ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການທ່ອງທ່ຽວລະຫວ່າງ ຫວຽດນາມ - ອີຢີບ

12:08 | 13/07/2021

ຍສໝ - ຜູ້ຕາງໜ້າຂອງຫຼາຍກວ່າ 70 ວິສາຫະກິດອີຢີບ ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ ດ້ວຍຫົວຂໍ້ “ແງ່ຫວັງໃນການຮ່ວມມືດ້ານການຄ້າ, ວັດທະນະທຳ ແລະ ທ່ອງທ່ຽວລະຫວ່າງຫວຽດນາມ ແລະ ອີຢີບ”.

ແຂວງ ດົງນາຍ ຍັງມີບັນດາທ່າແຮງຢ່າງໃຫຍ່ຫຼວງ ກ່ຽວກັບການພັດທະນາການທ່ອງທ່ຽວ ແຂວງ ດົງນາຍ ຍັງມີບັນດາທ່າແຮງຢ່າງໃຫຍ່ຫຼວງ ກ່ຽວກັບການພັດທະນາການທ່ອງທ່ຽວ
ຫວຽດນາມ ນຳສົ່ງພົນລະເມືອງ ຈຳນວນ 266 ຄົນ ຈາກປະເທດ ຄູເວດ, ກາຕາ ແລະ ອີຢີບ ກັບຄືນປະເທດຢ່າງປອດໄພ ຫວຽດນາມ ນຳສົ່ງພົນລະເມືອງ ຈຳນວນ 266 ຄົນ ຈາກປະເທດ ຄູເວດ, ກາຕາ ແລະ ອີຢີບ ກັບຄືນປະເທດຢ່າງປອດໄພ

ເຫດການດັ່ງກ່າວ ໂດຍສະຖານທູດຫວຽດນາມ ປະຈຳ ອີຢິບ ຈັດຕັ້ງໃນວັນທີ 6 ກໍລະກົດ, ຢູ່ນະຄອນ Hurghada (ອີຢິບ) ແຂວງທະເລແດງ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳອີຢີບ ເຈີນແທັງກົງ ໄດ້ແນະນຳກ່ຽວກັບສະພາບລວມເສດຖະກິດຂອງຫວຽດນາມ, ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງຂະແໜງການທ່ອງທ່ຽວຫວຽດນາມ…

ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການທ່ອງທ່ຽວລະຫວ່າງ ຫວຽດນາມ - ອີຢີບ
(ພາບປະກອບ: TTXVN)

ທ່ານເອກອັກຄະລັດຖະທູດ ເຈີນແທັງກົງ ຖືວ່າ ຫວຽດນາມ ແລະ ອີຢີບມີຄວາມສາມາດບົ່ມຊ້ອນ ແລະ ຂໍ້ສະດວກຫຼາຍຢ່າງເພື່ອເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ; ໃນນັ້ນເສດຖະກິດທະເລ ແລະ ການທ່ອງທ່ຽວ ແມ່ນບັນດາຂົງເຂດທີ່ບັນດາວິສາຫະກິດໃນແຂວງທະເລແດງ ສາມາດຍູ້ແຮງການຮ່ວມມືກັບບັນດາຄູ່ຮ່ວມມືຂອງຫວຽດນາມ. ທ່ານເອກອັກຄະລັດຖະທູດ ກໍ່ໄດ້ຕອບຫຼາຍຄຳຖາມ ຈາກຜູ້ຕາງໜ້າບັນດາວິສາຫະກິດ ກ່ຽວກັບການເຂົ້າເຖິງສິນຄ້າ ແລະ ຕະຫລາດຂອງຫວຽດນາມ.

ບາງວິສາຫະກິດ ໄດ້ສະເໜີໃຫ້ສະຖານທູດຫວຽດນາມ ປະຈຳອີຢິບ ແລະ ຫ້ອງການການຄ້າແຂວງທະເລແດງ ເປັນຂົວຕໍ່ໃຫ້ບັນດາວິສາຫະກິດຂະແໜງທ່ອງທ່ຽວໃນແຂວງທະເລແດງ ໄດ້ເປີດຫ້ອງການຜູ້ຕາງໜ້າ ກໍ່ຄື ຮ້ານອາຫານ ແລະ ໂຮງແຮມໃນປະເທດຫວຽດນາມ, ເພື່ອຍູ້ແຮງການເພີ່ມຈຳນວນນັກທ່ອງທ່ຽວໄປແຕ່ລະປະເທດ.

ວິສາຫະກິດຈຳນວນໜຶ່ງ ໄດ້ສະເໜີໃຫ້ສອງຝ່າຍຮ່ວມມືໃນການຜະລິດບັນດາຜະລິດຕະພັນການທ່ອງທ່ຽວເວົ້້າລວມ ແລະ ຮ້ານອາຫານ, ໂຮງແຮມເວົ້້າສະເພາະ, ພ້ອມກັນນັ້ນ ກໍ່ສະແດງຄວາມປາດຖະໜາຢາກຮຽນຮູ້ເອົາປະສົບການຂອງຫວຽດນາມ ໃນການບຳລຸງສ້າງຊັບພະຍາກອນມະນຸດໃນທຸກຂົງເຂດ, ໂດຍສະເພາະແມ່ນການທ່ອງທ່ຽວ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.