ໜູນ​ຊ່ວຍ​ປະ​ຊາ​ຊົ​ນ​ກັບ​ຄືນ​ຈາກ​ເຂດ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19

15:30 | 07/08/2021

ແຂວງກ໋ວາງນາມ ພວມສ້າງທຸກເງື່ອນໄຂສະດວກທີ່ສຸດ ເພື່ອໜູນຊ່ວຍວຽກເຮັດງານທຳ ໃຫ້ແກ່ປະຊາຊົນກັບຄືນຈາກນະຄອນໂຮ່ຈີມິນ ພາຍຫຼັງສິ້ນສຸດໄລຍະແຍກຕົວລວມໝູ່ ແລະ ແຍກຕົວ ຢູ່ສະຖານທີ່ພັກພາອາໄສ ຕາມຂໍ້ກຳນົດ.

ຕັ້ງໜ້າຜັນຂະຫຍາຍວຽກງານສະ​ໜັບ​ສະ​ໜູນການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຕັ້ງໜ້າຜັນຂະຫຍາຍວຽກງານສະ​ໜັບ​ສະ​ໜູນການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
Zalo ເປີດ​ຕົວ​ໂປຼ​ແກ​ມ​ຊ່ວຍ​ປະ​ຊາ​ຄົມ ໜູນ​ຊ່ວຍ​ກັນ​ຢ່າງ​ຮີບ​ດ່ວນ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 Zalo ເປີດ​ຕົວ​ໂປຼ​ແກ​ມ​ຊ່ວຍ​ປະ​ຊາ​ຄົມ ໜູນ​ຊ່ວຍ​ກັນ​ຢ່າງ​ຮີບ​ດ່ວນ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
ພາບປະກອບ
ພາບປະກອບ

ບັນດາທ້ອງຖິ່ນ ພວມຮີບດ່ວນໜູນຊ່ວຍປະຊາຊົນກັບຄືນຈາກນະຄອນໂຮ່ຈີມິນ ແລະ ບັນດາແຂວງທາງພາກໃຕ້ ຫວຽດນາມ. ໃນ 3 ວັນທີ່ຜ່ານມາ, ມີຫຼາຍຖ້ຽວບິນໂດຍສານຊາວ ເງະອານ ນັບພັນຄົນ ຈາກນະຄອນ ໂຮ່ຈີມິນ ກັບຄືນບ້ານເກີດ ຫຼີກລ້ຽງໂລກລະບາດໂຄວິດ - 19. ແຂວງເງະອານ ໄດ້ໜູນຊ່ວຍຄ່າໃຊ້ຈ່າຍທັງໝົດຂອງຖ້ຽວບິນດັ່ງກ່າວ.

ແຂວງກ໋ວາງນາມ ພວມສ້າງທຸກເງື່ອນໄຂສະດວກທີ່ສຸດ ເພື່ອໜູນຊ່ວຍວຽກເຮັດງານທຳ ໃຫ້ແກ່ປະຊາຊົນກັບຄືນຈາກນະຄອນໂຮ່ຈີມິນ ພາຍຫຼັງສິ້ນສຸດໄລຍະແຍກຕົວລວມໝູ່ ແລະ ແຍກຕົວ ຢູ່ສະຖານທີ່ພັກພາອາໄສ ຕາມຂໍ້ກຳນົດ.

ໃນໄລຍະຜ່ານມາ, ມີຫຼາຍອົງການຈັດຕັ້ງ, ສ່ວນບຸກຄົນໃນບໍລິເວນແຂວງ ກ່າເມົາ ໄດ້ສາໝັກໃຈເຮັດວຽກເພື່ອການກຸສົນ ເພື່ອພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19. ບັນດາເຮືອນຄົວບໍ່ເສຍຄ່າ, ເຄື່ອນໄຫວໜູນຊ່ວຍການກິນໃຫ້ແກ່ເຂດຖືກຈຳກັດບໍລິເວນ. ສິ່ງລ້ຳຄ່າກວ່ານັ້ນແມ່ນ, ນັບທັງບັນດາຜູ້ພວມປະສົບກັບຄວາມຫຍຸ້ງຍາກກໍໄດ້ແບ່ງປັນ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ.

ພ້ອມກັບອຳນາດການປົກຄອງຕາແສງ, ມີວິສາຫະກິດຫຼາຍແຫ່ງກໍ່ເຂົ້າຮ່ວມສະໜັບສະໜູນທັນຍາຫານເປັນຈຳນວນຫຼາຍ. ໝີ່ສຳເລັດຮູບ, ເຂົ້າສານໄດ້ຖືກສົ່ງເຖິງບັນດາຜູ້ເຮັດວຽກງານຕ້ານໂລກລະບາດຢູ່ແນວໜ້າ, ບັນດາດ່ານກວດກາຂອງແຂວງ ກ່າເມົາ, ບັນດາເຂດແຍກຕົວ ແລະ ບັນດາຄອບຄົວທຸກຍາກ, ຄອບຄົວແຍກຕົວ. ດ້ວຍການແບ່ງປັນ, ປະຊາຊົນ ກ່າເມົາ ພວມພ້ອມກັບອຳນາດການປົກຄອງຜ່ານຜ່າບັນດາຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19 ແລະ ນ້ຳໃຈມະນຸດ ກໍ່ຍິງເຫັນແຈ້ງໃນໄລຍະເກີດໂລກລະບາດ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ຫາກໍ່ເຊັນປະກາດໂທລະເລກຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຈົ່ງເພີ່ມທະວີການປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາທ້ອງຖິ່ນທີ່ປະຕິບັດການແຍກຫ່າງສັງຄົມ ຕ້ອງເອົາໃຈໃສ່ເປັນພິເສດການຊີ້ນຳຢ່າງຂ້ຽວຂາດ, ມີປະສິດທິຜົນກວ່າ ໃນການຈະລາຈອນ, ສະໜອງທັນຍາຫານ, ສະບຽງອາຫານ, ເຄື່ອງໃຊ້ທີ່ຈຳເປັນ; ໄດ້ນຳໃຊ້ບັນດາແຫຼ່ງກຳລັງ, ນັບທັງງົບປະມານທ້ອງຖິ່ນເພື່ອສະໜອງທັນຍາຫານ, ສະບຽງອາຫານທີ່ຈຳເປັນທີ່ສຸດໃຫ້ແກ່ປະຊາຊົນປະສົບກັບຄວາມຫຍຸ້ງຍາກ, ຄວາມຕ້ອງການປິ່ນປົວ, ເບິ່ງແຍງສຸຂະພາບໃຫ້ແກ່ປະຊາຊົນ ແລະ ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນຢ່າງເດັດຂາດ.

ໄຊພອນ

ເຫດການ
302 Found

Found

The document has moved here.