Zalo ເປີດ​ຕົວ​ໂປຼ​ແກ​ມ​ຊ່ວຍ​ປະ​ຊາ​ຄົມ ໜູນ​ຊ່ວຍ​ກັນ​ຢ່າງ​ຮີບ​ດ່ວນ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19

10:21 | 05/08/2021

ຍ​ສ​ໝ -ໂປຼ​ແກ​ມ Zalo Connect ຊ່ວຍ​ປະ​ຊາ​ຊົນ​ສາ​ມາດ​ຊອກ​ຫາ​ການ​ໜູນ​ຊ່ວຍ​ຢ່າງ​ງ່າຍ​ດາຍ ຈາກ​ປະ​ຊາ​ຄົມ ກ່ຽວ​ກັບ​ສະ​ບຽ​ງອ​າ​ຫານ, ຢຸກ​ຢາ, ຄວາມ​ຕ້ອງ​ການ ຫຼື​ເຊື່ອມ​ຕໍ່​ກັບ​ບັນ​ດາ​ແພດ​ໝໍ, ນັກ​ຊ່ຽວ​ຊາ​ການ​ແພດ​ໂດຍ​ໄວ ເພື່ອ​ໄດ້​ຮັບ​​ຄຳ​ປຶກ​ສາ​ທາງ​ໄກ.

ສະ​ມາ​ຄົມ​ນັກ​ຊ່ຽວ​ຊານຊາວ​ຫວຽດ​ນາມ​ໃນ​ທົ່ວ​ໂລກ​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະ​ເທດ​ຊາດ​ຍູ້​ໂລກ​ລະ​ບາ​ດ​ໂຄວິດ - 19 ໃຫ້​ຖອຍ​ໄປ ສະ​ມາ​ຄົມ​ນັກ​ຊ່ຽວ​ຊານຊາວ​ຫວຽດ​ນາມ​ໃນ​ທົ່ວ​ໂລກ​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະ​ເທດ​ຊາດ​ຍູ້​ໂລກ​ລະ​ບາ​ດ​ໂຄວິດ - 19 ໃຫ້​ຖອຍ​ໄປ
ສູນ​ກາງ​ຊາວ​ໜຸ່ມ ປະ​ຊາ​ຊົນ​ປະ​ຕິວ​ັດ ລາວ ໜູນ​ຊ່ວຍ​ນັກ​ສຶກ​ສາ ຫວຽດ​ນາມ ສູນ​ກາງ​ຊາວ​ໜຸ່ມ ປະ​ຊາ​ຊົນ​ປະ​ຕິວ​ັດ ລາວ ໜູນ​ຊ່ວຍ​ນັກ​ສຶກ​ສາ ຫວຽດ​ນາມ
Zalo ເປີດ​ຕົວ​ໂປຼ​ແກ​ມ​ຊ່ວຍ​ປະ​ຊາ​ຄົມ ໜູນ​ຊ່ວຍ​ກັນ​ຢ່າງ​ຮີບ​ດ່ວນ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
ພາບ​ປະ​ກອບ​: vneconomy.vn

ຕາມ​ນັ້ນ​ແລ້ວ, ນັບ​ແຕ່​ວັນ​ທີ 3 ສິງ​ຫາ ຜູ້​ຊົມ​ໃຊ້​ສາ​ມາດ​ນຳ​ໃຊ້ໂປຼ​ແກ​ມດັ່ງ​ກ່າວ​ຢ່າງ​ງ່າຍ​ດາຍ​ໃນໂປຼ​ແກຼມ Zalo ແລະ ​ກົດເລືອກ “ຂ້າ​ພະ​ເຈົ້າ​ຕ້ອງ​ການຄວາມ​ຊ່ວຍ​ເຫຼືອ” ຫຼື “ຂ້າ​ພະ​ເຈົ້າ​ຢາກ​ຊ່ວຍ​ເຫຼືອ” ​ແລ້ວ​ແຕ່ຕາມ​ຄວາ​ມ​ຕ້ອງ​ການ.

Zalo ໄດ້​ສ້າງ​ບັນ​ດາ​​ຮູບ​ແບບສັນ​ຍະ​ລັກ​​ບັນ​ດາ​ລາຍ​ການ​ທີ່​ຈຳ​ເປັນ ​ລວມ​ມີ: ເຂົ້າ​ສານ, ໄຂ່​, ຊິ້ນ​ປາ, ຜັກ, ເຂົ້າ​ຈີ່... ແລະ ໃຫ້​ຄຳ​ປຶກ​ສາ​ທາງ​ໄກ. ຜູ້ທີ່​ຕ້ອງ​ການ​ການ​ຊ່ວຍ​ເຫຼືອພຽງ​ແຕ່​ພິມ ຊື່ນາມ​ສະ​ກຸນ ແລະ ເບີ​ໂທ​ລະ​ສັບ, ທີ່​ຢູ່​ ເພື່ອ​ປະ​ຊາ​ຄົມສາ​ມາດ​ຕິດ​ຕໍ່​ໄດ້​ໂດຍ​ໄວ.

ເຖິງ​ຢ່າງ​ໃດ​ກໍ​ຕາ​ມ, ຜູ້​ນຳ​ໃຊ້​ຕ້ອງ​​ໃສ່ໃຈ​ວ່າ ​ຕ້​ອ​ງ​ເປີດລະ​ບົບທີ່​ອະ​ນຸ​ຍາດ​ໃຫ້​​ຜູ້​ທີ່ບໍ່​ມີ​ຊື່​​ໃນ​ລາ​ຍ​ຊື່ໂປຼ​ແກ​ມ Zalo ຂອງ​ຕົນ ສາ​ມາ​ດ​ສົ່ງ​ຂໍ້ຄ​ວ​າມ​ຕິດ​ຕໍ່​ຫາ​ກັນ​ໄດ້ ເພື່ອ​ຮັບ​ປະ​ກັນ​ກຳ​ລັງ​ໜູນ​ຊ່ວຍ​ສາ​ມາດ​ເຊື່ອມ​​ຕໍ່​ໄດ້​ໂດຍ​ໄວ.

ໃນ​ໄລ​ຍະ​ຈະ​ມາ​ເຖິງ, Zalo ຄາດ​ວ່າ​ຈະ​ມີ​​ລະ​ບົບເຄື່ອງ​ມື​ໃໝ່​ຕື່ມ​ອີກ ເຊິ່ງ​ອະ​ນຸດ​ຍາດ​ໃຫ້​ບັນ​ດາ​ຜູ້​ໃຈ​ບຸນ​ໃຈ​ກຸ​ສົນ ອາດ​ຈະ​ອັບ​ເດດ ເບິ່ງວ່າ​ກໍ​ລະ​ນີ​ໃດ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ແລ້ວ, ເພື່ອ​ແຈກ​ຢາຍ​ແຫຼ່ງ​ກຳ​ລັງ​ໃນ​ປະ​ຊາ​ຄົມ​​ຢ່າງ​ເໝາະສົມ​.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.