ໄຂກອງປະຊຸມສະມັດຊາໃຫຍ່ AIPA– 42

10:22 | 24/08/2021

ຕອນເຊົ້າວັນທີ 23 ສິງຫາ, ສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 42 (AIPA– 42) ດ້ວຍຫົວຂໍ້ “ພັດທະນາການພົວພັນຮ່ວມມືລັດຖະສະພາໃນຂົງເຂດເຕັກນິກດີຈີຕອນກວມລວມມຸ່ງເຖິງປະຊາຄົມອາຊຽນ ປີ 2025” ໄດ້ໄຂຂຶ້ນຢ່າງເປັນທາງການຜ່ານລະບົບທາງໄກ.

ສືບ​ຕໍ່​ຢັ້ງ​ຢືນ ​ປະ​ຊາ​ຄົມຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແມ່ນພາກ​​ສ່ວນ​ໜຶ່ງ​ທີ່​​ບໍ່ອາດຕັດ​ແຍກ​ອອກ​ຈາກ​ຊາດ ຫວຽດ​ນາມ ໄດ້ ສືບ​ຕໍ່​ຢັ້ງ​ຢືນ ​ປະ​ຊາ​ຄົມຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແມ່ນພາກ​​ສ່ວນ​ໜຶ່ງ​ທີ່​​ບໍ່ອາດຕັດ​ແຍກ​ອອກ​ຈາກ​ຊາດ ຫວຽດ​ນາມ ໄດ້
ການອະໄພຍະໂທດ ສະແດງໃຫ້ເຫັນນະໂຍບາຍມະນຸດສະທຳຂອງພັກ ແລະ ລັດຫວຽດນາມ ການອະໄພຍະໂທດ ສະແດງໃຫ້ເຫັນນະໂຍບາຍມະນຸດສະທຳຂອງພັກ ແລະ ລັດຫວຽດນາມ
undefined
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA ຄັ້ງທີ 42 ຜ່ານລະບົບທາງໄກ. ພາບ: ເລີມຫຽນ.

ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ນໍາໂດຍທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມຜ່ານລະບົບທາງໄກຢູ່ສູນກອງປະຊຸມສາກົນ, ຮ່າໂນ້ຍ.

ທີ່ພິທີໄຂ, ທ່ານ Darussalam ປະທານ AIPA, ປະທານສະພານິຕິບັນຍັດບຣຸໄນ ກ່າວຄໍາເຫັນຊີ້ແຈ້ງວ່າ, ສະພານິຕິບັນຍັດແຫ່ງລາຊະອານາຈັກ ບຣຸໄນ ປາດຖະໜາຢາກຕ້ອນຮັບບັນດາຜູ້ແທນມານະຄອນຫຼວງ Bandar Seri Begawan ເພື່ອເຂົ້າຮ່ວມກອງປະຊຸມສະມັກຊາໃຫຍ່ AIPA-42. ແຕ່ໃນສະພາບພະຍາດໂຄວິດ-19 ຄືໃນປະຈຸບັນ, ດ້ວຍຈິດໃຈມິດຕະພາບ ແລະການຮ່ວມມື, ລັດຖະສະພາບັນດາປະເທດສະມາຊິກ AIPA ຍັງຄົງຕົກລົງດໍາເນີນການປະຊຸມສະມັດຊາໃຫຍ່ຜ່ານລະບົບທາງໄກ, ໝູນໃຊ້ເຕັກໂນໂລຢີເພື່ອນໍາບັນດາປະເທດຫຍັບເຂົ້າໃກ້ກັນກວ່າ.

ຕາມທ່ານ ປະທານ AIPA, ປະທານສະພານິຕິບັນຍັດບຣຸໄນ ແລ້ວ, ໃນສະຖານະການອາຊຽນພວມພ້ອມກັນຮັບມື ແລະຟື້ນຟູຈາກພະຍາດໂຄວິດ-19, ດ້ວຍຈິດໃຈນັ້ນຫົວຂໍ້ຂອງສະມັດຊາໃຫຍ່ AIPA 42 ແມ່ນ “ພັດທະນາການພົວພັນຮ່ວມມືລັດຖະສະພາໃນຂົງເຂດເຕັກນິກດີຈີຕອນກວມລວມມຸ່ງເຖິງປະຊາຄົມອາຊຽນ ປີ 2025”. ທ່ານ ໃຫ້ຮູ້ວ່າ ຫົວຂໍ້ນີ້ໄດ້ຮັບການເລືອກເຟັ້ນຢ່າງລະອຽດ. ສິ່ງສໍາຄັນແມ່ນກໍາແໜ້ນ, ຊຸກຍູ້ ແລະສ້າງເງື່ອນໄຂໃຫ້ແກ່ການໝູນໃຊ້ດີຈີຕອນກວມລວມ, ຖືນີ້ແມ່ນມາດຕະການເພີ່ມທະວີການຮ່ວມມືກວ່າອີກ; ຍົກສູງບົດບາດຂອງສະມາຊິກລັດຖະສະພາໃນປະຊາຊົນທີ່ມີຄວາມສະໜິດຕິດພັນດ້ານການເມືອງ, ເຊື່ອມຕໍ່ດ້ານເສດຖະກິດເມື່ອມຸ່ງເຖິງປະຊາຄົມອາຊຽນ ໃນປີ 2025.

ກອງປະຊຸມສະມັດຊາໃຫຍ່ AIPA ປີນີ້ສືບຕໍ່ປຶກສາຫາລືບັນດາບັນຫາສໍາຄັນ, ເຊິ່ງບັນດາສະມາຊິກລັດຖະສະພາເອົາໃຈໃສ່. ທ່ານ ມະຫາກະສັດບຣຸໄນ ສະແດງຄວາມເຊື່ອໝັ້ນວ່າ AIPA ແລະອາຊຽນ ຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນກວ່າອີກໃນການປະເຊີນໜ້າກັບສິ່ງທ້າທາຍລວມຂອງພາກພື້ນໃນສະຖານະການທີ່ເຕັມໄປດ້ວຍສິ່ງທ້າທາຍ ແລະຄວາມຫຍຸ້ງຍາກໃນປະຈຸບັນ; ພ້ອມທັງ, ຫວັງວ່າບັນດາສະມາຊິກລັດຖະສະພາ AIPA ຈະເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ, ເປີດກວ້າງເຄືອຂ່າຍຮ່ວມມືບໍ່ພຽງແຕ່ໃນ AIPA ເທົ່ານັ້ນ ຫາກໃນບັນດາຄູ່ຮ່ວມມື, ຜູ້ສັງກັດການຂອງ AIPA ອີກດ້ວຍເພື່ອສ້າງປະຊາຊົນໃຫ້ໝັ້ນຄົງເຂັ້ມແຂງ ແລະກົມກຽວກັນ.

ພາຍຫຼັງວາລະໄຂ, ສະມັດຊາໃຫຍ່ AIPA 42 ໄດ້ດໍາເນີນວາລະປະຊຸມຄົບຄະນະຄັ້ງທີໜຶ່ງ.

la.qdnd.vn

ເຫດການ
302 Found

Found

The document has moved here.