ອົງການ Operation Smile ຫວຽດນາມ ຈັດຕັ້ງການລະດົມທຶນເພື່ອຊື້ເຄື່ອງອຸປະກອນປ້ອງກັນພະຍາດ 3.000 ຢ່າງ ແລະ ສົ່ງໄປນະຄອນໂຮ່ຈີມິນ

11:13 | 06/08/2021

ຍສໝ - ເພື່ອຕອບສະໜອງກັບ​ບັ້ນ​ຍຸດ​ທະ​ສາ​ດຫວຽດນາມ ທີ່ຮັກແພງ ແລະ ຄວາມປາຖະໜາທີ່ຈະປະກອບສ່ວນໃນການຕໍ່ສູ້ຕ້ານການລະບາດຂອງພະຍາດໂຄວິດ -19, ອົງການບໍ່ຂຶ້ນ​ກັບລັດຖະບານ Operation Smile Vietnam ໄດ້ຈັດຕັ້ງການຮຽກຮ້ອງ ການຮ່ວມ​ແຮງ​ຮ່ວມ​ໃຈສະໜັບສະໜູນຂອງຊຸມຊົນ, ລະດົມທຶນເພື່ອຊື້​ຊຸດອຸ​ປະ​ກອນ​ການປ້ອງກັນ​ພະ​ຍາດໃຫ້ພະນັກງານການແພດ​ແນ​ວໜ້າ.

ມີວັກຊີນກັນໂຄວິດ - 19 ຕື່ມອີກ 3.000.000 ໂດຣ ໄດ້ສົ່ງມາຮອດຫວຽດນາມ. ມີວັກຊີນກັນໂຄວິດ - 19 ຕື່ມອີກ 3.000.000 ໂດຣ ໄດ້ສົ່ງມາຮອດຫວຽດນາມ.
ອົງການ UNFPA ຫວຽດນາມ ໄດ້ໜູນຊ່ວຍແມ່ຍິງ ແລະ ເດັກຍິງ ຢູ່ບັກຢາງ, ບັກນິງ, ນະຄອນໂຮຈິມິນ ອົງການ UNFPA ຫວຽດນາມ ໄດ້ໜູນຊ່ວຍແມ່ຍິງ ແລະ ເດັກຍິງ ຢູ່ບັກຢາງ, ບັກນິງ, ນະຄອນໂຮຈິມິນ

ໄລ່ຮອດວັນທີ 1 ສິງຫາ, ອົງການ Operation Smile ຫວຽດນາມ ໄດ້​ຮັບ​ເງິນ​ເຂົ້າ​ກອງ​ທຶນ​ຈາກການລະດົມທຶນໄດ້ຈ​ຳ​ນວນ 175,210,700 ດົ່ງ. ຈຳນວນເງິນດັ່ງກ່າວນີ້ ໄດ້ເພີ່ມຂຶ້ນທົບສອງເທົ່າ ດ້ວຍຄຳໝັ້ນສັນຍາ​ປະ​ກອບ​ສ່ວນຂອງກອງທຶນ Operation Smile ອາເມ​ລິກາ, ສະນັ້ນຈຳນວນເງິນ​ທີ່ລະ​ດົມໄດ້ບັນລຸ 350,421,400 ດົ່ງ.

ອົງການ Operation Smile ຫວຽດນາມ ຈັດຕັ້ງການລະດົມທຶນເພື່ອຊື້ເຄື່ອງອຸປະກອນປ້ອງກັນພະຍາດ 3.000 ຢ່າງ ແລະ ສົ່ງໄປນະຄອນໂຮ່ຈີມິນ

ອົງການ Operation Smile ຫວຽດນາມ ຈັດຕັ້ງການລະດົມທຶນເພື່ອຊື້ເຄື່ອງອຸປະກອນປ້ອງກັນພະຍາດ 3.000 ຢ່າງ ແລະ ສົ່ງໄປນະຄອນໂຮ່ຈີມິນ.

ຕາມຂໍ້ມູນຈາກ Operation Smile Vietnam ແລ້ວ, ​ມີເຄື່ອງນຸ່ງປ້ອງກັນ PPE ຈຳນວນ ກວ່າ 1,000 ຊຸດ, ຜ້າ​ອັດປາກ N95 ຫຼາຍກວ່າ 1,000 ແຜ່ນ ແລະ ໜ້າກາກ​ປ້ອງ​ກັນ​ພະ​ຍາດ ຫຼາຍກວ່າ 1,100 ອັນ ໄດ້ຈັດ​ການຫຸ້ມຫໍ່ ແລະ ສົ່ງໄປໂຮງໝໍເມືອງ 11, ທີມທ່ານໝໍຈາກເຫວ້ທີ່ກໍາລັງປະຕິບັດໜ້າທີ່ຢູ່ໃນເມືອງ 8 ແລະ ອາສາສະໝັກການແພດຂອງ Operation Smile ​ທີ່ກໍາລັງ​ປະ​ຕິ​ບັດ​ໜ້າ​ທີ່ຢູ່ໂຮງໝໍຫຼາຍແຫ່ງເພື່ອປິ່ນປົວຜູ້​ຕິດ​ເຊື້ອ COVID-19.

ຜູ້ຕາງໜ້າອົງການ Operation Smile Vietnam ໄດ້ກ່າວວ່າ ການ​ປະ​ກອບ​ສ່ວນທັງໝົດ, ບໍ່ວ່າຈະ​ໜ້ອຍ ຫຼື ຫຼາຍ​ກໍ່​ຕາມ ແຕ່​ກໍ່ໄດ້ປະກອບສ່ວນເຂົ້າໃນການປ້ອງກັນໃຫ້ແກ່ກໍາລັງຕ້ານການລະບາດຢູ່ແນວໜ້າ​ໄດ້​ເປັນຢ່າງດີກວ່າ. ອົງການ Operation Smile Vietnam ໄດ້ສະແດງຄວາມຂອບໃຈຕໍ່ການຮ່ວມ​ແຮງ​ຮ່ວ​ມ​ໃຈຂອງໝູ່ເພື່ອນ, ຍາດພີ່ນ້ອງ ແລະ ອ້າຍເອື້ອຍນ້ອງ.

ອົງການ Operation Smile (ຜ່າຕັດຮອຍຍິ້ມ) ແມ່ນອົງການມະນຸດສະທຳທີ່ບໍ່ຫວັງຜົນກຳໄລ ເຊິ່ງເຄື່ອນໄຫວໃນດ້ານການດູແລສຸຂະພາບຊຸມຊົນ, ໂດຍສຸມໃສ່ການປະຕິບັດການຜ່າຕັດໂດຍບໍ່ເສຍຄ່າ ໃຫ້ແກ່ເດັກນ້ອຍທີ່ເກີດມາມີຄວາມພິການສົບແວ່ງ - ເພດານໂວ່ ແລະ ຄວາມພິການໂຄງໜ້າຢູ່ບັນດາປະເທດທີ່ກຳລັງພັດທະນາ.

ໃນກວ່າ 32 ປີຂອງ​ການ​ເຄື່ອນ​ໄຫວ, ອົງການດັ່ງກ່າວ ໄດ້ເຮັດວຽກຮ່ວມກັບອາສາສະໝັກທາງການແພດ ແລະ ບໍ່ແມ່ນການແພດ ເພື່ອທ​ຳການກວດ ແລະ ປິ່ນປົວພະຍາດໂດຍບໍ່ເສຍຄ່າ ໃຫ້ຫຼາຍກວ່າ 62,000 ກໍລະນີ, ນໍາຮອຍຍິ້ມ ແລະ ອະນາຄົດທີ່ສົດໃສມາສູ່ເດັກນ້ອຍຫວຽດນາມ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.