ ຄະນະຊີ້ນຳ 515 ແລະ ກອງທັບເຂດ 3 ໄດ້ລົງກວດກາການຜັນຂະຫຍາຍ “ແຜນງານ 500 ວັນ ແລະ ຄືນ” ພາຍໃນການຊອກຫາ, ທ້ອນໂຮມ ແລະ ກຳນົດຕົວຕົນອັດຖິຂອງນັກຮົບເສຍສະຫຼະຊີບເພື່ອຊາດ ຢູ່ຫຼາຍທ້ອງຖິ່ນ; ໃນຂະນະດຽວກັນ ກໍສືບຕໍ່ຄົ້ນພົບ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີບເພື່ອຊາດເພີ່ມເຕີມ ຢູ່ດານັງ ແລະ ກາວບັງ.
ຍສໝ - ພາສາຫວຽດ ແມ່ນຈິດວິນຍານຂອງປະຊາຊາດ, ແມ່ນພາຫະນະຮັກສາປະຫວັດສາດ, ຮີດຄອງປະເພນີ, ຄວາມຮູ້ ແລະ ເອກະລັກວັດທະນະທຳຫວຽດນາມ ຜ່ານຫຼາຍພັນປີ. ສຳລັບຊາວຫວຽດນາມແຕ່ລະຄົນ, ເປັນພິເສດແມ່ນຄົນຮຸ່ນໜຸ່ມທີ່ເກີດ ແລະ ເຕີບໃຫຍ່ພາຍໃຕ້ສະພາບແວດລ້ອມແຫ່ງການເຊື່ອມໂຍງ ຫຼື ຢູ່ຕ່າງປະເທດ, ພາສາຫວຽດ ບໍ່ພຽງແຕ່ແມ່ນພາສາໃນການສື່ສານເທົ່ານັ້ນ ແຕ່ຍັງແມ່ນສາຍໃຍເຊື່ອມຕໍ່ກັບຮາກເຫງົ້າ, ຄອບຄົວ ແລະ ບ້ານເກີດເມືອງນອນອີກດ້ວຍ.
ຍສໝ - ຢູ່ທ່າມກາງເນື້ອທີ່ອັນເກົ່າແກ່ຂອງ ສູນກາງຕົວເມືອງໂບຮານ Wroclaw (ປະເທດ ໂປໂລຍ), ເທສະການວັດທະນະທຳ ຫວຽດນາມ ໄດ້ດຶງດູດປະຊາຊົນທ້ອງຖິ່ນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມຢ່າງຫຼວງຫຼາຍ ດ້ວຍບັນດາການເຄື່ອນໄຫວດ້ານວັດທະນະທຳ, ສິລະປະ ແລະ ອາຫານການກິນອັນໂດດເດັ່ນ, ປະກອບສ່ວນໂຄສະນາພາບພົດປະເທດຊາດ, ຊາວ ຫວຽດນາມ ສູ່ເພື່ອນມິດສາກົນ.
ຍສໝ - ສະເໜີບໍລິເວນວັດທະນະທຳຊາ ຫວຽດນາມ ຢູ່ທີ່ງານວາງສະແດງ BEYOND FOOD EXPO 2026 ທີ່ຂອນແກ່ນ (ປະເທດໄທ) ໄດ້ແນະນຳບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງ ຫວຽດນາມ, ນຳມາໃຫ້ເພື່ອນມິດສາກົນໄດ້ມີປະສົບການອັນເຕັມໄປດ້ວຍເອກະລັກວັດທະນະທຳ, ປະກອບສ່ວນໂຄສະນາພາບພົດປະເທດຊາດ, ມະນຸດ ຫວຽດນາມ ແລະ ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ, ການພົບປະແລກປ່ຽນປະຊາຊົນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ໄທ ຄົບຮອບ 50 ປີ.
ຍສໝ - ທ່ານນາຍົກລັດຖະມົນຕີ ມີຂໍ້ຕົກລົງສະບັບເລກທີ 1189/QĐ-TTg ລົງວັນທີ 2 ກໍລະກົດ 2026 ປະກາດໃຊ້ ແຜນການຜັນຂະຫຍາຍລະບົບຄຸນຄ່າແຫ່ງຊາດ, ລະບົບຄຸນຄ່າວັດທະນະທຳ, ລະບົບຄຸນຄ່າຄອບຄົວ, ມາດຕະຖານມະນຸດ ຫວຽດນາມ ຢ່າງຄົບຊຸດ.
ຍສໝ - ຕອນເຊົ້າວັນທີ 27 ມິຖຸນາ, ຢູ່ທີ່ສະນາມຫຼວງ ດົງກິງເຫງີຍທຸກ, ກະຊວງປ້ອງກັນຄວາມສະຫງົບ ສົມທົບຮ່ວມກັບ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈັດຕັ້ງພິທີມິດຕິງ ແລະ ການແຂ່ງຂັນແລ່ນມາລາທອນຂະບວນການ ເພື່ອສະໜັບສະໜູນ ເດືອນແຫ່ງການເຄື່ອນໄຫວປ້ອງກັນ ແລະ ຕ້ານຢາເສບຕິດ ປະຈຳປີ 2026 ພາຍໃຕ້ຫົວຂໍ້ “ຮ່ວມຈິດຮ່ວມໃຈກັນສ້າງຕັ້ງຕາແສງ, ແຂວງ, ເຂດພິເສດ ປອດຢາເສບຕິດ”. ສະຫາຍ ຟາມທິແທັງຈາ, ເລຂາຄະນະບໍລິຫານງານສູນກາງພັກ, ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມ ແລະ ກ່າວຄຳເຫັນຢູ່ທີ່ພິທີມິດຕິງ.
ຍສໝ - ດ້ວຍຄຳຂວັນ "ຂົວຕໍ່ຈາກອາຊີອອກສູ່ໂລກ - Bridging Asia to the World", ງານມະໂຫລານຮູບເງົາອາຊີ ດານັງ ຄັ້ງທີ IV (DANAFF IV) ໄດ້ໄຂຂຶ້ນພາຍໃນຄຳຄືນວັນທີ 28 ມິຖຸນາ, ຢູ່ທີ່ ນະຄອນ ດານັງ (TP. Đà Nẵng).
ຍສໝ - ວັນທີ 26 ມິຖຸນາ, ຢູ່ທີ່ ນະຄອນໂຮ່ຈິມິນ, ສູນແຮງງານຕ່າງປະເທດ (ກະຊວງພາຍໃນ) ໄດ້ຈັດກອງປະຊຸມຝຶກອົບຮົມວິຊາສະເພາະ ກ່ຽວກັບບັນດາແຜນງານຈັດສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ ຕາມຂໍ້ຕົກລົງສາກົນ.
ຍສໝ - ພາຍໃນແຜນງານຊຸກຍູ້ການລົງທຶນຢູ່ ຍີ່ປຸ່ນ, ວັນທີ 26 ມິຖຸນາ, ທ່ານ ເຈິ່ນຈີກວາງ ປະທານຄະນະກຳມະການປະຊາຊົນແຂວງ ວິງລອງ ໄດ້ສະເໜີໃຫ້ ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ສືບຕໍ່ຊ່ວຍເຫຼືອໃນການເຊື່ອມຕໍ່ວິສາຫະກິດ, ຂະຫຍາຍຕະຫຼາດສົ່ງອອກ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງແຮງງານ ຄຽງຄູ່ກັບການຮ່ວມເດີນທາງກັບທ້ອງຖິ່ນ ແນໃສ່ຊຸກຍູ້ການຮ່ວມມືກັບບັນດາຄູ່ຮ່ວມມື ຍີ່ປຸ່ນ ພາຍໃນຫຼາຍຂົງເຂດ.
ຍສໝ - ຫຼາຍກວ່າ 13 ຫົວຂໍ້ສະເພາະ ກ່ຽວກັບວຽກງານແນວຄິດ, ການໂຄສະນາເຜີຍແຜ່ ແລະ ວຽກງານພັກ, ວຽກງານການເມືອງ ແມ່ນໄດ້ຮັບການຖ່າຍທອດໃຫ້ແກ່ພະນັກງານກອງທັບປະຊາຊົນລາວພາຍໃນຊຸດອົບຮົມ ປີ 2026 ຢູ່ ຫວຽດນາມ.
ຍສໝ - ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ Kuwait ຫາກໍໄດ້ເຂົ້າຮ່ວມງານມະຫະກຳອາຊີ ຄັ້ງທີ 7 ຊຶ່ງຈັດຂຶ້ນຢູ່ທີ່ສູນການຄ້າ Assima ແລະ ປະສານງານຮ່ວມກັບຊູເປີມາກເກັດລະດັບຮູhandlingູ Monoprix.
ຍສໝ - ອີງຕາມນັກຂ່າວສຳນັກຂ່າວສານຫວຽດນາມ (TTXVN) ປະຈຳ ຝຣັ່ງ, ຄູອາຈານ, ນັກຄົ້ນຄວ້າ, ຜູ້ຕາງໜ້າສະມາຄົມ ແລະ ບັນດາຜູ້ທີ່ມີຄວາມຈິງໃຈ ຕໍກັບວຽກງານການສອນພາສາຫວຽດ ຫຼາຍຮ້ອຍຄົນ ໄດ້ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື “ການປົກປັກຮັກສາພາສາຫວຽດ ແລະ ວັດທະນະທຳຫວຽດ ຢູ່ຕ່າງປະເທດ”, ຊຶ່ງໄດ້ຈັດຂຶ້ນໃນວັນທີ 21 ມິຖຸນາ ຢູ່ທີ່ສູນວັດທະນະທຳຫວຽດນາມ ປະຈຳ ຝຣັ່ງ.
ຍສໝ - ພາຍໃດຂອບເຂດການເຄື່ອນໄຫວວຽກງານ ຢູ່ທີ່ປະເທດ ຟິນແລນ ໃນວັນທີ 17 ມິຖຸນາ, ຄະນະປະຕິບັດງານ ນະຄອນ ດານັງ ໄດ້ເຂົ້າຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ອຳນາດການປົກຄອງນະຄອນ Turku (ແຟງລັງ). ນີ້ແມ່ນກິດຈະກຳການຕ່າງປະເທດອັນສຳຄັນ ແນໃສ່ສືບຕໍ່ຮັດແໜ້ນ, ເພີ່ມທະວີສາຍພົວພັນການຮ່ວມມືມິດພາບ ລະຫວ່າງ ດານັງ - Turku ຊຶ່ງໄດ້ຮັບການສ້າງຕັ້ງຂຶ້ນມາຕັ້ງແຕ່ປີ 2018, ໃນຂະນະດຽວກັນ ກໍເພື່ອແລກປ່ຽນ, ສະເໜີບັນດາທິດທາງການຮ່ວມມືພາຍໃດໄລຍະຕໍ່ໜ້າ.
ຍສໝ - ເທດສະການອາຊີ ທີ່ດຳເນີນຂຶ້ນຢູ່ທີ່ ສວນສາທາລະນະທາງທິດໃຕ້ (South Park) ຂຶ້ນກັບນະຄອນຫຼວງ Sofia ແມ່ນຂົວຕໍ່ອັນສຳຄັນລະຫວ່າງປະຊາຊົນ ບູນກາຣີ ແລະ ບັນດາປະເທດອາຊີ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ມິດຕະພາບ ແລະ ການຮ່ວມມືລະຫວ່າງບັນດາປະຊາຊາດ.
ຍສໝ - ສະມາຄົມຊ່ຽວຊານວິທະຍາສາດເຕັກໂນໂລຊີຫວຽດນາມ ປະຈຳ ຊູແອັດ (AVISE) ຫາກໍໄດ້ຈັດເຫດການ AVISE DAY 2026, ເຊິ່ງເປັນການເຕົ້າໂຮມເອົາບັນດາຊ່ຽວຊານ, ນັກວິທະຍາສາດ ແລະ ປັນຍາຊົນຫວຽດນາມ ເປັນຈຳນວນຫຼວງຫຼາຍ ທີ່ພວມດຳລົງຊີວິດ, ສຶກສາຮ່ຳຮຽນ ແລະ ເຮັດວຽກຢູ່ພາຍໃດປະເທດ ເອີຣົບເໜືອ ແຫ່ງນີ້.
ຍສໝ - ໃນວັນທີ 08/6, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ຢູ່ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng) ແລະ ທ່ານນາຍົກລັດຖະມົນຕີໄທ Anutin Charnvirakul ໄດ້ດຳເນີນວາລະການເຈລະຈາ.
ຍສໝ - ວັນທີ 7 ເດືອນມິຖຸນາ ປີ 2026, ຢູ່ທີ່ນະຄອນ ກວາງຈູ, ສເກົາຫຼີ, ວັດ ກາດເຕື່ອງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງການບູລະນະປະຕິສັງຂອນສໍາເລັດຢ່າງສົມກຽດ ໂດຍມີການເຂົ້າຮ່ວມຂອງພະເຖຣານຸເຖຣະ, ພຸດທະສາສະນິກະຊົນ, ຊຸມຊົນຄົນຫວຽດນາມ ແລະ ເພື່ອນມິດຊາວເກົາຫຼີ ຄືສາກົນຢ່າງຫຼວງຫຼາຍ.
ຍສໝ - ທ່ານນາງ ເລທິທູຮັ່ງ (Lê Thị Thu Hằng) - ຮອງລັດຖະມົນຕີກະຊວງການຕ່າງປະເທດ ຖືວ່າ APEC ແປວ່າຈຳເປັນຕ້ອງສືບຕໍ່ເສີມຂະຫຍາຍບົດບາດເປັນເວທີປາໄສການຮ່ວມມືທາງດ້ານເສດຖະກິດຊັ້ນນຳ, ໃນຂະນະດຽວກັນກໍສຸມໃສ່ 3 ບຸລິມະສິດອັນໃຫຍ່ຫຼວງ ຮອດປີ 2035.
ຍສໝ - ພາຍໃນກອງປະຊຸມໃຫຍ່ ຄັ້ງທີ XIV ກຳມະບານຫວຽດນາມ ສົກປີ 2026 - 2031, ທ່ານ ຫງວຽນອານຕວນ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຢ່າງຕໍ່ເນື່ອງ ໂດຍໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນປະທານສະຫະພັນກຳມະບານຫວຽດນາມ; ຄະນະບໍລິຫານງານສະໄໝທີ XIV ເຊິ່ງປະກອບມີກຳມະການສົມບູນ 135 ທ່ານ ກໍໄດ້ຮັບການ ບູລະນະອົງການຈັດຕັ້ງໃຫ້ສົມບູນ.